ໂຮງໝໍ ມະໂຫສົດ ກຳນົດລາຄາ ຄ່າບໍຣິການ ປະຊາຊົນ ຈົມແພງ

ຈຳປາທອງ
2022.02.25
ໂຮງໝໍມະໂຫສົດ ທີ່ນະຄອນຫຼວງວຽງຈັນ
RFA

ໂຮງໝໍມະໂຫສົດ ກໍານົດລາຄາຄ່າ ບໍຣິການຫ້ອງພິເສດ ແລະຫ້ອງນອນທັມມະດາ ຂອງແຕ່ລະຜແນກການສູງ ພາຍຫລັງທີ່ໄດ້ເປີດໃຊ້ ຕຶກຫລັງໃໝ່ທີ່ຣັຖບານຈີນຊ່ອຍສ້າງ ແລະປະກອບອຸປກອນການແພດໃຫ້ທັງໝົດ ຈົນເຮັດໃຫ້ປະຊາຊົນເວົ້າວ່າ ແພງເກີນໄປ.

ເຈົ້າໜ້າທີ່ໂຮງໝໍມະໂຫສົດ ທີ່ນະຄອນຫລວງວຽງຈັນ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ ວັນທີ 25 ກຸມພານີ້ວ່າ ລາຄາຄ່າບໍຣິການຫ້ອງພິເສດ ແລະຫ້ອງນອນທັມມະດາ ທີ່ວ່ານັ້ນ ຈະມີຜົນບັງຄັບໃຊ້ນັບແຕ່ມື້ວັນທີ 15 ກຸມພາ 2022 ຄືມື້ທີ່ທາງໂຮງໝໍມະໂຫສົດ ອອກຂໍ້ຕົກລົງນັ້ນເປັນຕົ້ນໄປ.

ມື້ທີ່ວ່າລົງລາຍເຊັນເລີຍ ເຈົ້າ ເອກສານທຸກຢ່າງປະຕິບັດຕາມມື້ລົງລາຍເຊັນເລີຍ ໃຫ້ເບິ່ງຕາມນັ້ນເລີຍ ເຈົ້າ.

ອີງຕາມຂໍ້ຕົກລົງຂອງໂຮງໝໍມະໂຫສົດ ກະຊວງສາທາຣະນະສຸກ ວ່າດ້ວຍການປັບປຸງລາ ຄາຄ່າບໍຣິການຫ້ອງພິເສດ ແລະຫ້ອງນອນທັມມະດານັ້ນແລ້ວແມ່ນວ່າ:  

  • ລາຄາຫ້ອງພິເສດ ຜແນກບໍຣິການພິເສດ ປະເພດ VVIP ລາຄາ 1,200,000 ກີບຕໍ່ມື້. ໃນຫ້ອງພິເສດນັ້ນ ມີ 2 ຫ້ອງນອນ ຄືຫ້ອງນອນຄົນເຈັບ ແລະຫ້ອງນອນພີ່ນ້ອງຄົນເຈັບ.
  • ຫ້ອງພິເສດຂອງແຕ່ລະຜແນກ ປະເພດ VIP ມີ 3 ປະເພດ, ປະເພດນຶ່ງ ລາຄາ 800,000 ກີບຕໍ່ມື້, ປະເພດສອງ - 250,000 ກີບຕໍ່ມື້, ປະເພດສາມ - 150,000 ກີບຕໍ່ມື້ ແລະຫ້ອງທັມມະດາ 50,000 ກີບຕໍ່ມື້.

ພາຍຫລັງທີ່ຂໍ້ຕົກລົງດັ່ງກ່າວ ຖືກເຜີຍແຜ່ ປະຊາຊົນລາວຈໍານວນນຶ່ງເຫັນວ່າ ເປັນຄ່າບໍຣິການທີ່ແພງຫລາຍ ເພາະໂຮງໝໍມະໂຫສົດ ສ່ວນຫລາຍຈະເປັນຄົນທຸກຍາກ ມັກມາປິ່ນ ປົວ. ຫາກຄ່າບໍຣິການຫ້ອງນອນແພງ ກໍອາຈສົ່ງຜົນກະທົບຕໍ່ພວກເຂົາເຈົ້າ.

ຊາວນະຄອນຫລວງວຽງຈັນຜູ້ນຶ່ງເວົ້າວ່າ ໂຮງໝໍມະໂຫສົດ ເປັນໂຮງໝໍຂອງຣັຖ, ບໍ່ຄວນຈະເກັບຄ່າບໍຣິການຕ່າງໆແພງເກີນໄປ, ຕ້ອງຄໍານຶງໄປເຖິງຄົນທຸກຍາກ ທີ່ຈະເຂົ້າມາປິ່ນ ປົວນໍາດ້ວຍ. ຫາກຕ້ອງໄດ້ປິ່ນປົວເປັນເວລາຫລາຍມື້ ຫລືເປັນເດືອນ ພວກເຂົາເຈົ້າຈະຫາເງິນມາແຕ່ໃສຈ່າຍໃຫ້ທາງໂຮງໝໍ.

ກະແພງຫັ້ນແລ້ວ ສະເພາະພວກມີເງິນນີ້ ເຂົາກະບໍ່ເວົ້າແພງບໍ່ແພງ ເພາະເຂົາມີເງິນ ພວກທີ່ບໍ່ມີເງິນພວກທຸກຍາກນີ້ຕີ້ ເຂົາກະຈົ່ມວ່າແພງໄດ໋ ອັນນີ້ໂຮງໝໍຣັຖ ກະບໍ່ຄວນແລ້ວຄັນເວົ້ານະ.

ແລະຊາວນະຄອນຫລວງວຽງຈັນອີກຜູ້ນຶ່ງກໍເວົ້າໃນມື້ດຽວກັນນີ້ວ່າ ຫາກເປັນຫ້ອງທັມມະດາ ລາຄາ 50,000 ກີບຕໍ່ມື້ ກໍພໍຈະສູ້ໄຫວ ແລະບໍ່ກະທົບໜັກປານໃດ. ແຕ່ຫາກຈະນອນປິ່ນ ປົວຢູ່ຫ້ອງພິເສດຕ່າງໆ ກໍຈະບໍ່ສາມາດສູ້ໄດ້ ເພາະມັນແພງໂພດ ສໍາລັບຜູ້ທຸກຍາກ ຫລືຜູ້ບໍ່ມີລາຍໄດ້ຫລາຍ.

ມັນຕ້ອງອີງຕາມເສຖກິດແຕ່ລະຄອບຄົວ ຫັ້ນແລ້ວ ຫ້ອງທັມດາແມ່ນຫຍັງກະໂອເຄຢູ່ໄດ໋ ໄຫວຢູ່ແຕ່ວ່າໂຕ VIP ຄືວ່າຢາກໜັກໂພດນ່າ ຄັນອີງຕາມເສຖກິດນີ້ນ່າ.

ໃນຂະນະດຽວກັນ ຊາວນະຄອນຫລວງວຽງຈັນອີກຜູ້ນຶ່ງ ກໍເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 25 ກຸມພານີ້ວ່າ ເຖິງຄ່າບໍຣິການຕ່າງໆໃນໂຮງໝໍມະໂຫສົດ ມີການປັບຂຶ້ນລາຄາແດ່,  ແຕ່ແພດ ໝໍ ແລະພະນັກງານທຸກຄົນ ໃຫ້ບໍຣິການດີ, ໃຫ້ຄວາມສະດວກສະບາຍ ແລະມີຄວາມສະອາດ-ອະນາມັຍບໍ່ໃຫ້ເປັນຄືໂຕເກົ່າ ກໍເຫັນວ່າ ເໝາະສົມຢູ່.

ໂຮງໝໍມັນກະສະອາດແດ່ ອັນໃດແນ່ສິບໍ່ຄືກັນກັບໂຕເກົ່າແຫລະ ກະແພງຢູ່ ຄັນແພງແລ້ວມັນດີ ເຮົາກະປົວເນາະ ກະງ່າຍ ມັນສະດວກສະບາຍດີ.

ການກໍ່ສ້າງໂຮງໝໍມະໂຫສົດຫລັງໃໝ່ ແມ່ນຣັຖບານຈີນຊ່ອຍເຫລືອ ຕາມບົດບັນທຶກຄວາມເຂົ້າໃຈກັນ ເມື່ອເດືອນມິຖຸນາ 2017 ແລະສ້າງແລ້ວເມື່ອທ້າຍປີ 2021 ທີ່ຜ່ານມາ. ໂຮງໝໍຫລັງໃໝ່ນີ້ ສູງ 8 ຊັ້ນ, ມີ 630 ຕຽງ. ຈີນເປັນຜູ້ອອກແບບ, ຮັບເໝົາກໍ່ສ້າງ ແລະຕິດຕັ້ງເຄື່ອງມືການແພດທັນສມັຍແບບຄົບວົງຈອນ, ມູນຄ່າການລົງທຶນປະມານ 600 ລ້ານ ຢັວນ ຫລືປະມານ 95,000,000 ໂດລາສະຫະຣັຖ.

ໂຮງໝໍມະໂຫສົດຫລັງເກົ່າ ເປັນໂຮງໝໍຂອງຣັຖ ທີ່ໃຫຍ່ທີ່ສຸດຂອງລາວ, ໄດ້ຖືກສ້າງມາຕັ້ງແຕ່ ສມັຍທີ່ປະເທດລາວເປັນຫົວເມືອງຂຶ້ນຂອງຝຣັ່ງເສດ, ມີອາຍຸ 100 ປາຍປີ. ສະ ພາບຊຸດໂຊມຫລາຍ, ຫ້ອງຜ່າຕັດ, ອຸປກອນການແພດກໍມີຈໍາກັດ, ບໍ່ພຽງພໍສໍາລັບຜູ້ເຈັບປ່ວຍທີ່ມາປິ່ນປົວ ທີ່ນັບມື້ຫລາຍເພິ່ມຂຶ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.