ທະນາຍຄວາມ ດ້ານສິດທິມະນຸສ ຊາວຈີນ ຖືກຈັບ ຢູ່ນະຄອນຫຼວງວຽງຈັນ
2023.07.31

ທ່ານ ລູ໋ ຊີ່ເຫວີຍ, ທະນາຍຄວາມ ດ້ານສິດທິມະນຸສ ຊາວຈີນ, ຖືກຈັບ ຢູ່ນະຄອນຫຼວງວຽງຈັນ ເມື່ອເວລາປະມານ 10 ໂມງເຊົ້າ ຂອງວັນທີ 28 ກໍຣະກະດາ ທີ່ຜ່ານມາ ໂດຍເຈົ້າໜ້າທີ່ຕຳຣວດລາວ 3 ຄົນ ໃນຂະນະທີ່ ກຳລັງຈະໄປຂຶ້ນຣົຖໄຟ ທີ່ສະຖານີທ່ານາແລ້ງ ເພື່ອຂ້າມໄປ ແຂວງໜອງຄາຍ ແລະ ມຸ້ງໜ້າຕໍ່ໄປຍັງ ນະຄອນຫຼວງ ບາງກອກ, ປະເທດໄທຍ, ຈາກນັ້ນ, ຈະຂຶ້ນຍົນເດີນທາງ ໄປຫາຄອບຄົວ ທີ່ສະຫະຣັຖ. ເຈົ້າໜ້າທີ່ ຕຳຣວດລາວ ບອກສາເຫດ ກ່ຽວກັບການຈັບໂຕ ຄັ້ງນີ້ວ່າ ຍ້ອນໜັງສືເດີນທາງ ມີຄວາມຜິດປົກກະຕິ, ອີງຕາມຣາຍງານ ຂອງສຳນັກຂ່າວ ເອພີ (AP) ເມື່ອວັນທີ່ 28 ກໍຣະກະດາ ຜ່ານມາ.
ກ່ຽວກັບເຣື່ອງນີ້, ວິທຍຸ ເອເຊັຽ ເສຣີ ໄດ້ໂທຣະສັບ ຫາ ເຈົ້າໜ້າທີ່ ກະຊວງປ້ອງກັນ ຄວາມສງົບ ແລະ ເຈົ້າໜ້າທີ່ ກະຊວງການຕ່າງປະເທດ ຂອງລາວ, ແຕ່ເຈົ້າໜ້າທີ່ ດັ່ງກ່າວ ເວົ້າວ່າ ພວກທ່ານ ຍັງບໍ່ທັນໄດ້ຮັບ ຣາຍງານເຣື່ອງນີ້ເທື່ອ.
ໃນຂະນະດຽວກັນ, ເຈົ້າໜ້າທີ່ ສະຖານທູຕຈີນ ປະຈໍາປະເທດລາວ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີີ່ 31 ກໍຣະກະດາ ນີ້ວ່າ ທາງສະຖານທູຕເອງ ກໍບໍ່ທັນຮູ້ຂ່າວເທື່ອ ແລະ ກໍບໍ່ທັນໄດ້ຮັບ ຣາຍງານ ຈາກພາກສ່ວນທີ່ກ່ຽວຂ້ອງ ຂອງທາງການລາວ ແຕ່ຢ່າງໃດ:
“ທະນາຍຄວາມຖືກຈັບຢູ່ລາວເຮົາ ບໍ່ທັນໄດ້ຮັບແຈ້ງເທື່ອມີແຕ່ເບິ່ງຂ່າວວ່າ ເຮົາໄດ້ຮັບແຈ້ງກ່ອນແລ້ວອາດຈະປະສານ ຫາພາກສ່ວນທີ່ກ່ຽວຂ້ອງ ແຕ່ວ່າປັດຈຸບັນເຮົາຍັງບໍ່ທັນໄດ້ຮັບຂ່າວເທື່ອ.”
ທາງດ້ານນັກກົດໝາຍ ໃນລາວກໍຍັງບໍ່ທັນຮູ້ຂ່າວນີ້ ຢ່່າງຄັກແນ່ເທື່ອວ່າ ຈຶ່ງບໍ່ສາມາດອອກຄໍາເຫັນໄດ້, ແຕ່ກໍໄດ້ໃຫ້ຂໍ້ມູນວ່າ ໃນກໍຣະນີທີ່ຄົນຈີນທີ່ຕົກເປັນເປົ້າໝາຍ ຂອງທາງການຈີນ ແລ້ວໄດ້ຫຼົບໜີເຂົ້າມາໃນລາວນັ້ນ ຄັນຖືກຈັບໄດ້ໃນລາວ ກໍອາດ ຖືກສົ່ງໂຕກັບໄປໃຫ້ທາງການຈີນ ຍ້ອນທາງການລາວ ແລະຈີນມີສົນທິສັນຍາ ໃນການສົ່ງຜູ້ຖືກກ່າວຫາຂ້າມແດນ ລະຫວ່າງ ລາວ-ຈີນ.
ດັ່ງນັກກົດໝາຍທ່ານໜຶ່ງກ່າວວ່າ:
“ໂຕນີ້ມັນຕ້ອງເບິ່ງ ສົນທິສັນຍາ ລະຫວ່າງປະເທດເບາະ ເຂົາມີສົນທິສັນຍາກັນແນວໃດມັ ນກາເວົ້າເຣື່ອງການພົວພັນ ທ່າງດ້ານການທູດຫັ້ນລະຫວ່າງສອງ ປະເທດຫັ້ນເຂົາມີການພົວພັນ ກັນດີບໍ່ຄືຍົກໂຕຢ່າງວ່າໜໍ່ຕຳເນາະ ຕຳຣວດລາວນີ້ຈັບໄດ້ສົ່ງຄືນໄປຈີນຫັ້ນ.”
ໃນຂະນະທີ່ ດຣ. ບຸນທອນ ຈັນທະລາວົງວີເຊີ ປະທານອົງການພັນທະມິຕ ເພື່ອປະຊາທິປະໄຕໃນລາວທີ່ມີສຳນັກງານ ຢູ່ປະເທດເຢັຍລະມັນ ກໍ່ຮຽກຮ້ອງໃຫ້ທາງການລາວ ມີການເປີດເຜີຍຂໍ້ມູນ ການຈັບກຸມນັ້ນແລະປ່ອຍໂຕທ່ານ ລູ໋ ຊີ່ເຫວີຍ ໃຫ້ເປັນອິສຣະ ຍ້ອນບໍ່ມີເຫດຜົລໃດ ທີ່ເຈົ້າໜ້າທີ່ຕຳຣວດລາວ ຈະເປັນຕ້ອງຈັບໂຕເຂົາ.
ດັ່ງຍານາງກ່າວຕໍ່ວິທຍຸຸ ເອເຊັຽ ເສຣີວ່າ:
“ທະນາຍຄວາມ ດ້ານສິດທິມະນຸສ ຢູ່ໃນຈີນຖືກຈັບຢູ່ໃນ ສປປ ລາວ ນີ້ ບໍ່ຄວນຈັບກຸມເພິ່ນປ່ອຍໃຫ້ເພິ່ນໄປຕາມຄວາມຫວັງ ຂອງເພິ່ນທາງການ ສປປ ລາວ ບໍ່ມີສ່ວນຮ່ວມຫຍັງໝົດ ໃນການປາບປາມນັກເຄື່ອນໄຫວຫຍັງ ບໍ່ຄວນໄປຈັບອ້າງເຫດຜົລຫຍັງ ການກະທຳແບບນີ້ ແມ່ນຜິດຕາມຫຼັກການ ຂອງສາກົລ.”
ສ່ວນນັກເຄື່ອນໄຫວ ດ້ານສິດທິມະນຸສ ແລະ ດ້ານປະຊາທິປະໄຕ ຈໍານວນໜຶ່ງກໍໃຫ້ການຕິດຕາມຂ່າວດັ່ງກ່າວ ພ້ອມທັງເຫັນວ່າທາງການລາວ ຄວນມີກນແຈ້ງຂໍ້ມູນ ຫຼື ເປີດເຜີຍຣາຍລະອຽດ ການຈັບໂຕທ່ານ ລູ໋ ຊີ່ເຫວີຍ ໃຫ້ແກ່ອົງກອນຫຼາຍປະເທດ ແລະ ທາງຄອບຄົວ ຂອງເຂົາເຈົ້າໄດ້ຮັບຊາບ ເນື່ອງຈາກເປັນກໍຣະນີທີ່ກ່ຽວກັບສິດທິມະນຸສ ທີ່ໜ້າເປັນຫ່ວງ.
ດັ່ງທ່ານ ມິນ ກັນປະພານ ເຈົ້າຂອງ ເພຈ Independent Travel ແລະ ນັກເຄື່ອນໄຫວປະຊາທິປະໄຕ ໃນລາວທີ່ລີິ້ໄພ ໄປຢູ່ປະເທດອອສເຕຣເລັຍ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນວ່າ:
“ຣັຖບານລາວ ຄວນເປີດເຜີຍທີ່ໄປທີ່ມາຣາຍລະອຽດ ຢ່າງຊັດເຈັນ ໃຫ້ສັງຄົມໄດ້ຮັບຮູ້ ໂດຍສະເພາະທາງຄອບຄົວເຂົາ ຫຼື ອົງກອນດ້ານຕ່າງໆ ທີ່ມີຄວາມເປັນຫ່ວງເຊິ່ງຜູ້ຖືກຈັບນີ້ ກໍເປັນທະນາຍຄວາມທີ່ເຂົ້າມາຜ່ານປະເທດລາວນັ້ນ ແລ້ວກໍຖືກຈັບກຸມ ສະນັ້ນຣັຖບານລາວນີ້ ຄວນທ່ີ່ຈະເປີດເຜີຍຂໍ້ມູນ ຢ່າງລະອຽດໂດຍສະເພາະ ກັບຄອບຄົວຂອງເຂົາ.”
ທ່ານໄດ້ກ່າວວ່າຄັນເຈົ້າໜ້າທີ່ ມີການສົ່ງໂຕທ່ານ ລູ໋ ຊີ່ເຫວີຍ ໃຫ້ແກ່ທາງການຈີນ ກໍຢ້ານວ່າຈະເກີດອັນຕະລາຍຕໍ່ເຂົາເຈົ້າ ແລະ ກໍອາດຖືກດຳເນີນຄະດີ ແລະ ຖືກສານຈີນ ຕັດສິນຈຳຄຸກເປັນເວລາຫຼາຍປີເນື່ອງຈາກກໍຣະນີຂອງທ່ານ ລູ໋ ຊີ່ເຫວີຍ ກໍເປັນທີ່ຕ້ອງການໂຕ ຂອງທາງການຈີນຢູ່ແລ້ວ ເພາະມີແນວຄິດເຫັນຕ່າງກັບຣັຖບານຈີນ.
ດັ່ງທ່ານກ່າວຕື່ມວ່າ:
“ການທີ່ຈະສົ່ງໄປຈີນນີ້ປະເທດຈີນທີ່ຜ່ານມາ ຕັ້ງແຕ່ໃດແລ້ວກໍມີການປາບປາມ ຄົນທີ່ມີຄວາມຄິດເຫັນຕ່າງຢ່າງ ເດັດຂາດແບບເບັດເສັດ ເດັດຂາດ ໃນການຄວບຄຸມປະຊາຊົນຫຼາຍພໍສົມຄວນ ແລ້ວກາຖືວ່າໜັກການທີ່ເຂົາຖືກສົ່ງໄປຈີນນີ້ ມັນກາຈຶ່ງເປັນເຣື່ອງທີ່ອັນຕະລາຍຫຼາຍ ສິ່ງທີ່ຈະເກີດຂຶ້ນ ແລະ ເປັນໄປໄດ້ທີ່ສຸດກາຄືວ່າ ອາດຈະຖືກຕັດອິສຣະພາບຖືກຈຳຄຸກ.”
ມີຣາຍງານຕື່ມວ່າ ໃນເວລາທີ່ ທ່ານ ລູ໋ ຊີ່ເຫວີຍ ຖືກເຈົ້າໜ້າທີ່ຕຳຣວດລາວ ຈັບໂຕໃນມື້ດັ່ງກ່າວນັ້ນ ລາວໄດ້ສົ່ງຂໍ້ຄວາມທາງໂທລະສັບມືຖື ໄປຫາພັນລະຍາ ຂອງທ່ານວ່າ ໄດ້ຖືກເຈົ້າໜ້າທີ່ຕຳຣວດ 3 ຄົນຈັບໂຕ ເຮັດໃຫ້ທາງຄອບຄົວ ຢ້ານວ່າລາວອາດຖືກສົ່ງໂຕ ໃຫ້ແກ່ທາງການຈີນ. ອີງຕາມການຣາຍງານຂອງ ຍານາງ ຈາງ ຊຸນສ້ຽວ ພັນລະຍາຂອງ ທ່ານ ລູ໋ ຊີ່ເຫວີຍ.
ໃນຂະນະທີ່ ທ່ານ ບອບຟູ ຜູ້ກໍຕັ້ງກຸ່ມ China Aid ອົງກອນດ້ານສິດທິມະນຸສທາງສາສໜາ ທີ່ຕັ້ງສຳນັກງານ ຢູ່ຣັຖເທັກຊັສ ສະຫະຣັຖອາເມຣິກາ ໄດ້ເປີດເຜີຍວ່າ ທ່ານໄດ້ຕິດຕໍ່ກັບຄອບຄົວ ຂອງທ່ານ ລູ໋ ຊີ່ເຫວິຍ ເມື່ີອປະມານ 2 ສັປດາກ່ອນເພື່ອຫາທາງຊ່ອຍເຫຼືອ ເຣື່ອງລົບໜີອອກຈາກປະເທດຈີນ ເຂົ້າມາປະເທດລາວ ເນື່ອງຈາກທ່ານ ລູ໋ ຊີ່ເຫວີຍ ຍັງມີວິຊ້າເຂົ້າປະເທດລາວ ແລະ ສະຫະຣັຖອາເມຣິກາໄດ້. ອີງຕາມການຣາຍງານ ຂອງວິທຍຸ ເອເຊັຽ ເສຣີ ໃນວັນທີ 29 ກໍຣະກະດາ 2023 ຜ່ານມາ.
ສໍາລັບທ່ານ ລູ໋ ຊີ່ເຫວີຍ ແມ່ນເຄີຍມີິປວັດຊ່ອຍເຫຼືອ ເຣື່ອງຄະດີຄວາມ ໃຫ້ແກ່ໜຶ່ງໃນຜູ້ປະທ້ວງ ຮຽກຮ້ອງປະຊາທິປະໄຕ ໃນເຂດປົກຄອງພິເສດ ຮົງກົງ ທີ່ຖືກຈຳຄຸກທັງໝົດ 12 ຄົນເມື່ອປີ 2019 ແລະ ຈາກເຫດການດັ່ງກ່າວ ເຮັດໃຫ້ລາວຖືກຖອນ ໃບອະນຸຍາດປະກອບອາຊີບ ທະນາຍຄວາມ.

ພາຍຫຼັງເກີດເຫດການດັ່ງກ່າວ ສໍານັກຂ່າວຕ່າງປະເທດ ກໍໄດ້ພະຍາຍາມຕິດຕໍ່ໄປຍັງກະຊວງການຕ່າງປະເທດຈີນ ແລະ ກະຊວງການຕ່າງ ປະເທດລາວລວມເຖິງສະຖານທູຕລາວ ປະຈຳນະຄອນຫຼວງປັກກິ່ງແຕ່ກໍບໍ່ໄດ້ຮັບຄຳຕອບແນວໃດ ກ່ຽວກັບເຣື່ອງນີ້. ອີງຕາມການຣາຍງານ ຂອງສຳນັກຂ່າວ AP.
ພາຍໃຕ້ການນໍາພາ ແລະ ບໍຣິຫານ ຂອງທ່ານ ສີ ຈິ້ນຜິງ ເຮັດໃຫ້ນັກເຄື່ອນໄຫວ ດ້ານສິດທິທາງກົດໝາຍ ຕົກເປັນເປົ້າໝາຍຂອງທາງການຈີນ ຢ່າງໜັກເຊິ່ງນັບແຕ່ປີ 2015 ເປັນຕົ້ນມາ ທະນາຍຄວາມດ້ານສິດທິມະນຸສ ແລະ ນັກເຄື່ອນໄຫວ ຊາວຈີນ ຫຼາຍຮ້ອຍຄົນໄດ້ຖືກຈັບກຸມ ໃນປະຕິດບັດການເອີ້ນວ່າ “ປາບປາມ 709” ເຊິ່ງກົງກັນກັບວັນທີ 09 ເດືອນກໍຣະກະດາ ທີ່ເປັນວັນເຣີ່ມຕົ້ນ ປະຕິບັດການດັ່ງກ່າວ. ອີງຕາມການຣາຍງານ ຂອງສຳນັກຂ່າວ ABC News.
ຫຼ້າສຸດນີ້, ອີງຕາມແຫຼ່ງຂ່າວທີ່ໜ້າເຊື່ອຖືໄດ້ ໃນນະຄອນຫຼວງວຽງຈັນ ລະບຸວ່າ ການສົ່ງໂຕທ່ານ ລູ໋ ຊີ່ເຫວີຍ ກັບຄືນປະເທດຈີນ ນັ້ນ, ເບິ່ງຄືວ່າມີຄວາມເປັນໄປໄດ້ ເນື່ອງຈາກວ່າ ທ່ານ ລູ໋ ຊີ່ເຫວີຍ ຖືກນຳໂຕສົ່ງໄປຍັງສູນກັກກັນແຫ່ງຊາຕ ສຳລັບຄົນເຂົ້າເມືອງໃກ້ກັບ ສນາມບິນ ໃນຕອນເຊົ້າ ຂອງວັນທີ 31 ກໍຣະກະດາ 2023. ບັນດາເຈົ້າໜ້າທີ່ ຈຳນວນນຶ່ງ ຈາກສະຖານທູຕ ຈີນປະຈຳລາວ ປະກົດໂຕໃນສະຖານທີ່ດັ່ງກ່າວ ເພື່ອລໍຖ້າການມາເຖິງ ຂອງທ່ານ ລູ໋ ຊີ່ເຫວີຍ ແລະ ແຫຼ່ງຂ່າວ ຈາກສູນກັກກັນແຫ່ງຊາຕ ສຳລັບຄົນເຂົ້າເມືອງ ກໍຍັງຢືນຢັນກ່ຽວກັບເຣື່ອງນີ້ ໃນຕອນທ່ຽງ ຂອງມື້ດຽວກັນນີ້.