ສໍ້ຣາສບັງຫຼວງ ເສັຍເງິນກວ່າ 700 ລ້ານໂດລາຣ໌ ສະຫະຣັຖ
2022.04.13
ອົງການກວດກາແຫ່ງຣັຖ ສປປ ລາວ ໄດ້ຈັດກອງປະຊຸມກວດກາ ທົ່ວປະເທດຄັ້ງທີ 4 ຢູ່ແຂວງຈໍາປາສັກ ໃນມື້ວັນທີ 11 ແລະ 12 ເມສານີ້ ຊຶ່ງໃນນັ້ນໄດ້ສລຸບ ວຽກງານກວດກາແຕ່ປີ 2016 ເຖິງປັດຈຸບັນ. ໄດ້ກວດພົບ ແລະລົງວິນັຍສະມາຊິກພັກ 3,690 ຄົນ ທີ່ສໍ້ຣາສບັງຫລວງ ແລະລະເມີດລະບຽບວິນັຍຕ່າງໆ. ໃນນັ້ນເອົາອອກຈາກພັກ 2,019 ຄົນ.
ໃນຈໍານວນສະມາຊິກພັກ 3,690 ຄົນ ທີ່ຖືກລົງວິນັຍນັ້ນ ໄດ້ເຮັດໃຫ້ຣັຖເສັຍຫາຍທັງໝົດ 8,370 ລ້ານກີບ, 50 ລ້ານປາຍໂດລາຣ໌ສະຫະຣັຖ ແລະ 36 ລ້ານປາຍບາດ ພາຍຫລັງທີ່ໄດ້ກວດພົບຢູ່ໃນໂຄງການລົງທຶນກໍ່ສ້າງໂຄງຮ່າງພື້ນຖານ, ການຄຸ້ມຄອງນໍາໃຊ້ທີ່ດິນ, ການຂຸດຄົ້ນ ແລະທຸຣະກິດໄມ້, ແຮ່ທາດ ແລະອື່ນໆ.
ເວົ້າສະເພາະການລະເມີດຄໍາສັ່ງເລກທີ 15/ນຍ ປີ 2016 ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະກວດກາການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະທຸຣະກິດໄມ້ ຊຶ່ງມີການລະເມີດຢ່າງຫລວງຫລາຍ ໂດຍສະ ເພາະການລັກຕັດໄມ້ໄປຂາຍໃຫ້ວຽດນາມ ແລະຈີນ ຊຶ່ງມີເຈົ້າໜ້າທີ່ທາງການໃຫ້ຄວາມຊ່ອຍເຫລືອ.
ດັ່ງເຈົ້າໜ້າທີ່ ຜແນກກວດກາປ່າໄມ້ ຢູ່ແຂວງພາກເໜືອຂອງລາວ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 13 ເມສານີ້ວ່າ:
“ເປັນໄມ້ຫວງຫ້າມເຮົານໍາອອກບໍ່ໄດ້ ໄມ້ປະດູ່ ໄມ້ນີ້ສົ່ງອອກຂ້ອນຂ້າງຍາກ ສົ່ງອອກບໍ່ໄດ້ ຄິວນຶ່ງນ່າຈະຢູ່ປະມານ 70 ພັນ-80 ພັນ ຄັນໄມ້ເນື້ອງາມ ໄມ້ລາຍງາມ ໄມ້ປະດູ່ເພິ່ນຫ້າມເລີຍ ເພິ່ນຫ້າມບໍ່ໃຫ້ເອົາອອກເລີຍ ເພິ່ນຫ້າມບໍ່ໃຫ້ຂ້າມເລີຍ ຕ້ອງໄດ້ລັກເອົາຂ້າມ ວ່າຊັ້ນກໍຣັຖບານຫັ້ນນ່າ ສັ່ງເອົາຂ້າມ ຈະເອົາຂ້າມໄດ້.”
ນັບຕັ້ງແຕ່ມີຄໍາສັ່ງທີ່ວ່ານັ້ນມາ ໜ່ວຍງານທີ່ກ່ຽວຂ້ອງໄດ້ກວດພົບຜູ້ລະເມີດ 1,119 ຄົນ. ໃນນັ້ນມີພະນັກງານຣັຖ 127 ຄົນ, ຜູ້ປະກອບການ 246 ຄົນ ແລະປະຊາຊົນ 746 ຄົນ, ຢຶດໄມ້ໄດ້ 11,000 ປາຍແມັດກ້ອນ ແລະ 33 ຕັນປາຍ. ໃນນັ້ນສ່ວນນຶ່ງແມ່ນກ່ຽວຂ້ອງ ກັບການຕັດໄມ້ອອກຈາກໜ້າເຂື່ອນໄຟຟ້າ, ຕັດໄມ້ອອກເພື່ອສ້າງຖນົນຫົນທາງ ແລະຂຸດຄົ້ນແຮ່ທາດ.
ເວົ້າສະເພາະຈໍານວນໄມ້ທີ່ຖືກຕັດສົ່ງອອກໄປວຽດນາມ ແມ່ນບໍ່ກົງກັນລະຫວ່າງ ຈໍານວນໄມ້ທີ່ສົ່ງອອກຈາກລາວ ແລະຈໍານວນໄມ້ທີ່ວຽດນາມໄດ້ຮັບ ຍ້ອນການຣາຍງານຢູ່ລາວບໍ່ມີຄວາມໂປ່ງໃສ.
ດັ່ງນັກວິຊາການດ້ານສິ່ງແວດລ້ອມທ່ານນຶ່ງ ເວົ້າໃນມື້ດຽວກັນນີ້ວ່າ:
“ໂຕເລກການສົ່ງອອກຈາກລາວໄປວຽດນາມນີ້ ໂຕເລກການສົ່ງອອກຂອງລາວ ສົມມຸດວ່າ 1 ລ້ານແມັດກ້ອນ, 1 ລ້ານຄິວບິກເນາະ ແຕ່ວ່າໂຕເລກຮັບເຂົ້າຈາກວຽດມັນຈະເປັນ 3 ລ້ານ ຄືວ່າຕົວເລກມັນຈະປົນກັນຢູ່ປະມານ 2 ລ້ານກວ່າ ສະນັ້ນໝາຍຄວາມວ່າ ຂະບວນການທາງລາວມັນບໍ່ໂປ່ງສັຍ ມັນມີການຄໍຣັບຊັນສູງ ມັນມີການຮວມຫົວກັນ ລະຫວ່າງນາຍທຶນ ແລະເຈົ້າໜ້າທີ່ທທີ່ກ່ຽວຂ້ອງ.”
ປັດຈຸບັນ ໄມ້ທີ່ຖືກລັກລອບຕັດຂາຍໃຫ້ວຽດນາມ ແລະຈີນ ສ່ວນຫລາຍເປັນໄມ້ທ່ອນ, ໄມ້ເນື້ອແຂງ ເປັນຕົ້ນ ໄມ້ດູ່ ທີ່ສອງປະເທດນີ້ຕ້ອງການຫລາຍ ແລະຢູ່ໃນປະເທດລາວເອງ ຜູ້ມີຖານະລໍ້າລວຍກໍມັກຊື້ມາປຸກເຮືອນ ແລະເຮັດເຟີນິເຈີ.
ດັ່ງເຈົ້າຂອງໂຮງງານ ແປຮູບໄມ້ແຫ່ງນຶ່ງ ຢູ່ນະຄອນຫລວງວຽງຈັນ ເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 13 ເມສານີ້ວ່າ:
“ສ່ວນຫລາຍກໍຂາຍຢູ່ນໍາເມືອງຫັ້ນແຫລະ ນໍາວຽງຈັນພຸ້ນແຫລະ ສ່ວນຫລາຍກໍພວກເຮືອນຫລູໆ ພວກເຂົາເຮັດສັ່ງໄມ້ດູ່ໄມ້ຫຍັງ ສ່ວນຫລາຍເຂົາ.. ເຟີນີເຈີຂ້າງໃນຫັ້ນນ່າ ກໍພວກເສຖີເຂົານັ້ນແຫລະ ມັນກໍມີໂຕສໍາເຣັດຮູບ ສ່ວນຫລາຍກໍເປັນຕັບ ຫລືວ່າສໍາເຣັດຮູບກໍມີ ມັນແລ້ວແຕ່ລູກຄ້າສັ່ງແນ່.”
ໃນທ້າຍປີ 2018 ທາງການລາວໄດ້ສັ່ງໃຫ້ປິດໂຮງງານໄມ້ ທີ່ບໍ່ໄດ້ມາຕຖານ 952 ແຫ່ງ ແລະປິດໂຮງເລື່ອຍ 1,206 ແຫ່ງ ຊຶ່ງໃນນັ້ນເປັນໂຮງເລື່ອຍທີ່ບໍ່ມີໃບອະນຸຍາດ ແລະມີສ່ວນກ່ຽວຂ້ອງກັບການລັກຕັດໄມ້ ແລະການຄ້າໄມ້ແບບຜິດກົດໝາຍ, ໄດ້ປະມູນຂາຍໄມ້ຜິດກົດໝາຍ ທີ່ຍຶດໄດ້ເກືອບ 2 ລ້ານໂດລາຣ໌ສະຫະຣັຖ ແລະ 34 ຕື້ປາຍກີບ.
ແຕ່ເຖິງຢ່າງໃດກໍຕາມ ທາງການລາວ ກໍຍັງບໍ່ເຂົ້າຮ່ວມລົງນາມ ໃນອະນຸສັນຍາສະຫະປະຊາຊາດ ວ່າດ້ວຍການປ່ຽນແປງ ຂອງສະພາບອາກາດ ຫລື COP26 ຢູ່ເມືອງກລາສໂກ ປະເທດສະກ໊ອດແລນ ສະຫະຣາຊອານາຈັກອັງກິດ ສະບັບ ທໍາອິດ ຊຶ່ງມີເປົ້າໝາຍເຊົາການຕັດໄມ້ ແລະທໍາລາຍປ່າ ພາຍໃນປີ 2030 ໂດຍທີ່ທາງການລາວໃຫ້ເຫດຜົລວ່າ ລາວຍັງເປັນປະເທດດອຍພັທນາ, ຕ້ອງການພັທນາເສຖກິຈ-ສັງຄົມ ໃຫ້ຂຍາຍໂຕ ເພື່ອໃຫ້ຫລຸດພົ້ນອອກຈາກ ການເປັນປະເທດດ້ອຍພັທນານັ້ນ. ແຕ່ກວ່າ 105 ປະເທດໃນໂລກ ຊຶ່ງມີເນື້ອທີ່ປ່າໄມ້ ຮວມກັນປະມານ 85% ຂອງເນື້ອທີ່ປ່າໄມ້ທັງໝົດໃນໂລກ ຕ່າງກໍເຫັນພ້ອມ ແລະລົງນາມໃນອະນຸສັນຍາສະບັບດັ່ງກ່າວ ທີ່ກວມເອົາເນື້ອທີ່ປ່າໄມ້ຫລາຍກວ່າ 33 ລ້ານຕາກິໂລແມັດ.
ຢູ່ປະເທດລາວ ຍາກທີ່ຈະແກ້ໄຂບັນຫາການລັກຕັດໄມທໍາລາຍປ່າ ຍ້ອນການກວດກາຂອງທາງການບໍ່ທົ່ວເຖິງ ເພາະຂາດແຄນງົບປະມານ ຮວມທັງທີ່ຈະໃຫ້ເຈົ້າໜ້າທີ່ໄປກວດກາ ແລະການຊ່ອຍເຫລືອຂອງອົງການຈັດຕັ້ງສາກົນ ກໍບໍ່ໄດ້ຖືກນໍາໃຊ້ເຂົ້າໃນການແກ້ໄຂບັນຫາຕາມເປົ້າໝາຍ.
ດັ່ງເຈົ້າໜ້າທີ່ຄຸ້ມຄອງປ່າໄມ້ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງທ່ານນຶ່ງເວົ້າໃນມື້ດຽວກັນນີ້ວ່າ:
“ທຶນການວາງແຜນລົງມາຂັ້ນພື້ນຖານ ຫລືວ່າຂັ້ນບ້ານນີ້ນ່າ ໂດຍຕົງຫັ້ນນ່າ ໂດຍສອບຖາມປະຊາຊົນເປັນຫລັກ ຄິດວ່າມັນຈະເຫັບັນຫາໄດ້ ເພາະວ່າຖ້າໄປເຂົ້າ ຫລືວ່າຂັ້ນເທິງເນາະ ບໍ່ວ່າທຶນຫລືວ່າທຶນອີຫຍັງຕ່າງໆ ມັນບໍ່ລົງສູ່ຮາກຖານ ເຮັດໃຫ້ການປະຕິບັດວຽກ ຂອງຜູ້ປະຕິບັດໂຕຈິງມັນໄດ້ໜ້ອຍ ທຸກຢ່າງເນາະ ການໄປວຽກການລົງວຽກ ຫລືວ່າການຮັກສາອິຫຍັງຕ່າງໆ ມັນກໍຕ້ອງໄດ້ໃຊ້ເງິນແມ່ນບໍ່.”
ໃນໄລຍະຜ່ານມາ ໄດ້ດໍາເນີນການການສືບສວນ ສອບສວນຄະດີທີ່ກ່ຽວຂ້ອງກັບການສໍ້ຣາສບັງຫລວງທັງໝົດ 842 ເປົ້າໝາຍ. ໃນນັ້ນເປັນຄະດີຂອງພະນັກງານຣັຖ 363 ຄົນ, ພະນັກງານຣັຖວິສາຫະກິດ 364 ຄົນ ແລະບຸກຄົນທົ່ວໄປທີ່ກ່ຽວຂ້ອງ 115 ຄົນ. ສານຕັດສິນແລ້ວ 100 ຄົນ ແລະແກ້ໄຂທາງບໍຣິຫານໄດ້ 652 ຄົນ.