ຜົນກວດນ້ຳ ໃນນ້ຳຄານ, ນ້ຳຂອງ ພາຍຫຼັງລົດຂົນສົ່ງ ສານເຄມີປີ້ນ
2024.04.09

ຄວາມຄືບໜ້າ ເຫດການລົດຂົນສົ່ງເຄມີ Sulfuric Acid ໄປໃຫ້ບໍຣິສັດຂຸດຄົ້ນສໍາຫລວດແຮ່ຫາຍາກ ຂອງນັກລົງທຶນຈີນ ແຂວງຊຽງຂວາງ ເສຍຫລັກປີ້ນ ຢູ່ຂົວບ້ານພູຊ້າງຄໍາ ນະຄອນຫລວງພຣະບາງ ແຂວງຫລວງພຣະບາງ ແລ້ວເຮັດໃຫ້ສານເຄມີ ດັ່ງກ່າວ ໄຫລລົງຫ້ວຍນ້ອຍ (ຄົນທ້ອງຖິ່ນຮ້ອງວ່າ ຫ້ວຍສ້ຽວ) ຈາກນັ້ນ ເກີດປາຫລາກຫລາຍຊະນິດຕາຍ ໃນວັນທີ 3 ເມສາ 2024 ທີ່ຜ່ານມານັ້ນ.
ຫລ້າສຸດ 5 ວັນທີ່ຜ່ານມາ ຕາມຂໍ້ມູນລາຍງານ ຈາກກອງການແມ່ນ້ໍາຂອງສາກົນ ໃນວັນທີ 8 ເມສາ 2024 ທີ່ຜ່ານມາລະບຸຜ່ານໜັງສືພິລາວພັທນາ ວ່ານ້ໍາຄານ ແລະ ນ້ໍາຂອງ ຍັງປົກກະຕິ ມີພຽງນ້ໍາໃນຫ້ວຍສ້ຽວ ໄດ້ຮັບຜົນກະທົບເລັກນ້ອຍ, ສອດຄ່ອງກັບເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນາງນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 9 ເມສາ ນີ້ວ່າ ຜົນການກວດວັດແທກ ຄຸນນະພາບຂອງນ້ໍາຄານ ແລະ ນ້ໍາຂອງ 5 ວັນທີ່ຜ່ານມາ ປົກກະຕິດີ ແລະ ນາງເພີ່ມຕື່ມວ່າ ຜົນການກວດວັດແທກ ຄຸນນະພາບນ້ໍາຄານ ແລະ ນ້ໍາຂອງ 5 ວັນ ທີ່ຜ່ານມາ ແມ່ນວັດດ້ວຍເຄື່ອງ ພາຣາມີເຕີຣຍ໌ ແລະ ຍັງບໍ່ມີໂຕຢ່າງນ້ໍາ ສົ່ງມາຫ້ອງ Lab (Laboratory) ເພື່ອກວດຄຸນນະພາບຂອງນ້ໍາຄານ ແລະ ນໍ້າຂອງເທື່ອ. ດັ່ງນາງກ່າວວ່າ:
“ເຈົ້າ ຕາມຂ່າວ ກໍແມ່ນແບບນັ້ນ ດຽວນີ້ ມີແຕ່ພະນັກງານເຮົາ ລົງພາກສະໜາມເນາະ ເພື່ອວ່າ ກວດສອບໂຕຢ່າງ ຢູ່ນໍານ້ໍາໃນພາກສະໜາມເລີຍ. ໃນນ້ໍາເລີຍເນາະ ແລ້ວເຮົາກໍແທກ ພາຣາມີເຕີຣຍ໌ ພື້ນຖານ ແຕ່ວ່າ ໂຕຢ່າງນ້ໍາຫັ້ນ ຍັງບໍ່ທັນໄດ້ເກັບມາຫ້ອງ Lab ເທື່ອ. ຕອນນີ້ທີມງານ ຍັງຢູ່ຫລວງພຣະບາງ ຍັງບໍ່ທັນໄດ້ກັບເຂົ້າມາຫັອງ Lab ເທື່ອ ກໍຄືຊິແມ່ນກຳລັງສືບຕໍ່ຢູ່.”
ຂະນະທີ່ ມື້ວານ (8 ເມສາ 2024) ພາກສ່ວນທີ່ກ່ຽວຂ້ອງ ຂັ້ນແຂວງ ແລະ ນະຄອນຫລວງພຣະບາງ ໄດ້ຈັດກອງປະຊຸມທາງໄກ ກ່ຽວກັບເລື້ອງນີ້ແລ້ວ. ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງຂັ້ນແຂວງ ກ່າວວ່າ:
“ເພາະວ່າ ມື້ວານນີ້ ເຂົາເຈົ້າ ກໍເຫັນປິດກອງປະຊຸມ. ໂຕນີ້ ປະຊຸມທາງໄກກັບກະຊວງ ມີແຕ່ປະສານຫາວິຊາການ ຜູ້ທີ່ລົງໂຕຈິງເລີຍ.”
ດ້ານ ໂຕແທນປະຊາຊົນ ທີ່ເຂົ້າຮ່ວມການກວດວັດແທກ ຄຸນນະພາບນ້ໍາຄານ ແລະ ນ້ໍາຂອງ ຢູ່ສະໜາມໂຕຈິງ ທ່ານນຶ່ງກ່າວວ່າ ຜົນການກວດວັດແທກ ຄຸນນະພາບຂອງນ້ໍາຄານ ແລະນ້ໍາຂອງ ມາຮອດມື້ວານນີ້ ( 8 ເມສາ 2024 ) ຍັງປົກກະຕິ.
ເຖິງແນວໃດກໍຕາມ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຍັງຈະສືບຕໍ່ ຕິດຕາມປະເມີນຄຸນນະພາບນ້ໍາ ຢ່າງໃກ້ຊິດ ຈົນກວ່າ ຈະໝັ້ນໃຈ ເຖິງຄວາມປອດໄພຂອງປະຊາຊົນ ແລະສັດຕ່າງໆ ທີ່ນໍາໃຊ້ແມ່ນ້ໍາສາຍດັ່ງກ່າວ ແລ້ວຈາກນັ້ນ ຈະປະກາດໃຫ້ ປະຊາຊົນ ກັບມາໃຊ້ນ້ໍາ ຈາກແມ່ນໍ້າຄານ ແລະ ນ້ໍາຂອງ ໄດ້ປົກກະຕິ ດັ່ງ ທ່ານກ່າວວ່າ:
“ຕາມເກັບໂຕຢ່າງ ວານຊືນນີ້ ກໍຖືວ່າ ປົກກະຕິໝົດແລ້ວ ມື້ຊືນ ມື້ກ່ອນນີ້ ກໍມີພາກສ່ວນມາແຕ່ກະຊວງ ສົມທົບກັບແຂວງ ສົມທົບກັບນະຄອນ ລະແມ່ນ ຂີ່ເຮືອລ່ອງເນາະ ເກັບໂຕຢ່າງ ເກັບຜົນຕ່າງໆ ປະຈໍາປາກຄານ ປະ ປາກນ້ໍາຂອງ ຣົຖປີ້ນຈາກພູຊ້າງມາ ກໍເປັນບ້ານຫາດຮ່ຽນ ແລ້ວກໍມີບ້ານຜາສຸກ ຕໍ່ໄປກໍບ້ານ ເມືອງງາ ພັນຫລວງ ຕິດຕາມໄປຕະຫລອດ ຈົນກວ່າ ຊິສັ່ງປິດວ່າ ບັນຫາທາງການ ວ່າ ມັນປອດໄພໝົດທຸກຢ່າງແລ້ວ ທາງນະຄອນ ທາງແຂວງ ເຫັນດີທັງໝົດ ເປັນເອກກະພາບ ກໍຖືວ່າ ສັ່ງເປີດ ເປັນທາງການ.”
ທ່ານຍັງຢັ້ງຢືນຕື່ມວ່າ ພາຍຫລັງເກີດເຫດການ ລົດຂົນສົ່ງສານເຄມີປີ້ນນັ້ນ ສານເຄມີກໍໄຫລລົງ ປາກຫ້ວຍສ້ຽວ ແລ້ວປ່ອງໃສ່ນ້ໍາຄານໜ້ອຍນຶ່ງ ຈາກນັ້ນ ພາກສ່ວນທີ່ກ່ຽວຂ້ອງ ເລີ່ມປະຕິບັດການປິດນ້ໍາທັນທີ ດ້ວຍວິທີການ ວາງປູນຂາວ, ດູດນ້ໍາ, ສ້າງກັນຄູ ແລະ ວາງຜ້າຢາງ ເພື່ອປ້ອງກັນສານເຄມີ ຮົ່ວໄຫລ ລົງນ້ໍາຄານ, ດັ່ງທ່ານຂະຫຍາຍກ່ຽວກັບ ປັດຕິບັດການປິດນ້ໍາວ່າ:
“ນຶ່ງ ວາງປູນ ສອງມາ ກັນຄັນຄູໄວ້ 200-300 ແມັດນີ້ແຫລະ. ໄປຫານ້ໍາຄານ ສ້າງກັນຄູໄວ້ ໃສ່ຜ້າຢາງກອງເນາະ, ແລ້ວກ້ວາງປູນ ເພິ່ນວ່າ ເພິ່ນວ່າຈະຊ່ວຍຂ້າເຊື້ອເນາະ. ອິຫຍັງ ກ່ຽວກັບສານພິດທີ່ຮົ່ວໄຫລ ລົງມາແຕ່ຫ້ວຍຫັ້ນນ່າ ເປັນປູນຂາວ ປູນຂ້າເຊື້ອ. ດູດນ້ໍາວົນ ວົນອີກດູດອອກ ຈາກບ່ອນທີ່ 1 ໄປບ່ອນທີ່ 2 ເກັບໂຕຢ່າງ ວົນໄກວົນມາ ຫລາຍຢ່າງ, ລະແມ່ນ ດູດ ໃສ່ຣົຖ ດູດຫລາຍຄັນ ຄັນວ່າດູດນ້ໍາ ໄປປ່ອຍຖີ້ມ ບ່ອນທີ່ປອດໄພທີ່ສຸດ ແມ່ນດູດຖີ້ມໝົດ, ມີແຕ່ໄລຍະຕອນເກີດເຫດນັ້ນ ປະມານ ມ່ອງ 2-3 ຊົ່ວໂມງເນາະ ມັນຄ່ອຍໄຫລໄປເດ້ ແຕ່ບໍ່ເຖິງປາກຫ້ວຍເທື່ອ ຫລັງຈາກມັນເຖິງປາກຫ້ວຍໜ້ອຍນຶ່ງ ລົງປ່ອງໃສ່ນໍ້າຄານແລ້ວຫັ້ນນ່າ ແລ້ວກໍປະຕິບັດນໍ້າເລີຍ.”
ສ່ວນຊາວບ້ານ ຈາກບ້ານ ຫາດຮ່ຽນ ກ່າວວ່າ ຕາມທີ່ທາງການແຈ້ງມາຍັງປະຊາຊົນ ແມ່ນ ຈະມີການກວດວັດແທກຄຸນນະພາບ ນ້ໍາຄານ ແລະ ນ້ໍາຂອງ ຕື່ມ, ແລະ ສະພາບໂຕຈິງ ປັດຈຸບັນ (9 ເມສາ 2024) ຊາວບ້ານຍັງບໍ່ໄດ້ງົດຊົມໃຊ້ນ້ໍາ ຈາກສາຍນ້ໍາຄານຢູ່ ພ້ອມທັງ ຢາກໃຫ້ ພາກສ່ວນທີ່ກ່ຽວຂ້ອງ ຢັ້ງຢືນວ່າ ນ້ໍາຢູ່ຫ້ວຍສ້ຽວ ບໍ່ໄດ້ຮັບຜົນກະທົບ ຈາກສານເຄມີແທ້. ດັ່ງທ່ານ ຂະຫຍາຍຄວາມຕໍ່ ຄວາມກັງວົນໃຈ ຕໍ່ເລຶ້ອງນີ້ວ່າ:
“ເພິ່ນວ່າ ຍັງອິໄດ້ກວດຄືນອີກໃໝ່ເນາະ ເພາະວ່າ ມັນຍັງຄ້າງບາງຈຸດ ມິຫຍັງຫັ້ນນ່າ ຈຸດທີ່ວ່ານ້ໍາບໍ່ໄຫລຫັ້ນ. ໂຕທີ່ວ່ານ້ໍາໄຫລ ມັນກໍຜ່ານໄປເລີຍ ມັນກໍແລ້ວ ປະຊາຊົນຍັງບໍ່ຮູ້. ໂອ້ ດຽວນີ້ຍັງງົດກັນຢູ່ ບໍ່ໃຫ້ໄຫລ ບໍ່ໃຫ້ຊົມໃຊ້ ບັນຫາແຕ່ວ່າ ນ້ໍາຫ້ວຍຫັ້ນ. ເວລາ ບາດເຂົາເຈົ້າປ່ອຍລົງມາ ຄັນຖ້າວ່າ ມັນບໍາບັດບໍ່ທັນໄດ້ຫັ້ນ ປ່ອຍລົງມາ ມັນກໍເປັນຄືເກົ່າ ແຕ່ວ່າຢູ່ ຮູ້ຈຸດ ຫ້ວຍສ້ຽວ ຫ້ວຍຫຍັງນີ້ ວ່າຊິໄດ້ເຫລືອບໍ່. ຢາກໃຫ້ເພິ່ນແຈ້ງວ່າ ມັນບໍ່ມີບັນຫາຫຍັງແລ້ວເດີ້. ສົມມຸດວ່າ ນ້ໍາ ມັນລົ້ນລົງມາ ລົ້ນຈາກຄອງ ເພິ່ນອັດຫັ້ນ ມັນກໍອາດຈະລົງມາໃສ່ນໍ້າໃຫຍ່ນີ້ຄືກັນ.”
ຫລັງເກີດເຫດ ຈົນເຖິງປັດຈຸບັນ ກະຊວງ ຊັພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈາກຂັ້ນແຂວງຫລວງພຣະບາງ ແລະນະຄອນຫລວງພຣະບາງ ໄດ້ສົມທົບກັບເຈົ້າຂອງ ບໍຣິສັດລົດ ທີ່ເກີດເຫດປີ້ນນັ້ນ ຢ່າງຕໍ່ເນື່ອງ ເພື່ອແກ້ໄຂບັນຫາສານເຄມີ ໄຫລລົງຫ້ວຍສ້ຽວ. ອີງຕາມຂໍ້ມູນ ຈາກຫ້ອງການກະຊວງຊັພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ.