ສະມາຊິກພັກ ແຂວງໄຊຍະບູຣີ ຫຼາຍກວ່າ 50 ຄົນ ຖືກລົງໂທດ

ສຸພັດຕາ
2022.07.26
ສະມາຊິກພັກ ແຂວງໄຊຍະບູຣີ ຫຼາຍກວ່າ 50 ຄົນ ຖືກລົງໂທດ ແຜ່ນທີ່ ແຂວງໄຊຍະບູຣີ
ຮູບພາບ: OpenStreetMap contributors/Datawrapper

ໃນຕລອດໄລຍະ 1 ປີ ທີ່ຜ່ານມານີ້ ທາງການແຂວງໄຊຍະບູຣີ ໄດ້ປະຕິບັດວິນັຍ ຕໍ່ສະມາຊິກພັກ ໂດຍການເອົາອອກຈາກພັກ 50 ຄົນ, ປົດຕໍາແໜ່ງພາຍໃນພັກ 5 ຄົນ ແລະໂຈະຊີວິດພັກ 9 ຄົນ, ແຕ່ພາກສ່ວນທີ່ກ່ຽວຂ້ອງ ບໍ່ສາມາດເປີດເຜີຍຣາຍລະອຽດເພີ່ມຕື່ມໄດ້ ວ່າສະມາຊິກພັກທີ່ຖືກລົງວິນັຍນັ້ນ ສ່ວນຫຼາຍແມ່ນເຈົ້າໜ້າທີ່ ຫຼືພະນັກງານຈາກພາກສ່ວນໃດ.

ດັ່ງເຈົ້າໜ້າທີ່ ຫ້ອງການກວດກາແຫ່ງຣັຖ ແຂວງໄຊຍະບູຣີ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 26 ກໍຣະກະດາ ນີ້ວ່າ:

“ຂໍ້ມູນມີຢູ່ ແຕ່ເຮົາກະບໍ່ຈື່ໂອ່ ຕ້ອງໄດ້ພົວພັນໆນໍາ ມັນມີຂໍ້ມູນກ່ຽວກັບການ ປະຕິບັດວິນັຍຕໍ່ພະນັກງານຂແນງພັກຫັ້ນນ່າ ເບິ່ງຂໍ້ມູນກ່ອນ ວ່າມັນມີຈັກຄົນ ມີຈັກກໍຣະນີນ່າ.”

ໃນຂະນະທີ່ປັດຈຸບັນ ຫ້ອງການກວດຫາແຫ່ງຣັຖ ແຂວງໄຊຍະບູຣີ ກໍໄດ້ເພີ່ມຄວາມເຂັ້ມງວດໃນການກວດກາ ແລະຕິດຕາມບັນຫາ ການສໍ້ຣາສບັງຫຼວງຂອງເຈົ້າໜ້າທີ່ ແລະພະນັກງານຣັຖ ພ້ອມທັງໄດ້ເຊື່ອມຊຶມກົດໝາຍ ແລະກົດລະບຽບຂອງພັກ-ຣັຖ ຢູ່ຕາມບັນດາຜແນກ ແລະຫ້ອງການຂອງຣັຖພາຍໃນແຂວງ ເພືື່ອໃຫ້ເຈົ້າໜ້າທີ່ ແລະພະນັກງານຣັຖ ປະຕິບັດໜ້າທີ່ແບບໂປ່ງໃສ ແລະບໍ່ກ່ຽວຂ້ອງກັບການສໍ້ຣາສບັງຫຼວງ ໃນທຸກກໍຣະນີ.

ດັ່ງເຈົ້າໜ້າທີ່ແຂວງໄຊຍະບູຣີ ທ່ານນຶ່ງ ກ່າວວ່າ:

“ອົງການກວດກາ ຫຼືວ່າກວດສອບ ຖືວ່າໃຫ້ເຮົາເຮັດແບບນະໂຍບາຍ ລະບຽບຂອງຣັຖ ລະບຽບຂອງຣັຖກອນ ລະບຽບຂອງພັກ ໄປສເນີໃຫ້ທາງນັ້ນ ປົກກະຕິຢູ່ໃນຫັ້ນນ່າ.”

ສ່ວນຊາວບ້ານຢູ່ແຂວງໄຊຍະບູຣີເອງ ຫຼາຍຄົນກໍຍັງໄດ້ຮັບຜົລກະທົບ ຈາກການສໍ້ຣາສບັງຫຼວງຂອງເຈົ້າໜ້າທີ່ ເປັນຕົ້ນວ່າ ເມື່ອໄປຂໍຮ້ອງໃຫ້ເຈົ້າໜ້າທີ່ ດໍາເນີນການທາງດ້ານເອກກະສານກ່ຽວກັບທີ່ດິນ ກໍຕ້ອງເສັຍເງິນເພີ່ມຕື່ມໃຫ້ແກ່ເຈົ້າໜ້າທີ່ ນອກເໜືອຈາກຄ່າທໍານຽມ ເພື່ອທີ່ຈະໄດ້ຮັບການບໍຣິການແບບຮີບດ່ວນ ແລະທັນໃຈ ຄັນບໍ່ເຊັ່ນນັ້ນ ກໍອາຈຕ້ອງລໍຖ້າເປັນເວລາຫຼາຍສັປດາ ເຊິ່ງຊາວບ້ານກໍເຫັນວ່າ ກາຍເປັນເຣື່ອງປົກກະຕິໄປແລ້ວ ແຕ່ກໍບໍ່ສາມາດສະແດງຄວາມຄິດເຫັນຕໍ່ເຣື່ອງນີ້ແບບ ຕຣົງໄປຕຣົງມາໄດ້.

ດັ່ງຊາວບ້ານ ທ່ານນຶ່ງກ່າວວ່າ:

“ເອີ່! ເສັຍໜ້ອຍນຶ່ງ ເສັຍເຮົາປ່ຽນຊື່ ສົມມຸດວ່າ ມັນເປັນຊື່ຂ້ອຍ ສົມມຸດວ່າມີຄົນຊື້ ເຮົາກໍຈະປ່ຽນເປັນຊື່ຄົນອື່ນ ກະເສັຍໜ້ອຍນຶ່ງ ບໍ່ເປັນຫັຍງ.”

ທາງດ້ານນັກກົດໝາຍລາວ ທ່ານນຶ່ງ ກ່າວວ່າ ກ່ຽວກັບການປະຕິບັດວິນັຍ ເຈົ້າໜ້າທີ່ ຫຼືພະນັກງານຣັຖ ໃນໄລຍະຜ່ານມາ ເຊິ່ງມີຈໍານວນນຶ່ງ ທີ່ຖືກດໍາເນີນຄະດີດ້ວຍນັ້ນ ທາງຄອບຄົວຂອງອະດີດເຈົ້າໜ້າຣັຖ ທີ່ຖືກດໍາເນີນຄະດີ ກ່ຽວກັບການເຮັດຜິດວິນັຍ ຫຼືສໍ້ຣາສບັງຫຼວງ ກໍເຄີຍມາຂໍຄໍາປຶກສາ ທາງດ້ານກົດໝາຍຈາກທ່ານຢູ່ເປັນບາງກໍຣະນີ ແຕ່ທ່ານເອງ ກໍບໍ່ສາມາດຊ່ອຍເຫຼືອຫຍັງໄດ້ ເພາະວ່າພາກສ່ວນທີ່ກ່ຽວຂ້ອງ ບໍ່ຄ່ອຍໃຫ້ຄວາມຮ່ວມມື ໃນການເປີດເຜີຍຂໍ້ມູນ ແລະຣາຍລະອຽດກ່ຽວກັບ ການສໍ້ຣາສບັງຫຼວງນັ້ນ ມີແຕ່ແກ້ໄຂກັນພາຍໃນ ອົງກອນກວດກາແຫ່ງຣັຖ.

ດັ່ງທ່ານກ່າວວ່າ:

“ກະເຄີຍໄດ້ຍິນຄົນມາປຶກສາ ແຕ່ວ່າ ກະບໍ່ທັນໄດ້ເຮັດເປັນຈິງເປັນຈັງ ເພາະວ່າເຂົາເຈົ້າ ກະບໍ່ຄ່ອຍໃຫ້ການຮ່ວມມືປານໃດເນາະ ເຂົາຈະແບບພຍາຍາມແກ້ ບໍຣິຫານໄປກ່ອນເນາະ ບາງຢ່າງທີ່ເປັນຄວາມລັບ ເຂົາກະບໍ່ຢາກເປີດເຜີຍ ໃຫ້ເຮົາປານໃດຫັ້ນເນາະ.”

ແຕ່ເຖິງຢ່າງໃດກໍຕາມ ຊາວລາວຫຼາຍຄົນ ທີ່ຕິດຕາມການຣາຍງານຂ່າວ ກ່ຽວກັບການປະຕິບັດວິນັຍເຈົ້າໜ້າທີ່ ແລະພະນັກງານຣັຖຢູ່ເລື້ອຍໆນັ້ນ ກໍຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ມີການເປີດເຜີຍຊື່ ແລະ ໜ່ວຍງານຂອງເຈົ້າໜ້າທີ່ ທີ່ເຮັດການສໍ້ຣາສບັງຫຼວງນັ້ນ ເພື່ອເຮັດໃຫ້ຊາວບ້ານໄດ້ຮູ້ຢ່າງຄັກແນ່ ວ່າໜ່ວຍງານໃດແດ່ ທີ່ໄດ້ເຮັດໃຫ້ງົບປະມານຂອງຣັຖເສັຍຫາຍ ແລະການເປີດເຜີຍຊື່ຂອງເຈົ້າໜ້າທີ່ທີ່ເຮັດຜິດ ກໍຈະເປັນໂຕຢ່າງແກ່ເຈົ້າໜ້າທີ່ ແລະພະນັກງານຣັຖຄົນອື່ນໆນໍາດ້ວຍ.

ດັ່ງຊາວລາວ ທ່ານນຶ່ງກ່າວວ່າ:

“ບໍ່ບອກຊື່ ບໍ່ບອກຕໍາແໜ່ງ ບໍ່ບອກເຮັດສັງວ່າຊັ້ນ ບ່ອນໃດ ຜູ້ໃດໆ ກໍບໍ່ບອກນີ້ ໂອຕາມທັມມະດາ ກະຕ້ອງລະບຸຊື່ໂລດແຫຼະ ແມ່ນຜູ້ໃຫຍ່ຫຼືຜູ້ນ້ອຍ ເຈົ້າກະຕ້ອງລະບຸອອກໝົດ ມັນເຖິງຈະຈະແຈ້ງ ໄປປິດລັບມັນເຮັດຫຍັງເນາະ ເວົ້າໂລດ ເວົ້າອອກຊື່ໂລດ.”

ກ່ອນໜ້ານີ້ ໃນວັນທີ່ 25 ກໍຣະກະດາ ທີ່ຜ່ານມາ ທ່ານ ພົງສະຫວັນ ສິດທະວົງ ກັມມະການສູນກາງພັກ, ເລຂາຄະນະ ບໍຣິຫານງານພັກແຂວງ ແລະເຈົ້າແຂວງແຂວງໄຊຍະບູຣີ ໄດ້ກ່າວຣາຍງານຕໍ່ທ່ານ ຄໍາພັນ ພົມມະທັດ ປະທານອົງການກວດກາແຫ່ງຣັຖ ແລະ ຫົວໜ້າອົງການຕ້ານ ການສໍ້ຣາສບັງຫຼວງຂັ້ນສູນກາງ ເນື່ອງໃນໂອກາດຢ້ຽມຢາມ ແລະເຮັດວຽກຢູ່ແຂວງໄຊຍະບູຣີ ວ່າ ສໍາລັບ 1 ປີ ທີ່ຜ່ານມາ ທາງແຂວງໄດ້ກວດກາປະເມີນຜົລສະມາຊິກພັກ ແລະການຈັດຕັ້ງ ເຊິ່ງໄດ້ກວດພົບ ການເຮັດຜິດວິນັຍ ຂອງສະມາຊິກພັກ 30 ກໍຣະນີ ໃນນັ້ນ ພົບສະມາຊິກພັກເຮັດຜິດ 160 ຄົນ ເຊິ່ງສ່ວນໃຫຍ່ ແມ່ນເຮັດຜິດກ່ຽວກັບການປະລະໜ້າທີ່ ແລະພົວພັນກັບຢາເສບຕິດ ໂດຍໄດ້ມີການສຶກສາອົບຮົມ, ກ່າວເຕືອນ ແລະເຮັດບົດບັນທຶກ ຈໍານວນ 53 ຄົນ ພ້ອມດຽວກັນນັ້ນ ກໍໄດ້ເອົາອອກຈາກພັກ 50 ຄົນ, ປົດຕໍາແໜ່ງພາຍໃນພັກ 5 ຄົນ ແລະໂຈະຊີວິຕພັກ 9 ຄົນ.

ຢ່າງໃດກໍຕາມ ຕາມຣາຍງານຂອງອົງການ ດ້ານຄວາມໂປ່ງໃສສາກົລ ຫຼື Transparency International ປະຈໍາປີ 2021 ໄດ້ຈັດໃຫ້ປະເທດລາວ ຢູ່ໃນອັນດັບທີ່ 128 ປະເທດ ຂອງປະເທດ ທີ່ມີຄວາມໂປ່ງໃສ ຈາກທັງໝົດ 180 ປະເທດ ໂດຍປະເທດລາວ ມີຄະແນນຄວາມໂປ່ງໃສ ຢູ່ທີ່ 30/100.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.