ມີການກວດພົບ ສະມາຊິກພັກ, ພະນັກງານຣັຖ ສໍ້ຣາສບັງຫຼວງ

ໄຊຍາ
2022.04.08
ມີການກວດພົບ ສະມາຊິກພັກ, ພະນັກງານຣັຖ ສໍ້ຣາສບັງຫຼວງ ແຜນທີ່ ປະເທດລາວ
RFA

ນັບແຕ່ປີ 2016 -2022 ອົງການກວດກາ ພັກ-ຣັຖ ໄດ້ລົງວິນັຍສະມາຊິກພັກທັງໝົດ 3,690 ຄົນໃນນັ້ນຖືກລົງວິນັຍດ້ວຍການ ເອົາອອກຈາກພັກ 2,019 ຄົນ, ປົດຕຳແໜ່ງ 150 ຄົນ ແລະ ໂຈະການຮ່ວມຊີວິດພັກ 742 ຄົນ. ໃນຂະນະດຽວກັນກໍໄດ້ດຳເນີນຄະດີພະນັກງານຣັຖ ທີ່ສໍ້ຣາສບັງຫລວງອີກຈຳນວນ 363 ຄົນໃນນັ້ນສາມາດສຣຸບສົ່ງຟ້ອງອັຍການແລ້ວ 79 ຄົນ ແລະ ຖືກສານຕັດສິນ 47 ຄົນ. ສ່ວນພະນັກງານຣັຖວິສາຫະກິຈທີ່ກ່ຽວຂ້ອງກັບການສໍ້ຣາສບັງຫລວງ ມີຈຳນວນ 364 ຄົນ ແລະ ບຸກຄົນທົ່ວໄປທີ່ກ່ຽວຂ້ອງອີກ 115 ຄົນ.

ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີໄດ້ຕິດຕໍ່ຫາ ອົງການກວດກາແຫ່ງຣັຖ ເພື່ອສອບຖາມຂໍ້ມູນ ເພີ່ມຕື່ມກ່ຽວກັບການລົງວິນັຍສະມາຊິກພັກ ແລະດຳເນີນຄະດີພະນັກງານຣັຖ ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງບໍ່ສາມາດໃຫ້ຣາຍລະອຽດເພີ່ມຕື່ມໄດ້.

ແຕ່ເຖິງຢ່າງໃດກໍຕາມ ອາດີດເຈົ້າໜ້າທີ່ລາວທ່ານນຶ່ງກ່າວວ່າ ຣັຖບານກໍບໍ່ລົດລະໃນການຕິດຕາມ ກວດກາ ແລະເອົາຜິດດ້ານວິນັຍ ແລະລົງໂທດພະນັກງານຣັຖ ທີ່ສວຍໂອກາດສໍ້ຣາສບັງຫລວງ ຊຶ່ງຄວາມໜັກ-ເບົາ ຂອງການລົງໂທດນັ້ນຂຶ້ນຢູ່ກັບການ ພິຈາຣະນາຄວາມຜິດ ຂອງແຕ່ລະກໍຣະນີ.

ດັ່ງທ່ານໄດ້ກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 8 ເມສາ ນີ້ວ່າ:

ເຮັດໄປເລື້ອຍໆ ຫັ້ນນ່າ, ບ່ອນໃດໜັກເຮົາກາປັບລົງ, ບ່ອນໃດທີ່ເບົາບາງແນ່ ເຮົາກາຄ່ອຍດຳເນີນໄປຕາມຂັ້ນຕອນ ຂອງກົດໝາຽຫັ້ນແຫລະ ກໍແມ່ນ ກໍໄດ້ລົງໂທດຫັ້ນແຫລະ ຜິດຕາມກົດໝາຽ ມັນເບົາແນ່ກາຖືກໄລ່ອອກຈາກໜ້າທີ່, ມັນກາຕ້ອງໄດ້ພິຈາຣະນາ.

ກ່ຽວກັບສະມາຊິກພັກ ແລະພະນັກງານຣັຖທີ່ຖືກລົງວິນັຍ ແລະດຳເນີນຄະດີໃນຂໍ້ຫາສໍ້ຣາສ ບັງຫລວງນັ້ນຊາວລາວຈຳນວນນຶ່ງ ກໍເຫັນວ່າສາເຫດທີ່ເຈົ້າໜ້າທີ່ ເຮັດແນວນັ້ນເປັນຍ້ອນການບັງຄັບ ໃຊ້ກົດໝາຽລົງໂທດ ການສໍ້ຣາສບັງຫລວງຍັງບໍ່ເຂັ້ມງວດ ແລະເດັດຂາດເທົ່າທີ່ຄວນ ເຮັດໃຫ້ເຈົ້າໜ້າທີ່ຫລາຍຄົນບໍ່ຢ້ານ ແລະສວຍໂອກາດກະທຳຜິດຢູ່ເລື້ອຍໆ.

ດັ່ງປະຊາຊົນລາວ ທ່ານນຶ່ງກ່າວວ່າ:

ການສໍ້ໂກງມີຕລອດໃດ ຢູ່ລາວເຮົານີ້ເນາະ ການປະຕິບັດຣະບຽບວິນັຍຫັ້ນນ່າ ບໍ່ຂ້ອນຂ້າງທີ່ຈະວ່າເດັດຂາດປານໃດຫັ້ນນ່າ ເພາະວ່າຖ້າມີບົດລົງໂທດທີ່ວ່າມັນໜັກນີ້ ຂ້າພະເຈົ້າຄິດວ່າ ມັນສິບໍ່ເກີດແບບນີ້ເລື້ອຍໆ ຫັ້ນນ່າ.

ໃນຂະນະທີ່ປະຊາຊົນລາວອີກທ່ານນຶ່ງ ກໍເຫັນວ່າພາກສ່ວນທີ່ກ່ຽວຂ້ອງ ຄວນທີ່ຈະມີການເປີດເຜີຍຊື່ ແລະຕຳແໜ່ງເຈົ້າໜ້າທີ່ຣັຖ ທີ່ສໍ້ຣາສບັງຫລວງເພື່ອໃຫ້ປະຊາຊົນ ຮັບຊາບວ່າ ພວກເຂົາເຈົ້າໄດ້ລັກເງິນ ແລະຊັບສິນຂອງຣັຖໃນໜ່ວຍງານ ຫລືອົງການຈັດຕັ້ງໃດ ຊຶ່ງຫລາຍໆ ກໍຣະນີທີ່ຜ່ານມາ ມີແຕ່ພຽງຣາຍງານທີ່ເຈົ້າໜ້າທີ່ຣັຖຖືກດຳເນີນຄະດີ ຂໍ້ຫາການສໍ້ຣາສບັງຫລວງ ແຕ່ພັດບໍ່ເປີດເຜີຍຊື່ ຫລືໜ່ວຍງານຢ່າງຈະແຈ້ງ.

ດັ່ງທ່ານໄດ້ກ່າວວ່າ:

ຢາກໃຫ້ເພິ່ນເປີດຊື່ ເພາະວ່າດຽວນີ້ເວົ້າລວບເລີຍເດເນາະ ເຮົາບໍ່ຮູ້ວ່າຊື່ນີ້ຢູ່ໃສ ຢູ່ເມືອງໃດ ຢູ່ແຂວງໃດຫັ້ນນ່າເນາະ ເຮັດວຽກຂແນງໃດ ເງິນຂອງໃຜ ຊອກພະນັກງານສໍ້ຣາສບັງຫລວງໄດ້ກາດີແຫລະ ເພາະວ່າມັນຜູ້ໃດເປັນຄົນຣັຖແລ້ວ ມັນມີເງິນຫລາຍເດ.

ທາງດ້ານນັກຊ່ຽວຊານ ດ້ານກົດໝາຽທ່ານນຶ່ງກ່າວວ່າ ສຳລັບຄະດີການສໍ້ຣາສບັງຫລວງ ຣາຍໃຫຍ່ທີ່ສ້າງຄວາມເສຍຫາຍ ໃຫ້ແກ່ຣັຖຈຳນວນຫລາຍ ແລະເປັນຄວາມລັບຂັ້ນຣັຖບານນັ້ນ ສ່ວນໃຫຍ່ຈະບໍ່ມີການເປີດເຜີຍຣາຍລອຽດ ກ່ຽວກັບຜູ້ກະທຳຜິດ ຫລືໜ່ວຍງານທີ່ເຮັດວຽກ ແຕ່ຖ້າເປັນຄະດີທີ່ບໍ່ມີຜົລກະທົບໃນວົງກ້ວາງ ກໍຖືວ່າສາມາດເປີດເຜີຍ ຕໍ່ສາທາຣະນະຊົນໄດ້.

ດ່ັງທ່ານກ່າວວ່າ:

ຂຶ້ນກັບຄວາມຮ້າຍແຮງຂອງຄະດີນັ້ນ ລະກາເປັນຄວາມລັບຂອງຣັຖບານບໍ່, ຖ້າບໍ່ເປັນຜົລກະທົບຕໍ່ວົງກ້ວາງ ມັນກາສາມາດເປີດເຜີຍໄດ້ ແຕ່ຫລັກການໂດຍທົ່ວໄປ ກໍສາມາດເປີດເຜີຍໄດ້ເນາະ ຂຶ້ນກັບຄະດີນັ້ນ.

ທ່ານໄດ້ກ່າວຕື່ມວ່າ ສຳລັບພະນັກງານຣັຖທີ່ຖືກດຳເນີນຄະດີ ສໍ້ຣາສບັງຫລວງ ແລະຖືກສົ່ງຟ້ອງອັຍການນັ້ນ ຜູ້ກ່ຽວກໍສາມາດແຕ່ງຕັ້ງທະນາຍຄວາມ ສຳລັບສູ້ຄະດີໄດ້ຄືກັນ ກັບຜູ້ຕ້ອງຫາໃນຄະດີອື່ນໆ ແຕ່ໄດ້ຮັບໂທດໜັກຫລາຍປານໃດນັ້ນ ຂຶ້ນຢູ່ກັບສານພິຈາຣະນາຕັດສິນວ່າ ຜູ້ກ່ຽວໄດ້ເຮັດໃຫ້ຊັບສິນຂອງຣັຖເສຍຫາຍຫລາຍປານໃດ.

ນັບແຕ່ປີ 2016 ມາຮອດປັດຈຸບັນ ວຽກງານການກວດກາພັກ-ຣັຖ ຍັງໄດ້ພົບມູນຄ່າເສຍຫາຍຈາກໂຄງການຕ່າງໆ ຈຳນວນ 8,370 ຕື້ກີບ, 50.22 ລ້ານໂດລາຣ໌ສະຫະຣັຖ ແລະ 36.89 ລ້ານບາດ. ໃນເບື້ອງຕົ້ນສາມາດເກັບກູ້ຄືນມາໃຫ້ຣັຖໄດ້ 1,782 ຕື້ກີບ, 3.55 ລ້ານໂດລາຣ໌ສະຫະຣັຖ ແລະ 11.16 ລ້ານບາດ. ໃນຂະນະທີ່ການສໍ້ຣາສບັງຫລວງ ໄດ້ສ້າງຄວາມເສຍຫາຍມູນຄ່າ 747,512 ຕື້ປາຍກີບ. 426,793 ລ້ານປາຍບາດ. 13.814 ລ້ານປາຍໂດລາຣ໌ສະຫະຣັຖ. ໃນເບື້ອງຕົ້ນສາມາດເກັບກູ້ຄືນໄດ້ 378,8 ຕື້ປາຍກີບ, 30.6 ລ້ານປາຍບາດ ແລະ 11.097 ລ້ານໂດລາຣ໌ສະຫະຣັຖ. ອີງຕາມການຣາຍງານໃນກອງປະຊຸມ ວຽກງານກວດກາທົ່ວປະເທດຄັ້ງທີ 4 ໃນວັນທີ 7 ເມສາທີ່ຜ່ານມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.