ອົງການສິ້ງຊອມສິດທິມະນຸສ ຮຽກຮ້ອງ ຣັຖບານລາວ ເຄົາຣົບສິດທິມະນຸສ

ອຸ່ນແກ້ວ
2023.11.21
ອົງການສິ້ງຊອມສິດທິມະນຸສ ຮຽກຮ້ອງ ຣັຖບານລາວ ເຄົາຣົບສິດທິມະນຸສ ສຳນັກງານ ນາຍົກຣັຖມົນຕຣີ, ໃນນະຄອນຫຼວງວຽງຈັນ (TS), ເດືອນສິງຫາ ປີ 2023.
RFA

ອົງການສິ້ງຊອມ ສິດທິມະນຸສ ຫລື Human Rights Watch ຈາກນະຄອນຊິດນີ ປະເທດອອສເຕຣເລັຽ ໄດ້ອອກຖແລງການ ວ່າຣັຖບານ ຕ້ອງຊຸກຍູ້ກົດດັນ ຣັຖບານລາວ ໃຫ້ຍຸຕິ ລະບົບການລະເມີດ ສິດທິມະນຸສ ເມື່ອທັງສອງຝ່າຍ ຈັດການເຈຣະຈາ ທະວິພາຄີ (Australia-Laos) ຄັ້ງທີ 8 ຊຶ່ງຈັດຂຶ້ນ ໃນມື້ວັນທີ 23 ພຶສຈິກາ 2023 ຢູ່ນະຄອນຫລວງ ແຄນເບີຣາ (Canberra) ປະເທດ ອອສເຕຣເລັຽ.

ຍານາງ Daniela Gavshon, ຜູ້ອຳນວຍການ ອົງການສິ້ງຊອມສິດທິມະນຸສ ອອສເຕຣເລັຽ ປະຈຳ ນະຄອນຊິດນີ ເວົ້າວ່າ:

ເຈົ້າໜ້າທີ່ ອອສເຕຣເລັຽ ຄວນຕ້ອງ ປະກາດເປີດເຜີຍຢ່າງແຈ່ມແຈ້ງ ຕໍ່ສາທາຣະນະຊົນ ຮຽກຮ້ອງ ໃຫ້ ຣັຖບານລາວ ນັບຖື ອະນຸຍາດໃຫ້ມີ ເສຣີພາບໃນການສແດງອອກ ແລະ ການຈັດຕັ້ງກຸ່ມກ້ອນ ສະມາຄົມ, ແລະ ໃຫ້ຍຸຕິ ການກະທຳທີ່ໂຫດຮ້າຍ ໄຮ້ມະນຸສທັມ ໃນການ ບັງຄັບໃຫ້ຫາຍສາບສູນ ບັນດາ ບຸກຄົນທີ່ ອອກຄວາມຄຶດ ຄວາມເຫັນ ບໍ່ເຫັນພ້ອມ ຫລື ຕິຕຽນ ຣັຖບານລາວ.”

ຍານາງ Gavshon ກ່າວຕໍ່ໄປວ່າ:

“ອອສເຕຣເລັຽ ຕ້ອງເນັ້ນໜັກໃຫ້ຮູ້ວ່າ ຄວາມລົ້ມເຫລວ ຂອງຣັຖບານລາວ ທີ່ບໍ່ສາມາດແກ້ໄຂ ເຮັດໃຫ້ບັນຫາສິດທິມະນຸສ ໃນລາວ ມີຄວາມຄືບໜ້າ ຈະມີຜົລກະທົບ ໃນທາງກົງກັນຂ້າມ ຕໍ່ຄວາມສັມພັນສອງຝ່າຍ ລາວ-ອອສເຕຣເລັຽ.”

ໃນຖແລງການ ທີ່ອົງການສິ້ງຊອມສິດທິມະນຸສ (Human Rights Watch) ໄດ້ສເນີ ຕໍ່ກະຊວງການຕ່າງປະເທດ ແລະ ການຄ້າ ອອສເຕຣເລັຽ ຫລື Australia’s Department of Foreign Affairs and Trade ຍັງໄດ້ມີ ຈຸດເດັ່ນ ຫລາຍແນວກ່ຽວກັບ ການບັງຄັບໃຫ້ຫາຍສາບສູນ ແລະ ການລັກພາໂຕ ໃນລາວ ທີ່ທາງການລາວ ບໍ່ສາມາດ ແກ້ໄຂໄດ້ ແລະບັນຫານີ້ ຮວມທັງ ກໍຣະນີ ດຣ. ສົມບັດ ສົມພອນ, ນັກເຄື່ອນໄຫວດ້ານສັງຄົມ ທີ່ໂດດເດັ່ນ ຊຶ່ງທີ່ໄດ້ຖືກບັງຄັບ ໃຫ້ຫາຍສາບສູນ ໄປຈາກ ປ້ອມຍາມ ຂອງເຈົ້າໜ້າທີ່ຕຳຣວດ ໃນນະຄອນຫລວງວຽງຈັນ ແຕ່ເມື່ອປີ 2012.

ຣັຖບານລາວ ໄດ້ພະຍາຍາມສືບຕໍ່ ບໍ່ສົນໃຈ ບໍ່ຫົວຊາ ກັບຄວາມຮັບຜິດຊອບ ຕໍ່ກົດໝາຍສາກົລ ໃນການສືບສວນ ໃຫ້ລະອຽດ ກ່ຽວກັບການຫາຍໄປ ຂອງ ດຣ. ສົມບັດ ທັງບໍ່ໄດ້ ຈັບກຸມດຳເນີນຄະດີ ຜູ້ຮັບຜິດຊອບ ກ່ຽວກັບການຫາຍໄປ, ແລະ ໃນເວລາດຽວກັນ ກໍບໍ່ໄດ້ໃຫ້ການຊົດໃຊ້ ຕໍ່ຄອບຄົວ ດຣ. ສົມບັດ ຫຍັງເລີຍ.

ອົງການສິ້ງຊອມ ດ້ານສິດທິມະນຸສ ຍັງອ້າງເຖິງ ທ່ານ ອອດ ໄຊຍະວົງ ຜູ້ຕໍ່ຕ້ານເພື່ອສິດທິມະນຸສ ແລະ ຍັງເປັນສະມາຊິກ ອົງການ ລາວເສຣີ ຫລື The Free Lao Group, ທີ່ໄດ້ຫາຍໄປແຕ່ເມື່ອເດືອນ ສິງຫາ 2019, ພ້ອມກັບ ສະມາຊິກອີກຜູ້ນຶ່ງ ທ່ານ ເພັດພູທອນ ພີລາຈັນ ທີ່ໄດ້ຫາຍໄປເຊັ່ນດຽວກັນ ສາມເດືອນຕໍ່ມາ.

ນອກຈາກນັ້ນ ອົງການສິ້ງຊອມສິດທິມະນຸສ ຍັງໄດ້ເປີດເຜີຍ ກ່ຽວກັບນັກເຄື່ອນໄຫວ ລາວອີກຫລາຍກໍຣະນີ ທີ່ໄດ້ຖືກທາງການບັງຄັບ ໃຫ້ຫາຍສາບສູນ ຫລື ຖືກຂ້າສັງຫານ ເມື່ອບໍ່ຫລາຍປີຜ່ານມາ. ທໍ່ນີ້ຍັງບໍ່ໝົດ Human Rights Watch ຍັງ ເປີດເຜີຍ ການຫາຍສາບສູນ ຂອງ ຄົນເຊື້ອຊາຕໄທຍ ທີ່ອາໄສຢູ່ໃນລາວ ແລະເຄີຍໄດ້ວິຈານ ສະຖາບັນກະສັດໄທຍ ດັ່ງ ທ່ານ ອິທທິພົນ ສຸຂປ່ຽນ, ວຸທທິພົງ ກະຈາທະມາກຸນ ແລະ ສຸຣະໄຊ ດ່ານວັທນານຸສອນ.

ອົງການ Human Rights Watch ສະແດງຄວາມ ກັງວົນຮຸນແຮງ ກ່ຽວກັບ ຂະບວນການປາບປາມ ນັກເຂື່ອນໄຫວ ດ້ານສິດທິມະນຸສ ຂ້າມຊາດ ຂອງທາງການ ລາວ ແລະ ໄທຍ.

ຣັຖບານ ອອສເຕຣເລັຽ ຕ້ອງກົດດັນ ຣັຖບານລາວ:

  1. ໃຫ້ເປີດເຜີຍ ວ່າ ບັນດາຜູ້ທີ່ຖືກ ບັງຄັບໃຫ້ ຫາຍສາບສູນນັ້ນ ຢູ່ໃສ,
  2. ໃຫ້ ຣັຖບານລາວ ໃຫ້ສັດຕະຍາບັນ ຕາມອະນຸສັນຍາ ລະຫວ່າງປະເທດ ເພື່ອປົກປ້ອງຄຸ້ມຄອງ ທຸກຄົນ ຈາກການຖືກ ບັງຄັບ ໃຫ້ຫາຍສາບສູນ ແລະ ໃຫ້ອອກກົດໝາຍ ຫລື ນະໂຍບາຍທີ່ຖືກຕ້ອງ ແລະ ນຳໄປປະຕິບັດ ໃຫ້ສອດຄ່ອງກັບ ຣັຖບານໄທຍ ກ່ຽວກັບ ການປາບປາມ ນັກເຂື່ອນໄຫວ ດ້ານສິດທິມະນຸສ.

ອອສເຕຣເລັຽ ຕ້ອງຮຽກຮ້ອງຢ່າງແຈ່ມແຈ້ງ ໃຫ້ ຣັຖບານລາວ ຍຸຕິ/ເລີກ ການບໍ່ຫົວຊາ ກັບການ ບໍ່ເອົາໂທດເອົາໂພຍ ກັບຜູ້ກະທຳຄວາມຜິດ ກ່ຽວກັບເຣື່ອງ ການບັງຄັບໃຫ້ຫາຍສາບສູນ ນີ້.

ຍານາງ Gavshon ກ່າວສລຸບວ່າ:

ລາວ ຕ້ອງ ຄົ້ນຫາ ບັນດາພວກທີ່ ສູນຫາຍໄປ ໃຫ້ພົບ, ແລະ ສືບສວນໃຫ້ຄົບຖ້ວນ ທັງຍັງຕ້ອງ ລົງໂທດ ຜູ້ທີ່ ຮັບຜິດຊອບ ໃນການກະທຳຄວາມຜິດ ລ່ວງລະເມີດ ໃນການ ໃຊ້ການບັງຄັບ ໃຫ້ຫາຍສາບສູນ ຢ່າງເປັນລະບົບນີ້ ເພື່ອຈະໃຫ້ລາວ ເປັນທີ່ ໜ້ານັບຖື ໃນພູມີພາກນີ້.”

ທົສວັດນຶ່ງຜ່ານໄປ ການສືບສວນຂອງ ຣັຖບານລາວ ກ່ຽວກັບ ການບັງຄັບ ໃຫ້ຫາຍສາບສູນ ຍັງບໍ່ມີຄວາມຄືບໜ້າ, ສະພາບ ສິດທິມະນຸສ ທີ່ ອອສເຕຣເລັຽ ເປັນຜູ້ນຳພາຍັງບໍ່ໄປບໍ່ມາ. ຣັຖບານ ອອສເຕຣເລັຽ ທີ່ເປັນຜູ້ຮັບຜິດຊອບ ເບິ່ງແຍງຄວບຄຸມ ສນັບສນູນຄວາມຄືບໜ້າ ໃນການນັບຖື ປະຕິບັດ ສິດທິມະນຸສ ໂດຍໃຫ້ທາງການລາວ ຍຸຕິ ການກະທຳທີ່ໂຫດຮ້າຍໄຮ້ມະນຸສທັມ ໃນການ ບັງຄັບໃຫ້ຫາຍສາບສູນ, ແລ້ວ ທາງການລາວ ຕ້ອງການເວລາ ອີກເຫິງນານປານໃດ ຈຶ່ງຈະມີຄຳຕອບ ໃຫ້ແກ່ ອອສເຕຣເລັຽ ແລະ ຊາວໂລກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.