ລາວ ຍັງບໍ່ບັນລຸ ເປົ້າໝາຍ ຄ້ຳປະກັນ ສະບຽງອາຫານ

ໄຊຍາ
2022.02.02
ລາວ ຍັງບໍ່ບັນລຸ ເປົ້າໝາຍ ຄ້ຳປະກັນ ສະບຽງອາຫານ ນັກຮຽນ ໃນໂຮງຮຽນແຫ່ງນຶ່ງ ເຂດຫ່າງໄກ ຂອງແຂວງອຸດົມໄຊ, ເດືອນຕຸລາ 2021
ນັກຂ່າວ ພົລເມືອງ

ເຖິງວ່າປະເທດລາວ ຈະມີຄວາມຄືບໜ້າໃນ ການພັທນາເສຖກິຈ-ສັງຄົມ ຢ່າງຊັດເຈັນ ແຕ່ກໍຍັງຢູ່ໃນອັນດັບທີ 78 ຈາກການຈັດອັນດັບ ດັດສະນີຄວາມອຶດຫີວ 116  ປະເທດທົ່ວໂລກ, ການຢຸດການຈະເຣີນເຕີບໂຕ ຍັງຄົງສືບຕໍ່ມີຜົລເຮັດໃຫ້ເດັກນ້ອຍ 1 ໃນ 3 ແລະ 20% ຂອງຈຳນວນປະຊາກອນ ຕ້ອງປະເຊີນກັບຄວາມບໍ່ໝັ້ນຄົງ ທາງດ້ານສະບຽງອາຫານ ໃນບາງໄລຍະຂອງແຕ່ລະປີ.

ບົດຣາຍງານ ຂອງທະນາຄານໂລກ ປະຈຳປີ 2020 ໄດ້ໃຫ້ຮູ້ວ່າ ປະຊາກອນລາວ 5% ກຳລັງປະເຊີນກັບ ສະພາບການຂາດສານອາຫານ ໃນນີ້ພົບໃນເດັກນ້ອຍ ອາຍຸຕໍ່າກວ່າ 5 ປີ, 40% ແມ່ນບໍ່ສາມາດເຕີບໂຕໄດ້ ຢ່າງເຕັມທີ່ຕາມອາຍຸ. ສ່ວນແມ່ຍິງກຸ່ມຊົນເຜົ່າ ເຂດເນີນສູງມີພຽງ 10% ເທົ່ານັ້ນ ທີສາມາດຕອບສນອງ ອາຫານຂັ້ນພື້ນຖານ ໃນຊີວິດປະຈຳວັນຂອງຕົນເອງໄດ້ ໂດຍອີງໃສ່ການສຳຣວດໃນປີ 2017.

ຕໍ່ສະພາບການທີ່ເກີດຂຶ້ນ ມີຫລາຍອົງການຈັດຕັ້ງ ທາງສັງຄົມທີ່ພະຍາຍາມໃຫ້ ການຊ່ອຍເຫລືອປະຊາຊົນເຂດຫ່າງໄກສອກຫລີກ ເພື່ອຮັບປະກັນຄວາມໝັ້ນຄົງ ທາງດ້ານສະບຽງອາຫານ ໂດຍການເຂົ້າໄປສນັບສນູນ ຊາວກະສິກອນ ຂນາດນ້ອຍໃນເຂດຫ່າງໄກສອກຫລີກ ແລະເຂດເນີນສູງ ຂອງປະເທດລາວເພື່ອເຮັດໃຫ້ ການຄໍ້າປະກັນສະບຽງ ອາຫານພຽງພໍ ແລະມີໂພຊະນາການ.

ດັ່ງເຈົ້າໜ້າທີ່ ທີ່ຂໍສງວນຊື່ແລະອົງກອນໄດ້ກ່າວຕໍ່ RFA ເມື່ອວັນທີ 29 ມົກກະຣາ ທີຜ່ານມາວ່າ. ພັຍທັມມະຊາຕ ແລະການພັທນາເຮັດການຜລິດ ຂອງປະຊາຊົນບໍ່ໄດ້ຮັບ ຜົລຜລິດທີ່ແນ່ນອນ.

ຢູ່ໃນ ສປປ ລາວ ເຮົາເອງເນາະສະພາບ ອາກາດຮຸນແຮງບໍ່ວ່າ ຈະເປັນພັຍນໍ້າຖ້ວມ ລົມພະຍຸ ພັຍແຫ້ງແລ້ງ ທີ່ແກ່ຍາວພັຍໜາວ ທີເກີດຂຶ້ນຖີ່ຂຶ້ນນັ້ນໄດ້ສ້າງຄວາມເສັຽຫາຍ ໃຫ້ກັບຜົລຜລິດຂອງຊາວກະສິກອນ ສົ່ງຜົລກະທົບຕໍ່ ການຄໍ້າປະກັນ ສະບຽງອາຫານ.

ປະຊາຊົນທີ່ຢູ່ເຂດຫ່າງໄກ ສອກຫລີກທາງແຂວງພາກເໜືອ ທີ່ເຂົ້າຮ່ວມໂຄງການນຶ່ງ ທີ່ສົ່ງເສີມການຜລິດທາງດ້ານ ຂແນງກະສິກັມແບບຄອບຄົວ ກໍເພື່ອຫາລາຍໄດ້ພ້ອມທັງເປັນສ້າງ ລາຍຮັບເພື່ອມາລ້ຽງຄອບຄົວ. ແຕ່ວ່າກໍບໍ່ແມ່ນເຣື່ອງງ່າຍ ເພາະປັດຈຸບັນດິນຟ້າອາກາດ ປ່ຽນແປງເຮັດໃຫ້ຜົລຜລິດ ບໍ່ໄດ້ຕາມແຜນ.

ຄືໄລຍະຜ່ານມາ ຈົນເຖິງປັດຈຸບັນ ການມີການປ່ຽນແປງຫລາຍດ້ານ ຄືບາງໄລຍະການມີຝົນຕົກຫລາຍເປັນຕົ້ນຣະດູຝົນ, ບາງເທື່ອກາເຮັດໃຫ້ເກີດພັຍແລ້ງ, ເຮັດໃຫ້ເກີດກະທົບຕໍ່ການຜລິດ ຕົກຕໍ່າຫລາຍຂາດເຂົ້າກິນ ເຮັດໃຫ້ມີຜົລຕໍ່ຊີວິດການເປັນຢູ່ ຂອງປະຊາຊົນ.

ປະຊາຊົນທີ່ອາສັຍຢູ່ພາກກາງ ທີ່ພະຍາມຍາມເຮັດການປູກຝັງ-ລ້ຽງສັດ ແຕ່ບັນຫາກໍຕິດຢູ່ທີ່ວ່າ ສະພາບດິນໃນເຂດຂອງຕົນ ບໍ່ອຳນວຍ ນອກຈາກນີ້ການສນອງນໍ້າ, ແນວພັນ ແລະການກູ້ຢືມເງິນທຶນກໍຍາກຈຶ່ງເຮັດໄປຕາມທັມມະຊາຕ ບາງປີກໍກຸ້ມກິນ ບາງປີກໍຂາດເຂີນ.

ກາຂາດເຂີນອີຫລີຫັ້ນແລ້ວ ເຮັດພັດນາບໍ່ມີມັນເປັນດິນຫີນ ເປັນຫຍັງຫັ້ນລະ ເຮັດຕາມຍອດຫ້ວຍ ມັນກາບໍ່ກຸ້ມ ເພາະວ່າມັນຫ່າງໄກ ສອກຫລີກກາຍາກ.

ຕໍ່ກັບບັນຫາທີ່ເກີດຂຶ້ນ ເປັນຫຍັງການຜລິດ ຂອງຊາວກະສິກອນ ຢູ່ໃນເຂດຫ່າງໄກ ສອກຫລີກ ບໍ່ກຸ້ມກິນຫລືໄດ້ຜົລຜລິດບໍ່ເຕັມເມັດເຕັມໜ່ວຍ ນັກວິຊາການປະຈຳ ອົງການສົ່ງເສີມ ການຜລິດ ທາງດ້ານກະສິກັມແຫ່ງນຶ່ງ ທີ່ຂໍສງວນຊື່ ແລະສຽງໃຫ້ຄຳເຫັນວ່າ. ຈາກການສຶກສາບັນຫາ ຜ່ານມາແມ່ນເຣື່ອງທີ່ດິນທຳກິນຂອງປະຊາຊົນ ໂດຍການເຊື່ອມໂຍງດ້ານການຄໍ້າປະກັນ ສະບຽງອາຫານ ແລະຄວາມໝັ້ນຄົງ ດ້ານສິດຄອບຄອງນໍາໃຊ້ທີ່ດິນ ທັງໃນຮູບບແບບທີ່ດິນ ທີ່ອອກໃບຕາດິນຖາວອນ, ການວາງແຜນນໍາໃຊ້ທີ່ດິນ ແບບມີສ່ວນຮ່ວມ ຫລື ການຂຶ້ນທະບຽນທີ່ດິນເຊັ່ນ ໃບຕາດິນສ່ວນບຸກຄົນ ແລະໃບຕາດິນຊຸມຊົນ ຈະຊ່ອຍເພີ່ມຄວາມໝັ້ນຄົງ ທາງດ້ານສະບຽງອາຫານ, ໂພຊະນາການ, ຊີວະນາໆ ພັນ ແລະຄວາມຍືນຍົງດ້ານສິ່ງແວດລ້ອມ.

ສ່ວນນັກພັທນາຊົນນະບົດ ທ່ານນຶ່ງໄດ້ໃຫ້ຄວາມເຫັນວ່າ ຕາມແຜນພັທນາເສຖກິຈ-ສັງຄົມ ຂອງຣັຖບານລາວກໍຄື ແຜນວຽກຈຸດສຸມການຄໍ້າປະກັນ ສະບຽງອາຫານ ແລະໂພຊະນາການ ນັ້ນໄດ້ຣາຍງານອອກມາວ່າ ລາວ ໄດ້ບັນລຸເປົ້າໝາຽ Millennium Development Goals (MDGs) (ເປົ້າໝາຍການພັທນາສຫັດສວັດ) ໃນການຫລຸດຜ່ອນອັດຕຣາ ສ່ວນພັຍອຶດຫີວ, ນຶ່ງໃນໂຕຊີ້ວັດ LCD/HAI ການຜລິດກະສິກັມໄດ້ບັນລຸເປົ້າໝາຽ ການຜລິດອາຫານຕໍ່ຄົນຕໍ່ປີ ໃນປີ 2017, ເຖິງແມ່ນວ່າມີພັຍນໍ້າຖ້ວມ ແລະການຣະບາດຂອງສັດຕຣູພືດກໍຕາມ. ໃນຂະນະທີ່ຊົນລະປະທານຖືກປັບປຸງ ເພື່ອເພິ່ງພານໍ້າຝົນໜ້ອຍລົງ.

2 ປີຜ່ານມາ ໄດມີການໃຫ້ການບໍຣິການ ດ້ານກະສິກັມ 81 ເມືອງ ແລະມີການຈັດຕັ້ງ ປະຕິບັດເພື່ອສນັບສນູນ ການບໍຣິໂພກອາຫານຫລາກຫລາຍຂຶ້ນ. ເຖິງວ່າພັຍຂົ່ມຂູ່ຕໍ່ຄວາມໝັ້ນຄົງ ດ້ານສະບຽງອາຫານຍັງສືບເນື່ອງມາຈາກ ການເຊື່ອມໂຊມຂອງດິນ, ບັນຫາການນຳໃຊ້ທີ່ດິນ ຂອງປະຊາກອນ ແລະ ໂຄງການລົງທຶນ ຂນາດໃຫຍ່. ການຂຍາຍໂຕຢ່າງໄວວາ ຂອງການກະສິກັມ ກໍໃຫ້ເກີດພັຍຂົ່ມຂູ່ຄວາມໝັ້ນຄົງ ທາງດ້ານສະບຽງອາຫານ ແລະຍຸທສາດໂພຊະນາການ.

ຈາກການຣາຍງານຂອງຊື່ລາວ ເມື່ອວັນທີ 27 ມົກກະຣາ ຜ່ານມາ, ອົງການອາຫານໂລກ ໄດ້ສືບຕໍ່ໃຫ້ຄຳໝັ້ນສັນຍາວ່າ ໃຫ້ຊ່ອຍເຫຼືອແກ່ຣັຖບານລາວ ໃນການປັບປຸງຄວາມໝັ້ນຄົງ ທາງດ້ານສະບຽງອາຫານ, ຫລຸດຜ່ອນການຂາດສານອາຫານ ແລະຮັບປະກັນຄວາມຍືນຍົງ ທາງດ້ານການຜລິດອາຫານ ໃຫ້ແກ່ໝົດທຸກຄົນ ເພື່ອໃຫ້ຫລຸດພົ້ນອອກຈາກ ເປັນປະເທດດ້ອຍພັທນາ.

ໂດຍທັງກະຊວງແຜນການ ແລະການລົງທຶນ ແລະອົງການອາຫານໂລກ ໄດ້ຮ່ວມມືສ້າງແຜນ ແລະຈັດພິທີເປີດແຜນງານ ຍຸທສາດໄລຍະໃໝ່ ສົກປີ 2022-2026 ໂດຍແຜນນີ້ ແມ່ນມີຄວາມສອດຄ່ອງ ແລະສນັບສນູນ ການຈັດຕັ້ງປະຕິບັດ ແຜນບູຣິມະສິດ ຂອງຂແນງການ ແລະ ທ້ອງຖິ່ນ ກໍຄືສນັບສນູນແຜນບູຣິມະສິດ ຂອງແຜນພັທນາເສຖກິຈ-ສັງຄົມ ແຫ່ງຊາຕ 5 ປີ ຄັ້ງທີ 9 ແຕ່ປີ 2021-2025, ຊຶ່ງເປັນການປະກອບສ່ວນ ເຮັດໃຫ້ປະເທດລາວ ຫລຸດພົ້ນອອກຈາກສະຖານະພາບ ປະເທດດ້ອຍພັທນາ ແລະບັນລຸເປົ້າໝາຽ ການພັທນາແບບຍືນຍົງ ໃນປີ 2030.

ເຖິງແນວໃດກໍຕາມ ອັດຕຣາໂຕເລຂ ພະຍາດເລືອດຈາງ ກໍຍັງເປັນໂຕເລຂທີ່ສູງ, ໃນຂະນະ ທີ່ໂຕເລຂຂອງພຍາດຈ່ອຍຜອມ ໄດ້ເພີ່ມຂຶ້ນໃນລະຫວ່າງ ປີ 2011-2017. ພ້ອມນີ້ພະຍາດ ຕຸ້ຍ ຫລືນໍ້າໜັກເກີນຍັງມີທ່າອ່ຽງເພີ່ມຂຶ້ນ. ຈາກບັນຫາດັ່ງກ່າວ, ລາວມີຄວາມສ່ຽງ ຕໍ່ກັບຜົລກະທົບ ທາງດ້ານການປ່ຽນແປງດິນຟ້າອາກາດ, ພັຍພິບັດທັມມະຊາຕ ທີ່ມີຄວາມຖີ່ ແລະຮຸນແຮງເພີ່ມຂຶ້ນ. ວິກິຈຈາກການແຜ່ຣະບາດຂອງໂຄວິດ-19 ຍິ່ງເຮັດໃຫ້ຄວາມສາມາດໃນການຮັບມື ແລະຟື້ນຟູຕົນເອງ ອ່ອນແອລົງ ຕໍ່ກັບເຫດການຮ້າຍແຮງນີ້ ອາດຈະກັບມາເກີດຂຶ້ນອີກຄັ້ງນຶ່ງ.

ເພື່ອບັນລຸເປົ້າໝາຍ ການພັທນາແບບຍືນຍົງ ໂດຍສະເພາະການປັດສະຈາກຄວາມອຶດຫີວ ດ້ວຍການສ້າງຄວາມສາມາດນັ້ນ, ເນື້ອໃນຂອງແຜນການຮ່ວມ ໄດ້ຣະບຸວ່າ ຕ້ອງສ້າງຄວາມອາດສາມາດໃຫ້ແກ່ໂຄງການ ອາຫານໃນໂຮງຮຽນ ຂອງຣັຖບານ, ຊ່ອຍເຫລືອປ້ອງກັນ ການຂາດສານອາຫານ, ການເຮັດວຽກເພື່ອສ້າງ ຄວາມສາມາດໃຫ້ແກ່ຊຸມຊົນ ໃນການຮັບມື ແລະຟື້ນຟູຕົນເອງ ທັງຮັບປະກັນຄວາມໝັ້ນຄົງທາງດ້ານ ສະບຽງອາຫານ.

ທ່ານ ສົມໄຊ ສີຊາຊົນ ຫົວໜ້າກົມ ແຜນການ ແລະການເງິນ, ກະຊວງກະສິກັມ ແລະປ່າໄມ້ ໄດ້ຣາຍງານເມື່ອຕົ້ນປີ 2021 ທີ່ຜ່ານມາວ່າ ການຄໍ້າປະກັນ ສະບຽງອາຫານ ໄດ້ສຸມໃສ່ຜລິດ ເຂົ້າ, ພືດສະບຽງຕົ້ນຕໍ ໃນນັ້ນການຜລິດເຂົ້າໃນຮອບ 5 ປີ ຜ່ານມາ, ຜລິດໄດ້ສະເລັ່ຽ 3.7 ລ້ານ ຕັນ/ປີ, ພືດສະບຽງຜລິດໄດ້ສະເລັ່ຽ 2.3 ລ້ານ ຕັນ/ປີ, ຖ້າທຽບໃສ່ແຜນການແມ່ນເພີ່ມຂຶ້ນ 10.3%. ໃນນີ້ໄດ້ຮັບໝາກຜົລຫລາຍກວ່າໝູ່ ແມ່ນໝາກໄມ້ 704,000 ຕັນ, ສາລີຫວານ 222,845 ຕັນ, ເຜືອກມັນ 261,000 ຕັນ, ພືດພັກຕ່າງໆ 1.2 ລ້ານຕັນ, ສະເລັ່ຽ 6.8 ລ້ານ ຕັນ/ປີ ແລະ ມີມູນຄ່າ ການສົ່ງອອກ 4 ຕື້ໂດລາຣ໌ສະຫະຣັຖ, ສະເລັ່ຽ 0.8 ຕື້ໂດລາຣ໌ສະຫະຣັຖ/ປີ, ຖ້າທຽບໃສ່ຊຸມ 2 ປີຜ່ານມາ ເພີ່ມຂຶ້ນ 2 ເທົ່າໂຕ. ການສົ່ງອອກສັດໃຫຍ່ ປະເພດງົວ-ຄວາຍ ບັນລຸໄດ້ 13% ຕົກເປັນມູນຄ່າ 42 ລ້ານໂດລາຣ໌ສະຫະຣັຖ ອັນພົ້ນເດັ່ນແມ່ນການລົງທຶນ ຟາຣ໌ມງົວຊີ້ນ ແລະ ງົວນົມຂນາດໃຫຍ່ ຢູ່ເມືອງແປກແຂວງຊຽງຂວາງ ແລະການສ້າງເຂດປອດພະຍາດ ແລະສະຖານທີ່ກັກງົວ ເພື່ອຮອງຮັບການສົ່ງອອກງົວໄປຈີນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.