ສະຫະຣັຖ ປະກາດ ໃຫ້ການຊ່ອຍເຫຼືອ ແກ່ປະເທດອາຊ້ຽນ

0:00 / 0:00

ໃນ​ວັນ​ທີ 12 ພຶ​ສ​ພາ, ສະ​ຫະ​ຣັ​ຖອ​າ​ເມ​ຣິ​ກາ ​ປະ​ກາດ​ໃຫ້ການ​ຊ່ວຍ​ເຫຼືອ​ແກ່​ ປະ​ເທດ​ອາຊ້ຽນ ເປັນ​ຈຳ​ນວນ 150 ລ້ານ ໂດ​ລ້າຣ໌.

ອີ​ງ​ຕາມ​ບົດ​ຖ​ແລງ​ຂ່າວ ຂອງ​ທາງ​ການ​ສະ​ຫະ​ຣັ​ຖ​ເມ​ຣິ​ກາ ທີ່​ອອກ​ເຜີຍ​ແຜ່​ໃນ​ວັນ​ທີ 12 ພຶ​ສ​ພາ 2022 ເວ​ລາ 17:30 ຕາມ​ເວ​ລາ​ ຢູ່ ວໍ​ຊິງ​ຕັນ ດີ.ຊີ. ຂອງສະ​ຫະ​ຣັ​ຖອາ​ເມ​ຣິ​ກາ, ປະ​ທາ​ນາ​ທິ​ບໍ​ດີ ໂຈ ບາຍ​ເດັນ ໄດ້​ປະ​ກາດ​ໃຫ້​ການ​ຊ່ວຍ​ເຫຼືອ ​ແກ່ອາ​ຊ້ຽນ ເປັນ​ເງິນຈຳ​ນວນ 150 ລ້ານ ໂດ​ລ້າຣ໌ເພື່ອ​ໄປ​ໝູນ​ໃຊ້​ເຂົ້າ​ໃນ​ວຽກ​ງານ ຮັດ​ແໜ້ນ​ຄວາມ​ສຳ​ພັນ ​ກັບ​ອາ​ຊ້ຽນ, ເສີມ​ສ້າງຄວາມ​ເປັນສູນ​ກາງ ​ຂອງ​ອາຊ້ຽນ, ແລະ ຂ​ຍາຍ​ຄວາມ​ອາ​ດ​ສາ​ມາດ ເພື່ອ​ໃຫ້​ບັນ​ລຸ​ຈຸດ​ປະ​ສົງ​ຮ່ວມ​ກັນ.

ແຕ່​ ສຳ​ນັກ​ຂ່າວ ຣອຍເຕີ້ຣ໌ (Reuters) ຂອງ​ກັງ​ກິດ ຣາຍ​ງານ ໃນ​ມື້​ດຽວ​ກັນ​ວ່າ: ສະ​ຫະຣັ​ຖ​ອາ​ເມ​ຣິ​ກາ ປະ​ກາດ​ ຊ່ວຍ​ເຫຼືອໃຫ້​ແກ່​ບັນ​ດາ​ປະ​ເທດ​ອາ​ຊ້ຽນ ເປັນ​ຈໍ​າ​ນວນ​ເງິນ 150 ລ້ານ​ໂດ​ລ້າຣ໌ ເພື່ອ​ໃຊ້​ເຂົ້າ​ໃນ​ວຽກ​ງານໂຄງ​ສ້າງ​ພື້ນ​ຖານ, ຄວາມ​ໝັ້ນ​ຄົງ, ການ​ປ້ອງ​ການໂຣຄ​ຣ​ະ​ບາດ ແລະ ວຽກ​ງານ​ອື່​ນໆ.

ນອກ​ຈາກນີ້, ຍັງ​ມີການ​ຊຸມ​ນຸມ ​ປະ​ທ້ວງ​ຂອງ​ນັກ​ເຄື່ອນ​ໄຫວ ດ້ານ​ການ​ເມືອງ ​ຢູ່​ອາ​ນຸ​ສາ​ວະຣີ ວໍ​ຊິງ​ຕັນ ໃນ​ວັນ​ທີ 12 ພຶດ​ສ​ພາ ແລະ ຜູ້​ທ້ວງ​ໄດ້​ພາ​ກັນຍ່າງ​ໄປ​ປະ​ທ້ວງ ​ຢູ່​ຕໍ່​ໜ້າ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ ສະ​ຫະ​ຣັ​ຖ ໂດຍຜູ້​ປະ​ທ້ວງໄດ້​ຮຽກ​ຮ້ອງໃຫ້​ ຜູ້​ນຳ​ປະ​ເທດ​ອາ​ຊ້ຽນ​ ບາງ​ປະ​ເທດ ໃຫ້ປົກ​ຄອງ​ປະ​ເທດ​ ດ້ວຍ​ປະ​ຊາ​ທິ​ປະ​ໄຕ, ເຄົ​າ​ຣົບ​ສິດ​ທິ​ມະ​ນຸ​ສ ແລະ ໃຫ້ໃຫ້​ປະ​ຊາ​ຊົນ​ມີ​ສິດ-ເສ​ຣີ​ພາບ.

ໃນ​ວັນ​ທີ 13 ພຶ​ສ​ພາ 2022, ການ​ປະ​ຊຸມ​ໃນ​ວັນ​ທີ 13 ພຶ​ສ​ພາ, ຍາ ນາງ ຄະມາລາ ແຮຣ໌ຣິສ (Kamala Harris) ຮອງ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ຣັ​ຖ ໄດ້ປະ​ຊຸມ​ກັບ ບັນ​ດາ​ຜູ້​ນຳ​ອາ​ຊ້ຽນ​ ​ກ່ຽວ​ກັບ​​ບັນ​ຫາສະ​ພາບ​ອາ​ກາດ, ການ​ຫັນ​ປ່ຽນ​ພ​ລັງ​ງານ​ທີ່​ສະ​ອາດ ແລະ ໂຄງ​ສ້າງ​ພື້ນ​ຖານ​ທີ່​ຍືນ​ຍົງ.

​ກ່ຽວ​ກັບ​ເຣື່ອງສະ​ພາບ​ອາ​ກາດ ຫຼື ພາ​ວະ​ໂລກ​ຮ້ອນ, ຍານາງ ຄະມາລາ ແຮຣ໌ຣິສ (Kamala Harris) ຮອງ​ປະ​ທາ​ນາ​ທິ​ບໍ​ດີ ໄດ້​ກ່າວ ຢູ່​ໃນ​ທີ່​ປະ​ຊຸມ ວັນ​ທີ 13 ພຶ​ສ​ພາ ຕອນ​ນຶ່ງວ່າ:

" ອາ ​ຊ້ຽນ ຮູ້​ເຖິງ​ ຜົ​ລກະ​ທົບຂອງ​ບັນ​ຫາ​ໂລກ​ຮ້ອນ ເປັນ​ຕົ້ນ​ລະ​ດັບ​ນ້ຳ​ທະ​ເລ​ສູງ​ຂຶ້ນ, ພະ​ຍຸ​ໃຕ້​ຝຸ່ນ, ນ້ຳ​ຖ້ວມ ແລະ ໄພ​ແຫ້ງ​ແລ້ງ ເຊິ່ງ​ມັນ​ສ້າງ​ຄວາມ​ເສັຽ​ຫາຍ​ໃຫ້​ແກ່​ຊີ​ວິດ ແລະ ວິ​ຖີ​ຊີ​ວິດ​ ແລະ ມັນ​ກໍ​ສົ່ງ​ຜົ​ລ​ກະ​ທົບ​ຕໍ່ ປະ​ຊາ​ຊົນ​ອາ​ຣິ​ກາ ນຳ​ອີກ​ດ້ວຍ."

ຍາ​ນາງ ຄະມາລາ ແຮຣ໌ຣິສ (Kamala Harris) ຮອງ​ປະ​ທາ​ນາ​ທິ​ບໍ​ດີ ຍັງ​ກ່າວ​ຕື່ມ​ອີກວ່າ:

“ໃນ​ເຣື່ອງ​ບັນ​ຫາ​ໂລກ​ຮ້ອນ ພວກ​ເຮົາ​ຈະ​ຕ້ອງ ເຮັດ​ວຽກ​ຮ່ວມ​ກັນ ແລະ ສືບ​ຕໍ່​ເຮັດ​ວຽກ​ຮ່ວມ​ກັນ ເພື່ອ​ແກ້​ໄຂ​ບັນ​ຫານີ້ ເພື່ອ​ເອົາ​ຊະ​ນະ​ສິ່ງ​ທ້າ​ທາຍ ແລະ ເພື່ອ​ເຮັດ​ວຽກ​ຮ່ວມ​ກັນ ຍ້ອນ​ວ່າ ພວກ​ເຮົາ​ຍັງ​ສືບ​ຕໍ່​ດຳ​ເນີນ​ງານ ຈາກ​ລະ​ບຽບ​ການ​ຮູບ​ແບບ​ໃໝ່ ແລະ ຂໍ້​ຕົກ​ລົງ​ໃໝ່ ທີ່​ພວກ​ເຮົາ​ຈະ​ໄດ້​ເຮັດ​ວຽກ​ຮ່ວມ​ກັນ.”

ນອກ​ຈາກນີ້ ຍັງ​ມີ​ປະ​ເດັນ​ທີ່​ເກີດ​ຂຶ້ນ ​ຢູ່​ປະ​ເທດ​ລາວ ໃນ​ວັນ​ທີ 13 ພຶດ​ສ​ພາ ເຊັ່ນ ຍານາງ ໂຄແມນ ຮອງຜູ້ບໍລິຫານ ຂອງອົງການພັດທະນາສາກົນ ປະເທດສະຫະຣັຖອາເມລິກາ (USAID) ໄດ້ປະກາດໃຫ້ທຶນຊ່ວຍເຫຼືອລ້າ ມູນຄ່າ 3 ລ້ານໂດລ້າຣ໌ສະຫະຣັຖ ໃຫ້ແກ່ໂຄງການສົ່ງເສີມຄວາມອາດສາມາດ ໃນການແຂ່ງຂັນ ແລະ ການຄ້າຂອງ ສປປ ລາວ, ພາຍໃຕ້ການຈັດຕັ້ງປະຕິບັດ ຂອງທະນາຄານໂລກ (World Bank) ປະ​ຈຳ​ລາວ ອີງ​ຕາມ​ຂໍ້​ມູນ​ຈາກ​ສະ​ຖາ​ທູດ ​ອາ​ເມ​ຣິ​ກາ ປະ​ຈຳ​ລາວ.

ການຊ່ວຍເຫຼືອນີ້ຈະໄດ້ມອບທຶນ ໃຫ້ແກ່ບັນດາທຸຣະກິຈ ຈຸລະພາກ, ນ້ອຍ ແລະ ກາງ ເຊິ່ງຈະຊ່ວຍພວກເຂົາເຈົ້າ ໃນການຟື້ນຟູກິຈການ ແລະ ທຸຣະກິຈຂອງພວກເຂົາເຈົ້າ ທີ່ໄດ້ຮັບຜົນກະທົບຈາກການ​ຣະ​ບາດ ຂອງໂຄວິດ-19. ເຊິ່ງທັງໝົດຈະຊ່ວຍໃຫ້ເກີດ ມີການສ້າງວຽກເຮັດງານທຳ ແລະ ຟື້ນຟູເສຖກິຈຂອງ ສປປ ລາວ.

ນອກ​ຈາກນີ້, ຍານາງ ໂຄແມນ ຍັງໄດ້ພົບ​ກັບ ທ່ານ ສະຖາບັນດິດ ອິນສີຊຽງໃໝ່ ຮອງຣັ​ຖມົນຕຣີ ກະຊວງແຜນການ ແລະ ການລົງທຶນ ເພື່ອສົນທະນາກ່ຽວກັບການຮ່ວມມື ທາງດ້ານການພັດທະນາ ລະຫວ່າງ ສປປ ລາວ ແລະ ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ.

ໃນ​ວັນ​ດຽວ​ກັນນີ້ ທະ​ນາ​ຄານ​ໂລກ​ ປະ​ຈຳ​ປະ​ເທດ​ລາວ ຍັງ​ໄດ້​ອອກ​ບົດ​ຖ​ແລງ​ຂ່າວ ກ່ຽວ​ກັບ​ເສ​ຖ​ກິ​ຈ​ຂອງ​ລາວ: ທະ​ນາ​ຄານ​ໂລກ ໄດ້​ຣາຍ​ງານ​ວ່າ ໜີ້ສິນສາທາລະນະ ຂອງ​ລາວ​ສູງ​ຂຶ້ນ ແລະລາຄາສິນຄ້າໃນຕລາດໂລກ ກໍ່ໃຫ້ເກີດຄວາມສ່ຽງ ຕໍ່ສະເຖັຍລະພາບ ດ້ານເສຖກິຈມະຫາພາກ ແລະ ກະທົບຕໍ່ມາຕຖານ ການດຳລົງຊີວິດຂອງປະຊາຊົນ ອີງຕາມຂໍ້ມູນ ຈາກບົດລາຍງານ ເສດຖະກິດ ຂອງ ສປປ ລາວ - ການຟື້ນຟູສະຖຽນລະພາບຂອງເສຖກິຈມະຫາພາກ ເພື່ອສນັບສນູນການຟື້ນໂຕ . ເສດຖະກິດ ຂອງ ສປປ ລາວ ຄາດວ່າຈະເຕີບໂຕ ໃນອັດຕາ 3.8 ເປີເຊັນ ໃນປີ 2022, ເພີ່ມຂຶ້ນ ຈາກ 2.5 ເປີເຊັນ ໃນປີ 2021 ບົນພື້ນຖານຄາດວ່າ ການເຈຣະຈາໜີ້ສິນ ຈະມີຄວາມຄືບໜ້າທີ່ດີ ແລະ ຈະບໍ່ມີການລອກດາວນ໌ ຫຼື ນໍາໃຊ້ມາຕການປ້ອງກັນ ແລະ ຄວບຄຸມຢ່າງເຄັ່ງຄັດຮອບໃໝ່ ເພື່ອສະກັດກັ້ນການແຜ່ຣະບາດ ຂອງ ໂຄວິດ-19.

ປັດຈຸບັນ ສປປ ລາວ ມີການເກີນດຸນດ້ານການຄ້າ ແລະສືບຕໍ່ດຶງດູດການລົງທຶນຈາກຕ່າງປະເທດ. ຂແນງພລັງງານ ແລະບໍ່ແຮ່ ມີທ່າແຮງໃນການຂະຫຍາຍໂຕ, ໃນຂະນະທີ່ການສົ່ງ ອອກສິນຄ້າກະສິກັມ ແລະຜລິດຕະພັນປຸງແຕ່ງ ແມ່ນໄດ້ຮັບແຮງໜູນ ຈາກຄວາມຕ້ອງການສິນຄ້າ ຈາກຕ່າງປະເທດ ແລະລາຄາສິນຄ້າທີ່ສູງຂຶ້ນ. ຂະແໜງບໍລິການຄາດວ່າ ຈະມີການຟື້ນໂຕເທື່ອລະກ້າວ.

ເຖິງແນວໃດກໍ່ຕາມ, ອັດຕາເງິນເຟີ້ເພີ່ມສູງຂຶ້ນເຖິງ 9.9 ເປີເຊັນ ໃນເດືອນ ເມສາ 2022, ຈາກ 2 ເປີເຊັນໃນປີ 2021, ພ້ອມດຽວກັນນີ້ ການແຜ່ຣະບາດຂອງພະຍາດ ໂຄວິດ-19 ກໍ່ໄດ້ເຮັດໃຫ້ຫລາຍທຸຣະກິຈປິດກິຈການລົງ ແລະ ເຮັດໃຫ້ສູນເສັຍວຽກເຮັດງານທຳ ແລະ ສ້າງຜົນກະທົບຕໍ່ລາຍຮັບຂອງຄົວເຮືອນ.​ ການເພີ່ມຂຶ້ນຂອງລາຄາສິນຄ້າ ໃນຂະນະທີ່ລາຍຮັບພາກຄົວເຮືອນຫລຸດລົງ ໄດ້ເຮັດໃຫ້ຫລາຍຄອບຄົວ ທີ່ມີລາຍຮັບຕໍ່າ ປະເຊີນກັບຄວາມສ່ຽງທີ່ຈະກາຍເປັນ ຄອບຄົວທຸກຍາກ, ໂດຍສະເພາະຜູ້ຢູ່ໃນຕົວເມືອງ.

ທ່ານ ອາເລັກ ເຄຼເມີ, ຜູ້ຕາງຫນ້າຫ້ອງການທະນາຄານໂລກ ປະຈໍາ ສປປ ລາວ ໄດ້​ກ່າວ​ວ່າ:

“ບັນຫາຕ່າງໆ ທີ່ເກີດ ຍ້ອນການປິດປະເທດທີ່ຕໍ່ເນື່ອງກັນເປັນເວລາ 2 ປີ ແລະມາຕການຈໍາກັດຕ່າງໆ ເພື່ອສະກັດກັ້ນ COVID-19 ແມ່ນ ເພີ້ມທະວີຄວາມຮຸນແຮງຂຶ້ນຍ້ອນຜົລກະທົບຈາກການເພີ້ມຂຶ້ນຂອງລາຄາສິນຄ້າ, ໂດຍສະເພາະ ນໍ້າມັນ ແລະອາຫານ, ສ່ວນໜຶ່ງ ແມ່ນຍ້ອນ ສົງຄາມ ໃນປະເທດ ຢູ​ເຄຼນ ແລະ ການອ່ອນຄ່າຂອງເງິນກີບຢ່າງໄວວາ.”

ທ່ານ ອາເລັກ ເຄຼເມີ ຍັງ​ກ່າວ​ຕື່ມ​ວ່າ:

“ສະພາບການໃນ ສປປ ລາວ ຍິ່ງທ້າທາຍເປັນພິເສດ ເນື່ອງຈາກບັນຫາຫນີ້ສິນສາທາລະນະແລະການເກັບລາຍຮັບທີ່ຍັງບໍ່ໄດ້ດີ. ດັ່ງນັ້ນບູລິມະສິດແມ່ນຄວນເລັ່ງໃສ່ການເກັບລາຍຮັບ ໂດຍການທົບທວນຄືນນະໂຍບາຍການຍົກເວັ້ນພາສີອາກອນໃນໂຄງການລົງທຶນ.