ເຣື້ອງທີ່ເກັບບັນທຶກໄວ້
2022-02-25
ໂຮງໝໍມະໂຫສົດ ກໍານົດລາຄາ ຄ່າບໍຣິການ ຫ້ອງພິເສດ ແລະຫ້ອງນອນ ທັມມະດາສູງ ຈົນເຮັດໃຫ້ປະຊາຊົນເວົ້າວ່າ ແພງເກີນໄປ ສ່ວນ ລາຄາຫ້ອງພິເສດ ຜແນກບໍຣິການ ພິເສດປະເພດ VVIP - 1,200,000 ກີບຕໍ່ມື້.
2022-02-25
ຜູ້ທີ່ເຮັດວຽກນໍາ ບໍຣິສັດ ທົ່ວໄປໃນລາວ ສ່ວນຫລາຍບໍ່ມີປະກັນສຸຂພາບ ແລະ ຄວາມປອດພັຍ ໃນສະຖານທີ່ເຮັດວຽກ, ເວລາເກີດເຈັບ ຫລືປ່ວຍ ແມ່ນໄດ້ຮັບຜິດຊອບ ໃນການປິ່ນປົວ ເອົາເອງ.
2022-02-15
ແຂວງໄຊຍະບູຣີ ສັ່ງໂຈະງານບຸນຊ້າງ ປະຈຳປີ 2022 ນີ້, ໃຫ້ເຮັດແຕ່ພິທີຄອບເລົ່າ ຕັກບາດເພື່ອອຸທິດສ່ວນບຸນໃຫ້ຊ້າງ, ບໍ່ມີການແຫ່ ຂະບວນຊ້າງ, ບໍ່ມີຕະຫລາດນັດ ວາງສະແດງສິນຄ້າ ແລະກິຈກັມ ອື່ນໆເພື່ອປະຕິບັດ ມາຕການ ປ້ອງກັນການຣະບາດ ຂອງໂຄວິດ-19.
2022-02-14
ກຸ່ມຮ້ານບັນເທີງ, ຮ້ານຄາຣາໂອເກະ ປັບປ່ຽນມາເປັນ ຮ້ານອາຫານ ເພື່ອຄວາມຢູ່ລອດ ໃນຊ່ວງທີ່ໂຄວິດ-19 ຍັງຣະບາດ ຢູ່ ແລະ ທາງການລາວ ກໍຍັງສັ່ງຫ້າມ ເປີດຮ້ານບັນເທີງ ເພື່ອຄວບຄຸມ ການຣະບາດ ຂອງເຊື້ອໂຄວິດ-19.
2022-02-10
ຕໍາຣວດຊາຍແດນ ແຂວງມຸກດາຫານ ຂອງໄທຍ ຍຶດຢາບ້າໄດ້ 112,000 ເມັດ ທີ່ຄົນລາວ 2 ຄົນລັກຂົນຂ້າມ ນໍ້າຂອງມາວາງໄວ້ ແຄມຝັ່ງໄທຍ ແລ້ວຟ້າວຂັບເຮືອ ກັບຄືນໄປຝັ່ງລາວ ໃນມື້ວັນທີ 4 ກຸມພານີ້.
2022-02-10
ໄຟໄໝ້ຢູ່ສນາມຂີ້ເຫຍື້ອ ຫຼັກ 32 ເມືອງໄຊທານີ ນະຄອນຫຼວງວຽງຈັນ ຍັງບໍ່ສາມາດມອດໄຟ ສໍາເຣັດເທື່ອ ຍ້ອນຈຸດທີ່ໄຟໄໝ້ນັ້ນ ແມ່ນຢູ່ໃຈກາງ ຂອງຂຸມຂີ້ເຫຍື້ອ ເຮັດໃຫ້ຣົຖສີດນໍ້າ ເຂົ້າໄປບໍ່ເຖິງ ບວກກັບສະພາບອາກາດ ມີລົມແຮງ.
2022-02-09
ຊາວບ້ານ ທີ່ອາສັຍຢູ່ ຕາມແຄມທາງ ເຂດບ້ານຮ່ອງງົວ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຕ້ອງສູດດົມຂີ້ຝຸ່ນ ຍ້ອນທາງເສັ້ນນີ້ ຍັງເປັນທາງດິນແດງ ໃນລະດູແລ້ງ ກໍປະສົບບັນຫາ ຂີ້ຝຸ່ນໄງ່ ແລະ ໃນລະຝົນກໍມີບັນຫາ ຂີ້ຕົມ, ສ່ວນຫາຍເຫດນຶ່ງ ທີ່ເຮັດໃຫ້ຖົນຫຼາຍສາຍ ໃນລາວເປ່ເພ ກໍຍ້ອນ ຣົຖບັນທຸກໜັກ.
2022-02-08
ໂຕເລຂ ຜູ້ຕິດໂຄວິດ-19 ໃນປະເທດລາວ ມີທ່າທີຫຼຸດລົງ ແລະ ສາເຫດນຶ່ງ ກໍຍ້ອນປະຊາຊົນ ສ່ວນໃຫຍ່ ກວດ ແລະ ປິ່ນປົວເອງຢູ່ເຮືອນ
2022-02-03
ໄຟໄໝ້ຂີ້ເຫຍື້ອ ເຮັດໃຫ້ຄວັນໄຟ ປິວໄປປົກຄຸມ ທ້ອງຟ້າ ສົ່ງຜົລໃຫ້ ປະຊາຊົນທີ່ຢູ່ໃກ້ຄຽງ ໄດ້ຮັບຄວາມເດືືອດຮ້ອນ ເນື່ອງຈາກຄວັນໄຟ ທີ່ມີກິ່ນຂິວ ປົກຄຸມໃນຫຼາຍບ້ານ ຍັງມີຜົລກະທົບ ຕໍ່ລະບົບຫາຍໃຈ ຂອງຜູ້ທີ່ຢູ່ອາສັຍ ບໍຣິເວນໃກ້ຄຽງ.
2022-02-02
ໂຄງການ ຜລິດກະສິກັມ ເພື່ອຄໍ້າປະກັນ ສະບຽງ ອາຫານ ຂອງປະເທດລາວ ຜ່ານມາ ຍັງບໍ່ບັນລຸເປົ້າໝາຽ ປະຊາຊົນ ໃນເຂດຊົນນະບົດ ຫ່າງໄກສອກຫລີກ ແມ່ນໄດ້ຮັບ ຜົລກະທົບ ຫລາຍທີ່ສຸດ ຍ້ອນວ່າພັຍທັມມະຊາຕ, ການຈັດສັນ ທີ່ດິນທັມກິນ, ການຜລິດ ເພື່ອເປັນສິນຄ້າ ບໍ່ມີຕລາດ ຈຳໜ່າຍ.
2022-02-02
ໃນໄລຍະ ສລອງ ປີໃໝ່ຈີນ ແລະວຽດນາມ ປີີນີ້, ທາງການ ນະຄອນຫລວງວຽງຈັນ ຍຶດໝາກກະໂພກ ຢູ່ຮ້ານຄ້າໄດ້ 500 ປາຍກິໂລ; ເຖິງແມ່ນວ່າ ທາງການຫ້າມ ແຕ່ກໍຍັງມີການຊື້-ຂາຍ ແລະຈູດຫລາຍຢູ່.
2022-02-01
ຊາວບ້ານ ທີ່ຢູ່ໃກ້ສນາມ ຂີ້ເຫຍື້ອຫລັກ 32 ເມືອງໄຊທານີ ນະຄອນຫລວງວຽງຈັນ ຮຽກຮ້ອງໃຫ້ ທາງການເລັ່ງມອດໄຟໄໝ້ຂີ້ເຫຍື້ອ ຍ້ອນຄວັນໄຟ ປິວໄປທົ່ວ, ກະທົບຕໍ່ສຸຂພາບ, ກິ່ນຂິວ, ແສບຕາ ຢູ່ຍາກ.