481 ບ້ານ ໃນນະຄອນຫຼວງວຽງຈັນ ເປັນບ້ານພົ້ນຄວາມທຸກຍາກ
2023.11.30
ມາເຖິງປັດຈຸບັນ ມີຊາວນະຄອນຫລວງວຽງຈັນ ຈໍານວນບໍ່ໜ້ອຍ ຍັງທຸກຍາກຢູ່ ເຖິງແມ່ນທາງການ ປະກາດວ່າ 481 ບ້ານພົ້ນທຸກແລ້ວ.
ສໍາລັບເມືອງໄຊທານີ ຂໍ້ມູນທີ່ບໍ່ເປັນທາງການ ຈາກຫ້ອງການປົກຄອງເມືອງ ລະບຸວ່າ ສະເພາະເມືອງໄຊທານີ ຍັງມີຄອບຄົວບໍ່ພົ້ນທຸກ (ຍັງທຸກຍາກ) 500 ປາຍຄອບຄົວ ຊຶ່ງປະຊາຊົນໃນເມືອງນີ້ ເວົ້າວ່າ ຄອບຄົວທີ່ຍັງບໍ່ທັນພົ້ນທຸກນັ້ນ ສ່ວນຫລາຍ ແມ່ນຢູ່ບ້ານນອກ.
“ບ້ານນອກມັນກໍບໍ່ມີຫັ້ນແຫລະ ເວົ້າເຣື່ອງການເຂົ້າເຖິງເຣື່ອງນໍ້ປະປູນໍ້າປະປາ ມັກໍບໍ່ມີ ນໍ້າສ້າງນໍ້າຫຍັງມັນກໍມີຢູ່ ນໍ້າບາດອກບາດານ ເຂົາໃຊ້ຫັ້ນເດ໋ ເຂົາເຈົ້າປະເມີນມາຫັ້ນ ບາງອັນກໍວ່າບໍ່ເຂົ້າເຖິງລາວໂທລະຄົມມະຫຍັງຕ່າງໆ ສ່ວນຫລາຍສັນຍານມັນບໍ່ດີ ບາງທ້ອງຖິ່ນສອກຫລີກເນາະ. ຄົນທີ່ວ່າຫວ່າງງານມັນກໍມີ ແຕ່ມັນໜ້ອຍດອກ ມັນກໍເຮັດກັມກອນອິຫຍັງໄປ ເຮັດລາຍວັນໄປຫັ້ນແຫລະ ວຽກເຮັດມັນກໍບໍ່ໄດ້.”
ຢູ່ເມືອງຫາດຊາຍຟອງ ຂໍ້ມູນທີ່ບໍ່ເປັນທາງການ ຈາກຫ້ອງການປົກຄອງເມືອງນີ້ ລະບຸວ່າ ພາຍໃນເມືອງມີທັງໝົດ 60 ບ້ານ ໃນນັ້ນ ແຕ່ລະບ້ານມີ 1 ຫາ 4 ຄອບຄົວ ທີ່ຍັງບໍ່ພົ້ນທຸກ, ສາເຫດສໍາຄັນ ຍ້ອນວ່າ ເສັ້ນທາງຫລາຍສາຍ ຍັງບໍ່ສາມາດທ່ຽວໄດ້ 2 ຣະດູ, ຍັງເປັນທາງດິນແດງ ທີ່ເປ່ເພ.
ດັ່ງປະຊາຊົນຈາກເມືອງຫາດຊາຍຟອງ ເວົ້າໃນມື້ດຽວກັນນີ້ວ່າ:
“ທາງເສັ້ນໃຫຍ່ຄືຈັ່ງ ແຕ່ທາງທ່າເດື່ອ ເຂົ້າໄປຫາບ້ານສີຖານໃຕ້ ມາຫາຊາຍຟອງເໜືອ ແຕ່ບ້ານສາລາຄໍາໄປຫາບ້ານສະຫວ່າງ ສະຫວ່າງ ບ້ານຫ້ອມກໍຍັງ ເສັ້ນຫລັກນີ້ຄືເສັ້ນທາງບ້ານສີຖານໃຕ້ ທາງບ້ານສາລາຄໍາ ລັດໄປຫາບ້ານຫ້ອມຫັ້ນ ແລ້ວກໍທາງທ່າງາມ ມາຫາດອນດູ່ນີ້ ອອກໃສ່ຫລັກ 8 ນີ້ ກໍຍັງ ມັນເປັນທາງດິນແດງ ທາງຂຸມທາງຫຍັງຢູ່ ແລ້ວກໍທາງຖີ່ນຕົມ ອອກໜອງແປນ ຫາ 450 ປີ ຍັງເປັນທາງດິນແດງ ລໍາບາກ ເພາະວ່າ ເນື່ອງຈາກວ່າ ຣົຖບັນທຸກໜັກມັນແລ່ນຫລາຍ.”
ແລະປະຊາຊົນ ຈາກເມືອງປາກງື່ມ ກໍເວົ້າຕໍ່ວິທຍຸ ເອເຊັຽເສຣີ ວ່າ ຍາມເຈົ້າໜ້າທີ່ ລົງມາເກັບກໍາຂໍ້ມູນ ມີແບບຟອມຖາມ ກ່ຽວກັບມາຕຖານຄອບຄົວ ພົ້ນທຸກມາໃຫ້ ແລະໄດ້ລົມໃຫ້ຟັງວ່າ ພາຍໃນບ້ານ ໜອງດົງ ແລະບ້ານຝາງແດງ ຍັງມີຄອບຄົວ ບໍ່ພົ້ນທຸກເທື່ອ ຍ້ອນສະມາສິກໃນຄອບຄົວ ທີ່ຢູ່ໃນເກນອາຍຸ ບໍ່ໄດ້ຮັບການສຶກສາ, ປະຊາຊົນ ຍັງຫາກິນຕາມປ່າຕາມດົງ ບໍ່ມີອາຊີບ, ລາຍໄດ້ບໍ່ໝັ້ນຄົງ ແລະຍັງບໍ່ເຂົ້າເຖິງການບໍຣິການ ສາທາຣະນະ ຂັ້ນພື້ນຖານ.
ດັ່ງທີ່ທ່ານເວົ້າໃນມື້ວັນທີ 30 ພຶສຈິການີ້ວ່າ:
“ມາຕຖານຕ້ອງໄດ້ເຂົ້າເກນອາຍຸ ຄືສຶກສານີ້ມັນກໍໄດ້ ແຕ່ວ່າມັນກໍມີການປະລະ. ມາຕຖານສາທາ ຕ້ອງໄດ້ກິນດື່ມ, ຕ້ອງໄດ້ສັກຢາ ອັນນີ້ ນໍ້າດື່ມເຂດໃດ ບໍ່ໄດ້ກິນນໍ້າດື່ມ ນໍ້າຕຸກກໍລະດົມໃຫ້ກິນ ບໍ່ໃຫ້ກິນນໍ້າສ້າງ ນໍ້າຫຍັງ. ສ່ຽງ ຢ້ານຕິດສານອິຫຍັງຫັ້ນເດ້. ເອີ ໜອງດົງ, ຝັງແດງ ນີ້ເດ້ ມັນຫ່າງໄກສອກຫລີກ ເພິ່ນຫາກໍເຮັດທາງທຽວໄດ້ຕລອດປີ ແຕ່ກ່ອນມັນຍັງບໍ່ໄດ້ເດ້.”
ແຕ່ເຖິງແນວໃດກໍຕານ ອີງຕາມຄໍາຖແລງຂອງ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ ຕໍ່ສື່ມວນຊົນ ເມື່ອວັນທີ 27 ພຶສຈິກາ 2023 ວ່າ ມາຮອດປັດຈຸບັນ ນະຄອນຫລວງວຽງຈັນ ສາມາດປະເມີນມາຕຖານພົ້ນທຸກ ແລະມາຕຖານການພັທນາ ໄດ້ທັງໝົດ 481 ບ້ານ, ຈໍານວນ 153,738 ຄອບຄົວ.
ແລະຂໍ້ມູນທີ່ບໍ່ເປັນທາງການ ຈາກຫ້ອງການປົກຄອງເມືອງ ປາກງື່ມ ລະບຸວ່າ ສະເພາະເມືອງປາກງື່ມ ແມ່ນຍັງມີຄອບຄົວ ທີ່ມີເງື່ອນໄຂບໍ່ຄົບຖ້ວນ ຕາມມາຕຖານພົ້ນທຸກ 497 ຄອບຄົວ ຫລືເທົ່າກັບ 5.5% ຂອງຈໍານວນຄອບຄົວ ທີ່ມີທັງໝົດ 9,000 ປາຍຄອບຄົວ. ຖ້າທຽບໃສ່ຈໍານວນບ້ານ ພົ້ນທຸກ ຕາມມາຕຖານ 80% ຂອງບ້ານທັງໝົດນັ້ນ ກໍຖືວ່າ ພົ້ນທຸກ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງເມືອງ ປາກງື່ມ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 30 ພຶສຈິການີ້.
“ຄັນທຽບໃສ່ 80% ຂຶ້ນເມືອ ມາຕຖານເພິ່ນເວົ້າຫັ້ນກໍຖືວ່າ ພົ້ນທຸກແຕ່ວ່າຢູ່ພາຍໃນຄອບຄົວ ມັນມີຢູ່ 497 ຄອບຄົວນີ້ ຍັງ ພົ້ນທຸກມັນມີຈັກເທື່ອ ໃນບ້ານຫັ້ນ ມັນສິພົ້ນທຸກເພິ່ນວ່າ ມັນຊິລົບລ້າງໃຫ້ໝົດ. ເພິ່ນມີທຶນມີຫຍັງ ຂຶ້ນແຜນສົມທົບໃຫ້ໝູ່ບ້ານຫັ້ນ ໄດ້ເຂົ້າເຖິງສິນເຊື່ອບໍ່, ກິຈກັມລ້ຽງໝູລ້ຽງເປັດ, ລ້ຽງໄກ່, ປູກຜັກບໍ່ອິຫຍັງອື່ນ່ໆ.”
ອີງຕາມດໍາຣັດຂອງຣັຖບານ ວ່າດ້ວຍມາຕຖານພົ້ນທຸກ ແລະມາຕຖານພັທນາ ລົງວັນທີ 16 ພຶສຈິກາ 2017, ໝວດທີ 1 ມາດຕຣາ 3 ລະບຸວ່າ ການພົ້ນທຸກ ໝາຍເຖິງການບັນລຸປັດໄຈພື້ນຖານ ໃນການດໍາຣົງຊີວິດ ປະຈໍາວັນ ຄື ມີອາຫານການກິນ ທີ່ສາມາດຕອບສນອງ ພະລັງງານໄດ້ 2,100 ແຄລໍຣີ ຕໍ່ຄົນຕໍ່ມື້ ຂຶ້ນໄປ, ມີເຄື່ອງນຸ່ງຫົ່ມ, ມີທີ່ຢູ່ອາໄສຖາວອນ, ສາມາດໃຊ້ຈ່າຍ ປິ່ນປົວເວລາຈໍາເປັນ ແລະໃນການສຶກສາຂັ້ນພື້ນຖານ, ສາມາດເຂົ້າເຖິງຕາໜ່າງ ການບໍຣິການ ສາທາຣະນະຂັ້ນພື້ນຖານ.
ສໍາລັບມາຕຖານຄອບຄົວພົ້ນທຸກ ອີງຕາມດໍາຣັດ ຂອງຣັຖບານທີ່ວ່ານັ້ນ ໄດ້ລະບຸໄວ້ໃນໝວດທີ 2 ມາດຕຣາ 4 ວ່າ ຄອບຄົວພົ້ນທຸກ ແມ່ນຄອບຄົວທີ່ມີເງື່ອນ ໄຂ 6 ຢ່າງ ຄື:
- ມີທີ່ຢູ່ອາໄສແໜ້ນໜາ ປອດໄພ.
- ມີຊັບສິນ ແລະເຄື່ອງໃຊ້ຕ່າງໆ ທີ່ຈໍາເປັນ ສໍາລັບການດໍາລົງຊີວິດ ແລະ ທໍາມາຫາກິນ.
- ມີແຮງງານ ແລະມີອາຊີບ ຫລື ລາຍຮັບໝັ້ນຄົງ.
- ມີສະມາຊິກໃນຄອບຄົວ ໃນເກນອາຍຸ ໄດ້ຮັບການສຶກສາ ໃນລະດັບມັທຍົມຕົ້ນ.
- ຊົມໃຊ້ນໍ້າສະອາດ ແລະພະລັງງານໝັ້ນຄົງ ແລະ
- ເຂົ້າເຖິງການບໍຣິການ ສາທາຣະນະ ຂັ້ນພື້ນຖານ.