ເມືອງປາກງື່ມ ມີບັນຫາສັງຄົມເກີດຂຶ້ນ 300 ກວ່າເຣື່ອງ ໃນປີ 2023
2024.02.21

ໃນວັນທີ 9 ກຸມພາ 2024 ທີ່ຜ່ານມາ, ກອງບັນຊາການ ປ້ອງກັນຄວາມສງົບ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມ ສລຸບວຽກງານ ປະຈຳປີ 2023 ແລະວາງທິດທາງແຜນການ ປີ 2024. ໃນໂອກາດນີ້, ທ່ານ ພັນໂທ ຄຳຈັນ ສີວົງສາ ຮອງຫົວໜ້າ ກອງບັນຊາການ ປ້ອງກັນຄວາມສງົບ ເມືອງປາກງື່ມ ໄດ້ກ່າວຣາຍງານຕອນນຶ່ງວ່າ ໃນປີ 2023, ທົ່ວເມືອງປາກງື່ມ ມີບັນຫາສັງຄົມ ເກີດຂຶ້ນທັງໝົດ 308 ເຣື່ອງ. ໂດຍເຈົ້າໜ້າທີ່ຕຳຣວດ ສາມາດກັກໂຕຜູ້ຖືກກ່າວຫາໄດ້ 350 ຄົນ, ແລະແກ້ໄຂຄະດີໄດ້ 106 ເຣື່ອງ, ທຽບໃສ່ປີຜ່ານມາ ແມ່ນເພີ່ມຂຶ້ນ 32 ເຣື່ອງ.
ໃນນັ້ນຫຼາຍກວ່າໝູ່ ແມ່ນບັນຫາຢາເສບຕິດ 159 ເຣື່ອງ ກັກໂຕຜູ້ກ່າວຫາໄດ້ 193 ຄົນ, ຢຶດຂອງກາງຢາເສບຕິດ ປະເພດຢາບ້າ ໄດ້ 400,409 ເມັດ, ຢາໄອສ໌ 30 ກຣາມ, ຣົຖໃຫຍ່ 9 ຄັນ, ຣົຖຈັກ 22 ຄັນ, ໂທຣະສັບ 23 ໜ່ວຍ, ປືນສັ້ນ 1 ກະບອກ.
ສ່ວນຄະດີ ອາຊຍາກັມ 114 ເຣື່ອງ, ແກ້ໄຂໄດ້ 106 ເຣື່ອງ, ກັກໂຕຜູ້ຖືກກ່າວຫາ 57 ຄົນ ເປັນເພດຍິງ 6 ຄົນ; ບັນຫາຄາຕກັມ 1 ເຣື່ອງ, ລັກຊັບພົລເມືອງ 27 ເຣື່ອງ, ແຈ້ງຄວາມ 32 ເຣື່ອງ, ສໍ້ໂກງຊັບ 7 ເຣື່ອງ, ຊື້ຊັບຜິດກົດໝາຍ 1 ເຣື່ອງ, ທຳມິສຈານ 2 ເຣື່ອງ, ກະທຳຊຳເລົາ 5 ເຣື່ອງ, ຮ້ອງຟ້ອງ 14 ເຣື່ອງ ແລະ ທຳຮ້າຍຮ່າງກາຍ 14 ເຣື່ອງ.
ກ່ຽວກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ສອບຖາມໄປຍັງຊາວບ້ານ ຢູ່ເມືອງປາກງື່ມ ນະຄອນຫຼວງວຽງຈັນ. ໂດຍຊາວບ້ານ ນາງນຶ່ງ ກ່າວວ່າ ຣົຖຈັກຂອງນາງ ຖືກລັກໄປແຕ່ເດືອນມົກຣາ 2024 ທີ່ຜ່ານມາ ໃນເຂດເມືອງປາກງື່ມ ຊຶ່ງນາງ ກໍໄດ້ໄປແຈ້ງຄວາມ ນຳເຈົ້າໜ້າທີ່ຕຳຣວດ ຮຽບຮ້ອຍແລ້ວ ແລະເຈົ້າໜ້າທີ່ ພວມຢູ່ລະຫວ່າງການສືບສວນ ແຕ່ກໍຍັງບໍ່ທັນໄດ້ຣົຖຈັກຄັນດັ່ງກ່າວຄືນເທື່ອ. ດັ່ງທີ່ນາງ ກ່າວໃນມື້ວັນທີ 14 ກຸມພາ 2024 ນີ້ວ່າ:
“ເຈົ້າໆ ຍັງບໍ່ທັນໄດ້ຄືນ. ແຈ້ງແລ້ວ, ແຈ້ງ ປກສ ກຸ່ມ, ປກສ ເຂດ, ປກສ ເມືອງ, ນະຄອນຫຼວງ ແຈ້ງແລ້ວອ້າຍ. ມີ ຢູ່ນຳທະບຽນຣົຖຫັ້ນ ເລຂຈັກ, ເລຂຖັງມີ ຄັນເຂົາ ບໍ່ເຈັຍອອກນ່າອ້າຍ. ຄັນເຂົາບໍ່ເຈັຽອອກລະແມ່ນມີເນາະ ເພາະວ່າຣົຖເຮົາກະຊື້ຖືກຕ້ອງ ມີທະບຽນຄົບຖ້ວນນ່າອ້າຍ.”
ທາງດ້ານ ຊາວບ້ານອີກຜູ້ນຶ່ງ ກ່າວວ່າ ຢູ່ເມືອງປາກງື່ມ ບໍ່ແມ່ນມີພຽງແຕ່ ບັນຫາສັງຄົມຂ້າງເທິງເທົ່ານັ້ນ ແຕ່ກໍຍັງມີ ບັນຫາອຸບັດຕິເຫດເກີດຂຶ້ນຢູ່ຫຼາຍຄັ້ງ ຊຶ່ງສາເຫດສ່ວນນຶ່ງ ກໍແມ່ນຍ້ອນ ສະພາບຫົນທາງທີ່ເປ່ເພ. ດັ່ງທີ່ລາວ ກ່າວວ່າ:
“ແມ່ນ, ທາງເປ່ເພໆ. ຄືດັ່ງຂ່າງລົງຫັ້ນນ່າ ແປງຣົຖດຸ ເສັ້ນທາງ ກະບໍ່ອຳນວຍຄວາມສະດວກຫັ້ນນ່າ. ແມ່ນແຫຼະໆ, ຂົວທີ່ມີຄົນຈົມນ້ຳຫັ້ນນ່າ ຂົວຫ້ວຍລົມຫັ້ນນ່າ ເປັນທາງໃຫຍ່ທາງຫຼວງຄືກັນ.”
ສຳລັບບັນຫາຢາເສບຕິດ ທີ່ເປັນບັນຫາສັງຄົມຫຼາຍກວ່າໝູ່ ຢູ່ເມືອງປາກງື່ມນັ້ນ. ທາງເຈົ້າໜ້າທີ່ກ່ຽວຂ້ອງ ທ່ານນຶ່ງ ກ່າວວ່າ ໃນປີ 2023 ທີ່ຜ່ານມາ, ທາງເຈົ້າໜ້າທີ່ຕຳຣວດ ກໍໄດ້ສືບຕໍ່ ກວດກາຂບວນການຄ້າຢາເສບຕິດ. ໂດຍໃນເດືອນຕຸລາ 2023, ເຈົ້າໜ້າທີ່ ໄດ້ລົງກວດກາ ຈັບຜູ້ຄ້າຢາເສບຕິດ ຈຳນວນ 3 ຄົນ ໄດ້ຂອງກາງເປັນຢາບ້າ ຈຳນວນ 5,000 ກວ່າເມັດ. ດັ່ງທີ່ທ່ານ ກ່າວວ່າ:
“ປກສ ເມືອງປາກງື່ມພວກເຮົາ ໄດ້ຮັບຂໍ້ມູນ ວ່າມີການຄ້າ-ຂາຍຢາເສບຕິດ. ດັ່ງນັ້ນເນາະ, ທາງເຈົ້າໜ້າທີ່ພວກເຮົາ ຈຶ່ງໄດ້ລົງໄປ ແກ້ໄຂບັນຫາດັ່ງກ່າວ ຈັບຢາມ້າ ໄດ້ 5,692 ເມັດ.”
ຂະນະທີ່ ເຈົ້າໜ້າທີ່ຂັ້ນບ້ານ ອີກທ່ານນຶ່ງ ກ່າວວ່າ ທາງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ມີແຜນຈະຈັດພິທີທຳລາຍຢາເສບຕິດທີ່ເປັນຂອງກາງ ຈຳນວນຫຼາຍກວ່າ 400,000 ເມັດ ໃນອີກໄວໆ ນີ້. ແຕ່ຍັງບໍ່ທັນກຳນົດ ວັນ ແລະສະຖານທີ່ ຈູດເຜົາທຳລາຍ ຢ່າງຈະແຈ້ງເທື່ອ. ດັ່ງທີ່ທ່ານ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ອັນນີ້ ມັນຍັງບໍ່ທັນໄດ້ເດັດຂາດ ຍັງບໍ່ທັນໄດ້ມີແຈ້ງການວ່າ ຊິທຳລາຍຄານັ້ນ ຫຼືວ່າ ຊິຍົກຍ້າຍໄປທຳລາຍບ່ອນອື່ນ. ອັນນີ້ຍັງບໍ່ຮູ້ ອັນນີ້ ພວກເຮົາຍັງລໍຖ້າຢູ່.”
ນອກຈາກນີ້ແລ້ວ, ເຈົ້າໜ້າທີ່ຕຳຣວດ ປກສ ເມືອງປາກງື່ມ ກໍຍັງມີການຈັບຜູ້ຄ້າຢາເສບຕິດ ໃນຫຼາຍກໍຣະນີ ເປັນຕົ້ນ ໃນໄລຍະ ວັນທີ 15 ຫາ 16 ມີນາ 2023. ເຈົ້າໜ້າທີ່ ສະກັດຈັບ ທ້າວ ເດືອນເພັງ ຊາວບ້ານ ບ້ານເວີນກະເບົາ ກວດພົບຢາບ້າ ຈຳນວນ 238 ເມັດ ບັນຈຸໃນຖົງສົ້ງຂອງຜູ້ຖືກກ່າວຫາ ຈຶ່ງໄດ້ຍຶດໄວ້ເປັນຂອງກາງ ພ້ອມທັງຣົຖຈັກ. ພາຍຫຼັງສອບສວນຂຍາຍຜົລ ຈຶ່ງໄດ້ຈັບກຸມ ທ້າວ ຈັນຫວ່າງ ຊາວບ້ານ ບ້ານທ່າກົກໄຮ ກວດພົບຢາບ້າ ອີກ 1,016 ເມັດ ລວມທັງໝົດ 1,254 ເມັດ. ເຈົ້າໜ້າທີ່ ຈຶ່ງໄດ້ສືບສວນ-ສອບສວນ ຜູ້ຖືກກ່າວຫາທັງ 2 ຄົນ ແລະກັກຂັງໄວ້ ເພື່ອດຳເນີນຄະດີຕໍ່ໄປ.
ຢ່າງໃດກໍຕາມ, ໃນປີ 2024 ກໍຍັງປະກົດມີບັນຫາສັງຄົມ ເກີດຂຶ້ນ ຢູ່ເມືອງປາກງື່ມ ຢູ່ເລື້ອຍໆ ເປັນຕົ້ນ ໃນວັນທີ 9 ກຸມພາ ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຣວດປ້ອງກັນຄວາມສງົບ ໃນເຂດກຸ່ມບ້ານ ແລະອຳນາດການປົກຄອງບ້ານ ໃນເມືອງປາກງື່ມ ນະຄອນຫຼວງວຽງຈັນ ໄດ້ມີການລົງກວດກາ ຮ້ານກິນດື່ມ ແລະ ຮ້ານບັນເທີງ ຈຳນວນ 9 ຮ້ານ, ຮ້ານຄາຣາໂອເກະ ຈຳນວນ 1 ຮ້ານ ແລະ ຮ້ານເກມອອນລາຍນ໌ ຈຳນວນ 7 ຮ້ານ ລວມທັງໝົດ 17 ຮ້ານ. ພົບເຫັນມີສາວບໍຣິການ 47 ຄົນ. ໃນນັ້ນ, ອາຍຸຕ່ຳກວ່າ 18 ປີ ຈຳນວນ 4 ຄົນ. ຊຶ່ງເປັນການລະເມີດລະບຽບກົດໝາຍ ທັງການເປີດກາຍໂມງເວລາ, ການເປີດສຽງດັງເນືອງນັນ, ການແອບແຝງຄ້າມະນຸສ ແລະຄ້າປະເວນີ, ການມົ້ວສຸມຢາເສບຕິດ ແລະໃຫ້ບໍຣິການຫຼິ້ນການພະນັນອອນລາຍນ໌. ທັງນີ້, ເຈົ້າໜ້າທີ່ ກໍໄດ້ມີການຈັບເຈົ້າຂອງຮ້ານ ແລະດຳເນີນຄະດີ ຕາມກົດໝາຍຕໍ່ໄປ ພ້ອມທັງສືບສວນ-ສອບສວນ ແລະໃຫ້ການຊ່ອຍເຫຼືອສາວບໍຣິການ ດັ່ງກ່າວນໍາດ້ວຍ.