ເຣື້ອງທີ່ເກັບບັນທຶກໄວ້
2021-09-30
ຊາວບ້ານຜູ້ປະສົບພັຍນໍ້າຖ້ວມ 480 ຄອບຄົວ ຢູ່ເມືອງແກ່ນທ້າວ ແຂວງໄຊຍະບູຣີ ກໍາລັງລໍຖ້າການຊ່ອຍເຫຼືອ ຈາກພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະ ຜູ້ທີ່ໄດ້ຮັບຜົລກະທົບ ທາງດ້ານທີ່ດິນກະເສດ ໃນລະດູເກັບກ່ຽວທີ່ຈະມາເຖິງໄວໆ ນີ້.
2021-09-28
ຊີວິດການເປັນຢູ່ ຂອງຊາວບ້ານ ທີ່ໄດ້ຮັບ ຜົລກະທົບ ຈາກເຂື່ອນໄຊຍະບູຣີ ຍັງບໍ່ດີຂຶ້ນ ຍ້ອນບໍ່ມີ ດິນປູກຝັງ ພຽງພໍ ເຖິງແມ່ນວ່າ ທາງໂຄງການ ຈະໄດ້ຈ່າຍຄ່າ ຊົດເຊີຍ ແລະ ມອບທີ່ດິນປູກຝັງ ໃຫ້ຈຳນວນນຶ່ງແລ້ວ ກໍຕາມ.
2021-09-25
ນ້ຳຖ້ວມ ບາງຈຸດ ໃນນະຄອນປາກເຊ ເນື່ອງຈາກ ພະຍຸເຂດຮ້ອນ ເຮັດໃຫ້ມີ ຝົນຕົກໜັກ ຕິດຕໍ່ກັນ ເປັນເວລາ ຫຼາຍມື້ ສ້າງຄວາມເສັຽຫາຍ ໃຫ້ກັບ ທີ່ຢູ່ອາສັຍ ຂອງປະຊາຊົນ, ບາງຄອບຄົວ ຕ້ອງຂົນຂອງໜີນ້ຳ.
2021-09-23
ການປະຊຸມ ປຶກສາຫາລື ລ່ວງໜ້າ ກ່ຽວກັບ ໂຄງການ ສ້າງເຂື່ອນ ຊະນະຄາມ ຮ່ວມກັບ ຜູ້ມີ ສ່ວນໄດ້-ສ່ວນເສັຽ ຕາມຂະບວນການ ຜ່ານລະບົບ ທາງໄກ ໂດຍຈະໃຊ້ ເວລາ 2 ເດືອນ ແຕ່ເດືອນຕຸລາ-ພຶສຈິກາ ທີ່ຈະມາເຖິງນີ້.
2021-09-22
ໂຄງການຂຸດຄົ້ນບໍ່ແຮ່ ຂອງບໍຣິສັດຈີນ ສ້າງຜົລກະທົບ ຢ່າງໜັກໜ່ວງ ທັງສະພາບ ແວດລ້ອມ ແລະ ສັງຄົມ ໃນເມືອງນາໝໍ້ ແຂວງອຸດົມໄຊ, ຊຶ່ງເຮັດໃຫ້ ຊາວບ້ານ ສເນີ ພາກສ່ວນກ່ຽວຂ້ອງ ລົງພື້ນທີ່ ໄປແກ້ໄຂ ຜົລກະທົບ ທີ່ເກີດຂຶ້ນ ຢ່າງເລັ່ງດ່ວນ.
2021-09-20
ເພັ້ຽຈັກຈັ່ນ ທຳລາຍເຂົ້ານາປີ ຂອງປະຊາຊົນ ໃນເມືອງຫ້ວຍຊາຍ ຮວມທັງ ບ້ານປາກງາວ ແລະ ບ້ານດອນຄູນ ເຮັດໃຫ້ຜົລເສັຽຫາຍ 129.5 ເຮັກຕ້າຣ໌ ຕົກເປັນ 72 ຄອບຄົວ ແລະ ເສັຽຫາຍໜັກ 2 ຄອບຄົວ.
2021-09-16
ໃນໄລຍະນີ້ ຊາວແຂວງສາຣະວັນ ຕ້ອງປະເຊີນ ກັບຜົລກະທົບ ຫຼາຍຢ່າງ ເຊັ່ນ ພະຍຸ ໂກນເຊີນ, ໂຄວິດ-19 ແລະ ນໍ້າມັນຂາດປໍ້າ ໃນຂະນະທີ່ ຜູ້ທີ່ໄດ້ຮັບຜົລກະທົບ ຈາກພະຍຸ ຍັງລໍຖ້າການຊ່ອຍເຫຼືອຢູ່.
2021-09-15
ຊາວບ້ານ ທີ່ໄດ້ຮັບຜົລກະທົບຈາກພະຍຸ ໂກນເຊີນ ຢູ່ແຂວງສາຣະວັນ ແລະ ຈຳປາສັກ ຍັງລໍຖ້າການຊ່ອຍເຫຼືອ ອີກຫຼາຍດ້ານ ຈາກພາກສ່ວນກ່ຽວຂ້ອງ ໃນຂະນະທີ່ ມີເຮືອນເສັຽຫາຍ 140 ຫຼັງ ຢູ່ແຂວງສາຣະວັນ.
2021-09-13
ພະຍຸເຂດຮ້ອນ ໂກນເຊິນ ຖລົ່ມພາກໃຕ້ ຂອງລາວ, ເຮັດໃຫ້ 1 ຄົນ ເສັຽຊີວິດ, 8 ຄົນ ບາດເຈັບ ແລະ ບ້ານເຮືອນ ຫຼາຍສິບຫຼັງ ໄດ້ຮັບຄວາມເສັຽຫາຍ.
2021-09-10
ຄະນະກັມມາທິການ ແມ່ນ້ຳຂອງ ສາກົລ ຫາລື ຍຸທສາດ ແມ່ນ້ຳຂອງ 10 ປີ ເພື່ອສ້າງ ຄວາມສົມດູນ ລະຫວ່າງ ການພັທນາ ແລະ ສິ່ງແວດລ້ອມ.
2021-09-09
ຊົນເຜົ່າບຣູ ຢູ່ເມືອງນອງ ຍັງບໍ່ໄດ້ຮັບ ຄ່າຊົດເຊີຍ ຄວາມເສັຽຫາຍ ຈາກນໍ້າຖ້ວມ ເນື້ອທີ່ ທໍາການຜລິດ ໂດຍບໍຣິສັດ ວຽດນາມ ເຖິງແມ່ນວ່າ ເຈົ້າໜ້າທີ່ ໄດ້ລົງໄປ ກວດກາແລ້ວ ກໍຕາມ.
2021-09-07
ຢູເນັສໂກ ແນະນຳໃຫ້ ຣັຖບານລາວ ລະງັບ ການກໍ່ສ້າງ ເຂື່ອນຫຼວງພຣະບາງ ຊົ່ວຄາວ ເພື່ອສຶກສາ ແລະ ຣາຍງານ ຜົລກະທົບ ຕໍ່ເມືອງຫຼວງພຣະບາງ ໃນຖານະ ເມືອງມໍຣະດົກໂລກ.
2021-09-04
ຊາວບ້ານ 88 ຄອບຄົວ ທີ່ໄດ້ຮັບ ຜົລກະທົບ ຈາກເຂື່ອນນ້ຳເທີນ 1 ໄດ້ຍ້າຍ ເຂົ້າໄປຢູ່ ບ້ານຈັດສັນໃໝ່ແລ້ວ ແຕ່ການພັທນາ ດ້ານໂຄງຮ່າງ ພື້ນຖານ ຫຼາຍຢ່າງ ຍັງບໍ່ທັນ ສຳເຣັດ ຄົບຖ້ວນ.
2021-09-01
ໃນໄລຍະ 5 ປີ ທີ່ຜ່ານມາ ມີປະຊາຊົນ 1 ລ້ານປາຍຄົນ ປະສົບ ພັຍພິບັດ ທາງທັມຊາດ ຮວມທັງ ພັຍນໍ້າຖ້ວມ, ແຜ່ນດິນໄຫວ, ລົມພະຍຸພັດ ແລະ ການຣະບາດ ຂອງພຍາດ ມີຄວາມຮຸນແຮງ.