ບໍລິສັດບໍ່ແຮ່ຫວຽດນາມ ຖິ້ມຂີ້ເຫຍື້ອເປັນພິດ ລົງໃສ່ນໍ້າເຢື້ອງ ຢູ່ແຂວງຫົວພັນ
2024.04.02

ປາຫຼາຍຊະນິດ ຕາຍ 100 ປາຍກິໂລ ໃນນໍ້າເຢື້ອງ ຢູ່ເຂດບ້ານກໍຝຸງ ເມືອງ ກວັນ ແຂວງຫົວພັນ ເມື່ອວັນທີ 27 ມີນາທີ່ຜ່ານມາ ຊຶ່ງປະຊາຊົນຄາດວ່າ ເປັນຍ້ອນບໍລິສັດວຽດນາມ ທີ່ຂຸດຄົ້ນແຮ່ທາດ ຢູ່ໃນເຂດນັ້ນ ປ່ອຍນໍ້າເປື້ອນເປັນພິດ ລົງໃສ່ນໍ້າເຢື້ອງ. ປະຊາຊົນຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງ ມາຊ່ວຍແກ້ໄຂ ແລະຫາຜູ້ຮັບຜິດຊອບ ເນື່ອງຈາກພວກເຂົາເຈົ້າ ບໍ່ສາມາດຫາປາມາກິນລ້ຽງຄອບຄົວໄດ້.
ຕໍ່ມາ ວັນທີ 30 ມີນາ ພາກສ່ວນທີ່ກ່ຽວຂ້ອງ ກໍໄດ້ລົງໄປກວດກາ ເພື່ອຊອກຫາສາເຫດຂອງປາຕາຍ ແລະພົບວ່າ ບໍລິສັດຂຸດຄົ້ນແຮ່ທາດ ຂອງນັກລົງທຶນຫວຽດນາມ ລັກຂຸດຄົ້ນແຮ່ທາດ ແລ້ວປ່ອຍນໍ້າເປຶ້ອນ ຈາກການຮ່ອນແຮ່ທາດ ລົງສູ່ນໍ້າເຢື້ອງ ພາຍຫລັງບໍ່ບໍາບັດນໍ້າເປື້ອນ ເປ່ເພ ໃຊ້ການບໍ່ໄດ້ ແລະທາງການລາວກໍບໍ່ໄດ້ອະນຸມັດ ໃຫ້ຂຸດຄົ້ນແຮ່ທາດນັ້ນ ມາຕັ້ງແຕ່ເດືອນຕຸລາ 2020, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງຫົວພັນ ທ່ານນຶ່ງຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 2 ເມສານີ້.
“ເພາະວ່າໂຕບໍລິສັດວຽດ ສະນັ້ນຕອນນັ້ນອມ່ນເດືອນ 10 2020 ນ່າຄິດວ່າ ຖືກກວ່າ ໝົດໂຕສັນຍາຂຸດຄົ້ນ ເຂົາຍັງບໍ່ປະກອບເອກະສານ ບໍ່ໄດ້ເຮັດໄດ໋ 2 ປີ 3 ປີແລ້ວນ່າ. ແລ້ວບໍ່ທັນໄດ້ມີໃບອະນຸຍາດຂຸດຄົ້ນຫັ້ນນ່າ ທໍາມະດາແລ້ວ ສັນຍາແລ້ວ ລັດຖະບານຕ້ອງອອກໃບອະນຸຍາດໃຫ້ເຂົາເຈົ້າຂຸດຄົ້ນເນາະ. ຈັ່ງດໍາເນີນການໄດ໋ ເວົ້າລວມຜິດແຫລະ ບໍລິສັດຫັ້ນນ່າເນາະ. ເຂົາລັກເຮັດນ່າ ຮ່ອນແລ້ວບາງເທື່ອມັນມີສານສະກັດແຮ່ນ່າເນາະ. ໄຫລອອກສູ່ຫ້ວຍນໍ້າທໍາມະຊາດ ກໍຄືວ່າຕາຍກໍອ່າງສຸດທ້າຍ ລົງທາງໃຄ້ນໍ້າຫັ້ນເນາະ. ເອີ ປາຕາຍນີ້ ມັນຫ້ວຍນ້ອຍ ນໍ້າເຍື້ອງເນາະ ມັນກໍຕາຍ ບົດລາຍງານກໍປະມານ 100 ປາຍໂລ.”
ທ່ານເວົ້າວ່າ ກ່ອນປີ 2024 ຊາວບ້ານບວກ ເມືອງກ້ວນ ກໍໄດ້ໄປຂຸດແຮ່ທາດ ມາຂາຍໃຫ້ບໍລິສັດຫວຽດນາມໄດ້ຢູ່ ແຕ່ປີ 2024 ມານີ້ ມີເຈົ້າໜ້າທີ່ຕໍາຫຼວດ, ທະຫານ ແລະພະນັກງານຂອງບໍລິສັດຫວຽດນາມ ອໍານວຍຄວາມສະດວກໃຫ້ຕື່ມ ໃນການຂຸດແຮ່ທາດຂອງຊາວບ້ານ ແລະທາງບໍລິສັດ ກໍຍັງບໍ່ໄດ້ຮັບອະນຸ ຍາດຂຸດຄົ້ນ ຈາກທາງການເທື່ອ.
ທ່ານກ່າວຕື່ມວ່າ ຊາວບ້ານຢາກໃຫ້ທາງບໍລິສັດ ເອົາປາມາປ່ອຍໃສ່ສາຍນໍ້ານັ້ນ ແລະສເນີໃຫ້ບໍລິສັດ ເຮັດອ່າງບໍາບັດນໍ້າເສັຍ ແຕ່ທາງພາກສ່ວນທີ່ກ່ຽວຂ້ອງ ໃຫ້ບໍລິສັດຢຸດເຊົາ ການຂຸດຄົ້ນແຮ່ທາດນັ້ນ.
“ສ່ວນນຶ່ງຄວາມເຫັນບາງພາກສ່ວນ ຄື ບໍ່ແຮ່ ເຮັດອ່າງບໍາບັດ ແຕ່ວ່າເຮົາວ່າບໍ່ເຫັນດີເພາະວ່າ ບໍ່ທັນມີໃບອະນຸຍາດຂຸດຄົ້ນເນາະ ມີແຕ່ວ່າເຮັດບັນທຶກ ເຂົາຫັ້ນນ່າເນາະ. ເຮົາວ່າຕີລາຄາ ສ່ວນນຶ່ງເປັນນໍາບໍລິສັດ ກັບເຈົ້າໜ້າທີ່ ຮູ້ວ່າມັນຜິດແລ້ວເນາະ ກໍຍັງໃຫ້ເຂົາດໍາເນີນ ຍັງໃຫ້ເຂົາເຮັດນ່າເນາະ. ປະຊາຊົນບ້ານກໍຝຸງ ຫັ້ນນ່າເນາະ ເຂົາກໍເວົ້າວ່າຢາກໃຫ້ບໍລິສັດ ມາຊອກປາ ມາປ່ອຍໃສ່ນໍ້າຫ້ວຍຄືນ ເຂົາກໍຮຽກຮ້ອງແບບນັ້ນ ແຕ່ວ່າມັນກໍຊິຫຍຸ້ງຍາກແຫລະເນາະ. ຊ່ວງນີ້ ຊ້ວງປະກອບເອກະສານເມືອຮອດກະຊວງ ແຫລະເນາະ. ຄົ້ນຄວ້າແນວໃດຫັ້ນນ່າເນາະ ບໍລິສັດນີ້ເພາະວ່າ ມັນມີລູກນ້ອງເຂົາເຈົ້າ ມີລູກຫລານ ເຂົານ່າມາເຝົ້າ ຢູ່ຕອນນີ້ແຕ່ວ່າ ຈຸປະທານບໍລິສັດຢູ່ຫວຽດພຸ້ນ ເຂົາກໍຍັງບໍ່ຮູ້ດ້ວຍຊໍ້າ.”
ແຕ່ປີ 2008 ເຖິງປັດຈຸບັນ ບໍລິສັດຫວຽດນາມນັ້ນ ໄດ້ປ່ອຍນໍ້າເສຍລົງໃສ່ຫ້ວຍ ເຮັດໃຫ້ປາຕາຍຫຼາຍ ແລະໄຫຼໄປຕາມນໍ້າ 3 ເທື່ອແລ້ວ.
ດັ່ງທີ່ທ່ານກ່າວວ່າ:
“ຕອນນີ້ກໍຖືວ່າ ໄລຍະ 2008 ມາຫາປັດຈຸບັນ ມັນຊິເປັນ 3 ຄັ້ງພຸ້ນເດ້ ແລ້ວກໍປີ 2021 ຫັ້ນເນາະ 2 ຄັ້ງແລ້ວກໍມາປີນີ້ ຕອນນັ້ນເຂົ້າອຸໂມງ ໂຕນຶ່ງເນາະ. ເຂົາ ຫລັງຈາກຂຸດຄົ້ນແລ້ວ ເຂົາບໍ່ໄດ້ຖົມນ່າເນາະ ນໍ້າ ໂຕນໍ້າບໍາບັດ ໂຕນັ້ນນ່າ. ອຸໂມງໂຕນັ້ນ ອອກມານ່າ ຄັນວ່າບໍ່ໄດ້ກັ່ນກອງ ບໍ່ມີ່າງບໍາບັດ ແມ່ນ ເອົາລົງມາ ແມ່ນ ຢາກວ່າຄາຍເດ້ ຕອນນັ້ນກໍຕາຍ ກໍຍັງຫລາຍແຫລິເນາະ. ສາຍນໍ້ານ້ອຍເນາະ ມັນຕາຍກໍໄຫລລົງເພາະວ່າ ນໍ້າມັນແຮງເດ້ເນາະ. ນໍ້າຫ້ວຍນ້ອຍ ຫ້ວຍຊັນເນາະ.”
ແລະປະຊາຊົນບ້ານ ກໍຝຸງ ນາງນຶ່ງກໍເວົ້າວ່າ ປາທີ່ຕາຍນັ້ນມີຫຼາຍຊະນິດ, ຕາຍຫຼາຍສົມຄວນ ຍ້ອນນໍ້າເປື້ອນ.
“ຕາຍວັນທີ 27 ປະມານນັ້ນແຫລະ ແລ້ວຕາຍຫລາຍສົມຄວນແລ້ວເຂົາເຈົ້າ ນໍ້າເປື້ອນ ເປື້ອນເປິະ ໃສ່ແລ້ວຕາຍໝົດເລີຍຂຸດຄົ້ນບໍ່ແຮ່ນ່າ. ແລ້ວເຂົາເຈົ້າຊິງເອົາແຮ່ແບບນີ້ນ່າ ແລ້ວເຂົາເຈົ້າປ່ອຍນໍ້າເປື້ອນ ນໍ້າອັນນໍ້າມັນນໍ້າອີ່ຫຍັງ ເຂົາເຈົ້າເຮັດບ່ອນເຂິງແຮ່ເຂົາເຈົ້ານ່າ ແລ້ວຝົນລະຕົກແຮງ ແບບນໍ້າເຊາະລົງເລີຍ ນໍ້າລົ້ນຈາກເຂົາ ເຂົາເຈົ້າເຮັດອັນນັ້ນເດ້ ໄຫລລົງແມ່ນໍ້າເລີຍ. ປາຕາຍໝົດເລີຍ ບໍ່ໄດ້ຊື້ບໍ່ໄດ້ຂາຍແຕ່ວ່າ ເຂົາເຈົ້າໄປຫາມາກິນ ແບບຮັບໃຊ້ຄອບຄົວ ພໍຫາເຊົ້າຫາຄໍ່າ ນີ້ນ່າ.”
ນາງເວົ້າຕື່ມວ່າ ບໍລິສັດຫວຽດນາມ ເຂົ້າມາຂຸດຄົ້ນແຮ່ທາດນີ້ ມາໄດ້ຫຼາຍປີແລ້ວ ແລະໄດ້ປ່ອຍນໍ້າເປື້ອນ ເຮັດໃຫ້ປາຕາຍໝົດ.
“ບໍລິສັດວຽດເຂົາເຈົ້າມາຂຸດຄົ້ນຢູ່ ອັນ ຫລາຍປີແລ້ວ ແຕ່ຕອນເອື້ອຍ ປະມານເອື້ອຍຍັງບໍ່ໄດ້ເຂົ້າໂຮງຮຽນນ່າ. ເຂົາເຈົ້າມາປີ 2021 ນີ້ແຫລະເຂົາເຈົ້າກໍ ຊິແມ່ນປ່ອຍນໍ້ານັ້ນມາ ປາກໍຕາຍໝົດ ແລ່ວທີ່ນີ້ເຂົາເຈົ້າ ບໍ່ຈັກສິເຮັດວິທີໃດແລ້ວ. ເຂົາເຈົ້າແລ້ວກໍວ່າ ຊ່ວຍໃຫ້ຈຸອັນນັ້ນມາກວດເບິ່ງ ວ່າເປັນແນວໃດ ກັງວົນເຂົາເຈົ້າຢາກໃຫ້ເຮັດແບບ. ນໍ້າເປິະເປື້ອນປ່ອຍລົງ ປາຕາຍຫລາຍ ຈັກໜ່ອຍປະຊາຊົນທີ່ບໍ່ມີບ່ອນຫາຢູ່ຫາກິນ ແບບຊີ້ນີ້ຫັ້ນນ່າ. ເຂົາເຈົ້າຢາກໃຫ້ແກ້ໄຂ ບໍ່ຢາກໃຫ້ເກີດອັນຊໍ້າຮອຍ.”
ແລະປະຊາຊົນ ຈາກເມືອງກວັນ ຜູ້ນຶ່ງກໍເວົ້າວ່າ ໄລຍະນີ້ ປາໃນສາຍນໍ້າເຢື້ອງ ເລີ່ມຈະວາງໄຂ ໜ້າເສຍດາຍ ທີ່ປາຕາຍຍາມນີ້.
“ເພາະວ່າເຂົາເຈົ້າເຮັດອ່າງ ບໍາບັດອ່າງໂຕນັ້ນ ບໍ່ທັນໄດ້ມາດຕະຖານເທື່ອ ມັນມີປາຫັ້ນເນາະ ໄຫລ ນໍ້າເປື້ອນຈາກນໍ້າທີ່ເຂົາກັ່ນກອງ ເລື້ອງແຮ່, ເລື້ອງຫຍັງຫັ້ນນ່າເນາະ. ປ່ອຍລົງໃສ່ນໍ້າຫັ້ນເນາະ ພໍດີແລ້ວປາຕາຍ ເລີ້ມຈາກນີ້ໄປເດືອນ 4, ເດືອນ 5 ປາເລີ້ມວາງໄຂ່ແລ້ວເດ້.”
ກ່ຽວກັບບັນຫາທີ່ວ່ານີ້ ທ່ານ ພອນສິນ ພົມປານດາ ຮອງຫົວໜ້າ ພະແນກຊັບພະຍາກອນ ທໍາມະຊາດ ແລະສິ່ງແວດລ້ອມ ແຂວງຫົວພັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 1 ເມສານີ້ວ່າ ຍັງບໍ່ຮູ້ລາຍລະອຽດວ່າ ປາຕາຍຍ້ອນຫຍັງກັນແທ້ ທາງທິມງານ ຈະໄປກວດເບິ່ງ ແລະຄາດວ່າ ຈະຮູ້ຜົນລະອຽດໃນໄວໆນີ້, ໄດ້ແຈ້ງໃຫ້ປະຊາຊົນ ບໍ່ໃຫ້ໄປຫາປາ ແລະກິນປາໃນເຂດນັ້ນ.
“ຢູ່ເຂດອັນນ່າ ບ້ານກໍຝຸງ ບ້ານບວກ ບ້ານສັນຄູນ ແລ້ວກໍທ່າຄອຍ ຂຶ້ນກັບເມືອງກວັນ ສະພາບໂດຍລວມອທ້ຍັງບໍ່ທັນຮູ້ ລະອຽດເນາະ ເພາະວ່າວິຊາການລົງໄປ ກໍຍັງບໍ່ທັນມີເຄື່ອງມືກວດກາ ວັດແທກຫຍັງ ມີແຕ່ວ່າທາງທີມງານ ພາກສ່ວນກ່ຽວຂ້ອງ ຈະລົງໄປແລ້ວເອົາເຄື່ອງມືໄປກວດເບິ່ງນໍ້າ ເພາະວ່າຢູ່ເຂດນັ້ນ ຈະມີແຫລ່ງຂຸດຄົ້ນແຮ່ເຫລັກແຕ່ດົນແລ້ວ. ຍັງບໍ່ທັນໄດ້ເຄື່ອນໄຫວເທື່ອຫັ້ນນ່າ ອາດຈະແມ່ນຝົນຕົກ ກໍຍັງບໍ່ທັນຮູ້ລະອຽດ ກໍຊິແຈ້ງຕາມທີຫລັງ.”
ເມື່ອກ່ອນໜ້ານີ້ ໃນເດືອນກຸມພາທີ່ຜ່ານມາ ບໍລິສັດຫວຽດນາມ ທີ່ຂຸດຄົ້ນແຮ່ທາດ ແລະປ່ອຍນໍ້າເສັຍລົງໃສ່ ຫ້ວຍມັນ ໃນເຂດບ້ານເມືອງແວ່ນ ເມືອງຊໍາເໜືອ ເຮັດໃຫ້ປາຕາຍຫຼາຍ ແລະປະຊາຊົນ ໄດ້ຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວ ຂ້ອງ ລົງຕິດຕາມ ກວດກາ ແລະໃນວັນທີ 16 ມີນາ ທີ່ຜ່ານມານີ້ ປະຊາຊົນກຸ່ມແວ່ນ ໄດ້ປະກອບຄໍາເຫັນຢູ່ໃນກອງປະຊຸມ ຮ່ວມກັບເຈົ້າເມືອງ ເມືອງຊໍາເໜືອ ທີ່ຫ້ອງການບ້ານເມືອງແວ່ນ ໂດຍເວົ້າວ່າ "ເຮັດການປະຕິວັດມາ ຖ້ານໍ້າບໍ່ໄດ້ກິນ, ດິນບໍ່ໄດ້ໃຊ້ ຈະບໍ່ຍອມເດັດຂາດ. ຈົ່ງຄືນຄວາມສຸກ ແລະຄວາມອຸດົມສົມບູນ ຂອງທໍາມະຊາດ, ນໍ້າ, ດິນ ໃຫ້ປະຊາຊົນດ່ວນ!"