ການປະຕິບັດ ກົດໝາຍ ໃນລາວ ຍັງບໍ່ ສເມີພາບ

ອຸ່ນແກ້ວ
2022.04.28
ການປະຕິບັດ ກົດໝາຍ ໃນລາວ ຍັງບໍ່ ສເມີພາບ ຄະນະພນັກງານ ກະຊວງຍຸຕິທັມ ສປປ ລາວ
ຮູບພາບ: ກະຊວງຍຸຕິທັມ

ຢູ່​ປະເທດລາວ ມີ​​ກົດໝາຍທັງໝົດ 160 ປາຍສະບັບ ແຕ່ວ່າການຕິບັດ ກໍຍັງບໍ່ທັນເຄັ່ງຄັດ ແລະ ບໍ່ເປັນທີ່ໜ້າເຊື່ອຖືຂອງປະຊາຊົນ. ໃນສາຍຕາຂອງນັກວິຊາການແລ້ວ ກົດໝາຍກໍຍັງເປັນພຽງແຕ່ ເຈັ້ຽ ແລະ ສໍເທົ່ານັ້ນ.

ເຈົ້າ​ໜ້າທີ່ອົງການຈັດຕັ້ງ ພາກປະຊາສັງຄົມທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ:

ສຳລັບການ​​ຕິບັດກົດໝາຍຢູ່ ສລາວ ຫັ້ນ ກະຍັງຢູ່ໃນເຈັ້ຽໃນສໍຢູ່. ສ່ວນຫຼາຍແລ້ວຍັງເຫັນວ່າ ມັນຍັງບໍ່ທັນມີຜົສັກສິດ ແລະ ຄວາມໜ້າເຊື່ອຖືທາງດ້ານການຈັດຕັ້ງປະຕິບັດ.”

ການ​ບັງຄັບໃຊ້ກົດໝາຍ ຍັງບໍ່ມີຄວາມຊັດເຈນ ໂດຍສະເພາະ ໃນເວລາທີ່ເກີດການແຜ່ຣະບາດຂອງໂຄວິດ-19 ແລະ ໃນໄລຍະເງິນເຟີ ເຮັດໃຫ້ເຄື່ອງຂອງຕ່າງໄດ້ຂຶ້ລາຄາຕາມອັດຣາເງິນເຟີ.

ນັກ​ກົດໝາຍ ທ່ານນຶ່ງ ຜູ້ທີ່ບໍ່ປະສົງອອກຊື່ ແລະ ສຽງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ: ຂັ້ນສູນກາງສ່ວນຫລາຍກໍ່ສຸມໃສ່ການກະຕຸ້ນ ແລະຟື້ນຟູເສຖກິຈເປັນສ່ວນໃຫຍ່, ການບັງຄັບໃຊ້ກົດໝາຍບໍ່ຄ່ອຍຊັດເຈນເຊັ່ນ ຊ້ວງເດືອນມີນາທີ່ຜ່ານມາທີ່ ຣັຖປ່ອຍໃຫ້ມີການປັ່ນຂຶ້ນ ເງິນຕຣາຕ່າງປະເທດເປັນປວັດການ ໂດຍຍັງອອກມາເຕືອນຊື່ໆ ໂດຍບໍ່ໄດ້ນຳໃຊ້ມາຕການ ເລີຍນີ້ມັນສະແດງໃຫ້ເຫັນເຖິງ ຄວາມອ່ອນແອໃນການບັງຄັບ ໃຊ້ກົດໝາຍໃນລາວ, ມີການສວຍໂອກາດຂຶ້ນລາຄານ້ຳມັນ ແລະ ກັກຕຸນນ້ຳມັນ ແຕ່ເຈົ້າໜ້າທີ່ ບໍ່​​ໄປກວດກາ​​ທົ່ວເຖິງ.

ນັກ​ກົດໝາຍ ກ່າວວ່າ: ອັນທີ່ສອງແມ່ນການປັບຂຶ້ນ ຂອງລາຄານ້ຳມັນທີ່ຫົວໜ່ວຍທຸລະກຈ ສວຍໂອກາດກັກຕຸນນ້ຳມັນ ເພື່ອໄວ້ຂາຍໃນມື້ທີ່ປະກາດປັບຂຶ້ນ ແຕ່ບໍ່ມີການລົງໄປກວດສອບຢ່າງເປັນຂະບວນ, ມີບາງພື້ນທີ່ຕ່າງແຂວງ ທີ່ອອກຂ່າວວ່າມີການໄປກວດສອບ ແລະໃຊ້ມາຕການໃນຂະນະທີ່ນະຄອນຫລວງມິດງຽບ ບໍ່ມີລາຍງານໃດໆ, ນັກກົດໝາຍ ຍັງກ່າວຕື່ມວ່າ: ອັນທີ່ສາມແມ່ນການປັບຂຶ້ນ ຄ່າຄອງຊີບທີ່ສ່ວນກະແສຈາກໜ່ວຍງານຣັຖ ທີ່ວ່າຈະບໍ່ອະນຸຍາດໃຫ້ມີການຂຶ້ນລາຄາ ສິນຄ້າຢ່າງເດັດຂາດ, ແຕ່ໃນພາກປຕິບັດຕົວຈິງເຮັດບໍ່ໄດ້, ປະຊາຊົນທ່ານນຶ່ງ ໃຫ້ສຳພາດຕໍ່ວິທຍຸເອເຊັຽເສຣີ ວ່າ ບໍ່ມີຄວາມເຊື່ອໝັ້ນໃນ ການປະຕິບັດກົດໝາຍໃນລາວ.

ນັກ​ຂ່າວ: ການຕິບັດກົດໝາຍຢູ່ບ້ານເຮົານີ້ ເຫັນວ່າ ເປັນຈັ່ງໃດນິ?

ປະ​ຊາຊົນ:

ເຮົາເອງນີ້ ເຮົາບໍ່ໄດ້ປໍລະປັກກັບໜ່ວຍການໃດເນາະ ວ່າ ເທົ່າທີ່ເຮົາຕິດຕາມມານີ້ເນາະ ເປັນຕົ້ນກໍຄື ພວກພໍ່ຄ້າ ເປັນຕົ້ນກະຢາເສບຕິດ ວ່າ ຈັ່ງຊິເນາະ ຄັນວ່າ ຕັດສິນປະຫານເບາະ ຫຼື ຕລອດຊີວິດເບາະ ກະບໍ່ເຫັນມີໃຜປະຫານຈັກຄົນ ກະບໍ່ເຫັນໃຜໄດ້ຢູ່ລອດຊີວິດຈັກຄົນ ໂຕນີ້ນະ. ເຮົາວ່າ ກົດໝາຍນີ້ ມັນບໍ່ເຂັ້ມງວດຫັ້ນນ່າ ເວົ້າແລ້ວບໍ່ຕິບັດຫັ້ນນ່າ ກະໂຕເຈົ້ານາຍເອງກະຄືກັນ ເວົ້າແລ້ວກະບໍ່ຕິບັດ ວ່າຊັ້ນເທາະ. ເທົ່າທີ່ຕິດຕາມຂ່າວສານຕ່າງໆ ຕັ້ງແຕ່ອາດີດມາເຖິງປັດຈຸບັນນີ້ ຄື ບໍ່ດົນຜ່ານມານີ້ ກະຕັດສິນໃຫ້ ທ້າວ ສີສຸກ ເບາະ ຜູ້ຄ້າຢາເສບຕິດ ທ່ານນຶ່ງ ທີ່ວ່າ ກະຕັດສິນຫານ ແຕ່ວ່າເຮົາເອງນີ້ ເຮົາບໍ່ເຊື່ອ ເວົ້າກົງໄປກົງມາໂລດ ເຮົາບໍ່ເຊື່ອ. ເຮົາບໍ່ເຊື່ອວ່າ ຊິປະຫານ.”

ນັກ​ຂ່າວ: ເຈົ້ານາຍເບາະ ຜູ້ໃຫຍ່ ເພິ່ນ ບໍ່ຕິບັດ ບໍ່ຕິບັດຈັ່ງໃດນີ້?

ປະ​ຊາຊົນ:

ຄວາມໝາຍນີ້ ເຈົ້ານາຍ ເພິ່ນບໍ່ຕິບັດຫັ້ນ ກະເປັນຕົ້ນກະຄື ໂຕຢ່າງເນາະ ອັນນີ້ ເຮົາເຫັນໂຕຢ່າງໄດ໋ ເພິ່ນກະບອກວ່າ ບາງອັນ ຫຼືວ່າ ຣະບຽບ ທີ່ເພິ່ນວາງອອກມາ ບໍ່ຢາກໃຫ້ຄອບຄົວ ຫຼື ບໍ່ຢາກໃຫ້ລູກໃຫ້ເຕົ້ານີ້ ເອົາໄປໃຊ້ ຣົຫ້ອງການຫັ້ນນ່າ ເພາະຣົປະຈຳຕຳແໜ່ງຂອງເພິ່ນຫັ້ນນ່າເນາະ ແຕ່ວ່າ ບາງເທື່ອຕາມລາດ ຕາມຫຍັງນີ້ ເຮົາກະຍັງພົບຍັງເຫັນຢູ່.

ຫັ້ນນ່າ ເຫັນຣົົຖຕຳແໜ່ງຂອງເພິ່ນ ເອີຄືວ່າ ຂັ້ນສູງກາງເບາະຈັ່ງຊີ້ ເນາະ ຫຼືວ່າ ຂັ້ນເຈົ້າແຂວງເບາະ ຈັ່ງຊີ້ນະ ກະອັນນີ້ນິ ເຮົາບອກວ່າ ຣະບຽບກົດໝາຍ ກະຄົນ ຄົນດຽວເນາະ ວ່າອອກມາ ຄົນຄົນດຽວກະບໍ່ຕິບັດຫັ້ນນ່າ ກະຍັງເຫັນນະ ທົ່ວບ້ານທົ່ວເມືອງ.

ທີ່ວ່າຣົຖຕຳແໜາງ ຣົກະຊວງ ເວົ້າງ່າຍໆ ກະຣົກະຊວງຫັ້ນລະເນາະ ຊິໄປຈອດລາດເບາະ ໄປຈອດຮ້ານອາຫານຈັ່ງຊີ້ ວັນເສົາ ວັນອາທິດຈັ່ງຊີ້ ຊີ້ນ່າ ຈັ່ງຊີ້ເນາະ.

ຈັກໜ້ອຍວ່າ ຫ້ວຍ ເຮົາໄປກິເຂົ້າກະບໍ່ໄດ້ບໍ້ ແຕ່ວ່າ ຫຼັກໆ ກະແມ່ນ ວັນເສົາ ວັນອາທິດ ເນາະ ອອກໄປ ທາງນອກ ທາງນີ້ ເນາະ ອອກໄປ ກະເຫັນໄດ້ຢູ່ບ່ອນທ່ອງທ່ຽວເບາະ ກະຄື ເຮືອນແພທ່າງ່ອນບໍ່ ຈັ່ງຊີ້ເນາະ ຫັ້ນນ່າ ລະເຮົາ ເຮົາລະວ່າ ເນາະ ຄຶດໃນໃຈວ່າ ອ້າວຄັນຊັ້ນ ຄືວ່າ ຣົປ້າຍກະຊວງ ຈັ່ງຊັ້ນດອກເນາະ ອັນນີ້ແຫຼະ ເຮົາກະງົງ ຫຼື ວ່າ ເພິ່ນເອົາ ປ້າຍກະຊວງປອມເບາະ ຫຼັກໆ ລະ ກະຄືໜ່ວຍງານກອງທັບ ປ້າຍກອງທັບ ລະແມ່ນຢາກໄປທົ່ວສາລະທິດໃດ ສ່ວນຫຼາຍ.

ກະງົງຄືກັນໃດ ລະຫວ່າງ ປົກຄອງກັບ ກອງທັບນີ້ ຄົນລະກົດຣະບຽບຫວະ ອັນນີ້ ຂໍຕາງໜ້າປະຊາຊົນໃດ ຍັງບໍ່ໝັ້ນໃຈ ວ່າ ເພິ່ນຊິຕິບັດກົດໝາຍໄດ້ ທັງພວກເພິ່ນຈົນມາຮອດສັງຄົມທົ່ວໄປ ຄື ປະຊາຊົນຢ່າງພວກເຮົານີ້ ແຫ່ງແລ້ວ ແຫ່ງບໍ່ຮູ້ເນາະ ແຫ່ງບໍ່ຮູ້ແຫຼະ ວ່າກົດໝາຍ ແນວໃດ ຕໍ່ແນວໃດ ຫັ້ນນ່າ ເນາະ ຂັ້ນເພິ່ນວ່າ ຜິດກະແມ່ນຜິດໄປນຳເພິ່ນ ເພິ່ນກະວ່າ ບໍ່ຜິດລອດ.”

ນັກ​ຂ່າວ: ຊັ້ນມັນຊິເປັນຣັແຫ່ງກົດໝາຍໄດ້ຫວະຊັ້ນນະ?

ປະ​ຊາຊົນ:

ຄຳສຸພາສິດລາວ ເຮົາໄດ້ເວົ້ານີ້ ຄັນພໍ່ບໍ່ເປັນແບບຢ່າງນີ້ ລູກກະຢາກຍາກຄືກັນໃດ ຣັແຫ່ງກົດໝາຍ ກະຕ້ອງຣັຕົ່ວເປັນຜູ້ຕິບັດກ່ອນ ກະໂຕຣັຖ ກະໂຕພັກນີ້ ກະບໍ່ຕິບັດ ນີ້ນ່າ ວັນເສົາ​, ວັນທິດ ນີ້ ຣົຣັກະຍັງເອົາໄປໃຊ້ຢູ່ສວນ ກະຍັງເອົາໄປໃຊ້ຢູ່ນາ ມັນກະຊິເປັນແນວໃດຊັ້ນນ່າ.”

ນັກ​ຂ່າວ: ບາງເທື່ອ ເພິ່ນເອົາໄປໃຊ້ ເພິ່ນຊິຊື້ນ້ຳມັນໃສ່ເອງຕີ້?

ປະ​ຊາຊົນ:

ຊື້ນ້ຳມັນໃສ່ເອງ ກະເວລາ ມັນເປ່ເພຫັ້ນເດ້ ສ່ວນຫຼາຍ ເພິ່ນກະເອົາງົບຂອງກະຊວງ ຂອງຜແນກນັ້ນໆຕົ່ວ ສ້ອມແປງ ຫຼືວ່າ ຈັ່ງໃດ ເທົ່າທີ່ຮູ້ວ່ານີ້ນະ. ເຮົາກະບໍ່ເຄີຍ ໄດ້ຍິນກັບຫູເດ້ວ່າ ໂອຍ ຢ່າເທາະ ຣົລຸງຂອງຣັກໍຢ່າ ແຕ່ວ່າ ລຸງນຳໃຊ້ ລຸງແປງເອງ ກະຄືວ່າ ບໍ່ມີນ່າ.”     

ປະ​ຊາຊົນອີກທ່ານນຶ່ງ ກໍໃຫ້ສັມພາດວ່າ ບໍ່ມີຄວາມເຊື້ອໝັ້ນ ໃນການຕິບັດກົດໝາຍຢູ່ລາວ ເຊັ່ນກັນ.

ປະ​ຊາຊົນອີກທ່ານນຶ່ງ: ກົດໝາຍນີ້ ເວົ້າຫຼາຍ ກະບໍ່ຢາກເວົ້າອີກແຫຼ ມັນພໍພຽງແຕ່ວ່າ ເປັນຊື່ໆ ນີ້ ຄັນເວົ້າມາ ມັນຫຼາຍບັນຫາ ສ່ວນຫຼາຍນີ້ ກົດໝາຍ ນີ້ ມັນ ບົ່ງໄວ້ແຈ້ງ ເຣື່ອງວຽກງານຕ່າງໆ ເພາະວ່າ ເຣື່ອງການຕິບັດນີ້ ມັນກະແລ້ວແຕ່ຜູ້ທີ່ຈະຮັບຜິດຊອບ.

ເວົ້າ​ຫຼາຍ ກະບໍ່ຢາກເວົ້າ ມັນຖືກໂຕເອງ. ໂຕຢ່າງວ່າ ເຣື່ອງຮ້ານນີ້ ມາປຸກໃສ່ດິນສງວນຂອງຣັຖ ແຕ່ເຂົາກະເມີນເສີຍ.

ຜົ​ສຸດທ້າຍມານີ້ ເຂົາກະບໍ່ຕິບັດ ລະກະເສີຍໄປ ຫັ້ນນ່າ ແຕ່ວ່າ ສ່ວນຫຼາຍແລ້ວ ມັນເຫັນແກ່ສິດຜົໂຍດສ່ວນຕົວຫຼາຍກວ່າ ແລະ ພັກພວກ ຕົວຢ່າງ ພະຍາດຣະບາດ ການສໍ້ຣາສບັງຫຼວງນີ້ແຫຼະ ມັນບໍ່ສິ້ນສຸດຈັກເທື່ອກະຍ້ອນຫຍັງ ກະຍ້ອນການຕິບັດກົດໝາຍ ມັນບໍ່ເຂັ້ມງວດ ບໍ່ແຂງແຮງ ບໍ່ເຄັ່ງຄັດຫັ້ນນ່າ ເຮັດແຕ່ຜູ້ເຮັດ ຜູ້ບໍ່ເຮັດ ກະບໍ່ເຮັດ ອັນນີ້ແຫຼະ ກະບໍ່ຢາກເວົ້າຫຼາຍ. ກະມີຢູ່ ບາງມາຣາທໍ່ນັ້ນ ທໍ່ນີ້ ແຕ່ແລ້ວ ຜູ້ທີ່ມັນມີໜ້າທີ່ຮັບຜິດຊອບ ມັສວຍໃຊ້ໜ້າທີ່ຕຳແໜ່ງ ມັນລະເມີດກົດໝາຍ ແຕ່ວ່າ ເຣື່ອງນີ້ ເປັນຫຍັງມັນຈຶ່ງເປັນແນວນີ້ ຍ້ອນວ່າ ທຸກມື້ນີ້ ການເຮັດວຽກ ມັນບໍ່ ມີການຕິດຕາມ ຕັ້ງໄປລະກະແລ້ວກັນແລ້ວແຕ່ຜູ້ທີ່ມີໜ້າທີ່ຮັບຜິດຊອບ ຈະປຕິບັດ ຫຼື ບໍ່ຕິບັດ ກໍແລ້ວແຕ່ ມັນເປັນແນວນັ້ນ ອັນເຣື່ອງກົດໝາຍທຸກມື້ນີ້ຢູ່ລາວ ມັນຈຶ່ງເຮັດໃຫ້ປະຊາຊົນບໍ່ຢາກເຊື່ອໝັ້ນ ປານໃດເຣື່ອງນີ້ ແຕ່ເຂົາບໍ່ກ້າເວົ້າ ຄັນເວົ້າແລ້ວ ເຂົາກະຢ້ານຄືກັນ.

ເຣື່ອງ​ກົດໝາຍນີ້ ເວົ້າຫຼາຍກະບໍ່ຢາກເວົ້າ ຖືກໂຕເອງນີ້ນ່າ ເວົ້າເພິ່ນກະເວົ້າຫັ້ນແຫຼ ຄືປີກາຍນີ້ ເພິ່ນກະເວົ້າເດ້ ຊິປົກຄອງບ້ານເມືອງດ້ວຍກົດໝາຍ ຈັດຕັ້ງສານປົກຄອງ ລະໃຫ້ປະຊາຊົນນີ້ ລະແມ່ນ ໃຊ້ສິດປະຊາທິປະໄຕ ບໍ່ໃຫ້ຢ້ານ ບໍ່ໃຫ້ກົວ.     

ໃນ​ວັນທີ 5 ເມສາ 2022 ທີ່ຜ່ານມາ, ໜັງສືພິມລາວພັນາ ໄດ້ຣາຍງານ ໂດຍ ອ້າງຄຳເວົ້າຂອງ ຍານາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ ຕອນນຶ່ງ ວ່າ: ຕ້ອງມີມາການເຂັ້ມງວດ ແລະ ເດັດຂາດຕໍ່ການລະເມີດກົດໝາຍ, ການສວຍໃຊ້ ໜ້າທີ່ຕຳແໜ່ງ ແລະ ຄວາຜັຜິດຊອບ ກົໜ່ວງຖ່ວງດຶງ ການດຳເນີນຄະດີ ໃຫ້ຊັກຊ້າ, ສວຍໃຊ້ຊ່ອງວ່າງຂອງກົດໝາຍ, ເຊື່ອງຂໍ້ມູນຫຼັກຖານ ຊອກຫາຜົໂຍດທີ່ບໍ່ຊອບທັມ, ບໍ່ມີຄວາມໂປ່ງໃສໃນການຕິບັດໜ້າທີ່.  

ເຈົ້າ​ໜ້າທີ່ອົງການພາກປະຊາສັງຄົມ ຍັງກ່າວ​​ຕື່ມອີກວ່າ: ໂດຍລວມລະການຕິບັດກົດໝາຍ ຢູ່ບ້ານເຮົາກະຍັງອ່ອນແອຢູ່ ຈະສັງເກດເຫັນວ່າ ປະເທດໃດເມື່ອເຮົາເຫັນວ່າ ຍັງມີການສໍ້ຣາສບັຫຼວງຫຼາຍຢູ່ ນັ້ນສະແດງວ່າ ການປະຕິບັດກົດ ໝາຍບໍ່ເຄັ່ງຄັດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.