ຕໍາຣວດ ຍຶດໝາກກະໂພກ ທີ່ລັກຂາຍ ໃນຊວງປີໃຫມ່ຈີນ

ຈຳປາທອງ
2022.02.02
ຕໍາຣວດ ຍຶດໝາກກະໂພກ ທີ່ລັກຂາຍ ໃນຊວງປີໃຫມ່ຈີນ ເຈົ້າໜ້າທີ່ຕໍາຣວດລາວ ປະຕິບັດໜ້າທີ່ ຕາມທ້ອງຖນົນ
RFA

ຕໍາຣວດປ້ອງກັນຄວາມສງົບ ຜແນກປ້ອງກັນເສຖກິດ ແລະຜແນກອຸດສາຫະກັມ ແລະການຄ້ານະຄອນຫລວງວຽງຈັນ ໄດ້ໄປກວດກາ ຮ້ານຄ້າຕ່າງໆ ແລະຍຶດ ໝາກກະໂພກ ຊຶ່ງເປັນສິນຄ້າຕ້ອງຫ້າມຈໍານວນ 84 ກິໂລ ທີ່ລັກຂາຍຢູ່ຮ້ານແຫ່ງນຶ່ງ ໃນບ້ານທົ່ງຂັນຄໍາ ເມືອງຈັນທະບູລີ ໃນໄລຍະສລອງປີໃໝ່ຈີນ ແລະວຽດນາມ ໃນມື້ວັນທີ 31 ມົກກະຣາ ທີ່ຜ່ານມາ.

ດັ່ງເຈົ້າໜ້າທີ່ປ້ອງກັນຄວາມສງົບ ນະຄອນຫລວງວຽງຈັນ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງ ທ່ານນຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 2 ກຸມພານີ້ວ່າ:

ເຣື່ອງວັດຖຸຣະເບີດ ເຮົາກໍຫ້າມໄປຫັ້ນແຫລະ ເພິ່ນບໍ່ອະນຸຍາດໃຫ້ຈໍາໜ່າຍວ່າຊັ້ນສາ ຄັນວ່າເຣື່ອງດາຍການຕ້າ ເຮົາກໍຖືວ່າເຮົາ ເຮົາຈະຢຸດເລີຍສິນຄ້າໂຕນີ້ ຫລືວ່າແບບວ່າສ່ວນທີ່ຈະນໍາເຂົ້າມາ ເຂົ້າມານໍາໃຊ້ນີ້ ກໍເປັນທາດຣະເບີດ ມັນຕ້ອງໄດ້ຮັບອະນຸຍາດເສັຽກ່ອນ ຈາກຂແນງການກ່ຽວຂ້ອງ ຖ້າເັນວັດຖຸຣະເບີດເນາະ ທີ່ຕ້າຍໆໝາກກະໂພກອັນນີ້.

ເວົ້າເຖິງໝາກກະໂພກ, ບັ້ງໄຟດອກ ແລະໂຄມໄຟລອຍຟ້າ ເຈົ້າຄອງນະຄອນຫລວງວຽງຈັນ ໄດ້ອອກຄໍາສັ່ງ ໃນມື້ວັນທີ 27 ມົກກະຣາ ທີ່ຜ່ານມາ ວ່າດ້ວຍການຫ້າມຜລິດ, ນໍາເຂົ້າ, ຂົນສົ່ງ, ຊື້-ຂາຍ, ມີໄວ້ໃນຄອບຄອງ, ຈູດໝາກກະໂພກ, ບັ້ງໄຟດອກ ແລະໂຄມໄຟລອຍຟ້າ ໂດຍບໍ່ໄດ້ຮັບອະນຸຍາດ ຈາກກອງບັນຊາການ ປ້ອງກັນຊາດ-ປ້ອງກັນຄວາມສງົບ ນະຄອນຫລວງວຽງຈັນຢ່າງເດັດຂາດ.

ດັ່ງເຈົ້າໜ້າທີ່ ຜແນກອຸດສາຫະກັມ ແລະການຄ້ານາງນຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ໂຕນີ້ ມັນເປັນສິນຄ້າທີ່ພວກເຮົາ ຄຸ້ມຄອງເນາະ ຄືວ່ານໍາເຂົ້າແບບອັດຕະໂນມັກບໍ່ໄດ້ ຈະຕ້ອງໄດ້ຂໍອະນຸຍາດເນາະ ຈາກພາກສ່ວນທີ່ອະນຸຍາດໃຫ້ນໍາເຂົ້າໄດ້ ກໍຄືກະຊວງປ້ອງກັນປະເທດເນາະ ໂຕນີ້ຈະມີນິຕິກັມຂະເຈົ້າຫ້າມນໍາເຂົ້າ ແລະກໍຫ້າມຈໍາໜ່າຍທົ່ວໄປເນາະ ຂະເຈົ້າຈະຄຸ້ມຄອງ ຖ້າວ່າມີການລັກລອບ ຫລືວ່າກວດກາເຝົ້າເວນ ຂະເຈົ້າກໍຕ້ອງຢຸດ.

ນາງກ່າວຕື່ມວ່າ ສໍາລັບຜູ້ທີ່ຕ້ອງການ ຈັດກິຈກັມຕ່າງໆ ທີ່ຈໍາເປັນຕ້ອງໄດ້ໃຊ້ ໝາກກະໂພກ ຫລືວັດຖຸທີ່ມີສ່ວນປະກອບ ຂອງທາດລະເບີດ ຈະຕ້ອງໄດ້ຂໍອະນຸ ຍາດຈາກທາງການກ່ອນ ບໍ່ດັ່ງນັ້ນຈະຖືກຍຶດ, ປັບໃໝ ແລະດໍາເນີນຄະດີ ຕາມລະບຽບກົດໝາຍ. ເຣື່ອງຄ່າປັບໃໝແມ່ນຄິດໄລຕາມນໍ້າໜັກ ຄືໝາກກະໂພກ, ບັ້ງໄຟດອກ ຫລືໂຄມໄຟລອຍຟ້າ ມີນໍ້າໜັກຕໍ່າກວ່າ 1 ກິໂລລົງມາ ຈະຖືກປັບ ໄໝ 500,000 ກີບ, ຖ້າຫາກໜັກເກີນກວ່າ 1 ກິໂລຂຶ້ນໄປ ຈະຖືກປັບໄໝກິໂລລະ 500,000 ກີບ. ສໍາລັບຜູ້ທີ່ຈູດສິ່ງດັ່ງກ່າວຈະຖືກປັບໄໝ ແຕ່ 500,000-5,000,000 ກີບ.

ເມື່ອກ່ອນໜ້ານັ້ນບໍ່ດົນ ຄືໃນມື້ວັນທີ 25 ມົກກະຣາ ກອງບັນຊາການຕໍາຣວດ ປ້ອງກັນຄວາມສງົບນະຄອນຫລວງວຽງຈັນ ກໍໄດ້ອອກແຈ້ງການຫ້າມບໍ່ໃຫ້ ເຮັດເກີດສຽງແຕກ, ສຽງດັງທຸກປະເພດ, ຫ້າມບໍ່ໃຫ້ຈູດໝາກກະໂພກ, ບັ້ງໄຟ ດອກ, ໂຄມໄຟລອຍຟ້າ, ທາດລະເບີດ, ທາດແຕກ, ທາດເບື່ອ, ເຄມີ, ທາດລັງສີ, ວັດຖຸອອກລິດຕໍ່ສຸຂພາບຈິດ ແລະຮ່າງກາຍ ທີ່ຈະກໍ່ໃຫ້ເກີດຄວາມບໍ່ສງົບ ແລະຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ ໃນງານບຸນປີໃໝ່ຈີນ ແລະວຽດ ນາມ ປະຈໍາປີ 2022 ນີ້. ແຕ່ກໍຍັງເຫັນວ່າ ຍັງມີການລະເມີດຢູ່, ມີການຈູດຢ່າງແພ່ຫລາຍຢູ່ຫລາຍເມືອງ.

ດັ່ງປະຊາຊົນຢູ່ບ້ານໜອງນ່ຽງ ເມືອງໄຊເສະຖາ ນະຄອນຫລວງວຽງຈັນ ນາງນຶ່ງເວົ້າໃນມື້ດຽວກັນນີ້ວ່າ:

ຂະເຈົ້າກໍຈູດປົກກະຕິແຫລະ ອັນນີ້ຢູ່ເຮືອນກໍຈູດຄືກັນ ປີໃໝ່ລາວປີໃໝ່ສາກົລ ແຖວບ້ານເອື້ອຍມັນຈະເປັນຕຶກໃຫຍ່ທີ່ຂະເຈົ້າຂາຍເຄື່ອງຫັ້ນນ່າ ຂະເຈົ້າກະຈູດຢູ່ແຖວຂ້າງໆບ້ານ ແຕ່ວ່າບ້ານເອື້ອຍບໍ່ໄດ້ຈູດຂ້າງໆ ທີ່ແບບຂະເຈົ້າມີເຊື້ອສາຍ ວຽດຫລືວ່າຈີນນີ້ແຫລະ ຂະເຈົ້າຈະຈູດ ບໍ່ຮູ້ວ່າຂະເຈົ້າລັກຂາຍ ໜ້າຈະລັກຂາຍແຫລະຫລາຍກວ່າ ມັນກໍໜ້າຈະເປັນອັນຕະລາຍ ນໍາຫັ້ນແຫລະ ມັນຄ້າຍໆ ຣະເບີດນີ້ເນາະ ແຕ່ມັນຄວາມແຮງໜ້ອຍນີ້ນ່າ.

ໃນໄລຍະສລອງບຸນປີໃໝ່ຈີນ ແລະວຽດນາມ ແຕ່ລະປີ ເຖິງມີການຫ້າມບໍ່ໃຫ້ຈູດສິ່ງດັ່ງກ່າວ ແຕ່ກໍຍັງມີທັງຄົນຈີນ, ຄົນວຽດນາມ ແລະຄົນລາວ ຈູດຢູ່.

ດັ່ງເຈົ້າໜ້າທີ່ ຕໍາຣວດປ້ອງກັນຄວາມສງົບ ນະຄອນຫລວງວຽງຈັນທ່ານນຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມືວັນທີ 2 ກຸມພານີ້ວ່າ:

ຕ່າງກໍເຫັນຂະເຈົ້າຫ້າມຢູ່ ຕລອດ ກໍຈະມີຄົນດື້ຢູ່ຫັ້ນແຫລະ ມີຄົນຈູດຢູ່ ຂະເຈົ້າກໍຈັບໄດ້ຢູ່ ເຂົາສັ່ງຫ້າມ ແລ້ວຍັງດື້ຢູ່ນີ້ແຫລະ.

ຢູ່ປະເທດລາວໃນປັດຈຸບັນ ຮ້ານຂາຍສົ່ງ ແລະຮ້ານຂາຍເຄື່ອງຍ່ອຍ ທັງຂອງຄົນຈີນ, ຄົນວຽດນາມ ແລະຄົນລາວຈໍານວນນຶ່ງ ຍັງຂາຍໝາກກະໂພກ, ບັ້ງ ໄຟດອກ ແລະໂຄມໄຟລອຍຟ້າ ຮວມທັງຂາຍຜ່ານລະບົບອອນລາຍ ແລະມີການລັກຈູດ ຢ່າງແພ່ຫລາຍຢູ່ ເປັນຕົ້ນເດັກນ້ອຍ ແລະຊາວໜຸ່ມ ເຖິງຮູ້ຢູ່ວ່າ ມັນເປັນອັນຕລາຍ ແລະອາຈແຕກໃສ່ໄດ້ຮັບບາດເຈັບ.

ດັ່ງປະຊາຊົນ ຢູ່ບ້ານວຽງແກ້ວ ເມືອງກາສີ ແຂວງວຽງຈັນ ເວົ້າໃນມື້ດຽວກັນນີ້ວ່າ:

ລັກຈູດວ່າຊັ້ນສາ ໄດຍິນຢູ່ແຕ່ກໍບໍ່ຮູ້ວ່າ ເຂົາໄປຊື້ມາຈາກທາງໃດນ່າ ອັນຕະລາຍແທ້ເນາະ ອັນຕະລາຍ ເພາະວ່າ ເດັກນ້ອຍອີ່ຫຍັງເຂົາບໍ່ຮູ້ຫັ້ນນ່າ ເຂົາຈູດເຂົາຫຍັງ ຄັນມັນຣະເບີດແຕກໃສ່ມືໃສ່ຫຍັງ ກໍແມ່ນເຫັນໃນເວັບໃນຫຍັງ ລະກໍມືຂາດ ມືຈີກຂາດໝົດ ເກີດອຸບັດຕິເຫດ ເໝືອນເດັກນ້ອຍເຂົາບໍ່ຮູ້ຫັ້ນນ່າ ກ່ອນສິຮອດກຸດຈີນມັນກໍແຈ້ງລະເດ້ ຫ້າມຂາຍຫ້າມຈູດຫ້າມຫຍັງແລ້ວ ແຕ່ມັນກໍຍັງລິດລອດອອກມາໄດ້ຫັ້ນນ່າ.

ກ່ຽວກັບບັນຫາທີ່ວ່ານີ້ ພັນໂທ ຄໍາພອນ ພົມມະຈັນ ຫົວໜ້າຜແນກຕໍາຣວດ ປ້ອງກັນເສຖກິດ ນະຄອນຫລວງວງຽງຈັນ ເວົ້າເມື່ອກ່ອນນັ້ນວ່າ ຕໍາຣວດປ້ອງກັນຄວາມສງົບ ຜແນກປ້ອງກັນເສຖກິດ ແລະຜແນກອຸດສາຫະກັມ ແລະການຄ້າ ນະຄອນຫລວງວຽງຈັນ ໄດ້ກວດພົບ ແລະຍຶດໝາກກະໂພກຈໍານວນ 470 ກິໂລ ໃນຮ້ານຂາຍສົ່ງ-ຂາຍຍ່ອຍ ທີ່ລັກຂາຍຢູ່ 5 ຮ້ານ ໃນບ້ານທົ່ງຂັນຄໍາ, ບ້ານສະຫວ່າງ ເມືອງຈັນທະບູລີ ແລະບ້ານາໄຊ ເມືອງໄຊເສດຖາ ໃນມື້ວັນທີ 24 ມົກກະຣາ ທີ່ຜ່ານມາ ແລະທາງເຈົ້າໜ້າທີ່ ໄດ້ນໍາເອົາໝາກກະໂພກ ຈໍານວນດັ່ງກ່າວນັ້ນ ໄປເຜົາທໍາລາຍຖິ້ມຢູ່ພູເຂົາຄວາຍ ໃນມື້ວັນທີ 27 ມົກກະຣາ 2022 ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.