ເຣື້ອງທີ່ເກັບບັນທຶກໄວ້
2023-11-30
ຄະນະກັມມະການ ຄຸ້ມຄອງ ອິນເຕີເນັດ ແຫ່ງຊາຕ ຈະເລັ່ງຕ້ານແລະສະກັດກັ້ນ ບັນຫາອາຊຍາກັມທາງໄຊເບີ້ ຫຼື Cybercrime ທີ່ຖືກເຜີຍແຜ່ ຜ່ານລະບົບໂທຣະຄົມມະນາຄົມ ແລະອິນເຕີເນັດ ເພື່ອປ້ອງກັນການນຳໃຊ້ ສື່ສັງຄົມອ໋ອນລາຍນ໌ ແລະການນຳໃຊ້ ອິນເຕີເນັດໃນລາວ ໄປໃນທາງທີ່ບໍ່ດີ.
2023-11-30
ປັດຈຸບັນ ຊາວນະຄອນຫຼວງວຽງຈັນ ຈໍານວນບໍ່ໜ້ອຍ ຍັງທຸກຍາກຢູ່ ເຖິງແມ່ນ ເຈົ້າຄອງນະຄອນຫຼວງວຽງຈັນ ປະກາດວ່າ 481 ບ້ານ ເປັນບ້ານທີ່ພົ້ນທຸກແລ້ວ ເຊິ່ງອີງຕາມຂໍ້ມູນ ທີ່ບໍ່ເປັນທາງການ ລະບຸວ່າ ມີຫຼາຍເມືອງ ໃນນະຄອນຫຼວງວຽງຈັນ ປະຊາຊົນຍັງທຸກຍາກຢູ່.
2023-11-28
ກອງບັນຊາການປ້ອງກັນ ຄວາມສງົບ ແຂວງບໍຣິຄຳໄຊ ໄດ້ຈັດພິທີປະກາດປ່ອຍໂຕ ນັກໂທດ ກ່ອນກຳນົດຈຳນວນ 15 ຄົນເຊິ່ງເປັນນັກໂທດ ທີ່ປະຕິບັດໂຕດີ, ມີການປັບປຸງ ແລະ ປ່ຽນແປງດ້ານແນວຄິດຈິດໃຈ ແລະ ມີເງື່ອນໄຂຄົບຖ້ວນຕາມລະບຽບ ຂອງຄ້າຍຄຸມຂັງ-ດັດສ້າງ.
2023-11-27
ອົງການສິ້ງຊອມ ດ້ານສິດທິມະນຸສ ຮຽກຮ້ອງໃຫ້ຣັຖບານອອສເຕຣເລັຽ ກົດດັນຣັຖບານລາວ ແກ້ໄຂບັນຫາດ້ານສິດທິມະນຸສ ໃນລາວ ໃນໂອກາດໂຕແທນ ຂອງສອງຣັຖບານ ພົບພໍ້ກັນແບບທະວິພາຄີ ກ່ຽວກັບວຽກງານດັ່ງກ່າວ.
2023-11-27
ກະຊວງການຕ່າງປະເທດ ເກົາຫລີໃຕ້ ໄດ້ປະກາດຍົກລະດັບການເຕືອນໄພ ການເດີນທາງເຂົ້າເຂດເສຖກິຈພິເສດ ສາມຫລ່ຽມຄໍາ ໃນລາວ ເປັນລະດັບ 3 ເນື່ອງຈາກວ່າ ມີການສໍ້ໂກງ ເຣື່ອງວຽກເຮັດງານທໍາ ທີ່ແນໃສ່ຊາວເກົາຫລີໃຕ້ຢູ່.
2023-11-22
ກົດໝາຍວ່າດ້ວຍເຂດເສຖກິຈພິເສດ ບໍ່ຜ່ານການຮັບຮອງ ຈາກກອງປະຊຸມສະພາ ສໄມສາມັນເທື່ອທີ 6 ຂອງສະພາແຫ່ງຊາຕ ຊຸດທີ 9 ຍ້ອນກົດໝາຍດັ່ງກ່າວ ເໜັ້ນໜັກສະເພາະການດຶງດູດ ນັກລົງທຶນແຕ່ບໍ່ລົງເລິກດ້ານການຄຸ້ມຄອງ, ການປົກຄອງ.
2023-11-22
ຄະນະບໍຣິການງານ ສູນກາງພັກ ຕຣຽມຄົ້ນຄວ້າ ການຈັດຕັ້ງພັກ-ຣັຖ ຂັ້ນສູນກາງ ແລະ ທ້ອງຖິ່ນໂດຍຈະ ນຳໃຊ້ການປົກຄອງ 3 ຂັ້ນຄື, ແຂວງ, ເມືອງ ແລະ ຕາແສງ ສ່ວນຂັ້ນບ້ານ ຈະຖືກປ່ຽນໄປເປັນການຈັດຕັ້ງ ຂອງຊຸມຊົນ ໂດຍມີການການເລືອກຕັ້ງ ຕາມກົດໝາຍທີ່ກ່ຽວຂ້ອງ.
2023-11-21
ກອງປະຊຸມ ສະພາແຫ່ງຊາຕ ສໄມສາມັນເທື່ອທີ 6 ຂອງສະພາແຫ່ງຊາຕ ຊຸດທີ 9 ໄດ້ປິດລົງຢ່າງເປັນທາງການ ໂດຍສມາຊິກຄະນະຣັຖບານ ແລະ ສມາຊິກສະພາແຫ່ງຊາຕ ເຂົ້າຮ່ວມເພື່ອປຶກສາຫາລື ແລະ ຊອກຫາວິທີແກ້ໄຂ ບັນຫາຂອງປະເທດຊາຕ ໂດຍສະເພາະບັນຫາ ເສຖກິຈ-ສັງຄົມ.
2023-11-21
ອົງການສິ້ງຊອມ ສິດທິມະນຸສ ຫລື Human Rights Watch ຈາກນະຄອນຊິດນີ ປະເທດອອສເຕຣເລັຽ ໄດ້ອອກຖແລງການໃຫ້ຣັຖບານອອສເຕຣເລັຽ ຕ້ອງກົດດັນ ຣັຖບານລາວ ໃຫ້ຍຸຕິ ການລະເມີດ ສິທທິມະນຸສ ໃນລາວ.
2023-11-20
ຊາວລາວໂລ່ງໃຈ ພາຍຫລັງທີ່ຮູ້ວ່າ ຣັຖບານບໍ່ໄດ້ໃຫ້ນັກທຸຣະກິຈຈີນ ສັມປະທານ ໂຮງຮຽນມັທຍົມສົມບູນ ປະຊາທິປະໄຕ ຢູ່ນະຄອນຫລວງພຣະບາງ ດັ່ງທີ່ເປັນຂ່າວ ໃນເຟສບຸກຄ໌ ຂອງ Joseph Akaravong.
2023-11-20
ຣັຖມົນຕຣີຊ່ອຍວ່າການ ກະຊວງປ້ອງກັນປະເທດຣັສເຊັຽ ໄດ້ກ່າວໃນກອງປະຊຸມ ຣັຖມົນຕຣີ ປ້ອງກັນປະເທດ ລະຫວ່າງປະເທດ ຄູ່ເຈຣະຈາ ອາຊ້ຽນຄັ້ງທີ 10 ຢູ່ກຸງຈາກາຣ໌ຕາ ວ່າ ຣັສເຊັຽ ພ້ອມທີ່ຈະພັທນາຄວາມນຮ່ວມມື ທາງທະຫານ ແລະເຕັກນິກທາງທະຫານ ຮ່ວມກັບປະເທດລາວ.
2023-11-17
ສະມາຊິກສະພາແຫ່ງຊາຕ ເຂດເລືອກຕັ້ງທີ 16 ແຂວງເຊກອງ ໄດ້ປະກອບຄຳເຫັນ ຢູ່ໃນກອງປະຊຸມສໄມສາມັນເທື່ອທີ 6 ຂອງສະພາແຫ່ງຊາຕຊຸດທີ 9 ຕອນນຶ່ງ ກ່ຽວກັບການບໍ່ຕື່ນໂຕ ຈັດຕັ້ງປະຕິບັດກົດໝາຍ ເປັນຕົ້ນ ການນຳພັກ-ຣັຖ ຂັ້ນຕ່າງໆ ບໍ່ຍອມແຈ້ງບັນຊີຊັບສິນ ຕາມລະບຽບກົດໝາຍ.
2023-11-17
ປະທານສະພາແຫ່ງຊາຕ ໄດ້ກ່າວຮຽກຮ້ອງໃຫ້ ມີການລົງໂທດຢ່າງເດັດຂາດ ຕໍ່ພະນັກງານຣັຖກອນທີ່ສໍ້ຣາສ ບັງຫຼວງ ຫາກມີການກວດພົບ ຜູ້ທີ່ສໍ້ຣາສ ບັງຫຼວງທີ່ເປັນຕົ້ນເຫດ ເຮັດໃຫ້ຣັຖຕ້ອງສູນເສັຍງົບປະມານ ຈຳນວນຫຼາຍ.
2023-11-14
ທະຫານ ຂອງກອງທັບລາວ ຈໍານວນ 104 ນາຍໄດ້ເດີນທາງເຂົ້າຮ່ວມ ຊ້ອມຣົບ ຫຼາຍຝ່າຍ ພາຍໃຕ້ຫົວຂໍ້ “ສັນຕິພາບ ມິຕພາບ 2023” ທີ່ແຂວງກວາງຕຸ້ງ ປະເທດຈີນ ຮ່ວມກັບກອງທັບຈີນ ແລະ ອີກ 4 ປະເທດຄື ວຽດນາມ, ກັມພູຊາ, ໄທຍ ແລະ ມາເລເຊັຽ.
2023-11-13
ອົງການກວດກາແຫ່ງຣັຖ ສເນີໃຫ້ຣັຖບານ ຄວບຄຸມການລົງທຶນ ຂອງຣັຖ ຢ່າງເຂັ້ມງວດ ເພື່ອຫລີກລ້ຽງການຮົ່ວໄຫລ ແລະການສໍ້ຣາສບັງຫລວງ.