ຜູ້ປະສົບພັຍ ຈາກພະຍຸ ລໍຖ້າ ການຊ່ອຍເຫຼືອ

ອຸ່ນແກ້ວ ສຸກສະຫວັນ
2021.09.15
ຜູ້ປະສົບພັຍ ຈາກພະຍຸ ລໍຖ້າ ການຊ່ອຍເຫຼືອ ເຮືອນຂອງຊາວບ້ານ ທີ່ໄດ້ຮັບຄວາມເສັຽຫາຍ ຈາກ ພະຍຸ ໂກນເຊີນ ພັດ​ເຂົ້າ​ພາກ​ໃຕ້ ຂອງ​ລາວ.
ພາບ: ຈາກ FB ສະບາຍດີ ສາຣະວັນ

ຊາວບ້ານຫຼາຍຄອບຄົວ ທີ່ໄດ້ຮັບຜົລກະທົບຈາກພະຍຸເຂດຮ້ອນ ໂກນເຊີນ ຫົວທີ 13 ຢູ່ແຂວງສາຣະວັນ ແລະ ແຂວງຈຳປາສັກ ແຕ່ ວັນທີ 11 ກັນຍາ ທີ່ຜ່ານມາ ຍັງຕ້ອງການຄວາມ ຊ່ອຍເຫຼືອອີກຫຼາຍດ້ານ ຈາກພາກສ່ວນກ່ຽວຂ້ອງ. ມີເຮືອນປະຊາຊົນ ເສັຽຫາຍ ທັງໝົດ 140 ຫຼັງ ຢູ່ 4 ບ້ານ ທີ່ຂຶ້ນກັບເມືອງສາຣະວັນ ແຂວງສາຣະວັນ ແລະ ປະຊາຊົນ ກຳລັງຕ້ອງການເຂົ້າສານອາຫານແຫ້ງ, ເຄື່ອງໃຊ້ ແລະ ວັສດຸ-ອຸປກອນ ສຳລັບສ້ອມແປງເຮືອນ. ຊາວບ້ານໂພນໄຜ່ ເມືອງສາຣະວັນ ທີ່ເຮືອນເສັຽຫາຍໝົດຫຼັງ ໄດ້ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 15 ກັນຍາ ວ່າ:

“ຄັນເພິ່ນຊ່ວຍກະດີ ກະຢາກຫັ້ນແຫຼະ ແຕ່ວ່າ ມັນກະພັກຣັຖເຮົາ ມັນມີບໍ່ຫຼາຍ ຊ່ວຍວານນີ້ກະໄດ້ 5 ແສນກີບ ກະສິກັມ ເພິ່ນຊ່ວຍ ວານນີ້ ໝົດເລີຍ 8 ຄູນ 24 ຫ້ອງນຶ່ງມັນມີ 14 ຫ້ອງນ່າ.”

ທ່ານ ກ່າວຕື່ມວ່າ ປັດຈຸບັນ ຄອບຄົວຂອງລາວໄດ້ຍ້າຍໄປຢູ່ ບ່ອນພັກໃນຟາມລ້ຽງສັດ ຂອງຄອບຄົວໄປເລື້ອຍໆ ຈົນກວ່າຈະສາມາດ ສ້ອມແປງເຮືອນ ທີ່ເປ່ເພສຳເຣັດ ແຕ່ລະມື້ກໍໄດ້ຮັບການຊ່ວຍເຫຼືອ ຈາກພາກສ່ວນທີ່ກ່ຽວຂ້ອງ ເປັນຕົ້ນເຂົ້າສານ, ໝີ່ສຳເຣັດຮູບ ແລະ ອື່ນໆ ແຕ່ກໍຍັງບໍ່ພຽງພໍ ຕໍ່ຄວາມຕ້ອງການເທື່ອ ຍ້ອນວ່າ ຕ້ອງໃຊ້ອີກຫຼາຍມື້.

ຫຼາຍພາກສ່ວນ ກໍເອົາອຸປກອນແປງເຮືອນ ແລະອາຫານແຫ້ງ ມາໃຫ້ຜູ້ທີ່ໄດ້ຮັບຜົລກະທົບ. ຊາວບ້ານໂພນໄຜ່ ອີກທ່ານນຶ່ງ ໄດ້ກ່າວ ວ່າ:

“ມັນກະຫຼາຍຢ່າງຫັ້ນແຫຼະ ຈຳນວນນຶ່ງ ເພິ່ນກະມອບແລ້ວ ສັງກະສີ ເປັນຕະປູ ເປັນເຂົ້າສານອີ່ຫຍັງຫັ້ນນ່າ ແຕ່ວ່າ ຍັງບໍ່ທັນໄດ້ແປງ ເອົາຜູ້ທີ່ເສັຽຫາຍໜັກກວ່າ ທີ່ບໍ່ມີເຮືອນຢູ່.”

ນອກຈາກນີ້ ຊາວບ້ານ ກໍຍັງໄດ້ຮັບເສື້ອຜ້າ ແລະ ເຄື່ອງໃຊ້ຈຳເປັນ ໃນເບື້ອງຕົ້ນ. ຊາວບ້ານທີ່ ບໍຣິຈາກເຄື່ອງຂອງທ່ານນຶ່ງ ໄດ້ ກ່າວວ່າ:

“ເຄື່ອງຂອງກະບໍຣິຈາກ ແຕ່ວ່າ ກະຍັງບໍ່ທັນຫຼາຍ ເພາະວ່າຊ້ວງນີ້ ມັນຖືກເສຖກິຈ ມັນບໍ່ດີແນ່ຫັ້ນນ່າ ເປັນເຄື່ອງເປັນຂອງນີ້ ເອົາໄປສົ່ງໄປມອບໄດ້ຢູ່ ແກ້ໄຂໄດ້ລະດັບນຶ່ງຫັ້ນແຫຼະ ເພາະວ່າ ມັນຫຍຸ້ງຍາກຫຼາຍອັນ ທັງໂຄວິດ ທັງອີ່ສັງແນ່ ຕອນນີ້ປິດເມືອງ ແນ່.”

ຫຼາຍພາກສ່ວນທັງສ່ວນບຸກຄົນ ແລະ ບໍຣິສັດຫ້າງຮ້ານ ກຳລັງເຮັດການສ້ອມແປງເຮືອນ ໃຫ້ແກ່ຊາວບ້ານ ທີ່ໄດ້ຮັບຄວາມເສັຽຫາຍ ຈາກພະຍຸພັດ ໂດຍຜ່ານເຈົ້າໜ້າທີ່ຂັ້ນເມືອງ. ເຈົ້າໜ້າທີ່ເມືງສາຣະວັນ ໄດ້ກ່າວວ່າ:

“ປັດຈຸບັນນີ້ກະຖືວ່າ ການນຳຂອງແຂວງຂອງເມືອງ ກໍໄດ້ລົງຊ່ວຍເຫຼືອປະຊາຊົນ ຢູ່ສະຖານທີ່ບ່ອນເກີດເຫດ ຖືກພະຍຸພັດຫັ້ນ ກະ ສ້ອມແປງເຮືອນໃຫ້ປະຊາຊົນ ຫຼາຍພາກສ່ວນຂອງສັງຄົມເນາະ ກະໃຫ້ຄວາມຊ່ວຍເຫຼືອ ໃນນາມສ່ວນໂຕ ທຸຣະກິຈຕ່າງໆ ໃຫ້ຄວາມ ຊ່ວຍເຫຼືອ.”

ນອກຈາກນີ້ ແຂວງສາຣະວັນ ຕ້ອງປະສົບກັບບັນຫາ ການແຜ່ຣະບາດຂອງໂຄວິດ-19 ຈົນໃນວັນທີ 14 ກັນຍາ ຄະນະສະເພາະກິຈ ຄວບຄຸມໂຄວິດ-19 ເມືອງສາຣະວັນ ຫາກໍ່ອອກແຈ້ງການ ຜ່ອນຜັນບາງມາຕການປ້ອງກັນໂຄວິດ-19 ທີ່ມີຄວາມຈຳເປັນ ຕໍ່ຊາວ ບ້ານທີ່ໄດ້ຮັບຜົລກະທົບ ຈາກພະຍຸໂກນເຊີນ ເປັນຕົ້ນ ການປົດລ໊ອກ ບ້ານແດງ ເປັນເຂດບ້ານຂຽວ, ອະນຸຍາດ ໃຫ້ເປີດຕລາດ ເອມີໂຊກໄຊ ເພື່ອໃຫ້ຂາຍອາຫານປະເພດຕ່າງໆ, ນ້ຳດື່ມ ແລະ ເຄື່ອງອຸປະໂພກ-ບໍຣິໂພກທີ່ຈຳເປັນ.

ນອກຈາກນີ້ ຢູ່ເມືອງຊະນະສົມບູນ ແຂວງຈຳປາສັກ ກໍໄດ້ຮັບຜົລກະທົບຈາກພະຍຸ ໂກນເຊີນ ໃນຂນະທີ່ເຈົ້າໜ້າທີ່ເມືອງ ແລະແຂວງ ໄດ້ລົງພື້ນທີ່ມອບເຄື່ອງໃຊ້ ແລະ ອາຫານໃຫ້ແກ່ປະຊາຊົນ ທີ່ປະສົບໄພແລ້ວ ພ້ອມທັງມອບອຸປກອນສ້ອມແປງເຮືອນຈຳນວນນຶ່ງ ໃຫ້ ແກ່ຊາວບ້ານແຕ່ລະຄອບຄົວ. ເຈົ້າໜ້າທີ່ທ້ອງຖິ່ນ ຢູ່ເມືອງຊະນະສົມບູນ ໄດ້ກ່າວວ່າ:

“ມັນກະຊິມີຫຼາຍຢ່າງຢູ່ແຫຼະ ທັງອາຫານ ການກິນບໍ່ ລັກສະນະໂຕນີ້ ມັນກໍສັງກະສີເນາະ ລົມມັນພັດ ສັງກະສີ ໄປຫັ້ນນ່າ ຫຼັກໆ ກະແມ່ນສັງກະສີຫັ້ນລະ ວ່າຊັ້ນສາ ອັນນີ້ ມາເຮັດມາສ້າງຕື່ມຫັ້ນນ່າ ໂຕມັນເສັຽຫາຍໄປຫັ້ນນ່າ.”

ກ່ອນໜ້ານີ້ ວັນທີ່ 13 ກັນຍາ ຜ່ານມາ ເຈົ້າໜ້າທີ່ ເມືອງຊະນະສົມບູນ ແລະ ເຈົ້າໜ້າທີ່ ແຂວງຈຳປາສັກ ໄດ້ນຳເຂົ້າສານໜຽວ ປະມານ 500 ກິໂລກຼາມ, ສັງກິສີ 180 ແຜ່ນ ແລະ ວັສດຸກໍ່ສ້າງອີກຈຳນວນນຶ່ງ ມູລຄ່າປະມານ 10 ລ້ານກີບ ໃຫ້ແກ່ຜູ້ປະສົບພັຍ ຈາກພະຍຸ ຢູ່ບ້ານ ສິງສຳພັນ.

ໃນວັນທີ 14 ກັນຍາ ທີ່ຜ່ານມາ, ເຈົ້າໜ້າທີ່ ເມືອງຊະນະສົມບູນ, ເຈົ້າໜ້າທີ່ ຄະນະກັມການປ້ອງກັນ ແລະ ຕ້ານພັຍພິບັດຂັ້ນເມືອງ ກໍໄດ້ນຳເຂົ້າສານໜຽວ 2 ກະສອບ ແລະ ສັງກະສີ 50 ແຜ່ນ ໄປມອບໃຫ້ຊາວບ້ານ 1 ຄອບຄົວ ຢູ່ບ້ານນາຊອນ ທີ່ຖືກພະຍຸພັດ ເຮືອນເສັຽຫາຍໝົດຫຼັງ ຊຶ່ງປະເມີນມູນຄ່າຄວາມເສັຽຫາຍ 57 ລ້ານ ກີບ ອີງຕາມຂໍ້ມູນ ຈາກຫ້ອງການຖແລງຂ່າວ ວັທນະທັມ ແລະ ທ່ອງທ່ຽວ ເມືອງຊະນະສົມບູນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.