ລາວ-ຣັສເຊັຽ ຂຍາຍຄວາມຮ່ວມມື ທາງການທະຫານ

ຈຳປາທອງ
2023.11.20
ລາວ-ຣັສເຊັຽ ຂຍາຍຄວາມຮ່ວມມື ທາງການທະຫານ ພົນເອກ ຈັນສະໝອນ ຈັນຍາລາດ ຣັຖມົນຕຣີ ກະຊວງປ້ອງກັນປະເທດ ຂອງ ສປປ ລາວ ເຂົ້າຮ່ວມການເປີດກອງປະຊຸມ ຣັຖມົນຕຣີ ປ້ອງກັນປະເທດ ອາຊ້ຽນ (ASEAN Defense Ministers Meeting) ທີ່ນະຄອນຫຼວງຈາກາຣ໌ຕາ ປະເທດອິນໂດເນເຊັຽ, ວັນທີ 15 ພຶສຈິກາ 2023.
(AP Photo/Dita Alangkara, Pool)

ພົນເອກ ອາເລັກຊານເດີ ໂຟມິນ (Colonel General Alexander Fomin) ຣັຖມົນຕຣີຊ່ອຍວ່າການ ກະຊວງປ້ອງກັນປະເທດຣັສເຊັຽ ໄດ້ກ່າວໃນກອງປະຊຸມ ຣັຖມົນຕຣີ ປ້ອງກັນປະເທດ ລະຫວ່າງປະເທດ ຄູ່ເຈຣະຈາ ອາຊ້ຽນ (ASEAN Defense Ministers’ Meeting-Plus) ຄັ້ງທີ 10 ຢູ່ກຸງຈາກາຣ໌ຕາ ປະເທດອິນໂດເນເຊັຽ ໃນມື້ວັນທີ 15 ພຶສຈິການີ້ວ່າ ກະຊວງປ້ອງກັນປະເທດຣັສເຊັຽ ພ້ອມທີ່ຈະພັທນາການຮ່ວມມື ທາງທະຫານ ແລະເຕັກນິກທາງທະຫານ ຮ່ວມກັບປະເທດລາວ.

ໃນໄລຍະ 2-3 ປີຜ່ານມານີ້ ທາງການສອງປະເທດ ລາວ ແລະຣັສເຊັຽ ໄດ້ມີການຮ່ວມມືກັນທາງດ້ານການທະຫານ ເປັນຕົ້ນເຣື່ອງອາວຸດ ຍຸດໂທປະກອນ ແລະການຊ້ອມຣົບ.

ດັ່ງ ດຣ. ອະດິສອນ ເສມແຍ້ມ ນັກວິຊາການດ້ານລາວສຶກສາ ສະຖາບັນເອເຊັຽສຶກສາ ຈຸລາລົງກອນມະຫາວິທຍາໄລ ຂອງໄທຍ ໄດ້ກ່າວຕໍ່ວິທຍຸ ເຊັຽເສຣີ ໃນມື້ວັນທີ 20 ພຶສຈິການີ້ວ່າ:

(ພາສາໄທຍ) ...ເພາະສ່ວນໃຫຍ່ ມັນກໍເປັນຄວາມຮ່ວມມື ກ່ຽວກັບທາງດ້ານການທະຫານ. ພວກອາວຸດ ພວກເຄື່ອງບິນ ພວກຣົຖຖັງ ພວກອາວຸດປືນ ພວກອິຫຍັງນີ້ເນາະ. ແລ້ວກໍເຣື່ອງຂອງການປັບປຸງ ລະບົບອາວຸດທີ່ເກົ່າ ຕັ້ງແຕ່ສມັຍສົງຄາມອິນໂດຈີນ. ສ່ວນນຶ່ງ ມັນກໍເປັນ ເຂົາເອີ້ນຫຍັງ ເປັນຂອງຄວາມສັມພັນທາງການທະຫານ ມັນກໍເປັນສ່ວນນຶ່ງ ຂອງຣັສເຊັຽ ໃນການເຂົ້າມາເອເຊັຽຕາເວັນອອກສ່ຽງໃຕ້ ... ຈະມີການຊ້ອມຣົບ ລະຫວ່າງລາວກັບຣັສເຊັຽ ຫລືການໄປຮ່ວມແຂ່ງຂັນ ກິລາທາງການທະຫານ ຍຸທກິລາ.

ທ່ານກ່າວຕື່ມວ່າ ຍ້ອນຂໍ້ຂັດແຍ່ງ ແລະສົງຄາມລະຫວ່າງຣັສເຊັຽ ແລະຢູເຄຣນເຮັດໃຫ້ຣັສເຊັຽ ມີຄວາມຈໍາເປັນ ໃນການສ້າງຄວາມສັມພັນ ກັບປະເທດໃນຂົງເຂດອາຊ້ຽນເພີ່ມຂຶ້ນ.

(ພາສາໄທຍ)... (ການຊື້ອາວຸດຈາກຣັສເຊັຽ) ວຽດນາມ ລອງມາກໍອາດເປັນພະມ້າ. ພວກອາວຸດອິຫຍັງນີ້ ແຕ່ຢ່າງຂອງລາວ ຄວາມສັມພັນມັນຫາຍໄປ ກັບຣັສເຊັຽນີ້ ໃນໄລຍະຫລັງສົມຄາມເຢັນ ແຕ່ກໍຄືວ່າ ລາວກໍເພິ່ງຄວາມສັມພັນຣັສເຊັຽ ຜ່ານວຽດນາມ ພໍສົງຄາມເຢັນມັນຈົບ ລາວກໍຕ້ອງປ່ຽນ ມາຫາສ້າງຄວາມສັມພັນກັບທາງອາຊ້ຽນ ຍ້ອນວ່າ ກ່ອນໜ້ານີ້ ລາວເພິ່ງພາຄວາມຊ່ວຍເຫລືອ ທັງເຣື່ອງນໍ້າມັນເຊື້ອໄຟ ແລະເຣື່ອງອື່ນໆຈາກຣັສເຊັຽ.

ດຣ. ອະດິສອນ ກ່າວວ່າ ທີ່ຜ່ານມາ ຣັສເຊັຽໃຫ້ການຊ່ອຍເຫລືອທາງທະຫານ ແກ່ລາວ ເປັນຕົ້ນ ໃຫ້ຄໍາປຶກສາ, ຈັດການຜຶກອົບຮົມ, ຊ່ອຍດ້ານເຕັກນິກ ວິຊາການ ແລະທາງດ້ານເສຖກິຈ ຣັສເຊັຽພະຍາຍາມເຂົ້າມາລົງທຶນສ້າງເຂື່ອນ ແລະພະຍາຍາມ ທີ່ຈະຂາຍນໍ້າມັນເຊື້ອເພີງໃຫ້ລາວ ແຕ່ກໍຍັງມີບັນຫາເຣື່ອງການຂົນສົ່ງ ແລະລະບົບການຈ່າຍເງິນ.

ສໍາລັບຝ່າຍລາວ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກຣັຖມົນຕຣີ ຣັຖມົນຕຣີກະຊວງປ້ອງກັນປະເທດ ໄດ້ກ່າວຕໍ່ກອງປະຊຸມດັ່ງກ່າວ ໃນມື້ດຽວກັນນັ້ນວ່າ ທາງການລາວພ້ອມທີ່ຈະພົວພັນຢ່າງໃກ້ຊິດ ແລະຮ່ວມມືກັບຣັສເຊັຽ ໃນການເກັບກູ້ລະເບີດບໍ່ທັນແຕກຢູ່ລາວຕໍ່ໄປ ເພື່ອກໍາຈັດອັນຕະຣາຍ ທີ່ອາດເກີດຂຶ້ນ.

ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນັ້ນວ່າ ທາງການລາວໄດ້ຮັບການຊ່ອຍເຫລືອ ດ້ານວິຊາການ ກ່ຽວກັບການເກັບກູ້ລະເບີດບໍ່ທັນແຕກ ຈາກຣັສເຊັຽ ມາປະມານ 6 ປີແລ້ວ, ໄດ້ຊ່ອຍໂຄງການເກັບກູ້ລະເບີດບໍ່ທັນແຕກ ເປັນຕົ້ນຢູ່ແຂວງບໍຣິຄໍາໄຊ ແລະແຂວງຊຽງຂວາງ, ແລະເຣື່ອງການທະຫານ ກໍມີມາຕລອດ.

ເຈົ້າ ອັນນັ້ນແຕ່ລະປີເພິ່ນຈະມີເນາະ ເພິ່ນຈະມີເພິ່ນຈະມີມາຕລອດ ແມ່ນໆ ທຸກໆປີກໍຈະມີມາຕລອດ ເຣື່ອງການທະຫານ ເຣື່ອງການພົວພັນ ການທະຫານກໍຈະມີມາຕລອດ ການທະຫານແລ້ວກໍຈະມີພວກກອງຫລອນ ອົງການດ້ານຊາວໜຸ່ມ ຫລືເຍົາວະຊົນອີ່ຫຍັງຫັ້ນນ່າ.

ໃນແຕ່ລະປີ ຣັສເຊັຽໃຫ້ທຶນການສຶກສາແກ່ລາວ ໃນການໄປຮຽນຕໍ່ຣະດັບສູງ ແລະມີຖ້ຽວບິນຈາກຣັສເຊັຽມາລາວ.

ດັ່ງເຈົ້າໜ້າທີ່ລາວທ່ານນຶ່ງ ຜູ້ຮູ້ກ່ຽວກັບເຣື່ອງນີ້ເວົ້າວ່າ:

ສ່ວນຫລາຍເຂົາກໍມາແລ້ວເຂົາກໍໄປວຽດ ໄປຟູກັວກໄປງາຈາງ ໄປດານັງຈັ່ງຊີ້ນ່າ ມາທ່ຽວກໍມີ ມາວຽກກໍມີ ແລ້ວກໍມີຄົນວຽດ ຄົນວຽດມາ ວຽດນາມທີ່ເຂົາເຮັດວຽກຢູ່ອັນນັ້ນ ຢູ່ວຽດນາມມັນບໍ່ມີເຄເນາະ ວຽດນາມມັນ ວະລາດີສຕັອກ ແຖວໄຊເບັຽເຣັຽມາລາວນີ້ມັນບໍ່ມີ ມາລົງວຽງຈັນເພາະວ່າ ຈາກຮາໂນ່ຍໄປວະລາດີສຕັອກມັນບໍ່ມີ ໄປແຖວໄຊເບັຽເຣັຽ ມັນມີແຕ່ມອສໂກວ.

ໃນຂະນະດຽວກັນ ຊາວນະຄອນຫລວງວຽງຈັນຜູ້ນຶ່ງ ທີ່ມີໝູ່ໄປສຶກສາຕໍ່ດ້ານການທະຫານ ຢູ່ປະເທດຣັສເຊັຽ ເວົ້າວ່າ ເຖິງແມ່ນທາງການຣັສເຊັຽ ຈະພະຍາຍາມເພີ່ມການພົວພັນ ກັບລາວ, ແຕ່ໃນຫລາຍປີຜ່ານມານີ້ ເຫັນວ່າ ຈໍານວນນັກສຶກສາລາວ ທີ່ສົນໃຈຮຽນພາສາຣັສເຊັຽນັ້ນ ຫລຸດລົງນໍາເລື້ອຍໆ ແລະບາງສະຖາບັນການສຶກສາ ໄດ້ປິດການຮຽນການສອນ ພາສາຣັສເຊັຽ ຍ້ອນເມື່ອຮຽນຈົບອອກມາແລ້ວ ບໍ່ມີວຽກງານຮອງຮັບ ແລະເຣື່ອງການທ່ອງທ່ຽວ ເປັນໄປໄດ້ຍາກ ຍ້ອນຄ່າໃຊ້ຈ່າຍສູງ ແລະຍັງຢູ່ໃນພາວະສົງຄາມ.

ກໍຫລາຍຢ່າງຫລາຍແນວເນາະ ກໍເຣື່ອງຂອງສົງຄາມກໍແມ່ນເນາະ ສົງຄາມກໍຖືວ່າຂ້ອນຂ້າງໃຫຍ່ເນາະ ຄົນກໍບໍ່ຄ່ອຍຢາກໄປເນາະ ເພາະວ່າຢ້ານ ອີກຢ່າງ ຄ່າໃຊ້ຈ່າຍກໍສູງ ເຂົາບໍ່ເນັ້ນແລ້ວ ນັກທ່ອງທ່ຽວຣັຖເຊັຽມາລາວ ມີເນາະ ມີໆ ແຕ່ບໍ່ທັນໄດ້ຫລາຍປານໃດ ຈະໄປທາງວັງວຽງເປັນສ່ວນໃຫຍ່.

ພົນເອກ ອາເລັກຊານເດີ ໂຟມິນ ໄດ້ກ່າວໃນມື້ວັນທີ 16 ພຶສຈິການີ້ວ່າ ໃນຮອບຫລາຍປີທີ່ຜ່ານມາ ກະຊວງປ້ອງກັນປະເທດ ຣັສເຊັຽ ໄດ້ເຂົ້າຮ່ວມກອງປະຊຸມຄືດັ່ງກ່າວນີ້ຢ່າງຕໍ່ເນື່ອງ ແລະພ້ອມທີ່ຈະຮ່ວມມືດ້ານການທະຫານກັບພັນທະມິຕ.

ໃນລະຫວ່າງການປະຊຸມ ທ່ານໄດ້ຈັດກອງປະຊຸມທະວິພາຄີ ຮ່ວມກັບຄະນະຜູ້ແທນສູງສຸດ ຂອງກະຊວງປ້ອງກັນປະເທດລາວ, ບຣູໄນ, ອິນໂດເນເຊັຽ ແລະເລຂາທິການອາຊ້ຽນ.

ໃນໄລຍະທ້າຍປີ 2022 ຣັສເຊັຽ ໄດ້ຖ່າຍທອດບົດຮຽນດ້ານເຕັກນິກ ແລະຍຸທວິທີການສູ້ຣົບແບບໃໝ່ ເປັນຕົ້ນ ການບັນຊາການສູ້ຣົບ, ການກະຕຣຽມກໍາລັງ, ແລະການນໍາໃຊ້ກໍາລັງສູ້ຣົບ ຂອງເຫລົ່າຣົຖຖັງ-ຍານເກາະ ຊຶ່ງມີການປັບປຸງຮູບແບບ ທີ່ປະສົມປະສານ ເໜາະກັບພູມສັນຖານຂອງລາວ.

ເມື່ອກ່ອນໜ້ານັ້ນ ໃນເດືອນທັນວາ 2018 ຣັສເຊັຽໄດ້ມອບຊຸດຣົຖຖັງ T-72B ແລະຣົຖຫຸ້ມເກາະ BRDM-2M ໃຫ້ລາວ ຕາມທີ່ກະຊວງປ້ອງກັນປະເທດຂອງ 2 ປະເທດໄດ້ລົງນາມກັນ.

ແລະເມື່ອວັນທີ 21 ມົກກະຣາ 2019, ຕາມຣາຍງານຂອງສໍານັກຂ່າວຣັສເຊັຽທາງການລາວ ໄດ້ສັ່ງຊື້ ເຮືອບິນສູ້ຣົບ Yak130 4 ລໍາໃນເບື້ອງຕົ້ນ ແລະຣົຖຖັງ ຫລາຍ 10 ຄັນ ພ້ອມທັງອຸປກອນ ທາງທະຫານຕ່າງໆ ໃນມູນຄ່າ 300 ລ້ານໂດລ້າຣ໌ສະຫະຣັຖ ແລະ ການຊ່ອຍຝຶກອົບຮົມ ທະຫານລາວນໍາດ້ວຍ.

ໜັງສືພິມຣັສເຊັຽ ຣາຍງານວ່າ ສປປ ລາວ ໄດ້ກາຍເປັນລູກຄ້າ ຕ່າງປະເທດ ຂອງຣັສເຊັຽ ຣາຍທີ 5 ສໍາລັບເຮືອບິນ Yak130 ຮອງຈາກກອງທັບ Algeria 16 ລໍາ, ບັງກະລາເທດ 16 ລໍາ, ພະມ້າ 6 ລໍາ ແລະ ເບລາຣຸສ 8 ລໍາ.

ແລະໃນປີ 2020 ຣັສເຊັຽໄດ້ເປີດສໍານັກງານ ໂຕແທນດ້ານວຽກງານ ປ້ອງກັນປະເທດ ແຫ່ງທໍາອິດ ຢູ່ນະຄອນຫລວງວຽງຈັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.