ຣັຖບານເຢັຍຣະມັນ ໃຫ້ທຶນຊ່ວຍເຫຼືອ ສປປ ລາວ ລົບລ້າງຄວາມທຸກຍາກ

ອຸ່ນແກ້ວ
2023.11.02
ຣັຖບານເຢັຍຣະມັນ ໃຫ້ທຶນຊ່ວຍເຫຼືອ ສປປ ລາວ ລົບລ້າງຄວາມທຸກຍາກ ນັກຮຽນ ໃນເຂດຊົນນະບົດ ທາງພາກເໜືອ ຂອງລາວ ທີ່ຕ້ອງຢ່າງໄປເຂົ້າໂຮງຮຽນ ທີ່ຢູ່ຫ່າງໄກຈາກບ້ານ ເຊິ່ງຕ້ອງໄດ້ໄປນອນຢູ່ໂຮງຮຽນ ຈຶ່ງນຳສິ່ງຂອງທີ່ຈຳເປັນ ໄປນຳ.
ນັກຂ່າວ ພົລເມືອງ

ເມື່ອບໍ່ດົນມານີ້ ຣັຖບານເຢັຍຣະມັນ ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ຄິດເປັນເງິນ 24 ລ້ານຢູໂຣ ເພື່ອລົບລ້າງຄວາມທຸກຍາກ ເຂດຊົນນະບົດ ຢູ່ ແຂວງຫົວພັນ ແລະ ແຂວງ ຜົ້ງສາລີ. ການຊ່ວຍເຫຼືອດັ່ງກ່າວ ຈະສຸມໃສ່ການຟືນຟູເສັ້ນທາງ ແລະ ສນັບສນູນການເງິນ ໃນວຽກງານອາຊີວະສຶກສາ. ໜ່ວຍງານຂອງພາກຣັຖ ຢູ່ແຂວງຫົວພັນ ເຫັນດີກັບການຊ່ວຍເຫຼືອດັ່ງກ່າວ.

ເຈົ້າໜ້າທີ່ຜແນກໂຍທາທິການ ແລະ ຂົນສົ່ງ ແຂວງຫົວພັນ ຜູ້ທີ່ບໍ່ປະສົງອອກຊື່ ໄດ້ກ່າວວ່າ:

ກະດີຫັ້ນແຫຼະ ເພາະວ່າ ຣັຖບານເຢັຍຣະມັນ ໄດ້ຊ່ວຍເຫຼືອ ແຂວງຫົວພັນ ມາດົນແລ້ວຫັ້ນນ່າ ຊ່ວຍຫຼຸດຜ່ອນຄວາມທຸກຍາກ ໃຫ້ປະຊາຊົນຢູ່ຂອບເຂດ ທີ່ເພິ່ນລົງໃນຮູບການຫັ້ນແຫຼະ ຫົນທາງປັດຈຸບັນນີ້ສ່ວນຫຼາຍກໍຊ້ວງຣະດູຝົນ ກໍໄປມາ ບໍ່ສະດວກປານໃດ. ປັບປຸງ ໃຫ້ມັນດີຂຶ້ນ ຫຼຸດຜ່ອນອຸບັດຕິເຫດ ໄປມາສະດວກ. ເຂົ້າສູ່ໂຮງໝໍ, ໂຮງຮຽນ, ຕລາດ ເຮັດໃຫ້ການຂົນສົ່ງສິນຄ້າດີຂຶ້ນ.​

ສ່ວນວ່າ ຢູ່ແຂວງຜົ້ງສາລີ ເຊັ່ນດຽວກັນ ເສັ້ນທາງໃນຣະດູຝົນກໍມີຄວາມຫຍຸ້ງຍາກ ແລະ ການຊ່ວຍເຫຼືອນີ້ ກໍສາມາດແກໄຂບັນຫາ ໄລຍະໃດນຶ່ງ.

ເຈົ້າໜ້າທີ່ຜແນກໂຍທາທິການ ແລະ ຂົນສົ່ງ ແຂວງຜົ້ງສາລີ ໄດ້ກ່າວວ່າ:

ເພິ່ນມາຊ່ວຍເຫຼືອນີ້​ກະຍິນດີ ຫັ້ນແຫຼະເນາະ. ເພິ່ນກໍຕັ້ງໃຈມາຊ່ວຍເຫຼືອລ້າຫັ້ນນ່າ. ປັດຈຸບັນນີ້ ເສັ້ນທາງໄປມາກໍມີຄວາມຫຍຸ້ງຍາກ. ປະຊາຊົນເຂົາປູກເຄື່ອງກະສິກັມ ຄ່າງໆ ປັັດຈຸບັນນີ້ ກໍຍັງອອກຍາກຫັ້ນແຫຼະ  ຖ້າເພິ່ນມາລົງທຶນໃຫ້ແກ່ເພື່ອການກໍ່ສ້າງນີ້ ກໍຊິອໍານວຍຄວາມສະດວກ ໃນການຂົນສົ່ງ ຜົລຜລິດຂອງປະຊາຊົນຫັ້ນຫຼາຍ.

ສະພາບເສັ້ນທາງບາງບ່ອນ ຢູ່ແຂວງຜົ້ງສາລີ ມີສະພາບເປ່ເພ ສ້າງຄວາມຫຍຸ້ງຍາກ ໃຫ້ປະຊາຊົນໃນເວລາເດີນທາງໄປໂຮງໝໍ ໃນກໍລະນີເຈັບເປັນ.

ຊາວແຂວງຜົ້ງສາລີ ໄດ້ກ່າວວ່າ:

ຄວາມຕ້ອງການຂອງຊາວບ້ານ ກໍຢາກໃຫ້ສ້ອມ ຄັນບໍ່ປັບປຸງໂອ້. ປີ, ສອງປີ ໄປບໍ່ໄດ້ ຣະດູຝົນນີ້ ສະພາບທາງນີ້​ເປ່ເພ ເປັນຂຸມ ເປັນບໍ່ ແຮ່ງໄປບໍ່ໄດ້ ມີເຈັບມີເປັນ ກະໃຊ້ຄວາມຫຍຸ້ງຍາກສຸດໆແຫຼະໃ ຄົນເຈັບຫຼາຍກໍໄປບໍ່ໄດ້.​

ການສົ່ງເສີມວຽກງານ ອາຊີວະສຶກສາ ກໍມີຄວາມສໍາຄັນ ໂດຍສະເພາະວຽກງານ ການຮຽນ ການສອນ ລວມທັງອຸປະກອນການຮຽນ ການສອນ, ການຍົກລະດັບຄວາມຮູ້ຂອງຄຣູ.

ອາຈານ ໂຮງຮຽນເທັກນິກວິຊາຊີບ ແຂວງຫົວພັນ ກ່າວວ່າ:

ທີ່ຈິງແລ້ວມັນກໍຍັງ ຫຼາຍປັດໃຈຢູ່ເນາະ ເຣື່ອງວັດສະດຸ ອຸປະກອນ ຮັບໃຊ້ ການຮຽນ ການສອນນີ້ແຫຼະເນາະ. ພື້ນຖານໂຄງລ່າງ ນ່າ ມັນກໍບໍ່ພຽງພໍ ອັນທີສອງມາ ກໍແມ່ນ ການຍົກລະດັບວິຊາສະເພາະ ຂອງຄຣູ ທີ່ຈິງເຣື່ອງບົດຮຽນ ເຣື່ອງຄວາມຮູ້ ມັນກະອັນໃໝ່ໄປເລື້ອຍໆຫັ້ນນ່າ. ມັນຕ້ອງໄດ້ອັບເດດ ເຣື່ອງຄວາມຮູ້ຕ່າງໆ ໄປຕລອດຫັ້ນນ່າ ຖືວ່າ ມັນຍັງບໍ່ທັນເຮັດໄດ້ຫັ້ນນ່າ.

ທ່ານ ກ່າວຕື່ມວ່າ ແຕ່ກ່ອນຣັຖບານເຢັຍຣະມັນ ກໍໃຫ້ທຶນສນັບສນູນ ມາໂດຍຕລອດ ແຕ່ກໍຢຸດໄປ ລະຫວ່າງ ປີ 2019 ແລະ ຖ້າປີນີ້​ ຣັຖບານເຢັຍຣະມັນ ເຂົ້າມາສືບຕໍ່ຊ່ວຍເຫຼືອຕື່ມ ຖືວ່າເປັນເຣື່ອງທີ່ດີຫຼາຍ ເພາະທີ່ຜ່ານມາງົບປະມານຂອງຣັຖບານ ທີ່ຈະຈັດຊື້ວັດສະດຸ ອຸປະກອນ ບໍ່ມີ. ການພັທນາ ຈຶ່ງບໍ່ເກີດຂຶ້ນ.

ຢູ່ໂຮງຮຽນເທັກນິກວິຊາຊີບ ແຂວງຜົ້ງສາລີ ຂາດງົບປະມານ ໃນດ້ານວຽກງານອາຊີວະສຶກສາ ຍ້ອນວ່າ ຣັຖບານເຢັຍຣະມັນ ບໍ່ໄດ້ໃຫ້ທຶນສນັບສນູນຫຼາຍປີແລ້ວ.

ອາຈານຢູ່ໂຮງຮຽນເທັກນິກວິຊາຊີບ ແຂວງຜົ້ງສາລີ ອີກທ່ານນຶ່ງ ໄດ້ກ່າວວ່າ:

ຄັນເພິ່ນມາຊ່ວຍອີກ ກໍແຮງເປັນການດີ ເພິ່ນອອກໄປນີ້​ຫຼາຍປີແລ້ວເດ້ ເບື້ອງຣັຖເຮົາກໍບໍ່ມີງົບພໍທີ່ຈະມາ ຊ່ວຍໄດ້. ອຸປະກອນອິຫຍັງກໍເສື່ອມໄປຕາມສະພາບ. ການຮຽນ ການສອນ ເຄື່ອງມື ລ້າສໄມ ໄປຈັບໃສ່ເຄື່ອງເຂົາ ແລ້ວ ມັນທັນສໄມ. ມັນບໍ່ຊ່າງເຮັດ ມັນບໍ່ເປັນຕາ ນັກຮຽນກໍເລືອກເອົາບ່ອນທີ່ດີກວ່າຫັ້ນແຫຼະ.​

ນອກຈາກນີ້ ນັກຮຽນໂຮງຮຽນອາຊີວະສຶກສາ ຂອງພາກຣັຖ ໜ້ອຍລົງ ຍ້ອນວ່າ ໄດ້ຮັບເງິນອຸດໜູນ ຈາກຣັຖບານພຽງແຕ່ 200,000 ກີບ ຕໍ່ເດືອນ ເທົ່ານັ້ນ ໃນຂະນະທີ່ ສະພາບເງິນເຟີ້ ຢູ່ລາວ ຍັງຄົງສູງຂຶ້ນ.

ເຈົ້າໜ້າທີ່ການສຶກສາອາຊີວະ ທ່ານນຶ່ງ ໄດ້ກ່າວວ່າ:

ຫຼັງຈາກທີ່ໂຄວິດເຂົ້າມາຫັ້ນ ກໍຖືວ່າ ນັກຮຽນຫັ້ນ ກໍຫຼຸດລົງເນາະ ຖືວ່າ ເປັນທົ່ວປະເທດເລີຍເນາະ ທັງສາຍອາຊີວະ, ທັງມະຫາໄລ ອິຫຍັງ ຕ່າງໆ. ຮຽນຈົບມາກໍບໍ່ມີວຽກເຮັດ ຣັຖຫັ້ນຖືວ່າ ເຂົາຈະບໍ່ມີໂຄຕ້າໃຫ້ເຮັດວຽກເນາະ. ເຂົາເຈົ້າອອກໄປຊອກເງິນ ຊອກຄໍາ ເພາະວ່າດຽວນີ້ຫັ້ນ ໂຮງຈັກໂຮງງານຫັ້ນນ່າ ມັນມີຫຼາຍ.​

ອີງຕາມການຣາຍງານ ຂອງເອກອັກຄະຣັຖທູດເຢັຍຣະມັນ ປະຈໍາ ສປປ ລາວໃນພິທີຖແລງຂ່າວ ເມືື່ອບໍ່ດົນມານີ້, ການຊ່ວຍເຫຼືອໃນຄັ້ງນີ້​ ກໍເພື່ອເປັນການສືບຕໍ່ ການຮ່ວມມື ທີ່ມີຄວາມສຳພັນທີ່ດີມາຍາວນານ ລະຫວ່າງ ສປປ ລາວ ແລະ ຣັຖບານເຢັຍຣະມັນ ເຊິ່ງຈະສຸມໃສ່ການສົ່ງເສີມ ການພັທນາເສຖກິຈ-ສັງຄົມ ແລະ ການລົບລ້າງຄວາມທຸກຍາກ ໃນເຂດຊົນນະບົດ ແລະ ເຂດໂຕເມືອງ ແລະ ອໍານວຍຄວາມສະດວກ ໃຫ້ແກ່ການເຂົ້າເຖິງ ສະຖານທີ່ບໍຣິການ ດ້ານສາທາຣະນະ, ການຄ້າ, ການສ້າງລາຍໄດ້ ຈະເນັ້ນໃສ່ການສ້າງຜົລປໂຍດ ໃຫ້ແກ່ຊຸມຊົນ ເຂດທຸກຍາກ ໂດຍສະເພາະຄອບຄົວ ຊາວກະສິກອນ.​

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

ທີ່ໃຫ້ຄວາມຊ່ອຍເຫຼືອຫຼາຍທີ່ຍິ່ງເຮັດໃຫ້ຄົນທຸກຍາກ
Nov 03, 2023 10:09 AM

ເພາະເງິນໄປໃສເຈົ້າບໍ່ຮູ້,ແລ້ວມີຄົນທຸກຍາກຫຼາຍຈະມີເງິນຊ່ອຍເຫຼືອຫຼາຍ