ໂຮງຮຽນມັທຍົມສົມບູນ ປະຊາທິປະໄຕ ບໍ່ໄດ້ໃຫ້ສັມປະທານ ດັ່ງທີ່ເປັນຂ່າວ
2023.11.20
ພາຍຫລັງທີ່ຜູ້ໃຊ້ເຟສບຸກຄ໌ Joseph Akaravong ໄດ້ລົງຂໍ້ຄວາມ ໃນມື້ວັນທີ 14 ພຶສຈິການີ້ວ່າ “ໂຮງຮຽນມັທຍົມສົມບູນ ປະຊາທິປະໄຕ ຢູ່ນະຄອນຫລວງພຣະບາງ, ແຂວງຫລວງພຣະບາງ ທີ່ໄດ້ສ້າງຂຶ້ນໃນປີ 1954, ປັດຈຸບັນ ຣັຖບານໄດ້ຂາຍໃຫ້ນາຍທຶນຈີນ ເອົາໄປເຮັດໂຮງແຮມແລ້ວ, ນັບແຕ່ປີໜ້າໄປ ຈະໄດ້ຍ້າຍໄປຮຽນຢູ່ບ່ອນອື່ນ. ຊາວລາວຈໍານວນຫລາຍ ສະແດງຄວາມເປັນຫ່ວງ ໄປໃນທິດທາງດຽວກັນວ່າ ຢາກໃຫ້ຮັກສາໂຮງຮຽນນັ້ນໄວ້ ເພື່ອເປັນບ່ອນຮຽນໜັງສື ຂອງລູກຫລານ.
ຫລ້າສຸດ ທ່ານ ວຽງທອງ ຫັດສະຈັນ, ເຈົ້ານະຄອນຫລວງພຣະບາງ ໄດ້ອອກໜັງສືຣາຍງານ ວັນທີ 17 ພຶສຈິກາ 2023 ວ່າ ການຈັດຕັ້ງໂຮງຮຽນມັທຍົມສົມບູນ ປະຊາທິປະໄຕ, ຫ້ອງການສຶກສາທິການ ແລະກິລາ ນະຄອນຫລວງພຣະບາງ, ຜແນກສຶກສາທິການ ແລະກິລາ ແຂວງຫລວງພຣະບາງ, ຜແນກແຜນການ ແລະການລົງທຶນ ແຂວງຫລວງພຣະບາງ, ອົງການປົກຄອງບ້ານ ແລະພາກສ່ວນອື່ນໆ ເຫັນວ່າ ຂໍ້ຄວາມທີ່ໄດ້ລົງໃນເຟສບຸກຄ໌ ດັ່ງກ່າວ ບໍ່ມີມູນຄວາມຈິງ, ແລະຢັ້ງຢືນວ່າ ບໍ່ເຄີຍມີເຈດຈໍານົງ, ບໍ່ເຄີຍມີແຜນ, ບໍ່ເຄີຍຕົກລົງໃຫ້ນັກລົງທຶນໃດໆ ມາຊື້ ຫລື ເຊົ່າ ຫລື ສັມປະທານພື້ນທີ່ດັ່ງກ່າວ.
ກ່ຽວກັບເຣື່ອງນີ້ ນັກຮຽນໂຮງຮຽນ ປະຊາທິປະໄຕທີ່ວ່ານັ້ນ ເວົ້າຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 20 ພຶສຈິການີ້ວ່າ ຮູ້ສຶກໂລ່ງໃຈ ແລະດີໃຈທີ່ສຸດ ທີ່ຂ່າວກ່ຽວກັບວ່າ ໂຮງຮຽນຂອງໂຕເອງ ຈະຖືກຫັນເປັນທຸຣະກິຈນັ້ນ ກາຍເປັນຂ່າວລື ຍ້ອນໂຮງຮຽນແຫ່ງນີ້ ມີຄຸນຄ່າຕໍ່ນັກຮຽນຫລວງຫລາຍ.
“ໂລ່ງໃຈເລີຍ ແບບດີໃຈເລີຍ ກໍຈະຊິຮັກສາໂຮງຮຽນຕໍ່ໄປ ແລ້ວກໍໄປໂຮງຮຽນຄືເກົ່າ ເພື່ອການຮຽນວ່າຊັ້ນສາ ຈຸດພິເສດຄື 1. ມີກິຈກັມໃຫ້ຫລີ້ນ 2. ມີນັກຮຽນເກັ່ງ 3. ແລ້ວມີການແຂ່ງຂັນ ກໍຈະເປັນພາລະ ບາງເທື່ອນີ້ອາຈານກໍຈະມາແຈ້ງວ່າ ຜູ້ໃດຊິສມັກໄປແຕ້ມຮູບບໍ່ ຄັນແຕ້ມຮູບແລ້ວ ຈະມີເງິນລາງວັນ 5 ລ້ານກີບ ກະຄັນໃຫຍ່ມາ ເຮົາກໍອິໄປຍາມໂຮງຮຽນ.”
ຜູ້ປົກຄອງນັກຮຽນ ໂຮງຮຽນ ມສ ປະຊາທິປະໄຕ ນາງນຶ່ງ ກໍເວົ້າຄືກັນວ່າໂຕເອງ ຮູ້ສຶກໂລ່ງໃຈ ຍ້ອນຂັ້ນເທິງ ຫລິງເຫັນຄວາມສໍາຄັນ ຂອງການຮັກ ສາ ໂຮງຮຽນນີ້ເອົາໄວ້ ໃຫ້ເປັນໂຮງຮຽນຂອງຣັຖ ທີ່ສົ່ງເສີມໃຫ້ນັກຮຽນຮຽນ 2 ພາສາ ຄືພາສາລາວ ແລະພາສາຝຣັ່ງເສດ ໂດຍທີ່ພໍ່ແມ່ຜູ້ປົກຄອງ ບໍ່ຕ້ອງເສັຍເງິນຫລາຍ ໃນການສົ່ງລູກ-ຫລານເຂົ້າຮຽນ.
“ເອີ ກໍຮູ້ສຶກວ່າໂລ່ງໃຈ ໂອ໋ ລູກຫລານເຮົາຊິໄດ້ເຂົ້າຫັ້ນ ເພາະວ່າມັນມີອັນ ໂຮງຮຽນ ສູນພາສາຝຣັ່ງ ມັນມີແຕ່ບ່ອນດຽວຫັ້ນນ່າ ມັນເປັນໂຮງຮຽນຂອງພາກຣັຖເນາະ ມັນບໍ່ເປັນຂອງເອກຊົນນ່າ ໂອ໋ ຄັນເປັນຂອງເອກຊົນ ບາງເທື່ອຄ່າໃຊ້ຈ່າຍການຮຽນມັນຈະສູງກວ່າ ໂອ໋.”
ພ້ອມດຽວກັນນັ້ນ ຜູ້ປົກຄອງນັກຮຽນ ມສ ປະຊາທິປະໄຕ ອີກນາງນຶ່ງ ກໍເວົ້າຕໍ່ວິທຍຸ ເອເຊັຽ ເສຣີ ວ່າ ນາງຮູ້ສຶກດີ ທີ່ຂ່າວກ່ຽວກັບໂຮງຮຽນຂອງລູກ ຈະຖືກຫັນເປັນທຸຣະກິຈນັ້ນ ກາຍເປັນຂ່າວລື ຍ້ອນໂຮງຮຽນແຫ່ງນີ້ ຄວນຮັກສາ ເນື່ອງຈາກວ່າພາຍໃນໂຮງຮຽນ ມີອາຄານທັງໝົດ 5 ຫລັງ ຊຶ່ງໃນນັ້ນ 2 ຫລັງ ຖືກຂຶ້ນບັນຊີມໍຣະດົກໂລກ ຫລວງພຣະບາງ ແລະສິດເກົ່າ ທີ່ຮຽນຈົບຈາກໂຮງຮຽນແຫ່ງນີ້ ກໍມາມອບທຶນການສຶກສາໃຫ້ນັກຮຽນຢູ່ເລື້ອຍໆ.
“ດີແທ້ດີວ່າແຫລະ ໄດ້ຂຶ້ນເປັນມໍຣະດົກ 2 ຫລັງ ຄັນສິເວົ້າໄປກໍແມ່ນທັງໝົດຫັ້ນ ມັນເປັນຂອງຝຣັ່ງສ້າງມາແຕ່ກີ້ຫັ້ນນ່າ ສ່ວນຫໄລາຍ ກິຈກັມຂອງພາສາຝຣັ່ງ ຂອງໂຄງການຂອງຝຣັ່ງມາ ສ່ວນຫລາຍກໍຈັດກິຈກັມຢູ່ໂຮງຮຽນປະຊາທິປະໄຕຫັ້ນແຫລະ ບາງຄົນຢູ່ຕ່າງ ປະເທດມາໃຫ້ທຶນນຊ່ວຍເຫລືອຢູ່ນີ້.”
ອະດີດນັກຮຽນ ຈາກໂຮງຮຽນແຫ່ງນີ້ ເວົ້າຄືກັບຫລາຍຄົນວ່າ ໂຕເອງ ກໍຮູ້ສຶກໂລ່ງໃຈຄືກັນ ທີ່ໂຮງຮຽນນັ້ນ ບໍ່ໄດ້ຖືກຂາຍໃຫ້ນັກລົງທຶນ ຫັນເປັນທຸຣະກິຈ ຍ້ອນໂຮງຮຽນແຫ່ງນີ້ ຖືເປັນໂຮງຮຽນ ທີ່ເກົ່າແກ່ ຢູ່ໃນເຂດມໍຣະດົກໂລກຫລວງພຣະບາງ ແລະກໍເປັນໂຮງຮຽນ ທີ່ມີຊື່ສຽງ ເຣື່ອງການສຶກສາຢູ່ແຂວງ ຫລວງພຣະບາງ. ເຖິງແມ່ນ ອາຄານຈໍານວນນຶ່ງ ຈະຊຸດໂຊມ ແຕ່ກໍມີການ ບູຣະນະສ້ອມແປງ.
“ໂອ໋ ຄັນວ່າບໍ່ໄດ້ຂາຍ ໂອ໋ ໂລ່ງໃຈໂອ໋ ເພາະວ່າໂຕນີ້ເປັນບ່ອນສ້າງເດັກຂຶ້ນໄປເດ໋ ມັນກໍເປັນມໍຣະດົກຂອງອັນ ບ້ານຂອງເມືອງແດ່ເດ໋ ຄັນວ່າໂຮງຮຽນປະຊາທິປະໄຕ ເປັນໂຮງຮຽນເກົ່າແກ່ ເປັນໂຮງຮຽນມາແຕ່ກີ້ພຸ້ນ ຕອງສໄມເຮົາຍັງບໍ່ທັນເກີດຫັ້ນນ່າ ອ້າຍກໍໄດ້ 50 ປາຍປີ ຮູ້ຄວາມຄົນມາ ຮູ້ວ່າ ມີໂຮງຮຽນໃຫຍ່ແລ້ວ ເພິ່ນກໍບູຣະນະກໍແປງກໍສ້ອມແປງ ກໍຍັງງາມກໍຍັງໃໝ່ຢູ່ຕລອດ.”
ປັດຈຸບັນ ໂຮງຮຽນ ມສ ປະຊາທິປະໄຕແຫ່ງນີ້ ກໍຍັງມີການຮຽນ-ການສອນປົກກະຕິ ແລະຈະສືບຕໍ່ປົກປັກຮັກສາໂຮງຮຽນນີ້ໃຫ້ຍືນຍົງ.
ຕໍ່ໜັງສືຣາຍງານ ຂອງທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫລວງພຣະບາງ ລົງວັນທີ 17 ພຶສຈິກາທີ່ວ່ານັ້ນ ຜູ້ໃຊ້ເຟສບຸກຄ໌ Joseph Akaravong ໄດ້ເວົ້າເຖິງ ແລະໄດ້ລົງຂໍ້ຄວາມຕື່ມວ່າ “ເອກະສານອອກມາຍັ້ງຢືນແລ້ວ ຂ່າວທີ່ບອກວ່າ ຈະຂາຍໂຮງຮຽນ ມສ ປະຊາທິປະໄຕ ຫລວງພຣະບາງ ບໍ່ມີມູນຄວາມຈິງ ດີແລ້ວທີ່ບໍ່ແມ່ນຄວາມຈິງ; ເຖິງຈະເປັນຍ້ອນ ສັງຄົມປະນາມ ແລ້ວບໍ່ຂາຍ ແຕ່ກະຂໍໂທດກັບສັງຄົມ ຄວາມຜິດນີ້ ຂ້ານ້ອຍຂໍຮັບໄວ້ພຽງຜູ້ດຽວ”.