ໂຕເລຂຜູ້ຕິດໂຄວິດ-19 ຫຼຸດລົງ ຍ້ອນຄົນຕື່ນໂຕ ປິ່ນປົວເອງ

ພູວົງສ໌
2022.02.08
ໂຕເລຂຜູ້ຕິດໂຄວິດ-19 ຫຼຸດລົງ ຍ້ອນຄົນຕື່ນໂຕ ປິ່ນປົວເອງ ປ້າຍບອກເຕືອນ ໃຫ້ຜູ້ມາຮ່ວມງານບຸນ ມີສະຕິລະວັງໂຕ ປ້ອງກັນໂຄວິດ-19 ບໍຣິເວນທາງເຂົ້າ ກ່ອນໄຫວ້ຮູບປັ້ນ ເຈົ້າຊັຍເສດຖາທິຣາຊ, ພຣະມະຫາກະສັດ ອານາຈັກລາວລ້ານຊ້າງ ເມື່ອຊຸມສັຕວັຕທີ 16, ເດືອນ ພຶສຈິກາ 2021.
RFA

ປັດຈຸບັນ, ໂຕເລຂການຕິດໂຄວິດ-19 ທົ່ວປະເທດລາວ ມີທ່າທີຫຼຸດລົງຫຼາຍ,​ ໂດຍມື້ນຶ່ງ ມີຜູ້ຕິດໂຄວິດ-19 ໃນທົ່ວປະເທດ ປະມານ 300 ຄົນ. ສາເຫດສ່ວນນຶ່ງ ທີ່ໂຕເລຂຜູ້ຕິດເຊື້ອຫຼຸດລົງ ຍ້ອນວ່າ ປະຊາຊົນສ່ວນໃຫຍ່ ມັກຊື້ເຄື່ອງກວດແບບໄວ ໄປກວດເອງ ແລະ ກໍຍັງຮູ້ຈັກປິ່ນປົວເອງ ຢູ່ເຮືອນກັນຫຼາຍຂຶ້ນ ຈຶ່ງເຮັດໃຫ້ການຮິບໂຮມໂຕເລຂ ຂອງຜູ້ຕິດໂຄວິດ-19 ໄດ້ໜ້ອຍລົງ. ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນນະຄອນຫຼວງວຽງຈັນ ທ່ານນຶ່ງ ທີ່ຂໍສງວນຊື່ ແລະ ຕຳແໜ່ງ ກ່າວໃນວັນທີ 8 ກຸມພາ ນີ້ວ່າ:

“ກໍຣະນີນຶ່ງ ກໍຄືເຂົາເຈົ້າກວດເອງ. ​ສ່ວນຫຼາຍເຂົາໄປຊື້ເຄື່ອງທັນສມັຍ ມາກວດເອງ ແລ້ວເຂົາເຈົ້າກະກັກໂຕເອງ ອີ່ຫຍັງເອງໝົດ. ມັນກໍເລີຍເຮັດໃຫ້ຄົນຫັ້ນ ບໍ່ມີລາຍຊື່ລິສ ຂຶ້ນຫຼາຍຄືແຕ່ເກົ່າ ເພາະວ່າ ເຂົາເຈົ້າຮູ້ວ່າ ເຂົາເຈົ້າຕິດເຊື້ອແລ້ວ ເຂົາເຈົ້າກັກໂຕ ປົວໂຕເອງເດ້. ເຮົາກໍໃຊ້ມາຕການໂຕເກົ່າ, ແຕ່ວ່າກະຜ່ອນລົງແດ່ໜ້ອຍນຶ່ງ.”

ທ່ານກ່າວຕື່ມວ່າ ສ່ວນນຶ່ງ ກໍຖືວ່າ ທາງການຄວບຄຸມໄດ້ແລ້ວ, ແຕ່ກໍຂໍໃຫ້ທຸກຄົນ ມີສະຕິ ແລະ ຍັງສືບຕໍ່ເຝົ້າລະວັງ ມາຕການ ປ້ອງກັນໂຄວິດ-19 ຄືເກົ່າ ເພາະການເສັຽຊີວິດ ຂອງຜູ້ຕິດໂຄວິດ-19 ກໍຍັງສູງ, ເຊິ່ງມາຮອດວັນທີ 8 ກຸມພາ ນີ້, ມີຜູ້ເສັຽຊີວິດທັງໝົດ 577 ຄົນ. ສ່ວນຫຼາຍທີ່ເສັຽຊີວິດ ແມ່ນຜູ້ສູງອາຍຸ ລວມທັງຜູ້ມີໂຣຄປະຈຳໂຕ ແລະ ບໍ່ໄດ້ຮັບການສັກວັກຊິນ ປ້ອງກັນໂຄວິດ-19 ແລະ ມັກປິ່ນປົວຢູ່ເຮືອນເອງ ແລະ ມາຫາໝໍຊ້າ. ຂະນະທີ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນນະຄອນຫຼວງວຽງຈັນ ອີກທ່ານນຶ່ງ ຜູ້ຂໍສງວນຊື່ ແລະ ຕຳແໜ່ງ ກໍກ່າວວ່າ ປັດຈຸບັນນີ້ ກໍຍັງບໍ່ໃຫ້ນັກທ່ອງທ່ຽວ ຕ່າງປະເທດ ທີ່ບໍ່ຊື້ທົວ ເຂົ້າມາທ່ຽວ ພາຍໃຕ້ໂຄງການ ທ່ອງທ່ຽວສີຂຽວ ໄດ້ເທື່ອ.

ສ່ວນບັນດາຮ້ານບັນເທີງ, ຮ້ານກິນດື່ມ ແລະ ຮ້ານຄາຣາໂອເກະ ກໍຍັງບໍ່ໃຫ້ເປີດ, ແຕ່ໃຫ້ເປີດຮ້ານອາຫານທົ່ວໄປໄດ້ປົກກະຕິ ແລະ ໃຫ້ມີມາຕການປ້ອງກັນ ຈາກການກວດກາ ຂອງເຈົ້າໜ້າທີ່. ໃນປັດຈຸບັນ, ເຫັນວ່າ ຮ້ານຕ່າງໆກັບມາເປີດຄືນຫຼາຍແລ້ວ ສ່ວນໃຫຍ່ຈະເປັນຮ້ານອາຫານ ຫຼືສວນອາຫານ, ແຕ່ຖ້າຫາກພົບວ່າ ຮ້ານໃດທີ່ລະເມີດລະບຽບ ກໍຈະມີການປັບໃໝ. ດັ່ງທ່ານກ່າວວ່າ:

“ຮ້ານບັນເທີງຍັງທັນເປີດ ຍັງບໍ່ທັນໄດ້ໂຕນັ້ນ ເພິ່ນກໍຍັງລົງກວດຫັ້ນແຫຼະ ຄະນະກັມມະການ ເພິ່ນກະລົງ. ຮ້ານເປີດເປັນຮ້ານອາຫານທັມມະດາ ຮ້ານອາຫານນັ່ງກິນ ເປີດເພງຟັງທັມມະດາ.”

ອີງຕາມການແຈ້ງການ ຂອງຫ້ອງວ່າການ ສຳນັກງານນາຍົກຣັຖມົນຕຣີ ໄດ້ອອກແຈ້ງການ ເຖິງພາກສ່ວນທີ່ກ່ຽວຂ້ອງ ໃນວັນທີ 3 ກຸມພາ 2022 ທີ່ຜ່ານມານີ້, ຣັຖບານກໍຍັງບໍ່ອະນຸຍາດ ໃຫ້ເປີດຮ້ານບັນເທີງ, ຮ້ານກິນດື່ມ ຮ້ານຄາຣະໂອເກະ ເນື່ອງຈາກເປັນສະຖານທີ່ສ່ຽງ ຈະເກີດການຣະບາດ ຂອງໂຄວິດ-19 ໄດ້.

ຢ່າງໃດກໍຕາມ, ບໍ່ແມ່ນແຕ່ຮ້ານອາຫານທົ່ວໄປເທົ່ານັ້ນ ທີ່ເປີດບໍຣິການ ຍັງມີບັນດາຮ້ານບັນເທີງ, ຮ້ານຄາຣາໂອເກະ ແລະ ຮ້ານກິນດື່ມ ເຣີ່ມກັບມາເປີດບໍຣິການ ກັນຫຼາຍແລ້ວ ແລະ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກໍຮັບຮູ້, ແຕ່ກໍບໍ່ໄດ້ມີການສັ່ງປິດ ເຖິງແມ່ນວ່າ ຈະມີການລົງກວດກາກໍຕາມ. ເຈົ້າຂອງຮ້ານກິນດື່ມ ໃນນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວວ່າ:

“ເປີດປົກກະຕິ ເຫັນເຂົາເປີດແລ້ວກະເປີດ, ເຈົ້າໜ້າທີ່ຮັບຮູ້ແລ້ວ ເຈົ້າໜ້າທີ່ກໍຍັງມາເກັບຄ່າພັກເຊົາ ຕຳຣວດມາ ເພິ່ນກໍບໍ່ໄດ້ບອກໃຫ້ປິດ. ເຂົາເຈົ້າໄດ້ເງິນເດືອນ ກໍອອກມາຫຼິ້ນ ກໍບໍ່ໄດ້ວ່າ ຈະມີແຂກຫຼາຍ ມີໂຕະ 2 ໂຕະ, ຊີ້ນ່າ. ບາງມື້ກະບໍ່ມີ.”

ທ່ານກ່າວຕື່ມວ່າ ມາຕການປ້ອງກັນໂຄວິດ-19 ກໍຍັງຕ້ອງປ້ອງກັນໃຜ ປ້ອງກັນລາວ ຄືເກົ່າ ເຖິງແມ່ນວ່າ ພາຍໃນຮ້ານ ຈະມີເຈລແອລກໍຮໍລ້າງມື, ເຄື່ອງວັດແທນອຸນຫະພູມ ແລະ ໃຫ້ຮັກສາໄລຍະຫ່າງ ກໍຕາມ.

ນອກຈາກນີ້, ປະຊາຊົນຫຼາຍຄົນ ກໍຢືນຢັນວ່າ ບັນດາຮ້ານບັນເທີງ, ຮ້ານຄາຣາໂອເກະ ແລະ ຮ້ານກິນດື່ມ ກໍເປີດຄືນຫຼາຍແລ້ວ ແລະ ເຈົ້າໜ້າທີ່ ກໍຮັບຮູ້, ແຕ່ບໍ່ໄດ້ໄປສັ່ງປິດຮ້ານເຂົາເຈົ້າ, ເຊິ່ງກໍຖືວ່າ ມີຄວາມສ່ຽງ ທີ່ຈະຕິດໂຄວິດ-19 ກັນຫຼາຍຢູ່ ພຽງແຕ່ວ່າ ໄລຍະນີ້ ຫຼາຍຄົນຮູ້ຈັກປິ່ນປົວເອງ ຖ້າຫາກຕິດໂຄວິດ-19.

“ຮ້ານບັນເທີງ ຄາຣະໂອເກະ ແມ່ນແລ້ວ ເປີດໝົດແລ້ວ ເປີດຫຼາຍກວ່າເກົ່າອີກດຽວນີ້. ຂ້ອຍກະໄດ້ຍິນສຽງເທັກຢູ່ ມີບໍຣິການເຫຼົ້າ-ເບັຽ ມີໝົດ. ຄົນຫຼາຍກວ່າເກົ່າອີກ ເພິ່ນຮັບຮູ້ແລ້ວ ເຂົາບໍ່ໄດ້ສັ່ງປິດ.”

ທ່ານກ່າວຕື່ມວ່າ ຫຼາຍຄົນທີ່ເປັນກຸ່ມສ່ຽງ ກໍບໍ່ໄດ້ໄປກວດຫາໂຄວິດ-19 ຢູ່ສະຖານທີ່ ບໍຣິການກວດ ຫຼືຕາມໂຮງໝໍ, ແຕ່ສ່ວນໃຫຍ່ ຜູ້ທີ່ຕິດໂຄວິດ-19 ຈະປິ່ນປົວຢູ່ເຮືອນເອງ ເພາະບໍ່ຢາກເສັຽເງິນຫຼາຍ. ດັ່ງຊາວບ້ານ ທ່ານດັ່ງກ່າວ ກ່າວວ່າ:

“ດຽວນີ້ຄັນຜູ້ໃດເປັນ ກະປົວເອງຢູ່ເຮືອນເລີຍ, ຕົ້ມນ້ຳຂີງ ນ້ຳຂ່າ. ເສັຽເງິນເຂົາກະບໍ່ໄປ ກະບໍ່ຈຳເປັນຈະຕ້ອງໄປໂຮງໝໍ ເປັນເຂົາກະກັກໂຕຢູ່ເຮືອນ, ແຕ່ລະຄົນ ກະຮູ້ຈັກຮັກສາໂຕເອງແລ້ວ.”

ຊາວບ້ານ ໃນນະຄອນຫຼວງວຽງຈັນ ອີກທ່ານນຶ່ງ ກໍກ່າວວ່າ ທຸກມື້ນີ້ ຫຼາຍຄົນຮູ້ຈັກວິທີປິ່ນປົວໂຕເອງ ຖ້າຮູ້ສຶກວ່າ ໄດ້ໄປສະຖານທີ່ສ່ຽງ ກໍຊື້ເຄື່ອງກວດໂຄວິດ-19 ແບບໄວ ມາກວດເອງຢູ່ເຮືອນ.​ ດັ່ງຊາວບ້ານ ທ່ານດັ່ງກ່າວ ກ່າວວ່າ:

“ດຽວນີ້ຫັ້ນນ່າ ເຂົາຢູ່ກຸ່ມສ່ຽງນ່າ ເຂົາຈະຊື້ຢາມາປົວເອງ ຊື້ອັນເຄື່ອງກວດ ມາກວດເອງ.​ ດຽວນີ້ຫັ້ນແຫຼະ ໂຄວິດ-19 ມັນກໍເຣີ່ມບາງໄປແລ້ວ. ຫຼາຍຄົນກໍບໍ່ປະຕິບັດຫັ້ນນ່າ ຢາກໃຫ້ມີມາຕການແບບວ່າ ຜູ້ໃດຢູ່ກຸ່ມສ່ຽງ ກໍຢາກໃຫ້ກັກໂຕຢູ່ເຮືອນ, ຫັ້ນນ່າ. ບໍ່ຢາກໃຫ້ໄປຊຸມແຊວຫຼາຍຄົນຫັ້ນນ່າ.”

ເຖິງແມ່ນວ່າ ຜູ້ຕິດໂຄວິດ-19 ຈະຫຼຸດລົງ, ແຕ່ທາງການລາວ ກໍຍັງເຕືອນປະຊາຊົນ ບໍ່ໃຫ້ຖືເບົາ ຍັງໃຫ້ລະມັດລະວັງ ປ້ອງກັນໂຕເອງຄືເກົ່າ ເພາະໂຄວິດ-19 ກໍຍັງບໍ່ໝົດໄປ.

ມາຮອດວັນທີ 8 ກຸມພາ ນີ້ ມີຜູ້ຕິດໂຄວິດ-19 ໃນທົ່ວປະເທດລາວ ສະສົມທັງໝົດ 137,044 ແລະ ເສັຽຊີວິດ 577 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.