ຊາວບ້ານ ຈາກເຂື່ອນນ້ຳເທີນ 1 ຍ້າຍໄປ ບ້ານຈັດສັນ

2021.09.04
ຊາວບ້ານ ຈາກເຂື່ອນນ້ຳເທີນ 1 ຍ້າຍໄປ ບ້ານຈັດສັນ ບ້ານຈັດສັນ ສຳລັບ ຊາວບ້ານ ທີ່ໄດ້ຮັບຜົລກະທົບ ຈາກໂຄງການ ເຂື່ອນນ້ຳເທີນ 1 ທີ່ເມືອງວຽງທອງ, ແຂວງບໍຣິຄຳໄຊ.
ນັກຂ່າວ ພົລເມືອງ

ຊາວບ້ານ ບ້ານເມືອງມ່ວນ ເມືອງວຽງທອງ ແຂວງບໍລິຄຳໄຊ ຈຳນວນ 88 ຄອບຄົວ ທີ່ໄດ້ຮັບ ຜົລກະທົບ ຈາກໂຄງການ ເຂື່ອນໄຟຟ້າ ນໍ້າເທີນ 1 ຈາກການຕັນນໍ້າ ຂອງເຂື່ອນໄຟຟ້າ ໄດ້ຫຍັບຍ້າຍ ມາຢູ່ ບ້ານຈັດສັນໃໝ່ແລ້ວ ໃນວັນທີ 02 ກັນຍາ 2021. ໂດຍຊາວບ້ານ ຫຼາຍຄົນ ກໍຮູ້ສຶກ ດີໃຈຫຼາຍ ແຕ່ໃນຂນະດຽວກັນ ການພັທນາ ດ້ານໂຄງຮ່າງພື້ນຖານ ຫຼາຍຢ່າງ ຍັງບໍ່ທັນ ສຳເຣັດ ຄົບຖ້ວນ. ດັ່ງຊາວບ້ານ ບ້ານເມືອງມ່ວນ ໄດ້ກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 03 ກັນຍາ ວ່າ:

“ເອີກາດີໃຈ ຫັ້ນແລ້ວ ຊາວບ້ານ ກາດີໃຈໝົດ ເພາະວ່າ ນອກຈາກ ເຮືອນດິນ ການຜລິດ ບ້ານເຮົາ ລະບໍ່ຖືກ ຜົລກະທົບ ຫຼາຍລະ ບໍ່ໄດ້ ກາໃຊ້ດິນເກົ່າ ເພາະວ່າ ບ້ານເຮົາ ເປັນແຕ່ ບ້ານຫຍັບຍ້າຍເນາະ, ກາເຣື່ອງທາງ ທາງຍັງບໍ່ທັນ ແລ້ວເນາະ ແລ້ວກາ ນໍ້າປະປາ ກາຍັງກຳລັງ ກໍ່ສ້າງ ຢູ່ເຣື່ອງ ການພັທນາ ວັດເນາະ.”

ຊາວບ້ານ ກ່າວຕື່ມວ່າ ບ້ານຈັດສັນ ທີ່ໄດ້ຮັບມອບ ມານັ້ນ ມີໄຟຟ້າ ຕິດຕັ້ງ ສຳເຣັດແລ້ວ, ມີໂຮງຮຽນ 1 ຫຼັງ, ມີຫ້້ອງການບ້ານ 1 ຫຼັງ, ນ້ຳປະປາ ກຳລັງກໍ່ສ້າງ, ສ່ວນສຸຂສາລາ ບໍ່ໄດ້ ຢູ່ໃນແຜນ ພັທນາ ຂອງໂຄງການ ເຮັດໃຫ້ຊາວບ້ານ ຕ້ອງໄດ້ເດີນທາງ ໄປປີ່ນປົວ ຢູ່ບ້ານອື່ນ ເມື່ອເວລາ ເຈັບ-ເປັນ ເຊິ່ງຫ່າງຈາກນີ້ ປະມານ 9 ກິໂລແມັດ.

ນອກຈາກນີ້ ຍັງຕ້ອງການ ໃຫ້ໂຄງການ ແລະ ທາງການລາວ ປັບປຸງ ເຣື່ອງເສັ້ນທາງ ຈາກບ້ານເມືອງມ່ວນ ໄປຫາ ເທສບານ ເມືອງວຽງທອງ ໄລຍະ ປະມານ 40 ກິໂລແມັດ ໃຫ້ໄປ-ມາ ສະດວກ ຂຶ້ນກວ່າເກົ່າ ເນື່ອງຈາກ ສະພາບເສັ້ນທາງ ໃນປັຈຈຸບັນ ເປັນບວກເປັນຂຸມ. ຊາວບ້ານເມືອງມ່ວນ ອີກຄົນນຶ່ງ ໄດ້ກ່າວຕໍ່ ວິ​ທ​ຍຸເອເຊັຽເສຣີວ່າ ດີໃຈແທ້ ໄດ້ເຮືອນ ຫຼັງໃໝ່. ສ່ວນທີ່ດິນ ບໍ່ໄດ້ຮັບ ຜົລກະທົບຫຍັງ ກໍຍັງສາມາດ ເຮັດໄຮ່ເຮັດນາ ຄືເກົ່າ ສ່ວນຊາວບ້ານ ທີ່ສູນເສັຽ ທີ່ດິນ ເຊິ່ງມີຈຳນວນ ນ້ອຍດຽວເທົ່ານັ້ນ ທາງໂຄງການ ໄດ້ບຸກເບີກ ດິນຕອນໃໝ່ ໃຫ້ແລ້ວ.

“ແທ້… ເພິ່ນລົງມາມອບ ມື້ວານນີ້ ມອບອັນບ້ານ ຫັ້ນນ່າ ກາເຮັດໄຮ່ເຮັດນາ ນີ້ແຫຼະ ບໍ່ໄດ້ເສັຽຫາຍຫຼາຍ ເສັຽຫາຍ ແຕ່ບາງຄອບຄົວຊື່ໆ ຂຶ້ນກັບ ບຸກຄົນ ເຮົາຫັ້ນນ່າ ເຮົາຊິ ເອົາເງິນເບາະ ຫຼືວ່າ ຊິເອົາເຮືອນ ກາຢູ່ນຳ ບຸກຄົນ.” ທາງດ້ານ ເຈົ້າໜ້າທີ່ ເມືອງວຽງທອງ ແຂວງບໍຣິຄຳໄຊ ກ່າວຕໍ່ ວິທຍຸເອເຊັຽເສຣີ

ໃນມື້ດຽວກັນວ່າ ການມອບ-ຮັບ ໄດ້ສຳເຣັດໝົດແລ້ວ. ປັຈຈຸບັນ ຊາວບ້ານ ກຳລັງຂົນຍ້າຍ ເຄື່ອງຂອງ ຂອງໂຕເອງ ເຂົ້າມາຢູ່ ເຮືອນຈັດສັນ ຫຼັງໃໝ່ ບໍ່ໄດ້ ມີຜົລກະທົບ ຫຍັງຮຸນແຮງ. ສ່ວນວຽກງານ ການພັທນາ ໂຄງຮ່າງພື້ນຖານ ກໍກຳລັງ ກໍ່ສ້າງ ໃຫ້ສຳເຣັດ ໄວທີ່ສຸດ ບໍ່ໄດ້ມີຫຍັງ ມີເປັນກັງວົນ ແລະ ໃບຕາດິນ ປຸກສ້າງ ຈະດຳເນີນ ການມອບໃຫ້ ຊາວບ້ານ ໃນພາຍຫຼັງ.

“ເພາະວ່າ ໂຕນີ້ ມັນເປັນ ບ້ານ​ຫຍັບຍ້າຍຊື່ໆ ໝາຍຄວາມວ່າ ຍ້າຍຈາກ ບ່ອນຫຼຸບຂຶ້ນມາ ບ່ອນໂນນຊື່ໆດອກ ກາບໍ່ໄດ້ ຍ້າຍອອກຈາກ ບ້ານເລີຍໃດນີ້ ສຳເຣັດໝົດ ແລ້ວເດ ເພິ່ນກາມອບ-ຮັບ ກັນແລ້ວ ກາມີ ແຕ່ຍ້າຍ ປະຊາຊົນ ຂຶ້ນຢູ່.”

ວິທຍຸເອເຊັຽເສຣີ ໄດ້ພຍາຍາມ ຕິດຕໍ່ ໄປຫາ ບໍຣິສັດ ເຂື່ອນໄຟຟ້າ ນໍ້າເທີນ 1 ເພື່ອສອບຖາມ ຣາຍລະອຽດ ກ່ຽວກັບ ບ້ານຈັດສັນໃໝ່ ແລະ ວຽກງານອື່ນໆ ທີ່ຍັງຄົງຄ້າງ ແຕ່ເຈົ້າໜ້າທີ່ ບໍ່ສະດວກ ທີ່ຈະໃຫ້ ຣາຍລະອຽດ.

ສຳລັບ ບ້ານເມືອງມ່ວນ ຕັ້ງຢູ່ໃກ້ກັບ ສາຍນໍ້າມ່ວນ ຜ່ານມາ ບໍ່ເຄີຍ ເກີດນໍ້າຖ້ວມ ຈົນຮອດ ປີ 2020 ຜ່ານມາ ເຂື່ອນນໍ້າເທີນ 1 ໄດ້ຕັນນໍ້າ ໃນໄລຍະ ຣະດູຝົນ ແຕ່ປະກົດວ່າ ລະດັບນໍ້າ ໃນອ່າງໂຕ່ງ ເພີ່ມສູງຂຶ້ນ ຈົນນໍ້າອັ່ງຖ້ວມ ເຮືອນ ຂອງຊາວບ້ານ. ສະນັ້ນ ທາງການ ເມືອງວຽງທອງ ແລະ ແຂວງບໍຣິຄຳໄຊ ຈຶ່ງສເນີໃຫ້ ບໍຣິສັດ ເຂື່ອນນໍ້າເທີນ 1 ຫຍັບຍ້າຍ ບ້ານອອກ ຈາກພື້ນທີ່ເກົ່າ ເພື່ອບໍ່ໃຫ້ ເກີດຜົລກະທົບ ຕໍ່ຊາວບ້ານ ໃນໄລຍະຍາວ ໂດຍໃຫ້ອາສັຍ ຢູ່ເຂດບ້ານເກົ່າ ແຕ່ໃຫ້ ​ຫຍັບຍ້າຍຂຶ້ນໄປ ບ່ອນສູງ.

ສ່ວນຊາວບ້ານ ບ້ານຫ້ວຍຫອຍ ທີ່ໄດ້ຮັບ ຜົລກະທົບ ເປັນກຸ່ມທີນຶ່ງ ປັຈຈຸບັນ ຊາວບ້ານ ທັງໝົດ ແມ່ນໄດ້ຮັບ ໃບຕາດິນ ປຸກສ້າງແລ້ວ ເຫຼືອພຽງ ແຕ່ລໍຖ້າ ການຈັດສັນ ດິນທຳການຜລິດ ທີ່ຄາດວ່າ ຈະໄດ້ຮັບ ກ່ອນຣະດູຝົນ ໃນປີໜ້ານີ້.

“ໂອ້… ໄດ້ລະ ກໍ້ໃບຕາດິນ ເຮືອນດິນປຸກສ້າງ ໄດ້ແລ້ວ ມີແຕ່ດິນບຸກເບີກ ດິນທຳການຜລິດ ດິນກະສິກັມ ຍັງບໍ່ທັນໄດ້ ແມ່ນແຫຼະ ປີໜ້າ ກາຊິໄດ້ ເພິ່ນກາຊິໄດ້ເຣີ່ມ.”

ອີງຕາມ ການຣາຍງານ ຜົລການປະເມີນ ຜົລກະທົບ ດ້ານສີ່ງແວດລ້ອມ ແລະ ສັງຄັມ ໂຄງການ ເຂື່ອນໄຟຟ້ານໍ້າເທີນ1 ລະບຸວ່າ ມີຊາວບ້ານ ທີ່ໄດ້ຮັບ ຜົລກະທົບ ກຸ່ມທຳອິດ ທັງໝົດ 7 ບ້ານ ຈຳນວນ 624 ຄອບຄົວ ປະກອບມີ ບ້ານທ່າເດື່ອ 139 ຄອບຄົວ, ບ້ານພຽງຕັນ 69 ຄອບຄົວ, ບ້ານສົມບັດ 35 ຄອບຄົວ, ບ້ານກົກຕັນ 59 ຄອບຄົວ, ບ້ານວັງມາກ 118 ຄອບຄົວ, ບ້ານນໍ້າມືດ 79 ຄອບຄົວ ແລະ ບ້ານໂພນໂຮມ 125 ຄອບຄົວ ແລະ ຜົລກະທົບ ກຸ່ມທີສອງ ຄື ບ້ານເມືອງມ່ວນ ຈຳນວນ 88 ຄອບຄົວ.

ສ່ວນຄວາມຄືບໜ້າ ເຣື່ອງການກໍ່ສ້າງ ເຂື່ອນໄຟຟ້າ ນໍ້າເທີນ 1 ປັດຈຸບັນ ການກໍ່ສ້າງ ມີຄວາມຄືບໜ້າ 95% ແລະ ຄາດວ່າ ຈະສ້າງສຳເຣັດ ໃນທ້າຍປີ 2021 ນີ້ ເພື່ອຜລິດ ກະແສໄຟຟ້າ ຂາຍໃຫ້ໄທຍ ຕາມກຳນົດ ໃນວັນທີ 22 ພຶສພາ 2022 ນີ້.

ໂຄງການ ເຂື່ອນໄຟຟ້າ ນໍ້າເທີນ ຂນາດ 650 ເມກາວັດ ມູນຄ່າ ການລົງທຶນ 1.3 ຕື້ ໂດລາຣ໌ສະຫະຣັຖ ເຣີ່ມກໍ່ສ້າງ ມາແຕ່ ປີ 2016 ໂດຍເປັນການຮ່ວມທຶນ ລະຫວ່າງ ບໍຣິສັດ ພອນສັກ ກຣຸປ 60% ບໍຣິສັດ ເອັກໂກ ກຣຸປ ຂອງໄທຍ 25% ແລະ ບໍຣິສັດ ຜລິດ ໄຟຟ້າລາວ 15%.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.