ສໍ້ຣາສ ບັງຫຼວງ ເປັນເຣື່ອງ ແກ້ໄຂໄດ້ຍາກ

ຍານາງ ວາລີ ເວດສະພົງ ສມາຊິກສະພາແຫ່ງຊາຕ ເຂດ 1 ນະຄອນຫຼວງວຽງຈັນ
ຍານາງ ວາລີ ເວດສະພົງ ສມາຊິກສະພາແຫ່ງຊາຕ ເຂດ 1 ນະຄອນຫຼວງວຽງຈັນ (ຮູບພາບ: ທຊລ)

0:00 / 0:00

ອີງຕາມການຣາຍງານຂອງ ຍານາງ ວາລີ ເວດສະພົງ ສະມາຊິກສະພາແຫ່ງຊາຕເຂດ 1 ນະຄອນຫຼວງວຽງຈັນ ໄດ້ສເນີໃຫ້ຣັຖບານ ຢູ່ໃນກອງປະຊຸມສະພາ ສມັຍສາມັນເທື່ອທີ 3 ຂອງ ສະພາແຫ່ງຊາຕຊຸດທີ 9 ເພື່ອແກ້ໄຂບັນຫາເສຖກິຈ ທີ່ຕົກຕໍ່າໃນປັດຈຸບັນ ຈະຕ້ອງແກ້ໄຂ ການສໍ້ຣາສບັງຫຼວງ ໃຫ້ຫຼຸດລົງໄດ້ກ່ອນ ເພາະຍັງມີເງິນຮົ່ວໄຫຼ ໂດຍສະເພາະກະຊວງການເງິນ ເນື່ອງຈາກເປັນຂແນງການ ສຳຄັນໃນການເຮັດວຽກ ກ່ຽວກັບການເງິນ ໂດຍໃນກໍຣະນີ ທີ່ພົບວ່າຜູ້ໃດ ກະທຳຜິດ ຫຼືສໍ້ໂກງ ຂໍໃຫ້ລົງໂທດ ຫຼືປົດຕໍາແໜ່ງ ໂດຍບໍ່ມີການສຶກສາ ອົບຮົມຄືແຕ່ກອ່ນ.

ກ່ຽວກັບເຣື່ອງນີ້ປະຊາຊົນລາວ ຫຼາຍຄົນເຫັນວ່າຖ້າເຮັດໄດ້ ຈະເປັນເຣື່ອງທີ່ດີຫຼາຍ ແຕ່ທີ່ຜ່ານມາກໍຍັງເຫັນວ່າ ມີການສໍ້ຣາສບັງຫຼວງກັນທຸກປີ ແລະຍັງເປັນໄປໄດ້ຍາກທີ່ຈະແກ້ໄຂ ເຣື່ອງການສໍ້ຣາສບັງຫຼວງໃຫ້ຫຼຸດລົງຍ້ອນວ່າ ເຈົ້າໜ້າທີ່ບໍ່ຈິງຈັງກັບກົດໝາຽ ລະເລີຍໜ້າທີ່ ແລະຍັງໃຊ້ລະບົບເສັ້ນສາຍ ຊ່ອຍເຫຼືອເກື້ອກູນ ເພື່ອປົກປິດຄວາມຜິດ.

ດັ່ງປະຊາຊົນລາວທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 28 ມິຖຸນານີ້ວ່າ:

“ການສໍ້ຣາສບັງຫຼວງນີ້ ມັນຫຼາຍອີ່ຫຼີ ຂັ້ນເທິງຮູ້ໝົດແລ້ວ ວ່າເງິນກິນກັນຂັ້ນນັ້ນ ຂັ້ນນັ້ນນ່າ ຂໍ້ມູນຄົບມີພຽງພໍ ກາຢາກຄືເພິ່ນວ່າແລ້ວ ເອົາອອກເລີຍໂລດ ແລ້ວລະບຽບມັນມີເນາະ ແຕ່ວ່າມັນຍັງເຮັດບໍ່ໄດ້ ຍັງວ່າຄົນເພິ່ນ ຄົນໂຕນີ້ແລ້ວ ມັນກາເປັນໄປໄດ້ຍາກ ຄືເກົ່າຫັ້ນແລ້ວ ຜູ້ທີ່ປະຕິບັດ ເພິ່ນຈະເຮັດໄດ້ບໍ່ຜູ້ໃຫຍ່ ຂ້າງເທິງ ຖ້າເຮັດບໍ່ໄດ້ ມັນຈະມີຄວາມໝາຽຫຍັງ.”

ປະຊາຊົນລາວອີກທ່ານນຶ່ງ ໄດ້ກ່າວວ່າ ກ່ຽວກັບເຣື່ອງການສໍ້ຣາສ ບັງຫຼວງທີ່ ຍານາງ ວາລີ ເວດສະພົງ ເວົ້າໃນສະພາແຫ່ງຊາຕ ກໍຖືກໝົດທຸກຢ່າງ ແຕ່ຣັຖບານຈະແກ້ໄຂ ໄດ້ຫຼືບໍ່ນັ້ນ ກໍຕ້ອງລໍຖ້າເບິ່ງ ແຕ່ຄິດວ່າຍັງເປັນໄປໄດ້ຍາກຫຼາຍ ຍ້ອນວ່າປະເທດລາວ ໃຊ້ລະບົບເສັ້ນສາຍກັນມາດົນ ໂດຍສະເພາະລູກເຈົ້າ, ຫຼານນາຍ ມີເງິນ ມີຄຳ ກໍພົ້ນຜິດ ບໍ່ໄດ້ສືບສາວເອົາເຣື່ອງຕໍ່.

“ລາວເວົ້າກໍແມ່ນຖືກເດ້ ໃນສະພາ ແຕ່ປະຕິບັດໂຕຈິງ ມັນມາແຕ່ໃດແລ້ວ ພຸ້ນແຫຼະລູກເຈົ້າ ຫຼານນາຍ ອີ່ຫຍັງ ມັນຄາໂຕດຽວນີ້ຫັ້ນແລ້ວ ຄືເກົ່າຫັ້ນແຫຼະ ຄັນວ່າສໍ້ຣາສບັງຫຼວງ ມັນກໍຍັງຄືເກົ່າ ຜູ້ມີເງິນບໍ່ໄດ້ເຂົ້າຄຸກ ຜູ້ທຸກຈັງໃດ ເຂົ້າຄວາມໝາຽມັນນ່າ.”

ສຳລັບເຣື່ອງການ ສໍ້ຣາສບັງຫຼວງ ໃນລາວນີ້ ຣັຖບານອອກກົດໝາຽ ມາໄດ້ດົນແລ້ວ ແຕ່ການປະຕິບັດຕາມກົດໝາຽ ເບື້ອງຕົ້ນ ຖ້າຫາກກວດພົບຜູ້ກະທຳຜິດ ກໍຈະກວດກາສືບສວນ, ສອບສວນ, ສຶກສາອົບຮົມ ແລະ ປັບໃໝ ພ້ອມດຳເນີນໃຫ້ຈ່າຍ ຄ່າເສັຽຫາຍ ບໍ່ໄດ້ນຳໄປຕິດຄຸກ ຈິງຈັງ ແລະໄປຕໍ່ສູ້ຄະດີຄວາມກັນ ໄປຕາມກົດໝາຽ.

ການນຳສເນີຂອງ ຍານາງ ວາລີ ເວດສະພົງ ໃນສະພາແຫ່ງຊາຕ ກໍ່ແມ່ນເພື່ອຫາທາງ ແກ້ໄຂບັນຫາການສໍ້ຣາສ ບັງຫຼວງ ໃຫ້ຫຼຸດລົງ ບໍ່ໃຫ້ເງິນຮົ່ວໄຫຼ ແລະເສຖກິຈຕົກຕໍ່າ ຄືໃນປັດຈຸບັນ ໂດຍໄດ້ສເນີວ່າ ຖ້າພົບຜູ້ກະທຳຜິດ ກໍໃຫ້ປົດຕຳແໜ່ງ ບໍ່ຕ້ອງສຶກສາອົບຮົມ ຄືເກົ່າ ນຳໄປໃສ່ຄຸກ ຕາມກົດໝາຽ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງທີ່ຂໍສງວນຊື່ ແລະຕຳແໜ່ງໄດ້ກ່າວວ່າ:

“ກົດໝາຽ ວ່າດ້ວຍການສໍ້ຣາສ ບັງຫຼວງ ມັນມີກົດໝາຽແລ້ວ ການສໍ້ຣາສ ບັງຫຼວງນີ້ ຕ້ອງໄດ້ດຳເນີນເປັນຮູບແບບໜັກ ຜ່ານມາມັນຍັງເປັນໃນຮູບແບບ ໃນການສຶກສາອົບຮົມ ແລ້ວກາໃຫ້ໃຊ້ແທນ ຮູບແບບນັ້ນຫຼາຍກ່ວາ ຄວາມໝາຽຄືລາວເວົ້າ ນີ້ແມ່ນຢາກໃຫ້້ເໜັ້ນ ບໍ່ສຶກສາອົບຮົມ ບໍ່ປັບໃໝ ເວົ້າເຣື່ອງດຳເນີນຄະດີ ຕັດສິນຕາມໂທດ ຈັກປີກໍເອົາຕາມນັ້ນ.”

ທ່ານກ່າວຕື່ມວ່າ ຄາດວ່າທາງຣັຖບານ ຕ້ອງນຳເຣື່ອງດັ່ງກ່າວ ໄປສຶກສາຄົ້ນຄ້ວາ ພິຈາຣະນາ ແນ່ນອນວ່າ ຈະຫາທາງແກ້ໄຂ ປ້ອງກັນການສໍ້ຣາສ ບັງຫຼວງໃຫ້ຫຼຸດລົງແນວໃດ.

ຂະນະດຽວກັນເຈົ້າໜ້າທີ່ ທີ່ກ່ຽວຂ້ອງອີກທ່ານນຶ່ງທີ່ຂໍສງວນຊື່ ແລະຕຳແໜ່ງ ກໍໄດ້ກ່າວວ່າການສໍ້ຣາສ ບັງຫຼວງໃນລາວນີ້ ຖ້າວ່າພົບຜູ້ກະທຳຜິດ ຈະຍັງບໍ່ສາມາດ ປະຕິບັດໄດ້ທັນທີ ຍານາງ ວາລີ ເວດສະພົງ ກ່າວ ໃນສະພາແຫ່ງຊາຕ ໄດ້ເລີຍຍ້ອນວ່າ ຈະຕ້ອງກວດສອບ ຂໍ້ມູນຫຼັກຖານ ໃຫ້ຈະແຈ້ງຮັດກຸມຈຶ່ງດຳເນີນຄະດີ ແລະປົດອອກໄດ້ ຖ້າບໍ່ມີຫຼັກຖານ ຈະແຈ້ງ, ຮັດກຸມ ກໍຈະບໍ່ສາມາດ ປົດອອກຈາກຕໍາແໜ່ງໄດ້.

“ວາລີເວົ້າມັນຖືກໝົດ ມັນກໍບໍ່ແມ່ນ ມັນຕ້ອງໄດ້ດຳເນີນ ເບິ່ງຂໍ້ມູນຫຼັກຖານ ໃນການກະທຳຜິດ ແມ່ນມີຂໍ້ມູນ ແມ່ນມີຫຼັກຖານ ແລ້ວເພິ່ນຈະມອບ ພາກສ່ວນໃດ ດຳເນີນ ຕ້ອງໄດ້ເກັບຂໍ້ມູນ ຫຼັກຖານ ໃຫ້ຮັດກຸມຕ້ອງຂໍຄຳສັ່ງອັຍຍະການເບາະ ຫຼືວ່າພາກສ່ວນ ທາງດ້ານກົດໝາຽບໍ່ ມີຂໍ້ມູນ ບໍ່ຫຍັງ ຈະໄປປົດໄດ້.”

ການສໍ້ຣາສ ບັງຫຼວງໃນລາວ ກໍຍັງພົບຢູ່ຕໍ່ເນື່ອງ ໃນລະດັບເຈົ້າໜ້າທີ່ ພາກຣັຖ ລະດັບສູງ ເຊັ່ນໃນວັນທີ 23 ມິຖຸນາ ທີ່ຜ່ານມາ ທ່ານ ພັນຄຳ ວິພາວັນ ນາຍົກຣັຖມົນຕຣີ ລາວໄດ້ກ່າວ ໃນກອງປະຊຸມສະພາແຫ່ງຊາຕ ສມັຍສາມັນເທື່ອທີ 3 ຂອງສະພາແຫ່ງຊາຕ ຊຸດທີ 9 ວ່າ ຣັຖບານລາວໄດ້ກວດພົບ ນໍ້າມັນເຊື້ອເພີງ 700 ລ້ານລິດຕໍ່ປີ ທີ່ນຳເຂົ້າໂດຍບໍ່ແຈ້ງ ເສັຽພາສີ ຊຶ່ງແມ່ນການຮ່ວມກັນ ຫາຜົລປໂຍດເຂົ້າໂຕເອງ ໂດຍກວດພົບ ຈາກຂໍ້ມູນການນຳເຂົ້ານໍ້າມັນ 1,200 ລ້ານລິດແຕ່ກວດສອບໂຕຈີງ ຜ່ານປະເທດວຽດນາມ ແລະໄທຍ ຈຶ່ງພົບວ່າ ລາວໄດ້ນຳເຂົ້ານໍ້າມັນ ທັງໝົດຈຳນວນ 1,900 ລ້ານລິດ.

ອີງຕາມປະມວນ ກົດໝາຽອາຍາ ສະບັບປີ 2017 ລະບຸວ່າ ການສໍ້ຣາສ ບັງຫຼວງ ແມ່ນພຶດຕິກັມ ຂອງພນັກງານນຳພາ, ພນັກງານຄຸ້ມຄອງ, ພນັກງານວິຊາການ, ພນັກງານວິສາຫະກິຈ, ຣັຖກອນ, ທະຫານ, ຕຳຣວດ ຮວມທັງນາຍບ້ານ ແລະຜູ້ໄດ້ຮັບສິທໜ້າທີ່ ນຶ່ງຈາກທາງການ ແລະ ພນັກງານຕ່າງປະເທດ ແລະພນັກງານອົງການ ຈັດຕັ້ງສາກົນ.

ໂດຍການສໍ້ຣາສ ບັງຫຼວງ ປະກອບດ້ວຍສະຖານະ ການກະທຳຜິດ ຄືການຍັກຍອກ ຊັພຂອງຣັຖ, ການສໍ້ໂກງຊັພ ຂອງຣັຖ, ການຮັບສິນບົນ, ການສວຍໂອກາດ ໃຊ້ຖານະຕຳແໜ່ງ, ສິທອຳນາດ ໜ້າທີ່ເພື່ອເອົາຊັພຂອງຣັຖ, ສວຍໂອກາດ ໃຊ້ຊັພຂອງຣັຖ, ການລັກລອບປອມແປງ ມາຕຖານເຕັກນິກ ການກໍ່ສ້າງ, ການໂກງການປະມູນ, ການເປີດເຜີຍຄວາມລັບ ເພື່ອຜົລປໂຍດຂອງໂຕເອງ ແລະ ການກົດໜ່ວງ ຖ່ວງດຶງເອກສານ ທັງນີ້ຖ້າເປັນການກະທຳ ທີ່ສ້າງຜົລເສັຽຫາຍ 20 ລ້ານກີບລົງມາ, ຖ້າເກີນ 2 ຕື້ກີບຂື້ນໄປຈະຖືກລົງໂທດ ຕັດອິສະຣະພາບແຕ່ 1 ປີ ຫາຕລອດຊີວິຕ ແລະ ຖືກປັບໃໝ 1% ຂອງມູນຄ່າຄວາມເສັຽຫາຍ.

ເມື່ອວັນທີ 25 ມີນາ 2021 ທ່ານ ພັນຄຳ ວິພາວັນ ນາຍົກຣັຖມົນຕຣີລາວ ໄດ້ກ່າວໃນສະພາແຫ່ງຊາຕຊຸດທີ 9 ວ່າໃນໄລຍະປີ 2016-2020 ອົງການກວດກາແຫ່ງຣັຖ ໄດ້ດຳເນີນການກວດກາ 4,000 ປາຍເປົ້າໝາຽ ພົບເຫັນຄວາມເສັຽຫາຍ ທັງໝົດ 5,690 ຕື້ກີບ, 31.7 ລ້ານໂດລ້າຣ໌ສະຫະຣັຖ, 36.8 ລ້ານບາດ, ຣົຖໃຫຍ່ 5 ຄັນ ສືບສວນ-ສອບສວນ ຜູ້ທີ່ມີພຶດຕິກັມສໍ້ຣາສ ບັງຫຼວງໄດ້ທັງໝົດ 762 ຄົນ ໃນນັ້ນເປັນພນັກງານພັກ-ຣັຖ 310 ຄົນ, ພນັກງານຣັຖວິສາຫະກິຈ 338 ຄົນ, ພນັກງານບໍຣິສັດ 103 ຄົນ, ປະຊາຊົນ 11 ຄົນ ແລະ ສາມາດເກັບກູ້ເງິນຄືນ ມາໄດ້ທັງໝົດ 1,064.4 ຕື້ປາຍກີບ, 2.9 ລ້ານໂດລ້າຣ໌ສະຫະຣັຖ ແລະ 11.1 ລ້ານບາດໄທຍ ແລະ ຣົຖໃຫຍ່ຈຳນວນ 4 ຄັນ.