ຊາວເມືອງນອງ ຍັງບໍ່ໄດ້ຮັບ ຄ່າຊົດເຊີຽ
2021.09.09

ຊາວບ້ານຊົນເຜົ່າບຣູ ຫຼື ເຜົ່າກະຕ່າງ ຢ່າງໜ້ອຍ ຈໍານວນ 10 ຄອບຄົວ ຢູ່ບ້ານອາສິງສະລີ ແລະ ບ້ານໃກ້ຄຽງ ໃນເຂດເມືອງນອງ ແຂວງສວັນນະເຂດ ທີ່ໄດ້ຮັບ ຜົລກະທົບ ຈາການລົງທຶນ ດ້ານກະເສດ ຂອງບໍຣິສັດ ສຸກຮຸ່ງເຮືອງ ຈໍາກັດຜູ້ດຽວ ຂອງນັກລົງ ທຶນວຽດນາມ ຍັງບໍ່ໄດ້ຮັບ ການຊົດເຊີຍ ຄ່າເສັຽຫາຍ ຈາກບໍຣິສັດ ດັ່ງກ່າວ ທີ່ເຮັດໃຫ້ ເນື້ອທີ່ ທໍາການຜລິດ ຂອງພວກເຂົາເຈົ້າ ຖືກນໍ້າຖ້ວມ ເຖິງແມ່ນວ່າ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຂອງເມືອງນອງ ໄດ້ລົງໄປ ກວດກາ ສະພາບ ຄວາມເສັຽຫາຍ ດັ່ງກ່າວ ແລ້ວກໍຕາມ ໃນມື້ວັນທີ 4 ກັນຍາ ທີ່ຜ່ານມາ, ດັ່ງຊາວບ້ານ ທີ່ໄດ້ຮັບຜົລກະທົບ ທ່ານນຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 8 ກັນຍາ ນີ້ວ່າ:
“ເຂົາໄປກວດກາ ບ່ອນເຂົາຕັນ ມັນຖ້ວມໄຮ່ ແລະ ນາຂອງຊາວບ້ານ ແຕ່ວຽດ ມັນບໍ່ໄດ້ ຊົດເຊີຍ ມັນບໍ່ໄດ້ ໃຊ້ແທນ ບໍ່ໃຫ້ ຫຍັງເລີຍ ບໍ່ເຫັນເຂົາ ແກ້ໄຂ ຫຍັງເລີຍ ຖາມດິນນາ ບໍຣິສັດວ່າ ຊົດເຊີຍແລ້ວ ຊົດເຊີຍ ໃຫ້ໃຜ ບໍ່ເຫັນ ນໍາເຮົາຫັ້ນນ່າ.”
ທ່ານກ່າວຕື່ມວ່າ ສ່ວນເຈົ້າໜ້າທີ່ ຂັ້ນເມືອງ ທີ່ໄດ້ລົງ ພື້ນທີ່ ກວດກາ ບ່ອນນໍ້າຖ້ວມ ເນື້ອທີ່ ທໍາການຜລິດ ໃນມື້ດັ່ງກ່າວ ກໍມີ ແຕ່ຕິດຕາມ ຮິບໂຮມ ຂໍ້ມູນ ເທົ່ານັ້ນ ແລະ ບໍ່ໄດ້ຊີ້ແຈງ ໃຫ້ແກ່ຊາວບ້ານ ທີ່ໄດ້ຮັບ ຜົລກະທົບ ແຕ່ຢ່າງໃດ ຈຶ່ງບໍ່ຮູ້ວ່າ ທາງເຈົ້າໜ້າທີ່ ຂັ້ນເມືອງ ຈະມີ ທິດທາງແກ້ໄຂ ແນວໃດ ຕໍ່ໄປ ໃນຂນະທີ່ ລາວເອງ ແລະ ຊາວບ້ານ ອີກຫຼາຍ ຄອບຄົວ ກໍບໍ່ຮູ້ວ່າ ຈະໄປ ຮ້ອງຮຽນ ນໍາພາກສ່ວນໃດ ເພີ່ມຕື່ມ.
ໃນຂນະທີ່ ຊາວບ້ານ ທີ່ໄດ້ຮັບ ຜົລກະທົບ ອີກທ່ານນຶ່ງ ກ່າວວ່າ ລາວເອງ ກໍຢາກໃຫ້ ບໍຣິສັດ ດັ່ງກ່າວ ຫຼື ພາກສ່ວນ ທີ່ກ່ຽວຂ້ອງ ດໍາເນີນ ການແກ້ໄຂ ລະບາຍນໍ້າ ອອກຈາກ ເນື້ອທີ່ ທໍາການຜລິດ ຂອງຊາວບ້ານ ຍ້ອນຫຼາຍ ຄອບຄົວ ບໍ່ສາມາດ ປູກເຂົ້າ ຫຼື ປູກພືດອື່ນໆ ໄດ້ເລີຍ ແລະ ກໍບໍ່ຮູ້ວ່າ ຈະໄປ ຂໍຄວາມຊ່ອຍເຫຼືອ ຈາກພາກສ່ວນໃດ ອີກແລ້ວ, ດັ່ງທ່ານກ່າວວ່າ:
“ຢາກໃຫ້ ເບື້ອງບໍຣິສັດແກ້ໄຂ ແລະ ທາງເມືອງແກ້ໄຂ ຫັ້ນແລ້ວ ນໍ້າຍັງອັ່ງຢູ່ ພວກເຮົາ ໃຫ້ລະບາຍ ແຕ່ເຂົາ ບໍ່ຢາກປູກ ເຂົາບໍ່ຈັກ ຊິເຮັດແນວໃດ ແຕ່ລະຄອບຄົວ ຈັກຊິ ໄປທາງໃດ.”
ສ່ວນຊາວບ້ານ ທີ່ໄດ້ຮັບ ຜົລກະທົບ ອີກທ່ານນຶ່ງ ກ່າວວ່າ ສໍາລັບ ເນື້ອທີ່ ຂອງລາວເອງ ກໍຍັງມີ ນໍ້າອັ່ງ ຢູ່ຄືເກົ່າ ເຮັດໃຫ້ ເສັຽໂອກາດ ໃນການປູກເຂົ້າ ແລະ ທໍາການກະເສດ ອື່ນໆ ໃນຂນະທີ່ ເຈົ້າໜ້າທີ່ ພາກສ່ວນກ່ຽວຂ້ອງ ທີ່ໄດ້ລົງພື້ນ ທີ່ກວດກາ ໃນມື້ດັ່ງກ່າວ ກໍບໍ່ໄດ້ ໂອ້ລົມຫຍັງ ກັບໂຕທ່ານເລີຍ, ດັັ່ງທ່ານກ່າວວ່າ:
“ເສັຽຫາຍ ດິນນາດິນສວນ ເສັຽຫາຍໝົດ ເຂົາໄປກວດ ໄປກວດແລ້ວ ກວດເນື້ອທີ່ ທີ່ມັນກະທົບ ຫັ້ນນ່າ ແຕ່ວ່າ ເຂົາບໍ່ໄດ້ ເວົ້າຫຍັງ.”
ແລະຊາວບ້ານ ທີ່ໄດ້ຮັບ ຜົລກະທົບ ອີກທ່ານນຶ່ງ ກ່າວວ່າ ຄອບຄົວ ຂອງລາວເອງ ກໍບໍ່ສາມາດ ປູກເຂົ້າ, ປູກກ້ວຍ ຫຼື ພືດອື່ນໆ ຢູ່ໃນ ເນື້ອທີ່ດັ່ງກ່າວ ມາເປັນເວລາ 3 ປີແລ້ວ ທັ້ງໆທີ່ ກ່ອນໜ້ານັ້ນ ເຄີຍປູກເຂົ້າ ແລະ ພືດອື່ນໆ ເພື່ອເອົາໄປຂາຍ ເປັນຣາຍໄດ້ ໃນຄອບຄົວ ແຕ່ກໍບໍ່ໄດ້ຮັບ ການຊົດເຊີຍ ແນວໃດ, ດັ່ງທີ່ ທ່ານກ່າວວ່າ:
“ນາຂ້ອຍນີ້ ກະສອງປີ ສາມປີແລ້ວ ກະປູກເຂົ້າ, ປູກມັນ ປູກກ້ວຍຫັ້ນແຫຼະ ເຂົາໄປກວດກາແລ້ວ ແຕ່ວ່າ ບໍ່ໄປບໍ່ມາຢູ່ນີ້.”
ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ຫາ ເຈົ້າໜ້າທີ່ ຫ້ອງການ ກະສິກັມ ແລະ ປ່າໄມ້ ເມືອງນອງ ພ້ອມທັງ ຕິດຕໍ່ຫາ ບໍຣິສັດ ສຸກຮຸ່ງເຮືອງ ຈໍາກັດຜູ້ດຽວ ເພື່ອສອບຖາມ ຄວາມຄືບໜ້າ ເພີ່ມຕື່ມ ໃນການແກ້ໄຂ ບັນຫາດັ່ງກ່າວ, ແຕ່ເຈົ້າໜ້າທີ່ ທີ່ຮັບຜິດຊອບ ກ່ຽວກັບ ເຣື່ອງນີ້ ບໍ່ສະດວກ ທີ່ຈະໃຫ້ ສັມພາດ ແລະ ໃຫ້ຂໍ້ມູນ ຕໍ່ຜູ້ສື່ຂ່າວ.
ແຕ່ເຖິງຢ່າງ ໃດກໍຕາມ, ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ ໄປຫາ ຜແນກກະສິກັມ ແລະປ່າໄມ້ ແຂວງສວັນນະເຂດ ເພື່ອສອບຖາມ ຂໍ້ມູນ ເພີ່ມຕື່ມ ຊຶ່ງເຈົ້າໜ້າທີ່ ທີ່ຂໍສງວນຊື່ ແລະ ສຽງ ທ່ານນຶ່ງ ກ່າວວ່າ:
“ທາງຜແນກ ຂອງທ່ານເອງ ກໍຍັງບໍ່ທັນ ໄດ້ຮັບ ການຮ້ອງຮຽນ ບັນຫາ ດັ່ງກ່າວເທື່ອ ແຕ່ຖ້າຫາກ ມີຊາວບ້ານ ຕິດຕໍ່ ຮ້ອງຮຽນ ເຂົ້າມາ ກໍຈະມີ ການລົງພື້ນທີ່ ຕິດຕາມ ໂຕຈິງ ເພີ່ມຕື່ມ.”
ກ່ອນໜ້ານີ້ ຄື ເມື່ອເດືອນມິຖຸນາ ທີ່ຜ່ານມາ ການດໍາເນີນ ກິຈກັມ ດ້ານການກະເສດ ຂອງບໍຣິສັດ ດັ່ງກ່າວ ຊຶ່ງຕັ້ງຢູ່ ເຂດບ້ານນາລົງເກົ່າ ໄດ້ຕັນ ການໄຫຼ ຂອງນໍ້າຫ້ວຍ ທີ່ໃຫ້ຄຽງ ຈຶ່ງເຮັດໃຫ້ ນໍ້າຫ້ວຍ ໄຫຼລົ້ນ ເຂົ້າຖ້ວມ ເນື້ອທີ່ ທໍາການຜລິດ ຂອງຊາວບ້ານ ແລະ ກ່ອນໜ້ານັ້ນ ໃນໄລຍະ ທີ່ບໍຣິສັດ ດັ່ງກ່າວ ໄດ້ບຸກເບີກ ເນື້ອທີ່ ເຮັດການກະເສດ ກໍໍໄດ້ ໄປດຸດດິນ ຂອງຊາວບ້ານ ເສັຽຫາຍ ມາແລ້ວເທື່ອນຶ່ງ ແຕ່ບໍ່ໄດ້ ມີການຊົດເຊີຍ.
ບໍຣິສັດ ສຸກຮຸ່ງເຮືອງ ຈໍາກັດຜູ້ດຽວ ໄດ້ເຣີ່ມ ເຂົ້າມາລົງທຶນ ດ້ານການກະເສດ ຢູ່ເຂດດັ່ງກ່າວ ຕັ້ງແຕ່ ປີ 2017 ໂດຍໃຊ້ ເນື້ອທີ່ ທັງໝົດ 2,083 ເຮັກຕ້າຣ໌ ເຊິ່ງທໍາອິດ ທາງບໍຣິສັດ ໄດ້ລົງທຶນ ດ້ານການປູກກ້ວຍຫອມ ເປັນຫຼັກ ແຕ່ຍ້ອນປະສົບ ບັນຫາ ນໍ້າບໍ່ພຽງພໍ ຕໍ່ການຜລິດ ຈຶ່ງເຮັດໃຫ້ ທາງບໍຣິສັດ ຫັນມາ ປູກກ້ວຍນໍ້າ ແລະ ພືດອື່ນໆແທນ ເປັນຕົ້ນ ໝາກມີ້, ໝາກນາວ, ໝາກມ່ວງ ແລະ ໄມ້ວິກ ພ້ອມທັງ ໄດ້ສ້າງ ຝາຍກັ້ນນໍ້າ ເພື່ອກັກເກັບນໍ້າ ໄວ້ຫຼໍ່ລ້ຽງ ຜົລຜລິດ.
ແລະເມື່ອເດືອນມິຖຸນາ ທີ່ຜ່ານມານີ້ ທາງບໍຣິສັດ ດັ່ງກ່າວ ໄດ້ສເນີ ຕໍ່ທ່ານ ໄຊສົມພອນ ພົມວິຫານ, ປະທານ ສະພາແຫ່ງຊາດລາວ ແລະ ທ່ານ ສັນຕິພາບ ພົມວິຫານ, ເຈົ້າແຂວງ ແຂວງສວັນນະເຂດ ຜູ້ເປັນນ້ອງຊາຍ ປະທານສະພາແຫ່ງຊາດ ເພື່ອຂໍຂຶ້ນແຜນ ຊື້ງົວພັນ ເຂົ້າມາລ້ຽງ ຈໍານວນປະມານ 1,800 ໂຕ ຊຶ່ງປັດຈຸບັນ ໄດ້ມີ ການກະຕຽມ ເນື້ອທີ່ລ້ຽງງົວ ຈໍານວນ 80 ເຮັກຕ້າຣ໌.