ADB ອະນຸມັດເງິນເພື່ອຊ່ວຍປັບປຸງ ການບໍລິການ ສາທາລະນະສຸກ

ຈຳປາທອງ
2024.04.02
ADB ອະນຸມັດເງິນເພື່ອຊ່ວຍປັບປຸງ ການບໍລິການ ສາທາລະນະສຸກ ສຸຸກສາລາບ້ານຄອນ ແຂວງຈຳປາສັກ. ເດືອນສິງຫາ ປີ 2023.
RFA

ທະນາຄານພັດທະນາອາຊີ ອະນຸມັດເງິນໃຫ້ລາວ 24.9 ລ້ານໂດລ້າຣ໌ສະຫະລັດ ເພື່ອຊ່ອຍປັບປຸງດ້ານການບໍລິການ ສາສທາລະນະສຸກ ໃຫ້ປະຊາຊົນ ໄດ້ຮັບການປິ່ນປົວ ຢູ່ແຂວງຈໍາປາສັກ, ສະຫວັນນະເຂດ ແລະຜົ້ງສາລີ.

ແຂວງຊາຍແດນທີ່ວ່ານີ້ ມີການພັດທະນາຫຼາຍ ເຮັດໃຫ້ຄົນງານເຄື່ອນຍ້າຍເຂົ້າມາເຮັດວຽກຫຼາຍ ມີປະຊາຊົນເພີ່ມຂຶ້ນ ແລະມີຄວາມຫຍຸ້ງຍາກ ໃນການໄປປິ່ນ ປົວຢູ່ໂຮງໝໍ ທີ່ຕ້ອງໄດ້ບໍລິການ ດ້ານສາທາລະນະສຸກຫຼາຍຂຶ້ນ.

ໂຄງການທີ່ວ່ານີ້ ຈະຊ່ອຍຍົກລະດັບ ສິ່ງອໍານວຍຄວາມສະດວກ ຮວມທັງອຸປະ ກອນ ແລະບຸກຄະລາກອນການແພດ ຢູ່ໃນໂຮງໝໍແຂວງ 3 ແຂວງດັ່ງ ກ່າວ, ຈະມີການບັນທຶກທາງການແພດ ແບບອິເລັກໂຕຣນິກ. ສໍາລັບແຂວງຜົ້ງສາລີ ຈະຊ່ອຍໂຮງໝໍເມືອງອີກ 2 ແຫ່ງ.

ກ່ຽວກັບເລື່ອງທີ່ວ່ານີ້ ເຈົ້າໜ້າທີ່ໂຮງໝໍແຂວງສະຫວັນນະເຂດ ທ່ານນຶ່ງເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 2 ເມສານີ້ວ່າ ສໍາລັບໂຮງໝໍແຂວງນີ້ ທາງໂຄງ ການທະນາຄານພັດທະນາອາຊີ ຈະຊ່ອຍດ້ານໂຄງຮ່າງພື້ນຖານ ເປັນຕົ້ນ ຈະຕໍ່ເຕີມອາຄານໃຫ້ ແຕ່ລາຍລະອຽດ ທ່ານຍັງບໍ່ຮູ້ວ່າ ຈະຊ່ອຍດ້ານໃດແດ່.

ຕໍ່ເຕີມອາຄານ ເຂົາເຮັດກ່ຽວກັບອາຄານ ເປັນພື້ນຖານໂຄງຮ່າງ ເພິ່ນຕໍ່ເຕີມຕຶກ ຕໍ່ເຕີມອາຄານອິຫຍັງຫັ້ນນະ ບໍ່ເຂົ້າໃຈລະອຽດປານໃດ ຮູ້ແຕ່ວ່າອາດຈະແມ່ນຕໍ່ເຕີມອາຄານຫັ້ນແຫຼະ.

ສໍາລັບເມືອງຍອດອູ ແຂວງຜົ້ງສາລີ ທີ່ມີຊາຍແດນຕິດກັບປະເທດຈີນ ແລະຫວຽດນາມ ມີນັກລົງທຶນຈີນ ເຂົ້າມາເຮັດສວນກ້ວຍ ສວນອ້ອຍ ແລະໃຫ້ເງິນ ເດືອນດີ ເຮັດໃຫ້ຄົນງານຢູ່ພາຍໃນແຂວງ ແລະມາຈາກແຂວງອື່ນໆ ເຂົ້າມາເຮັດວຽກຫລາຍ.

ດັ່ງເຈົ້າໜ້າທີ່ພະແນກສາທາລະນະສຸກ ແຂວງຜົ້ງສາລີ ນາງນຶ່ງເວົ້າວ່າ:

ຢູ່ຍອດອູຫັ້ນ ຈະມີແບບໄປເຮັດວຽກອັນອື່ນຫັ້ນ ບໍ່ດອກເບື້ອງລັດຫັ້ນນະ ແມ່ນເອກກະຊົນແບບປູກສວນອ້ອຍບໍ່ ສວນກ້ວຍບໍ່ ປາດຢາງພາລາບໍ່ ອີ່ຫຍັງແນວນີ້ຫັ້ນນະ ຈີນນີ້ເຂົາແບບເງິນເດືອນໃຫ້ສູງແດ່ ສ່ວນຫຼາຍກໍມີແຕ່ເວົ້າເລື່ອງອາໄສວ່າ ເປັນກໍາມະກອນເຝົ້າສວນອ້ອຍ ສວນຢາງພາລາ ສອງຢ່າງນີ້ນີ້ແຫຼະຫຼາຍກວ່າຫັ້ນນະ.

ປັດຈຸບັນ ໂຮງໝໍແຂວງ ແລະໂຮງໝໍເມືອງ ຂອງແຂວງຜົ້ງສາລີ ຂາດເຂີນ ທັງບຸກຄະລາກອນ ແລະອຸປະກອນ ການແພດຫຼາຍຢ່າງ ເຮັດໃຫ້ທາງໂຮງໝໍ ບໍ່ສາມາດຕອບສະໜອງໄດ້ ຕາມຄວາມຕ້ອງການ ຂອງການບໍລິການ ປະຊາຊົນ.

ດັ່ງທີ່ນາງກ່າວວ່າ:

ຊັບພະຍາກອນກໍຍັງບໍ່ພຽງພໍ ອຸປະກອນກໍຍັງຂາດຫຼາຍດ້ານຢູ່ໃດ໋ ໂດຍສະເພາະເວົ້າເລື່ອງເຄື່ອງກວດ ເຄື່ອງຫ້ອງວິເຄາະ ເຄື່ອງປາດບໍ່, ເຄື່ອງຕຽງປະສູດບໍ່ ໂຕະຮັບວາງເດັກບໍ່ ອິຫຍັງຊີ້. ໂຮງໝໍແຂວງກໍຍັງຂາດ ເມືອງກໍຍັງຂາດຄືກັນ ຄອມພິວເຕີ ກໍຍັງ ກໍຂາດຄືກັນຫັ້ນແຫຼະ ແຕ່ວ່າບາງເມືອງພັດຕ້ອງການຄອມພິວເຕີປະກອບໄປ ກໍແບບລະບົບອິນເຕີເນັດ ສັນຍານມັນບໍ່ໄດ້ດີ. ມັນກໍຍັງຫຍຸ້ງຍາກຄືເກົ່ານໍ ຄັນສົມມຸດວ່າເຮົາຢາກໄດ້ຄອມພິວເຕີ ຊີ້. ເຮົາບໍ່ມີໄຟຟ້າສີເຮົາກໍໃຊ້ບໍ່ໄດ້ ເລີຍຫຍຸ້ງຍາກ ໃນການຄົ້ນຂໍ້ມູນ ເກັບຂໍ້ມູນ.

ຊາວບ້ານ ຢູ່ເມືອງບຸນເໜືອ ຊຶ່ງເປັນທີ່ຕັ້ງຂອງໂຮງໝໍແຂວງຜົ້ງສາລີ ນາງນຶ່ງເວົ້າວ່າ ພວກບໍ່ສະບາຍ ສ່ວນຫຼາຍຈະໄປໂຮງໝໍແຂວງ ແຕ່ກໍມີປະຊາຊົນຈໍານວນນຶ່ງ ຈະໄປປິ່ນປົວຢູ່ຄລີນິກເອກະຊົນ ຍ້ອນເຫັນວ່າ ຢາມີຄຸນນະພາບດີກວ່າຢູ່ໂຮງໝໍ.

ແມ່ນລະ ໄປໂຮງໝໍແຂວງເລີຍສ່ວນຫຼາຍ ແຕ່ວ່າບາງຄົນກໍມັກໄປໂຮງໝໍສ່ວນຕົວນໍ ເປັນໂຮງໝໍຄລິນິກວຽດບໍ່ ໂຮງໝໍຈີນ ສ່ວນຕົວກໍແບບອີ່ຫຍັງກໍດີນໍ ແມ່ນຢູ່ມັນລາແພງ ໃຊ້ແລ້ວມັນຄຸ້ມຄ່າ ເທື່ອດຽວແລ້ວກໍດີເລີຍຫັ້ນນະ ໂຮງໝໍແຂວງບໍ່ແມ່ນວ່າຈັ່ງຊີ້ຈັ່ງຊັ້ນນໍ ກໍໄປກໍເຂົາໃຫ້ກິນແຕ່ຢາທໍາມະດາຫັ້ນແຫຼະ ແລ້ວກໍບໍ່ດີຫັ້ນແຫຼະ.

ສໍາລັບໂຮງໝໍແຂວງຈໍາປະສັກ ທີ່ຕັ້ງຢູ່ນະຄອນປາກເຊ ເປັນໂຮງໝໍ ທີ່ໃຫ້ບໍລິ ການ ທັງ 4 ແຂວງພາກໃຕ້ ຄືແຂວງຈໍາປາສັກ, ສາລະວັນ, ເຊກອງ ແລະອັດຕະປື, ເຮັດໃຫ້ໂຮງໝໍນີ້ ມີຄົນມາໃຊ້ບໍລິການຫຼາຍ, ໃນຊ່ວງທີ່ມີຄົນເຈັບປ່ວຍຫຼາຍ ກໍບໍ່ສາມາດຮອງຮັບໄດ້ໝົດ.

ດັ່ງຊາວນະຄອນປາກເຊ ນາງນຶ່ງເວົ້າວ່າ:

ກໍຫຼາຍ ຫຼາຍ ກໍພໍຢູ່ໃດ໋ ບາງເທື່ອເພີ່ນກໍເອົາອອກມານອນຢູ່ນອກ ແຕ່ວ່າຊ່ວງນີ້ບໍ່ຄ່ອຍເຫັນນອນຢູ່ນອກແລ້ວ ນອນຢູ່ໃນແລ້ວ ເດືອນສີ່ຫາເດືອນເກົ້າຫັ້ນ ຈະມີຄົນໄຂ້ຫຼາຍ ລົດລົ້ມບໍ່ ອິຫຍັງບໍ່ ຫຼາຮຍ ບາງເທື່ອກໍນອນຢູ່ນອກ ຖ້າເຂົ້າຫ້ອງຜ່າຈັ່ງຊີ້.

ໂຄງການ ທີ່ທະນາຄານພັດທະນາອາຊີ ຊ່ອຍ ຊຶ່ງໄດ້ຮັບການຮ່ວມມື ກັບອົງການຈັດຕັ້ງສາກົນ ເພື່ອການຍົກຍ້າຍຖິ່ນຖານ (IOM) ນີ້ ຈະສືບຕໍ່ສະໜັບສະໜູນ ກະຊວງສາທາລະນະສຸກ ຂອງລາວ ເພື່ອສະໜອງໂຄງການ ການປັບຕົວເຂົ້າກັບສະພາບອາກາດ ແລະຫຼຸດຜ່ອນຄວາມສ່ຽງ ທີ່ຊຸມຊົນເປັນເຈົ້າການ ໃຫ້ຊຸມຊົນ ທີ່ອາໄສຢູ່ເຂດຊາຍແດນ ແລະຄົນຍ້າຍຖິ່ນຖານ ຊຶ່ງພວກເຂົາເຈົ້າ ມີຄວາມສ່ຽງ ໂດຍສະເພາະຕໍ່ຜົນກະທົບ ຈາກການປ່ຽນແປງຂອງດິນຟ້າອາກາດ ອັນເປັນປັດໃຈຊຸກຍູ້ ໃຫ້ມີການຍ້າຍຖິ່ນຖານ ອອກໄປນອກປະເທດ ແລະ ເຮັດໃຫ້ເພີ່ມຄວາມສ່ຽງ ຕໍ່ການປະກອບອາຊີບ ຂຶ້ນຢູ່ໃນບ່ອນເຮັດວຽກຂອງຜູ້ຍ້າຍຖິ່ນຖານ ທີ່ຈະຕ້ອງເລັ່ງໃສ່ແກ້ໄຂໃນຕໍ່ໜ້າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.