ພະນັກງານ ພັກ-ຣັຖ ແຂວງຈຳປາສັກ ສໍ້ຣາສບັງຫຼວງ 14 ຄົນ ຖືກລົງໂທດ
2022.08.08

ທາງການແຂວງຈໍາປາສັກ ໄດ້ກວດກາໂຄງການພັທນາຕ່າງໆ 70 ໂຄງການທີ່ເປັນເປົ້າໝາຍ ໃນສົກປີ 2021-2022 ຊຶ່ງໃນ 6 ເດືອນຕົ້ນປີ 2022 ນິີ້ ໄດ້ກວດພົບ 6 ໂຄງການ ທີ່ມີພະນັກງານພັກ-ຣັຖສໍ້ຣາສບັງຫລວງ 14 ຄົນ, ມູນຄ່າຄວາມເສັຍຫາຍເກືອບເຖິງ 1 ຕື້ກີບ, ອີງຕາມການຣາຍງານຂອງທ່ານ ປະດິດ ວັນນະລັດສະໝີ ປະທານຄະນະກວດກາພັກແຂວງ ຈໍາປາສັກ ໃນກອງປະຊຸມສລຸບວຽກງານກວດກາ 6 ເດືອນຕົ້ນປີ ແລະທິດທາງແຜນ ການ 6 ເດືອນທ້າຍປີ 2022 ທົ່ວແຂວງຈໍາປາສັກ ວັນທີ 5 ສິງຫານີ້.
ກ່ຽວກັບເຣື່ອງນີ້ ປະຊາຊົນລາວຈໍານວນນຶ່ງ ເວົ້າວ່າ ຢາກໃຫ້ທາງການແຂວງນີ້ ເປີດເຜີຍຣາຍລະອຽດທັງໝົດ ທີ່ກ່ຽວຂ້ອງກັບການກະທໍາຄວາມຜິດ ແລະການປະຕິບັດວິນັຍ ໃສ່ໂທດພວກກ່ຽວ ໃຫ້ສັງຄົມຮູ້ ເພື່ອຄວາມໂປ່ງໃສ.
ດັ່ງປະຊາຊົນ ຢູ່ແຂວງຈໍາປາສັກ ຜູ້ນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 8 ສິງຫານີ້ວ່າ:
“ເອີ! ມີແຕ່ພວກກິນນ່າ ຄັນຊິເວົ້ານະ ເຫັນບໍພະນັກງານຂັ້ນໃດມັນມີຣົຖ ຂີ່ຄັນຢາກໃຫ້ປະເທດຊາຕ ບ້ານເມືອງມີຄວາມສງົບ ແບບວ່າເຮັດໃຫ້ມັນຈະແຈ້ງໂລດ. ຖ້າວ່ານາຍຕໍາຣວດ ເຈົ້າຕ້ອງປະກາດວ່າ ເຈົ້າຜິດມາດຕຣານີ້, ມາດຕຣານັ້ນ ສາເຫດໃຜກະຢ້ານແລ້ວບາດນີ້ນໍ.”
ທ່ານກ່າວຕື່ມວ່າ ນອກຈາກຈະເປີດເຜີຍຣາຍລະອຽດ ຄືທີ່ວ່ານັ້ນແລ້ວ ທາງການແຂວງ ກໍຕ້ອງຕິດຕາມ, ກວດສອບ ແລະເກັບກູ້ເອົາຊັພສິນຂອງຣັຖ ທີ່ຖືກສໍ້ໂກງໄປນັ້ນຄືນມາທັງໝົດ ເພື່ອບໍ່ໃຫ້ງົບປະມານແຫ່ງຣັຖຮົ່ວໄຫລ
ແລະປະຊາຊົນລາວ ອີກຜູ້ນຶ່ງກໍເວົ້າໃນມື້ດຽວກັນນີ້ວ່າ ທາງການຈະຕ້ອງເຂັ້ມງວດ ໃນການຕິດຕາມ ກວດກາໂຄງການພັທນາຕ່າງໆ ເພື່ອຄວາມໂປ່ງໃສ ບໍ່ໃຫ້ງົບປະມານແຫ່ງຣັຖຮົ່ວໄຫລ ໂດຍສະເພາະໂຄງການກໍ່ສ້າງ ຖນົນຫົນທາງ ທີ່ຂຶ້ນກັບຜແນກໂຍທາທິການ ແລະຂົນສົ່ງ ຊຶ່ງໄດ້ຮັບງົບປະມານ ໃນແຕ່ລະປີເປັນຈໍານວນຫລວງຫລາຍ, ແຕ່ບໍ່ເຄີຍເປີດເຜີຍ ຂໍ້ມູນຣາຍລະອຽດໃຫ້ສັງຄົມຮູ້ ເປັນຕົ້ນເຣື່ອງການໃຊ້ຈ່າຍໃນການກໍ່ສ້າງ.
“ໄດ້ງົບມາສ້າງຖນົນ 100 ລ້ານໂດລາ ໄປສ້າງຖນົນ 50 ລ້ານ ເຫລືອນັ້ນປັນກັນ ເອົາຄວາມສາມາດເຮັດງານ ບໍ່ມີຄວາມສາມາດ ກະບໍ່ຕ້ອງເຮັດ ເອົາແຕ່ຕົ້ນພຸ້ນໃດ໋ມາ ບໍ່ແມ່ນເອົາແຕ່ປາຍເຫດ.”
ທ່ານເວົ້າຕື່ມວ່າ ການແກ້ໄຂບັນຫາ ເຈົ້າໜ້າທີ່ພັກ-ຣັຖສໍ້ຣາສບັງຫລວງ ຄວນແກ້ໄຂຕັ້ງແຕ່ຕົ້ນເຫດ, ໝາຍຄວາມວ່າ ຕ້ອງປະຕິຮູບລະບົບການເຮັດວຽກຄືນໃໝ່ ນັບຕັ້ງແຕ່ການເຂົ້າເປັນພະນັກງານ-ຣັຖກອນ ຄືຄວນຈະສອບເສັງເຂົ້າ ຢ່າງຖືກຕ້ອງຕາມລະບຽບການ; ການແຕ່ງຕັ້ງໃຫ້ກໍາຕໍາແໜ່ງ ແລະການຮັບໜ້າທີ່ຕ່າງໆ ກໍຄວນຈະເປັນຜູ້ທີ່ມີຄວາມຮູ້ ຄວາມສາມາດໃນການປະຕິບັດວຽກງານນັ້ນໆ ແລະຍົກເລີກການເອົາລູກຫລານ ຫລື ຍາຕິພີ່ນ້ອງ ຂອງຕົນເອງເຂົ້າເຮັດວຽກ ໂດຍບໍ່ຜ່ານການສອບເສັງ.
ປະຊາຊາຊົນລາວ ຢູ່ນະຄອນຫລວງວຽງຈັນຜູ້ນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 8 ສິງຫານີ້ວ່າ ທາງການລາວ ຄວນເປີດເຜີຍຂໍ້ມູນຣາຍລະອຽດ ໃຫ້ສັງຄົມຮູ້ກ່ຽວກັບເຈົ້າໜ້າທີ່ ພັກ-ຣັຖ ທີ່ກະທໍາຄວາມຜິດ ເພື່ອຄວາມຍຸຕິທັມ ແລະຄວາມໂປ່ງໃສ ແລະເພື່ອເອົາເປັນຕົວຢ່າງອັນບໍ່ດີ ໃຫ້ພະນັກງານ-ຣັຖກອນລຸ້ນໃໝ່ຮູ້, ແຕ່ທີ່ຜ່ານມາເຫັນວ່າ ການບັງຄັບໃຊ້ກົດໝາຍຢູ່ລາວ ບໍ່ເຂັ້ມງວດ ແລະບໍ່ເດັດຂາດ.
“ມັນກະຕ້ອງ ຮູ້ຈັກວ່າ ພຶດຕິກັມແຂອງຜູ້ກ່ຽວມັນຜິດແນວໃດ ຍ້ອນຫຍັງ ເວົ້າຊື່ໆແລ້ວນີ້ມັນກະແບບວ່າອູ້ມກັນໄວ້ຫັ້ນແຫລະ ແບບນີ້ມັນກະບໍ່ສັກສິທແຫລະ.”
ໂຄງການພັທນາ 6 ໂຄງການ ທີ່ທາງການແຂວງຈໍາປາສັກ ກວດພົບວ່າມີການສໍ້ຣາສບັງຫລວງ ຄືທີ່ວ່ານັ້ນ ເຮັດໃຫ້ຣັຖເສັຍຫາຍ ເປັນມູນຄ່າ 741 ລ້ານກີບ ແລະ 590,800 ບາທ ແຕ່ສາມາດເກັບກູ້ຄືນໄດ້ແລ້ວພຽງ 188 ລ້ານກີບ, ສ່ວນທີ່ເປັນເງິນບາທເກັບກູ້ໄດ້ຄືນໝົດແລ້ວ.
ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ຫ້ອງການກວດກາພັກ-ຣັຖ ແຂວງຈໍາປາສັກ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນນີ້ວ່າ ໄດ້ເອີ້ນຜແນກການທີ່ກ່ຽວຂ້ອງ ມາປຶກສາຫາລືກັນ ເພື່ອຫາທາງແກ້ໄຂບັນຫາທີ່ວ່ານັ້ນແລ້ວ, ແຕ່ທ່ານບໍ່ສາມາດໃຫ້ຣາຍລະອຽດ ເຣື່ອງສາເຫດຂອງການສໍ້ຣາສບັງຫລວງນັ້ນໄດ້.
“ກະເອີ້ນຜແນກທີ່ກ່ຽວຂ້ອງ ມາປຶກສາຫາລືກັນຫັ້ນນ່າ ວ່າຕົ້ນປາຍສາເຫດ ມັນເປັນຈັ່ງໃດ ມັນກ່ຽວກັບຄ່າຊົດເຊີຍ ຄັນວ່າ ມັນຍາກຫລາຍກະເຊົາ ເຮັດບົດຣາຍງານໄປກວດສອບ.”
ໃນຈໍານວນ 6 ເປົ້າໝາຍ ທາງການແຂວງຈໍາປາສັກ ກວດພົບວ່າ ມີເຈົ້າໜ້າທີ່ ພັກ-ຣັຖ 14 ຄົນ ສໍ້ຣາສບັງຫລວງ, ເອົາຊັພສິນຂອງຣັຖ ມາເປັນຂອງຕົນ, ສະມາຊິກພັກ ທີ່ຖືກລົງວິນັຍ 5 ຄົນ, ພະນັກງານ-ຣັຖກອນ ຖືກລົງວິນັຍ 16 ຄົນ, ມີຜູ້ຖືກຕິຕຽນ ເຮັດບົດບັນທຶກ ແລະຖືກກ່າວເຕືອນຂຽນໃບສໍາຣວດຕົນເອງ ອີກຫລາຍຄົນ, ມີ 4 ຄົນຖືກໃຫ້ອອກການ ໂດຍບໍ່ໄດ້ຮັບນະໂຍບາຍໃດໆ.
ໃນຈໍານວນ 14 ຄົນທີ່ສໍ້ຣາສບັງຫລວງນັ້ນ, ມີ 1 ຄົນຖືກຕັດສິນລົງໂທດຈໍາຄຸກ, ແຕ່ບໍ່ຮູ້ວ່າຖືກຈໍາຄຸກຈັກປີ ແລະຍ້ອນສາເຫດຫຍັງກັນແທ້ ເພາະທາງການບໍ່ເປີດເຜີຍໃຫ້ສັງຄົມຮູ້.