ໂຄງການບໍ່ແຮ່ຈີນ ສົ່ງຜົລກະທົບ ຊາວບ້ານ

ໂຮງງານຂຸດຄົ້ນແຮ່ທອງ ບໍຣິສັດ CNP ສຳຣວດ ແລະ ຂຸດຄົ້ນແຮ່ທາດ ຂອງຈີນ ທີ່ຕັ້ງຢູ່ໃກ້ກັບ ບ້ານນາສະຫວ່າງ ເມືອງນາໝໍ້ ແຂວງອຸດົມໄຊ.
ໂຮງງານຂຸດຄົ້ນແຮ່ທອງ ບໍຣິສັດ CNP ສຳຣວດ ແລະ ຂຸດຄົ້ນແຮ່ທາດ ຂອງຈີນ ທີ່ຕັ້ງຢູ່ໃກ້ກັບ ບ້ານນາສະຫວ່າງ ເມືອງນາໝໍ້ ແຂວງອຸດົມໄຊ. (ພາບປະກອບ: ນັກຂ່າວ ພົລເມືອງ)

0:00 / 0:00

ໂຮງງານຂຸດຄົ້ນແຮ່ທອງ ບໍຣິສັດ CNP ສຳຣວດ ແລະ ຂຸດຄົ້ນແຮ່ທາດ ຂອງຈີນ ທີ່ຕັ້ງຢູ່ໃກ້ກັບ ບ້ານ ນາສະຫວ່າງ ເມືອງນາໝໍ້ ແຂວງອຸດົມໄຊ ສົ່ງຜົລກະທົບຕໍ່ຊາວບ້ານ ໃນພື້ນທີ່ຢ່າງໜັກໜ່ວງ ທັງທາງດ້ານສິ່ງແວັດລ້ອມ ແລະ ສັງຄົມ, ໂດຍຊາວບ້ານຂໍໃຫ້ ພາກສ່ວນກ່ຽວຂ້ອງ ລົງພື້ນທີ່ໄປແກ້ໄຂຜົລກະທົບທີ່ເກີດຂຶ້ນຢ່າງເລັ່ງດ່ວນ. ດັ່ງຊາວບ້ານ ນາສະຫວ່າງ ເມືອງນາໝໍ້ ແຂວງອຸດົມໄຊ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 21 ກັນຍາ ນີ້ວ່າ:

"ມີຢູ່ນ່າ ຂະເຈົ້າໂມ້ຫິນຢູ່ນີ້ແຫຼະ ແລ້ວເຂົາກາປ່ອຍລົງ ນໍ້າປາກເຮົານີ້ແຫຼະ ແຕ່ບໍ່ຮູ້ວ່າດຽວນີ້ຫັ້ນ ຊິແກ້ໄຂແນວໃດ ມັນເປັນນໍ້າຂຸ້ນໆ ເປັນນໍ້າຂີ້ຕົມຫັ້ນນ່າ ຂະເຈົ້າໂມ້ແຮ່ໂມ້ຫິນ ປ່ອຍລົງໄປເປັນນໍ້າຫິນປູນ ປ່ອຍແລ້ວບາງທີ ປາມັນກໍບໍ່ມັກຫັ້ນນ່າ ບໍ່ຈັກວ່ານໍ້າຫັ້ນ ມັນ ສົ່ງຜົລກະທົບແນວໃດຕໍ່ສັດນໍ້າ.”

ຊາວບ້ານຜູ້ນີ້ໄດ້ກ່າວຕື່ມວ່າ ນັບແຕ່ບໍຣິສັດຈີນ ໄດ້ເຂົ້າມາສັມປະທານຂຸດຄົ້ນແຮ່ທອງ ແລະ ໂມ້ຫິນ ສັງເກດເຫັນວ່າ ລຳນໍ້າປາກ ທີ່ໄຫຼຜ່ານບ້ານ ມີລັກສະນະ ແບບຂຸ້ນໆ ຄ້າຍຄືກັບສີຂີ້ຕົມ ເຊິ່ງຊາວບ້ານ ກາບໍ່ຮູ້ວ່າ ນໍ້າທີ່ໂຮງງານໄດ້ປ່ອຍລົງຫ້ວຍນໍ້າປາກນັ້ນ ມີ ສານເຄມີ ຫຼືບໍ່ ແຕ່ສິ່ງທີ່ເກີດຂຶ້ນຕາມມາ ຄືສັດນໍ້າ ປາຊນິດຕ່າງໆ ທີ່ຊາວບ້ານເຄີຍຫາຢູ່ຫາກິນໄດ້ຫາຍໄປຈົນໝົດ.

ນອກຈາກນີ້ ໃນບາງປີກໍຍັງເກີດດິນເຈື່ອນທັບເສັ້ນທາງ ເຮັດໃຫ້ຊາວບ້ານໃນພື້ນທີ່ ໄປ-ມາ ບໍ່ສະດວກ ເຫດມາຈາກໂຮງງານດັ່ງກ່າວ ມີການຕັດໄມ້ທຳລາຍປ່າ ເພື່ອຂຸດຄົ້ນແຮ່ທອງ. ຊາວບ້ານເດີນທາງລຳບາກ ໂດຍສະເພາະເສັ້ນທາງ ຈາກເມືອງ ນາໝໍ້ ຫາ ບ້ານ ນາສະຫວ່າງ ມີໄລຍະທາງປະມານ 25 ກິໂລແມັດ ແຕ່ການເດີນທາງຕ້ອງໃຊ້ເວລາປະມານ 1-2 ຊົ່ວໂມງ ໃນຣະດູແລ້ງ ປະມານ 2-3 ຊົ່ວໂມງ ໃນຣະດູຝົນ.

ເສັ້ນທາງເປ່ເພ ເປັນຂຸມເປັນບວກແບບນີ້ ຍ້ອນໃນແຕ່ລະມື້ ຈະມີຣົດບັນທຸກຂອງບໍຣິສັດຈີນ ໃຊ້ເສັ້ນທາງຂົນຫິນ ແລະ ຂົນເຄື່ອງ ຕ່າງໆ ເຊິ່ງນໍ້າໜັກຫຼາຍ ເມື່ອເສັ້ນທາງເປ່ເພ ແລ້ວກໍບໍ່ປັບປຸງ ແກ້ໄຂຄຶືນຄືເກົ່າ ເຮັດໃຫ້ຊາວບ້ານໃນພື້ນທີ່ ໄດ້ຮັບຜົລກະທົບ ຕາມໄປດ້ວຍ. ຊາວບ້ານ ນາສະຫວ່າງ ອີກຜູ້ນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 21 ກັນຍາ ນີ້ວ່າ:

"ແມ່ນແຫຼະ ຣົດບັນທຸກມັນຫຼາຍຄັນ ແມ່ນຊ່ວງຍາມຝົນນີ້ ມັນທຸກປີີຣົດທຽວຍາກ ຍັງເປັນດິນຄືເກົ່າ ແຕ່ວ່າເຂົາປັບຕລອດເດ້ ຍັງບໍ່ ທັນປູຢາງເທື່ອ, ແບບບໍ່ມີຣົດໃຫຍ່ ຣົດບັນທຸກແລ່ນແລ້ວ ກາມັນກາດີກວ່າເກົ່າ.”

ເສັ້ນທາງຈາກເມືອງນາໝໍ້ ໄປຫາບ້ານ ນາສະຫວ່າງ ແມ່ນເປ່ເພໜັກແທ້ ເພາະມີການບັນທຸກສິນຄ້າຢູ່ທຸກມື້, ແຕ່ຖ້າເສັ້ນທາງເປ່ເພ ຍ້ອນບໍຣິສັດຈີນ ພາກສ່ວນກ່ຽວຂ້ອງ ກໍຄວນຈະໃຫ້ບໍຣິສັດ ໄດ້ສ້ອມແປງຄືນໃຫ້ກັບຊາວບ້ານ. ດັ່ງເຈົ້າໜ້າທີ່ທ້ອງຖິ່ນ ໃນເມືອງນາໝໍ້ ແຂວງອຸດົມໄຊ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນວ່າ:

"ເພາະວ່າປະຊາຊົນສ່ວນຫຼາຍ ເພິ່ນກາຢູ່ເຂດນອກເນາະ ສ່ວນຫຼາຍລະມັນເສັ້ນທາງນີ້ແຫຼະ ທຽວໄດ້ແຕ່ຣະດູດຽວຊິນ່າ ຄັນບໍຣິສັດ ເຂົ້າໄປ ແນ່ນອນຢູ່ແລ້ວ ເສັ້ນທາງກາຕ້ອງປົວແປງເນາະ.”

ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີໄດ້ຕິດຕໍ່ໄປຍັງເຈົ້າໜ້າທີ່ ຜແນກພລັງງານແລະບໍ່ແຮ່ ແຂວງອຸດົມໄຊ ເພື່ອສອບຖາມຣາຍລະອຽດ ທີ່ເກີດຂຶ້ນ ແຕ່ເຈົ້າໜ້າທີ່ບໍ່ສະດວກໃຫ້ຂໍ້ມູນໃດໆ. ເຈົ້າໜ້າທີ່ຂັ້ນແຂວງ ເປັນຜູ້ອະນຸມັດໂຄງການຂຸດຄົ້ນດັ່ງກ່າວ ໂດຍບໍ່ມີການສຶກສາ ຜົລກະທົບຣະອຽດ ດັ່ງເຈົ້າທີ່ຫ້ອງການປົກຄອງເມືອງ ນາໝໍ້ ແຂວງອຸດົມໄຊ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

"ແມ່ນຂອງຈີນ ເປັນໂຄງການຂນາດນ້ອຍ ຂັ້ນແຂວງອະນຸຍາດໃຫ້ ໄທເຮົາກາບໍ່ໄດ້ສຶກສາລະອຽດດອກ ເພາະວ່າພາກຣັຖເຮົາ ບໍ່ມີ ທຶນຊິລົງໄປສຶກສາລະອຽດ ຄືປະເທດຈະເລີນຫັ້ນນ່າ.”

ໂຄງການດັ່ງກ່າວນີ້ ບໍ່ໄດ້ມີການສຶກສາຜົລກະທົບ ທາງດ້ານສິ່ງແວດລ້ອມ-ສັງຄົມທີ່ລະອຽດປານໃດ ຈຶ່ງເຮັດໃຫ້ຫຼາຍໂຄງການ ຂອງ ບໍຣິສັດຈີນ ສົ່ງຜົລກະທົບຕໍ່ສິ່ງແວດລ້ອມແລະສັງຄົມ ຂ້ອນຂ້າງໜັກໃນປັດຈຸບັນ ໂດຍສະເພາະເຣື່ອງນໍ້າເປື້ອນໄຫຼລົງຫ້ວຍ.

ເຈົ້າໜ້າທີ່ ຫ້ອງການຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ເມືອງນາໝໍ້ ແຂວງອຸດົມໄຊ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ ດຽວກັນນີ້ວ່າ:

"ກໍບໍ່ທັນສົມບູນ ຣັຖບານເຮົາ ພວກເຈົ້ານາຍ ເຂົາກາອະນຸມັດໃຫ້ເຮັດແລ້ວເດ ອັນນີ້ປະຊາຊົນ ຍັງເວົ້າເຣື່ອງນໍ້າເປື້ອນນີ້ນ່າ ແລ້ວ ບໍ່ເບິ່ງຈຸດເສັຽ ວ່າເອີປະຊາຊົນເນາະແລ້ວ ກໍຜົລສະທ້ອນຂອງສັງຄົມແບບໃດຫັ້ນນ່າ ສ່ວນຫຼາຍຄົນຈີນ ມັນມາເນາະຂຸດຄົ້ນແລ້ວ ບໍ່ມີການປຸງແຕ່ງສຳເຣັດຮູບ ນໍາໃຊ້ໃນປະເທດລາວ ມັນນໍາອອກຕ່າງປະເທດຫາປະເທດມັນ.”

ຕາມການຣາຍງານ ຂອງສື່ທ້ອງຖິ່ນເມື່ອວັນທີ 15 ກັນຍາ ຜ່ານມາ ທາງການຂັ້ນແຂວງ ແລະ ເມືອງ ໄດ້ລົງໄປຕິດຕາມກວດກາ ສະພາບການຂຸດຄົ້ນແຮ່ເຫຼັກ ໃນຂອບເຂດສັມປະ ທານ ຂອງບໍຣິສັດ CNP ສຳຣວດ ແລະ ຂຸດຄົ້ນບໍ່ແຮ່ ຂາອອກ-ຂາເຂົ້າ. ພ້ອມນີ້ ການນໍາແຂວງອຸດົມໄຊ ໄດ້ຕິດຕາມກວດກາ ການບູຣະນະເສັ້ນທາງຂົນສົ່ງ ບໍ່ແຮ່ທາດ, ຜົລກະທົບຕໍ່ສິ່ງແວດລ້ອມ ແລະ ຜົລກະທົບ ຕໍ່ປະຊາຊົນທີ່ຢູ່ເຂດໄກ້ຄຽງ.

ສຳລັບ ບໍຣິສັດ CNP ສຳຣວດແລະຂຸດຄົ້ນບໍ່ແຮ່ ຂາອອກ-ຂາເຂົ້າ ໄດ້ເຊັນສັນຍາສັມ ປະທານ ກັບກະຊວງພລັງງານ ແລະ ບໍ່ແຮ່ ມາແຕ່ຕົ້ນປີ 2011 ໂດຍມອບໃຫ້ຜແນກພະລັງງານ ແລະ ບໍ່ແຮ່ ແຂວງອຸດົມໄຊ ເປັນຜູ້ຄຸ້ມຄອງ ແລະ ເມືອງ ເປັນຜູ້ຕິດຕາມ ການ ຂຸດຄົ້ນ ແມ່ນຂຸດຄົ້ນຢູ່ 3 ຈຸດຄື: ຂຸດຄົ້ນແຮ່ທອງ ຢູ່ເຂດບ້ານ ນາສະຫວ່າງ ເມືອງນາໝໍ້ ເນື້ອທີ່ 16 ກິໂລ ຕາແມັດ, ຂຸດຄົ້ນແຮ່ຊືນ ສັງກະສີ ຢູ່ເຂດບ້ານນາໄຊ ເມືອງນາໝໍ້ ເນື້ອທີ່ 14 ກິໂລຕາແມັດ ແລະ ຂຸດຄົ້ນແຮ່ເຫຼັກ ເຂດບ້ານຕາງເງີຍ ເມືອງຫຼາ ເນື້ອທີ່ 16 ກິໂລຕາແມັດ, ມີໂຮງງານ 1 ຈຸດ, ລານພັກແຮ່ 3 ຈຸດ, ລານພັກແຮ່ ເຂດບ້ານໂພນໂຮມ ບ້ານກໍນ້ອຍ ຫຼັກ 14 ແລະ ຫຼັກ 16. ເຣີ້ມແຕ່ເດືອນ ມົກຣາ ຫາ ເດືອນ ກັນຍາ 2021 ທາງບໍຣິສັດ ໄດ້ຮັບໂຄຕ້າສົ່ງອອກແຮ່ທາດ ຈຳນວນ 2 ແສນປາຍຕັນ.

ເມື່ອຕົ້ນປີ 2021 ທີ່ຜ່ານມານີ້ ຜແນກພະລັງງານແລະບໍ່ແຮ່ ແຂວງອຸດົມໄຊ ກໍໄດ້ສັ່ງໂຈະ ຊົ່ວຄາວ 7 ໂຄງການຂຸດຄົ້ນຫິນປູນ ແລະ ຍົກເລີກຖາວອນ 2 ໂຄງການ ຂອງບໍຣິສັດຈີນ ທີ່ລະເມີດສັນຍາສັມປະທານ ໂດຍມີການລັກລອບຂຸດຄົ້ນແຮ່ທາດສົ່ງອອກ ໄປຈີນ ໂດຍບໍ່ໄດ້ຮັບອະນຸຍາດ.

ປັດຈຸບັນ ແຂວງອຸດົມໄຊ ມີບໍຣິສັດຂຸດຄົ້ນແຮ່ທາດຊນິດຕ່າງໆ ທັງໝົດ 33 ບໍຣິສັດ ສ່ວນໃຫຍ່ ເປັນບໍຣິສັດຈີນ ທີ່ເຂົ້າມາສັມປະທານ ຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ເປັນຕົ້ນ ແຮ່ເຫຼັກ, ສັງກະສີ, ທອງແດງ ແລະ ແຮ່ຄຳ ກວມເອົາເນື້ອທີ່ເກືອບ 10,000 ເຮັກຕ້າຣ໌ ແລະ ແຮ່ເຫຼັກ ຄື ແຮ່ທີ່ຂຸດຄົ້ນໄດ້ຫຼາຍທີ່ສຸດ ໃນແຂວງອຸດົມໄຊ ປະມານ 140,000 ຕັນຕໍ່ປີ ຮອງລົງມາ ຄື ສັງກະສີ, ທອງແດງ ແລະ ແຮ່ຄຳ ທັງໝົດ ເມື່ອປຸງແຕ່ງສຳເຣັດແລ້ວ ຈະອອກໄປຈີນ.