ລາວ-ຣັສເຊັຽ ເຊັນ MOU ກ່ຽວກັບການຂຸດຄົ້ນແຮ່ທາດ ຢູ່ລາວ
2023.10.12

ກຸ່ມບໍຣິສັດ ຢູສອຸຣາລ ໂຢລາຕາ (ຢູແກກາ ຈຳກັດ), ບໍຣິສັດ ສໂຕຣຍ ເຊີຣ໌ວິສ ຈຳກັດ ຈາກປະເທດຣັສເຊັຽ ແລະ ບໍຣິສັດ ລາວຣຸສ ເຕັກຄອມ ຈຳກັດ ຊຶ່ງເປັນບໍຣິສັດ ໃນເຄືອຂ່າຍຂອງກະຊວງປ້ອງກັນປະເທດ ຂອງລາວ ໄດ້ລົງນາມໃນບົດບັນທຶກ ຄວາມເຂົ້າໃຈກັນ ວ່າດ້ວຍການຮ່ວມມື ດ້ານທໍຣະນີສາດ, ການຂຸດຄົ້ນ ແລະປຸງແຕ່ງແຮ່ຄໍາ ແລະແຮ່ທາດອື່ນໆ ຢູ່ປະເທດລາວ ໃນມື້ວັນທີ 5 ຕຸລານີ້ ໂດຍມີ ພົລເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກ ຣັຖມົນຕຣີ, ຣັຖມົນຕຣີກະຊວງປ້ອງກັນປະເທດ ເຂົ້າຮ່ວມພິທີລົງນາມ, ອີງຕາມຣາຍງານ ຂອງກອງທັບປະຊາຊົນລາວ ວັນທີ 11 ຕຸລານີ້.
ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງກົມທໍຣະນີສາດ ແລະກະຊວງພະລັງງານ ແລະບໍ່ແຮ່ ເພື່ອຂໍຮູ້ຂໍ້ມູນເພີ່ມຕື່ມ ແຕ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຍັງບໍ່ສາມາດໃຫ້ລາຍລະອຽດໄດ້ ຍ້ອນຍັງບໍ່ທັນໄດ້ຮັບຣາຍງານ ແບບເປັນທາງການເທື່ອ. ແຕ່ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ຂັ້ນສູນກາງ ທີ່ຂໍສງວນຊື່, ຕໍາແໜ່ງ ແລະໜ່ວຍງານ ນາງນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 12 ຕຸລານີ້ວ່າ ໃນບົດບັນທຶກຄວາມເຂົ້າໃຈກັນ ລະຫວ່າງ 3 ບໍຣິສັດ ນັ້ນ ບໍ່ໄດ້ລະບຸຢ່າງຄັກແນ່ເທື່ອວ່າ ຈະມີການສໍາຣວດ ແລະຂໍສໍາປະທານຂຸດຄົ້ນແຮ່ທາດ ຢູ່ແຂວງໃດ ແລະຈະເຣີ່ມລົງມືປີໃດ ຊຶ່ງຍັງຕ້ອງໄດ້ລໍຖ້າ ໃຫ້ມີການຊີ້ແຈງຢ່າງເປັນທາງການກ່ອນ.
ດັ່ງທີ່ນາງກ່າວວ່າ:
“ກ່ຽວກັບທາງດ້ານອັນນັ້ນຫັ້ນບໍ່ ອັນນີ້ຍັງບໍ່ໄດ້ລະບຸວ່າຢູ່ແຂວງໃດ ເຂົາເຈົ້າຕ້ອງສໍາຣວດເບິ່ງກ່ອນ ບໍ່ທັນໄດ້ລົງມືເທື່ອ.”
ພ້ອມດຽວກັນນັ້ນ ນັກວິຊາການ ດ້ານບໍ່ແຮ່ໃນລາວທ່ານນຶ່ງ ທີ່ຮູ້ຂ່າວນີ້ໃນເບື້ອງຕົ້ນ ກໍເວົ້າເຖິງການເຂົ້າມາຮ່ວມມື ແລະລົງທຶນດ້ານແຮ່ທາດຂອງບໍຣິສັດ ຈາກປະເທດຣັສເຊັຽວ່າ ບໍ່ແມ່ນເຣື່ອງແປກໃໝ່ ເພາະວ່າທາງການລາວ ແລະຣັສເຊັຽ ມີການຮ່ວມມືກັນໃນຫລາຍດ້ານຢູ່ແລ້ວ ແລະການທີ່ບໍຣິສັດຈາກຣັສເຊັຽ ຂໍເຂົ້າມາລົງທຶນຂຸດຄົ້ນແຮ່ທາດໃນລາວ ກໍອາຈບໍ່ແຕກຕ່າງໄປຈາກປະເທດອື່ນໆ ເປັນຕົ້ນ ຈີນ ແລະວຽດນາມ ທີ່ເຂົ້າມາສໍາຣວດ ແລະຂຸດຄົ້ນແຮ່ທາດ ຢູ່ຫລາຍແຂວງຂອງລາວ.
ດັ່ງທີ່ທ່ານກ່າວໃນມື້ດຽວກັນນີ້ວ່າ:
“ມັນກະສິບໍ່ຕ່າງກັນປານໃດຕິ ເພາະວ່າຫລັກໆກໍເຣື່ອງເຕັກນິກວິຊາການ ການເຮັດວຽກນີ້ມັນກໍຈະໄປຫລັກວິຊາການ ຄືກັນຫັ້ນແຫລະ ຂຶ້ນກັບວ່າການຮ່ວມມືເພີ່ນຫັ້ນ ວ່າເພິ່ນສິເຮັດຮູບແບບໃດຫັ້ນນ່າ ຄວາມແຕກຕ່າງນີ້ ເຮົາບໍ່ສາມາດຈໍາແນກໄດ້ດອກວ່າ ຕ່າງແນວໃດຫັ້ນນ່າ.”
ເຈົ້າໜ້າທີ່ຜແນກພະລັງງານ ແລະບໍ່ແຮ່ ແຂວງອັດຕະປື ກໍເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນນີ້ວ່າ ກ່ອນໜ້ານີ້ ກໍມີຫລາຍບໍຣິສັດຈາກປະເທດຣັສເຊັຽ ເຄີຍມາສໍາຣວດແຮ່ທາດ ຢູ່ບາງແຂວງຂອງລາວ ເປັນຕົ້ນແຂວງອັດຕະປື ແຕ່ຍັງບໍ່ໄດ້ຂໍສັມປະທານສໍາຣວດ ແລະຂຸດຄົ້ນແຮ່ທາດ ຢ່າງຈິງຈັງເທື່ອ ແລະວ່າ ບໍ່ສະດວກທີ່ຈະໃຫ້ຂໍ້ມູນ ທາງໂທຣະສັບໄດ້.
“ມີໆ ມີຫລາຍຢູ່ ຂົງເຂດບໍ່ແຮ່ກະຫລາຍ ແຕ່ວ່າກະບໍ່ສະດວກໃຫ້ຂໍ້ມູນທາງໂທຣະສັບ.”
ຜູ້ປະກອບການ ຮັບຈ້າງເຈາະບໍ່ແຮ່ ພາຍໃນໂຄງການຂຸດຄົ້ນບໍ່ແຮ່ ຢູ່ແຂວງໄຊສົມບູນນາງນຶ່ງເວົ້າວ່າ ໃນໄລຍະທີ່ຜ່ານມາ ກໍບໍ່ເຄີຍເຫັນບໍຣິສັດ ຈາກປະເທດ ຣັສເຊັຽ ເຂົ້າມາສໍາຣວດ ຫລືຂຸດຄົ້ນແຮ່ທາດ ຢູ່ແຂວງໄຊສົມບູນນີ້ເທື່ອ, ມີແຕ່ບໍຣິສັດຈາກປະເທດອື່ນໆ ທີ່ເຂົ້າມາເຮັດ, ເຣື່ອງບໍຣິສັດຈາກປະເທດຣັສເຊັຽ ເຂົ້າມາລົງທຶນຂຸດຄົ້ນແຮ່ທາດ ຢູ່ລາວ ບໍ່ຮູ້ຣາຍລະອຽດ ແລະກໍເປັນເຣື່ອງແປກ ໃນສາຍຕາ ຂອງຊາວບ້ານ.
“ເຄີຍມີທາງຣັສເຊັຽສໍາຣວດຢູ່ໃນໄຊສົມບູນບໍ່ ຍັງ ຍັງບໍ່ເຄີຍເຫັນເຂົາເຈົ້າ ນ້ອງຍັງບໍ່ເຄີຍໄດ້ໄປເຈາະ ໃຫ້ກັບຣັສເຊັຽ ໂຕນີ້ນ້ອງກະບໍ່ຮູ້ຣາຍລະອຽດ.”
ຢູ່ເມືອງເຊໂປນ ແຂວງສວັນນະເຂດ, ຊາວບ້ານຜູ້ນຶ່ງ ເວົ້າວ່າ ການທີ່ນັກທຸຣະກິຈ ຈາກປະເທດຣັສເຊັຽ ຈະເຂົ້າມາລົງທຶນ ຂຸດຄົ້ນແຮ່ທາດຢູ່ລາວ ບໍ່ວ່າຈະຢູ່ແຂວງໃດ ຫວັງວ່າ ຈະມີໂຄງການພັທນາ ເພື່ອຍົກລະດັບ ຊີວິດການເປັນຢູ່ ຂອງຊາວບ້ານ ໃນທ້ອງຖິ່ນນັ້ນໆ ຄວບຄູ່ໄປກັບການໄດ້ຜົລກໍາໄລ ຈາກການຂຸດຄົ້ນແຮ່ທາດນັ້ນ.
“ໂອ໋ ຢາກໃຫ້ພັທນາຫລາຍແທ້ 1. ລະແມ່ນວ່າໂຄງລ່າງບ້ານ ຫ້ອງການ ໂຮງຮໍ່າໂຮງຮຽນ ຫັ້ນແຫລະ. ໂຮງໝໍຫັ້ນແຫລະ ແຕ່ກີ້ ຄົນມາແຕ່ກີ້ຫັ້ນອອສເຕຣເລັຽ ກະໃຫ້ຢູ່, ໃຫ້ກະບໍ່ທັນໄດ້ ບໍ່ໄດ້ຕາມໃຈ.”
ເມື່ອກ່ອນໜ້ານີ້ ບໍຣິສັດ ລາວຣຸສ ເຕັກຄອມຈໍາກັດ ກະຊວງປ້ອງກັນປະເທດ ຂອງລາວ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈກັນ ກັບຄະນະຜູ້ແທນ ຈາກປະເທດຣັສເຊັຽ ເມື່ວັນທີ 5 ມິຖຸນາທີ່ຜ່ານມາ ເພື່ອເປັນຖານສໍາຄັນ ໃນການຊອກຄົ້ນຂໍ້ມູນ ກ່ຽວກັບການຮ່ວມມື ທາງດ້ານທຸຣະກິຈ, ອີງຕາມຣາຍງານຂອງໜັງສືພິມ ວຽງຈັນໃໝ່ ວັນທີ 12 ມິຖຸນາ 2023.