ເຣື້ອງທີ່ເກັບບັນທຶກໄວ້
2024-04-09
ຄຸນນະພາບສາຍນໍ້າຄານ ແລະ ນໍ້າຂອງ 5 ວັນທີ່ຜ່ານມາ ຍັງປົກກະຕິ ພາຍຫຼັງທີ່ລົດຂົນສົ່ງສານເຄມີ ປະເພດຊັລຟີວຣິກ (Sulfuric Acid ຫຼື H2SO4) ທີ່ໃຊ້ໃນອຸສາຫະກຳເຄມີເຊິ່ງເປັນອັນຕະລາຍ ສາມາດເຮັດໃຫ້ຜິວໜັງໄໝ້, ຕາມົວ, ແສບຕາ ຫຼື ປອດ ອາດເຮັດໃຫ້ລະບົບຫາຍໃຈ ຕິດຂັດ ເປັນຕົ້ນ.
2024-04-06
ໃນລາຍການ ເມືອງລາວ ປະຈໍາສັບປະດາPodcast EP-40 ພາກທີ 1 ໄດ້ສຳພາດ ທ່ານນາງ ແຈກກີ້ ຊັນຍົງ ອາສາສະໝັກ ທີ່ປຶກສາອາວຸໂສ ຈາກ ໂຄງການ ຄວາມຫວັງຫຼັງສົງຄາມ War Legacies Project in Laos ເວົ້າວ່າ ມີປະຊາຊົນ ປະມານ 500 ຄົນ ໄດ້ຮັບຜົນກະທົບ ຈາກສານພິດ ຝົນເຫຼືອງ ທີ່ໃຊ້ເມື່ອປາງສົງຄາມ ຕາມເສັ້ນທາງ ໂຮ່ຈີມິນ ໂດຍສະເພາະ ຢູ່ແຂວງພາກໃຕ້ ຂອງປະເທດລາວ.
2024-04-04
ສານເຄມີ ທີ່ກຳລັງຈະຂົນໄປໃຫ້ບໍຣິສັດ ຂຸດຄົ້ນບໍ່ແຮ່ຫາຍາກ ຂອງຈີນ ຮົ່ວໄຫລ ຢູ່ຫ້ວຍນ້ອຍ ເຂດບ້ານພູຊ້າງຄຳ ນະຄອນຫລວງພຣະບາງ, ຂະນະທີ່ທາງການ ແຈ້ງການດ່ວນ ປະຊາຊົນລຽບຕາມແຄມນໍ້າຄານ ຫ້າມລົງນໍ້າ ຫ້າມເກັບປາ ເດັດຂາດ.
2024-04-03
ປັດຈຸບັນສິ່ງເສບຕິດປະເພດຕ່າງໆ ເຂົ້າເຖິງງ່າຍ ແລະລາຄາຖືກ ໂດຍກຸ່ມເປົ້າໝາຍ ທີ່ເຂົ້າມາພົວພັນຫຼາຍທີ່ສຸດ ຄືກຸ່ມເຍົາວະຊົນ ແລະຊາວໜຸ່ມ ເຊິ່ງເປັນໄວທີ່ກຳລັງຢາກຮູ້, ຢາກລອງ ຖ້າບໍ່ໄດ້ຮັບການກ່າວເຕືອນ ອາດເຖິງຂັ້ນຕິດຢາເສບຕິດຮ້າຍແຮງ.
2024-04-02
ທະນາຄານພັດທະນາອາຊີ ຊ່ອຍລາວ 24.9 ລ້ານໂດລ້າຣ໌ສະຫະລັດ ເພື່ອປັບປຸງການບໍລິການ ດ້ານສາທາລະນະສຸກ ຢູ່ແຂວງຈໍາປາສັກ, ແຂວງສະຫວັນນະເຂດ ແລະແຂວງຜົ້ງສາລີ ທີ່ຕິດກັບຊາຍແດນ ໃຫ້ດີຂຶ້ນ.
2024-04-02
ບໍລິສັດຂຸດຄົ້ນບໍ່ແຮ່ ຂອງຫວຽດນາມ ຢູ່ແຂວງຫົວພັນ ນຳເອົາຂີ້ເຫຍື້ອ ທີ່ເປັນພິດຖິ້ມລົງໃສ່ນໍ້າເຢື້ອງ ເມືອງກວັນ ເຮັດໃຫ້ປາຕາຍຫຼາຍ ສ້າງຄວາມເດືອດຮ້ອນໃຫ້ປະຊາຊົນ ແລະກະທົບຕໍ່ສິ່ງແວດລ້ວມ ລວມທັງບໍລິສັດດັ່ງກ່າວ ຍັງດຳເນີນການ ໂດຍທີ່ເອກະສານໝົດອາຍຸ.
2024-04-02
ຂໍ້ຂັດແຍ້ງ ຊາວບ້ານ ໂພນສະຫວ່າງ ເມືອງໂພນໂຮງ ກັບ ໂຮງງານປະສົມປູນຊີມັງ ຂອງບໍຣິສັດ ຫົງຄຳ ຄອນກຣີດ ຍັງບໍ່ທັນ ໄດ້ຮັບການແກ້ໄຂເທື່ອ, ຊາວບ້ານຍັງເດືອດຮ້ອນໜັກ ຈາກຂີ້ຝຸ່ນ ແລະ ສຽງດັງ.
2024-04-01
ຕຳຫຼວດຈຸດກວດນ້ຳເກິ່ງ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ກັກຜູ້ຕ້ອງຫາ ຄ້າຢາເສບຕິດ 2 ຄົນ, ອາຍຸ 34 ປີ ແລະ 28 ປີ, ໄດ້ຍຶດຢາໄອສ໌ 166 ກິໂລ, ຢາບ້າ 775 ມັດ ແລະຍຶດລົດຈິບ 2 ຄັນ ພ້ອມຂະຫຍາຍຜົນຕໍ່.
2024-04-01
ຫ້ອງວ່າການ ເມືອງຫົງສາ ແຂວງໄຊຍະບູລີ ໄດ້ອອກແຈ້ງການ ໃຫ້ຢຸດການຂ້າງົວ-ຄວາຍ ແລະຫ້າມເຄື່ອນຍ້າຍ, ຊື້-ຂາຍ ງົວ-ຄວາຍ ນັບແຕ່ວັນທີ 30 ເດືອນມີນາ ປີ 2024 ເປັນຕົ້ນໄປ ເພື່ອປ້ອງກັນການແຜ່ລະບາດ ຂອງພະຍາດໄຂ້ເລືອດດໍາ ທີ່ກໍາລັງມີການແຜ່ລະບາດ ຢູ່ໃນບາງແຂວງຂອງລາວ.
2024-03-31
ກົມຄວບຄຸມ ພະຍາດຕິດຕໍ່ ລາຍງານວ່າ ພົບກໍລະນີສົງໄສຕິດພະຍາດ ໄຂ້ເລືອດດຳ 65 ຄົນໃນແຂວງຈຳປາສັກ, ແຕ່ເຈົ້າໜ້າທີ່ຢືນຢັນວ່າ ສາມາດຄວບຄຸມໄດ້.
2024-03-30
ໃນປີ 2024 ເປັນຕົ້ນມາ, ມີການປ່ອຍນໍ້າເສຍ ລົງແມ່ນໍ້າທໍາມະຊາດ ເກີດຂຶ້ນ 3 ຄັ້ງ ແລະ ອີກບັນຫາໜຶ່ງ ກໍຄື ງົວ ແລະ ຄວາຍ ຂອງປະຊາຊົນ ຕາຍແບບບໍ່ຮູ້ສາເຫດ ຂະນະທີ່ ເຈົ້າໜ້າທີ່ສາທາ ກໍາລັງຂຸ້ນຂ້ຽວປ້ອງກັນ ການລະບາດຂອງພະຍາດສັດ.
2024-03-29
ຈໍານວນຄົນ ທີ່ສົງໄສຕິດເຊື້ອພະຍາດໄຂ້ເລືອດດໍາ ຢູ່ເມືອງຈໍາປາສັກ ແລະເມືອງສຸຂຸມາ ແຂວງຈໍາປາສັກ ແລະຢູ່ເມືອງຄົງເຊໂດນ ແຂວງສາລະວັນ ທັງໝົດ 78 ຄົນແລ້ວ.
2024-03-27
ໜ່ວຍງານສາທະລະນະສຸກ ໄດ້ເຕືອນປະຊາຊົນ ໃຫ້ກວດກາເບິ່ງສິນຄ້າທີ່ໂຄສະນາເກີນຄວາມຈິງ ເພື່ອໃຫ້ແນ່ໃຈວ່າ ສິນຄ້າດັ່ງກ່າວ ມີກາ ອຢ ແລະ ເລກຈົດແຈ້ງຈາກກົມອາຫານ ແລະ ຢາ, ແລະ ຖ້າປະຊາຊົນບໍ່ແນ່ໃຈ ໃຫ້ກວດສອບຊື່ຜະລິດຕະພັນໄດ້ໃນເວບໄຊ້ ຂອງກົມອາຫານ ແລະ ຢາ.
2024-03-27
ຊາວບ້ານ ບ້ານມະນີລາດ ເມືອງໄຊບູລີ ແຂວງສວັນນະເຂດ ຍັງໄດ້ຮັບກິ່ນເໝັນຈາກໂຮງງານມັນຕົ້ນຂອງວຽດນາມ ສ້າງຄວາມເດືອດຮ້ອນຢ່າງໜັກ ເຖິງແມ່ນວ່າ ທາງການແຂວງສວັນນະເຂດ ໄດ້ມີຄໍາສັ່ງໃຫ້ໂຮງງານດັ່ງກ່າວ ປັບປຸງແກ້ໄຂ ບັນຫາແລ້ວຕັ້ງແຕ່ເດືອນກຸມພາແລ້ວກໍຕາມ.
2024-03-25
15 ມີນາ 2024 ທີ່ຜ່ານມານັກຮຽນຊັ້ນມັດທະຍົມປາຍ ຢູ່ເຂດເທດສະບານເມືອງວຽງທອງ ແຂວງບໍລິຄຳໄຊ ຈຳນວນ 13 ຄົນ ໃນນັ້ນເປັນຍີງ 4 ຄົນຖືກນຳໄປບໍາບັດຢູ່ສູນໜອງດົງພາຍຫຼັງປາຕີ້ເປີດເພັງດັງເກີນຂອບເຂດ ກາຍເວລາ ແລະ ມົ້ວສຸມສູບຢາສູບໄຟຟ້າ ແລະກີນກາເຟຄອລລາເຈັນ.