ເຣື້ອງທີ່ເກັບບັນທຶກໄວ້
2024-09-19
ຄົນຂັບລົດແທັກຊີ ຢູ່ເຂດເສດຖະກິດພິເສດສາມຫລ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຊື່ທ້າວ ຄານ ອາຍຸ 23 ປີ ຄົນບ້ານປ້ອມ ເມືອງແບງ ແຂວງອຸດົມໄຊ ຖືກຄາດຕະກໍາຢ່າງໂຫດຫ້ຽມ ໃນລົດແທັກຊີ ຢູ່ບ່ອນປ່ຽວ ແລະມືດ ເມື່ອຄືນວັນທີ 18 ກັນຍາ 2024 ນີ້.
2024-09-09
ຊາວຫວຽດນາມ 15 ຄົນ ທີ່ເຂົ້າມາເຊົ່າເຮືອນພັກ ໃນເຂດເທດສະບສນເມືອງແປກ ແຂວງຊຽງຂວາງ ຖືກຈັບໄປເຮັດບົດບັນທຶກ ໃນຂໍ້ຫາ ມົ້ວສຸມເສບຢາເສບຕິດ ແລະ ພົບຂອງກາງເປັນຢາບ້າ ແລະເຮໂຣອິນ ຈໍານວນນຶ່ງຢູ່ໃນເຮືອນພັກນັ້ນ ໃນມື້ວັນທີ 8 ສິງຫາ 2024.
2024-09-06
ຈາກເຫດການເຮືອໂດຍສານ ທີ່ຂົນສົ່ງຜູ້ໂດຍສານ ຊາວມຽນມາ ປະມານ 50 ຄົນ ຫຼົ້ມ ຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໃນວັນທີ 2 ກັນຍາ ໃນນັ້ນມີຜູ້ຫາຍສາບສູນປະມານ 30 ຄົນ ແລະ ສາມາດກູ້ສົບໄດ້ 3 ຄົນ.
2024-09-04
ບໍລິສັດຈີນ ທີ່ຜະລິດນ້ຳມັນເຕົາ, ອົບຢາງຕີນລົດເກົ່າ ຢູ່ບ້ານດົງຄຳຫຼວງ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ສົ່ງກິ່ນຂິວ ກະທົບຕໍ່ຊາວບ້ານ ຢ່າງໜັກໜ່ວງ ຈົນຄະນະສະເພາະກິດ ໄດ້ລົງຕິດຕາມກວດກາ ແລະ ສັ່ງໂຈະ ການດຳເນີນງານ ຂອງໂຮງງານດັ່ງກ່າວ.
2024-09-03
ເຮືອຂະໜາດກາງ ທີ່ກໍາລັງແລ່ນທວນກະແສນໍ້າ ຂອງເພື່ອຂົນສົ່ງແຮງງານມຽນມ້າ ປະມານ 50 ຊີວິດ ຈາກທ່າເຮືອເຂດເສດຖະກິດພິເສດສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄປທີ່ທ່າເຮືອບ້ານໂປ່ງ ຕາແສງເມືອງພົງ ແຂວງທ່າຂີ້ເຫຼັກ ປະເທດມຽນມ້າ ຫົ້ມ.
2024-08-29
ສະພາບຄຸກ ຢູ່ປະເທດລາວ ຍັງມີຄວາມແອອັດ ແລະ ຜູ້ຕ້ອງຫາ ຫຼາຍ 1,000 ຄົນ ຕ້ອງດໍາລົງຊີວິດຢູ່ດ້ວຍຄວາມແອອັດ ແລະ ຍາກລໍາບາກ.
2024-08-29
ຊ່າງພາບ ແລະນັກອອກແບບ ງານສິນລະປະຊາວໄທ ອາຍຸ 42 ຖືກໄວລຸ້ນລາວ ອາຍຸ 17 ປີ ຂັບລົດຕຳ ຢູ່ນະຄອນຫຼວງວຽງຈັນ ເຮັດໃຫ້ເສຍຊີວິດ ຂະນະທີ່ທາງຄອບຄົວ ຂອງຜູ້ກໍ່ເຫດ ທີ່ຍັງຂໍສະຫງວນຊື່ ແລະນາມສະກຸນ ພ້ອມທີ່ຈະຮັບຜິດຊອບທຸກຢ່າງ.
2024-08-14
ຄົນງານລາວຈໍານວນນຶ່ງ ໄດ້ຮຽກຮ້ອງ ໃຫ້ຄະນະຜູ້ບໍລິຫານ ເຂດເສດຖະກິດພິເສດ ບໍ່ເຕັນແດນງາມ ແຂວງຫລວງນ້ໍາທາ ປັບປຸງບ່ອນພັກຄົນງານ ໃຫ້ໄດ້ມາດຕະຖານ, ຖືກຫລັກອະນາໄມ ແລະ ມີສະຫວັດດີການໃຫ້.
2024-08-09
ຄົນງານລາວຈຳນວນຫຼາຍ ຈຳເປັນຕ້ອງເຮັດວຽກທີ່ອັນຕະລາຍ ໂດຍທີ່ບໍ່ໄດ້ຮັບຄ່າຈ້າງເພິ້ມແລະໂດຍທີ່ບໍ່ໄດ້ຮັບຄຳແນະນຳຊ່ວຍເຫຼືອແຕ່ຢ່າງໃດ.
2024-08-09
ຂໍ້ມູນຈາກພົນລະເມືອງ ເຮັດໃຫ້ເຈົ້າໜ້າທີ່ ສາມາດຈັບກຸມ ກຸ່ມຄົນຈຳນວນໜຶ່ງ ທີ່ເຄື່ອນໄຫວຄ້າຂາຍ ແລະຂົນສົ່ງຢາເສບຕິດ ຈຳນວນຫຼາຍຢູ່ຕາມຊາຍແດນ ລາວ-ຫວຽດນາມ.
2024-08-01
ຕໍາຫຼວດແຂວງບໍລິຄໍາໄຊ ຍຶດຢາເສບຕິດໄດ້ 2 ຄັ້ງ ໃນເດືອນກໍລະກົດ ທີ່ຜ່ານມາ ເປັນຢາໄອສ໌ 1,500 ປາຍກິໂລ, ເຮໂລອີນ 37 ກິໂລ ແລະຢາອີ ອີກ 61 ກິໂລ.
2024-07-31
ມາຮອດວັນທີ 29 ເດືອນກໍລະກົດ ປີ 2024 ທົ່ວນະຄອນຫຼວງວຽງຈັນ ມີຜູ້ຕິດເຊື້ອໄຂ້ຍຸງລາຍສະສົມເຖິງ 2,138 ຄົນ ແລະມີຜູ້ເສຍຊີວິດສະສົມ 3 ຄົນ ເຊິ່ງເປັນລໍາດັບທີ 1 ຂອງປະເທດລາວ ຂະນະດຽວກັນ ແຂວງເຊກອງ ເປັນແຂວງ ທີ່ມີຜູ້ຕິດເຊື້ອໄຂ້ຍຸງລາຍ ສະສົມເຖິງ 2,045 ຄົນ ແລະມີຜູ້ເສຍຊີວິດສະສົມ 2 ຄົນ ເປັນລໍາດັບທີ 2 ຂອງປະເທດລາວ.
2024-07-30
ນາຍບ້ານ ບ້ານປາກພາງ ເມືອງຊະນະຄາມ ແຂວງວຽງຈັນ ຖືກຄົນຮ້າຍໃຊ້ອາວຸດປືນຍິງ ເຮັດໃຫ້ເສຍຊີວິດຄາທີ່ ຢູ່ຕໍ່ໜ້າຫ້ອງການບ້ານປາກພາງ ໃນມື້ວັນທີ 29 ກໍລະກົດນີ້, ແຕ່ມາເຖິງປັດຈຸບັນ ເຈົ້າໜ້າທີ່ຍັງບໍ່ສາມາດຕິດຕາມໂຕ ຜູ້ກໍ່ເຫດໄດ້ເທື່ອ.
2024-07-26
ມີຜູ້ເປັນໄຂ້ຍຸງລາຍ ສະສົມ ເຖິງ 8,000 ປາຍຄົນ ໃນນັ້ນຢູ່ນະຄອນຫລວງວຽງຈັນ ແລະແຂວງເຊກອງ ມີຜູ້ຕິດເຊື້ອແຕ່ລະແຂວງເກືອບ 2,000 ຄົນ ເຊິ່ງເປັນຈໍານວນຜູ້ຕິດເຊື້ອ ນັບແຕ່ຕົ້ນປີ ຈົນມາເຖິງປັດຈຸບັນ ໂດຍສະເພາະ ເຂດມີຄວາມຄວາມສ່ຽງ ໃນໂຕເມືອງ ແລະ ຊຸມຊົນແອອັດ ທີ່ມີບັນຫານໍ້າຖ້ວມຂັງ ໃນຍາມຝົນ.
2024-07-26
ບົດລາຍງານ ຂອງອົງການສະຫະປະຊາຊາດ ເພື່ອຕ້ານຢາເສບຕິດ ແລະ ອາດຊະຍາກໍາ ໄດ້ລະບຸວ່າ ໃນປະເທດລາວ ມີເນື້ອທີ່ການປູກຝິ່ນທັງໝົດ ປະມານ 5,000 ເຮັກຕ້າຣ໌ ສ່ວນແຂວງທີ່ຍັງມີການປູກຝິ່ນ ຫຼາຍກວ່າໝູ່ ຍັງເປັນແຂວງຜົ້ງສາລີ.