ສະພາແຫ່ງຊາຕ ຮຽກຮ້ອງໃຫ້ລົງໂທດ ເດັດຂາດ ຕໍ່ຜູ້ສໍ້ຣາສບັງຫຼວງ
2023.11.17
ກອງະຊຸມສະພາແຫ່ງຊາຕ ສໄມສາມັນເທື່ອທີ 6 ຂອງສະພາແຫ່ງຊາຕຊຸດທີ 9 ເມື່ອວັນທີ 08 ພຶສຈິກາ 2023 ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາຕ ໄດ້ກ່າວຮຽກຮ້ອງໃຫ້ ມີການລົງໂທດຢ່າງເດັດຂາດ ຕໍ່ພະນັກງານຣັຖກອນທີ່ສໍ້ຣາສ ບັງຫຼວງ ພາຍຫຼັງກວດພົບເຫັນ ຜູ້ທີ່ສໍ້ຣາສ ບັງຫຼວງອັນເປັນສາເຫດ ທີ່ເຮັດໃຫ້ງົບປະມານຣັຖ ເສັຍຫາຍ ຈຳນວນຫຼາຍ.
ດັ່ງທ່ານໄດ້ກ່າວ ຕອນນຶ່ງວ່າ:
“ຖ້າກະທຳຜິດໄດ້ມີຄວາມຮ້າຍແຮງ ກໍໃຫ້ເກີດຄວາມເສັຍຫາຍມູນຄ່າສູງ ຕ້ອງດຳເນີນຄະດີຕາມລະບຽບກົດໝາຍ ສະນັ້ນຂ້າພະເຈົ້າຢາກໃຫ້ພວກເຮົາໝົດທຸກຄົນ ແຕ່ລະຂັ້ນເຮັດແທ້ທຳຈິງ ຫຼາຍຂຶ້ນ ທັງນັ້ນກໍເພື່ອສາມາດນຳເງິນ ນຳຄຳ ຊັບສິນຂອງຣັຖນີ້ ກັບຄືນມາເຂົ້າງົບປະມານ ຂອງຣັຖ ນຳເອົາຜູ້ກະທຳຜິດມາລົງໂທດ ເພື່ອບໍ່ໃຫ້ເປັນແບບຢ່າງທີາບໍ່ດີ.”
ສະມາຊິສະພາແຫ່ງຊາຕ ອີກຈໍານວນຫຼາຍຄົນ ຢາກໃຫ້ມີການລົງໂທດ ພະນັກງານ-ຣັຖກອນ ທີ່ສໍ້ຣາສບັງຫຼວງ ຢ່າງເດັດຂາດ ແລະປະຕິບັດການແກ້ໄຂ ໃຫ້ເປັນໄປຕາມກົດໝາຍ ຢ່າງເຂັ້ມງວດ ບໍ່ແມ່ນແກ້ໄຂແຕ່ສະເພາະຢູ່ພາຍໃນ ຂອງແຕ່ລະຂແນງການ.
ດັ່ງ ທ່ານ ສົມຈິດ ທັບລາກອນ ສະມາຊິກສະພາແຫ່ງຊາຕ ປະຈຳເຂດເລືອກຕັ້ງທີ 2 ແຂວງຜົ້ງສາລີ ກ່າວວ່າ:
“ເພື່ອຢາກໃຫ້ສັກສິດ ເພື່ອຢາກໃຫ້ແກ້ພວກເຮົາ ຕ້ອງເດັດຂາດ. ແກ້ໄປຕາມກົດໝາຍ ຫຼີກລ້ຽງການແກ້ທາງບໍຣິຫານ ແກ້ທາງບໍຣິຫານແລ້ວ ມັນຈະເປັນແບບນີ້ແຫຼະ ມັນຈະເກີດມາອີກ. ອັນນີ້ຢາກໃຫ້ເຂັ້ມງວດແທ້ໆ ຫັນໄປຕາມກົດໝາຍ ແລ້ວເຮົາຊິປະລອຍນວນຄືທຸກມື້ນີ້ ຂ້າພະເຈົ້າຄິດວ່າ ພວກເຮົາເຮັດແນວນີ້ແຫຼະ ປີໜ້າກາຊິໄດ້ຮັບການຣາຍງານ ອີກສະພາພວກເຮົາແກ້ບໍ່ຕົກ.”
ຊາວລາວທ່ານນຶ່ງ ທີ່ຕິດຕາມຂ່າວການແກ້ໄຂບັນຫາ ການສໍ້ຣາສບັງຫຼວງ ມາຢ່າງດົນນານ ເຫັນວ່າການແກ້ໄຂບັນຫາດັ່ງກ່າວ ຍັງບໍ່ທັນເຂັ້ມງວດ ແລະ ສົງໄສວ່າ ພາກສ່ວນທີ່ກ່ຽວຂ້ອງ ໄດ້ມີການແກ້ໄຂຢ່າງຈິງຈັງ ແທ້ ຫຼື ບໍ່ ເນື່ອງຈາກບໍ່ມີການເປີດເຜີຍ ຣາຍລະອຽດຢ່າງຄັກແນ່ ໃຫ້ແກ່ສັງຄົມໄດ້ຮັບຮູ້ ແລະມີແຕ່ເວົ້າວ່າ ມີການກວດພົບ ແລະ ແກ້ໄຂເທົ່ານັ້ນ.
ດັ່ງທ່ານກ່າວວ່າ:
“ໄດ້ຍິນຢູ່ແຕ່ວ່າຜູ້ທີ່ວ່າເພິ່ນຈັບນີ້ ບໍ່ຮູ້ໃດມັນເປັນຄວາມລັບ ຂອງເພິ່ນຕິແຕ່ວ່າ ເຄີຍໄດ້ຍິນຢູ່ແຕ່ວ່າ ບໍ່ຄ່ອຍດັງນ່າຢູ່ລາວເຮົາ ເກັບໄວ້ນ່າໂອບໍ່ໄດ້ດອກຄັນເວົ້າໄປນີ້ມັນໝົດເລີຍ ຄະນະເຂົາ.”
ສ່ວນຊາວລາວອີກທ່ານນຶ່ງ ກ່າວວ່າ ໃນເຂດແຂວງຂອງທ່ານມີຂ່າວ ກ່ຽວກັບການສໍ້ຣາສບັງຫຼວງ ຢູ່ເລື້ອຍໆ ຍົກໂຕຢ່າງໃນຂແນງການໂຍທາທິການ ແລະຂົນສົ່ງ ຫຼືການສ້ອມແປງເສັ້ນທາງຕ່າງໆ ທີ່ມີການໃຊ້ງົບປະມານ ແບບສິ້ນເປືອງ ແລະເຈົ້າໜ້າທີ່ບາງຄົນ ສວຍໂອກາດເອົາເງິນຂອງຣັຖ ເຂົ້າຖົງໂຕເອງ ຈຶ່ງຢາກໃຫ້ມີການກວດກາ ຢ່າງເຂັ້ມງວດ.
ດັ່ງທ່ານກ່າວວ່າ:
“ກໍຄືໄດ້ຍິນເຂົາລັກແມັດນຶ່ງເທົ່າໃດ ເຂົາຄິດໄລ່ເສັ້ນທາງຢາງນີ້ງົບປະມານ ລົງມາແລ້ວເຂົາພຽງແຕ່ເອົາຂີ້ດິນມາຖົມ ຮົດນໍ້າເທົ່ານັ້ນ ແລ້ວມັນແຕກອີກ ເຂົາເອົາລົງມາອີກ ງົບປະມານນ່າ. ຂ້າພະເຈົ້າວ່າ ອັນນີ້ແຫຼະຂັ້ນລຸ່ມ ມີຄະດີຍົວະໃຫ້ຕົວະກິນ ເງິນຂອງຂັ້ນເທີງ ຂັ້ນເທີງເພິ່ນບໍ່ໄດ້ລົງມາກວດກາ ວ່າມັນໄດ້ມາຕຖານບໍ່.”
ນັກກົດໝາຍລາວທ່ານນຶ່ງ ກ່າວວ່າການລົງໂທດເຈົ້າໜ້າທີ່ ທີ່ສໍ້ຣາສບັງຫຼວງໃນລາວ ຍັງຕ້ອງປັບປຸງທາງດ້ານປະຕິບັດໂຕຈິງ ເຊິ່ງໃນໄລຍະຜ່ານມາ ຍັງເຫັນວ່າຍັງບໍ່ຮັດກຸມ ພໍສົມຄວນ ແລະມີການລະເວັ້ນການກວດກາ ເຈົ້າໜ້ານີ້ໃນບາງພາກສ່ວນ ອີກທັງການລົງໂທດ ຕໍ່ຜູ້ສໍ້ຣາສບັງຫຼວງ ບໍ່ທັນເປີດເຜີຍຂໍ້ມູນ ຂອງແຕ່ລະບຸກຄົນຢ່າງລະອຽດ.
ດັ່ງທ່ານກ່າວວ່າ:
“ໂຕນີ້ເພິ່ນຈະບໍ່ໄດ້ເປີດເຜີຍ ສ່ວນຫຼາຍເວົ້າເຣື່ອງບຸກຄະລາກອນເນາະ ຖ້າວ່າຮ້າຍແຮງແທ້ ເພິ່ນກາມີການຕັກເຕືອນ ຫຼືວ່າໂຍກຍ້າຍ ອິຫຍັງໄປກ່ອນຫັ້ນເນາະ.”
ໃນໂອກາດດັ່ງກ່າວນີ້ ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບ ແຫ່ງຣັຖໄດ້ຊີ້ແຈງຕໍ່ສະມາຊິກ ສະພາແຫ່ງຊາຕ ກ່ຽວກັບການປະຕິບັດວຽກງານ ການກວດສອບທີ່ບໍ່ທັນເຂັ້ມງວດ ແລະເດັດຂາດ ແທ້ໃນຕອນນຶ່ງວ່າ ສາເຫດເກີດຈາກເຈົ້າໜ້າທີ່ ພາກສ່ວນທີ່ກ່ຽວຂ້ອງ ທີ່ໄດ້ຮັບມອບໃຫ້ແກ້ໄຂຜົລຂອງການກວດສອບ ຍັງບໍ່ມີຄວາມຮູ້ ແລະຄວາມສາມາດ ພຽງພໍ ອີກທັງຄຸນທາດທາງການເມືອງ ກໍຍັງອ່ອນຢູ່.
ທ່ານກ່າວຕື່ມວ່າ ທາງອົງການກວດສອບແຫ່ງຣັຖ ມີແຜນຈະແກ້ໄຂ ແລະປັບປຸງ ຂໍ້ບົກຜ່ອງດັ່ງກ່າວ ໃຫ້ດີຂຶ້ນ ເປັນຕົ້ນເອົາໃຈໃສ່ ປະຕິບັດທາງດ້ານກົດໝາຍ ວ່າດ້ວຍການກວດສອບ ແຫ່ງຣັຖ, ຈະສນອງຂໍ້ມູນໃນການກວດສອບ ໃຫ້ພາກສ່ວນທີ່ກ່ຽວຂ້ອງ ຫຼືອົງກອນຄຸ້ມຄອງເປົ້າໝາຍ ຖືກກວດສອບ ເພື່ອເປັນຂໍ້ມູນພື້ນຖານ ໃນການວິເຄາະ, ວິໄຈ, ຄົ້ນຄ້ວາ ແລະ ສ້າງແຜນການປັບປຸງ ແກ້ໄຂຜົລ ຂອງການກວດສອບ.