ຊາວບ້ານຈາກເຂື່ອນນ້ຳເທີນ 1 ຂໍດິນ ປູກຝັງ

ພູວົງສ໌
2020.07.31
F-Namtheun1.jpg ຊາວບ້ານໄດ້ຍົກຍ້າຍ ຈາກ ໂຄງການເຂື່ອນນ້ຳເທີນ 1 ທັງມົດ 7 ບ້ານ, ໄປຢູ່ເຂດຈັດສັນໃໝ່, ບ້ານຫ້ວຍຫອຍ ເມືອງວຽງທອງ ແຂວງບໍຣິຄຳໄຊ
ນັກຂ່າວພົລເມືອງ

ຊາວບ້ານ ທັງໝົດ 7 ບ້ານ ມີ 624 ຄອບຄົວ ທີ່ໄດ້ຮັບຜົລກະທົບ ແລະ ຖືກໂຍກຍ້າຍໄປຢູ່ບ້ານຈັດສັນຫ້ວຍຫອຍ ຈາກໂຄງການກໍ່ສ້າງ ເຂື່ອນໄຟຟ້ານ້ຳເທີນ 1 ຢູ່ເມືອງວຽງທອງ ແຂວງບໍຣິຄຳໄຊ ຮຽກຮ້ອງໃຫ້ທາງການລາວ ເລັ່ງຈັດສັນເນື້ອທີ່ດິນ ເພື່ອທຳການຜລິຕ ໃຫ້ແກ່ ຊາວບ້ານ ຍ້ອນດຽວນີ້ ບໍ່ມີທີ່ດິນທຳມາຫາກິນ ຫຼືເຮັດໄຮ່ເຮັດນາເລີຍ. ດັ່ງຊາວບ້ານຜູ້ນຶ່ງ ທີ່ໄດ້ຮັບຜົລກະທົບ ແລະ ໂຍກຍ້າຍມາຢູ່ບ້ານ ຈັດສັນໃໝ່ນີ້ ໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ວັນທີ 30 ກໍຣະກະດາ ນີ້ວ່່າ:

“ຈັກ ໂຕນີ້ກະຍັງບໍ່ໄດ້ຮູ້ຄືກັນ ເຂົາຊິປັນຊິແບ່ງໃຫ້. ທຳອິດນີ້ເຂົາວ່າ ຄອບຄົວນຶ່ງກະ 2 ເຮັກຕ້າຣ. ເຂົາວ່າໂອ້ຍ, ເຮັດກັັນເອງ ຍາກຫຼາຍ. ຈັກໂຄງການພິສັງ ຍອມເຂົາ. ໄປຖາມພິສັງ ຍັງວ່າປະຊາຊົນມັນຢາກໄດ້, ເຮົາຍອມ.”

ຊາວບ້ານຜູ້ດຽວກັນນີ້ ກ່າວຕື່ມວ່າ ເພິ່ນໄດ້ເວົ້າກ່ອນໜ້ານີ້ວ່າ ຈະບຸກເບີກ ຈັດສັນທີ່ດິນໃຫ້ຢູ່ ຄອບຄົວລະ 2-3 ເຮັກຕ້າຣ, ແຕ່ສຸດທ້າຍ ເຣື່ອງ ກໍງຽບໄປ ແລະ ຊາວບ້ານທີ່ຍ້າຍມາຢູ່ໃໝ່ ກໍບໍ່ສາມາດປູກຝັງ ແລະ ລ້ຽງສັດໄດ້. ເມື່ອຊາວບ້ານໄປທວງຖາມ, ກໍໄດ້ຮັບຄຳຕອບວ່າ ກຳລັງດຳເນີນການຢູ່, ແຕ່ພັດບໍ່ແຈ້ງຣາຍລະອຽດ ໃຫ້ຊາວບ້ານໄດ້ຮູ້ວ່າ ດຳເນີນການ ໄປຮອດໃສແລ້ວ ຫຼືມື້ໃດຈຶ່ງຈະໄດ້, ເຊິ່ງຊາວບ້ານ ກໍມີແຕ່ຕ້ອງໄດ້ລໍຖ້າ ຂະນະທີ່ວຽກເຮັດງານທຳກໍບໍ່ມີ.

ຊາວບ້ານອີກຜູ້ນຶ່ງ ກໍກ່າວໃນທຳນອງດຽວກັນວ່າ ດຽວນີ້, ຊາວບ້ານທັງໝົດ ບໍ່ມີດິນເຮັດໄຮ່ເຮັດນາ ຫຼືປູກພືດຫຍັງເລີຍ. ວຽກງານທຸກຢ່່າງ ຢຸດຈຶ້ງ, ໄດ້ແຕ່ລໍຄອຍວ່າ ທາງການລາວ ເພິ່ນຈະຈັດສັນດິນ ໃຫ້ເທົ່ານັ້ນ ເຖິງຈະມີວຽກເຮັດງານທຳ. ແຕ່ເນື່ອງດ້ວຍການລໍຄອຍ ທີ່ດົນ ນານນີ້, ຈຶ່ງມີຊາວບ້ານບາງຄອບຄົວ ກັບໄປເຮັດນາເລັກໆນ້ອຍໆ ຢູ່ດິນເຂດບ້ານເກົ່າ ບໍຣິເວນໜ້າອ່າງເກັບນ້ຳ ທີ່ຍັງບໍ່ທັນຖືກນ້ຳຖ້ວມ.

“ທີ່ດິນນີ້ ໄດ້ຍິນວ່າຍັງ ກຳລັງສເນີຫາສະພາບໍ. ຍັງແຫຼະປີນີ້ ບໍ່ໄດ້ເຮັດຫຍັງແລ້ວ, ຂະເຈົ້າກະຈຶ້ງຢູ່ຫັ້ນແລ້ວ. ກະມີແຕ່ວ່າ ຫ່ວງເກົ່າຂະເຈົ້າ ຫັ້ນແລ້ວ ຈຳນວນນຶ່ງກະມີ ຈຳນວນນຶ່ງກະຊິ ບໍ່ມີແລ້ວ ຈຳນວນໜ້ອຍ, ກະແມ່ນໝົດພ້ອມຫັ້ນລະ. ພວກໃດຫຼາຍກະພໍມີຢູ່.”

ຊາວບ້ານຜູ້ນີ້ ກ່າວຕື່ມວ່າ ຢາກໃຫ້ທາງການລາວ ລົງມາເບິ່ງສະພາບໂຕຈິງ ແລະ ສຶກສາຢ່າງລະອຽດ ກ່ອນຈະບຸກເບີກດິນຊົດເຊີຍໃຫ້ ຊາວບ້ານ ເນື່ອງຈາກວ່າ ສະພາບບໍຣິເວນ ດັ່ງກ່າວເປັນພູສູງ ບໍ່ສະດວກປານໃດ ແລະ ຄົງຈະລຳບາກ ຖ້າຫາກຈະໃຫ້ຊາວບ້ານເຮັດໄຮ່ ເຮັດນາ, ປູກພືດ ແລະ ລ້ຽງສັດ, ໂດຍທີ່ບໍ່ມີໜອງ ແລະ ຫ້ວຍໄຫຼຜ່ານທົ່ງ.

“ກະມາເບິ່ງບ່ອນທີ່ເຮັດ ສະພາບມັນເປັນພູສູງຊັນເນາະ ເປັນພູ ບໍ່ມີນ້ຳ ບໍ່ມີຫ້ວຍ, ມັນຊິຫັນໄປແນວໃດ ມັນຈັ່ງຊິເໝາະ. ຊິຫັນວິທີໃດ ເອີ້ນກັນມາສຶກສາກ່ອນ ໂຕຈິງນີ້ນ່າ.”

ປັດຈຸບັນ, ຊາວບ້ານທີ່ຖືກໂຍກຍ້າຍ ໄປຢູ່ບ້ານຈັດສັນຫ້ວຍຫອຍ ໄດ້ຮັບເງິນອຸດໜູນ ຄ່າເຂົ້າ ແລະອາຫານປະມານ 200,000 ກີບ/ຄົນ/ເດືອນ ເປັນໄລຍະເວລາ 3 ປີ ຈາກບໍຣິສັດ ເຂື່ອນໄຟຟ້ານ້ຳເທີນ 1, ເຊິ່ງເຣີ່ມຈ່າຍ ມາແຕ່ເດືອນພຶສພາ ປີ 2020.

ກ່ຽວກັບເຣື່ອງນີ້, ເຈົ້າໜ້າທີ່ຜແນກພະລັງງານ ແລະ ບໍ່ແຮ່ ແຂວງບໍຣິຄຳໄຊ ທ່ານນຶ່ງ ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ນັບເປັນເທື່ອທຳອິດ ທີ່ຊາວບ້ານ ຈະບໍ່ໄດ້ເຮັດ ໄຮ່ເຮັດນາ ເນື່ອງຈາກວ່າ ຍັງບໍ່ທັນໄດ້ບຸກເບີກ ເນື້ອທີ່ດິນທຳການຜລິຕ ໃຫ້ຊາວບ້ານທີ່ຖືກ ຜົລກະທົບ ແລະ ໂຍກຍ້າຍເທື່ອ ຍ້ອນວ່າທາງແຂວງບໍຣິຄຳໄຊ ຈະຂໍບຸກເບີກເນື້ອທີ່ດິນ 1,000 ປາຍເຮັກຕ້າຣ ເພື່ອໃຫ້ພຽງພໍ ຕໍ່ຄວາມ ຕ້ອງການຂອງຊາວບ້ານ. ສະນັ້ນ, ຈະຕ້ອງໄດ້ຜ່ານການເຫັນດີ ແລະ ຮັບຮອງ ຈາກຣັຖບານ ຈຶ່ງຈະບຸກເບີກໄດ້ ແລະ ຕອນນີ້ ຍັງຢູ່ໃນ ຂັ້ນຕອນພິຈາຣະນາ ຂອງຣັຖບານ. ດັ່ງທ່ານກ່າວວ່າ:

“ປັດຈຸບັນນີ້, ຖືວ່າຢູ່ໃນຂັ້ນຕອນ ເພິ່ນສເນີທາງຣັຖບານ ອະນຸມັດ. ກ່ຽວກັບເນື້ອທີ່ ທີ່ຟື້ນຟູຊີວິຕ ການເປັນຢູ່ ຂອງປະຊາຊົນ, ຫັ້ນນ່າ. ຕາມຍິນຄ້າວໆ ຢູ່ໃນໂຄງການຫັ້ນ ມີປະມານ 1,000 ປາຍເຮັກຕ້າຣ ນີ້ລະ. ດຽວນີ້, ບໍ່ສູ້ມີໃຜໄດ້ເຮັດນາ ສ່ວນຫຼາຍເຂົາມີແຕ່ຢູ່ບ້ານ ໃນຫັ້ນແຫຼະ.”

ທ່ານກ່າວຕື່ມວ່າ ປັດຈຸບັນນີ້, ນອກຈາກຊາວບ້ານ ຈະຍັງບໍ່ໄດ້ທີ່ດິນເຮັດໄຮ່ເຮັດນາ ທັນຣະດູນາປີ ໃນປີນີ້ແລ້ວ, ເງິນຊົດເຊີຍທີ່ເຫຼືອອີກ 40% ຊາວບ້ານກໍຍັງບໍ່ທັນໄດ້ຮັບເທື່ອ. ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ພຍາຍາມຕິດຕໍ່ສອບຖາມ ໄປຍັງບໍຣິສັດ ເຂື່ອນໄຟຟ້ານ້ຳເທີນ 1 ເພື່ອຖາມເຖິງຣາຍລະອຽດ ການຊົດເຊີຍເງິນ ສ່ວນທີ່ເຫຼືອ 40% ໃຫ້ແກ່ຊາວບ້ານນັ້ນ, ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ບໍ່ສະດວກໃຫ້ຄວາມ ເຫັນໃດໆ ຜ່ານການໂທຣະສັບ.

ເພື່ອຫຼີກທາງໃຫ້ກັບການກໍ່ສ້າງ ເຂື່ອນໄຟຟ້ານ້ຳເທີນ 1 ນີ້, ມີຊາວບ້ານທັງໝົດ 624 ຄອບຄົວ ຕ້ອງໄດ້ໂຍກຍ້າຍ ອອກຈາກບ້ານເດີມ ທີ່ກວມເອົາ 7 ບ້ານ, ອັນປະກອບໄປດ້ວຍ ບ້ານທ່າເດື່ອ 139 ຄອບຄົວ, ບ້ານພຽງຕົ້ນ 69 ຄອບຄົວ, ບ້ານສົມບັດ 35 ຄອບຄົວ, ບ້ານກົກຕົ້ນ 59 ຄອບຄົວ, ບ້ານວັງມາກ 118 ຄອບຄົວ, ບ້ານນ້ຳມືດ 79 ຄອບຄົວ ແລະ ບ້ານໂພນໂຮມ 126 ຄອບຄົວ.

ໂຄງການເຂື່ອນໄຟຟ້ານ້ຳເທີນ 1 ຂນາດ 650 ເມກະວັຕ ມີມູລຄ່າການລົງທຶນ 934,5 ລ້ານໂດລ້າຣ ສະຫະຣັຖ. ເຣີ່ມກໍ່ສ້າງມາແຕ່ປີ 2014 ແລະ ຄາດວ່າຈະສຳເຣັດໃນປີ 2022 ນີ້, ໂດຍມີການຮ່ວມທຶນກັນ ຣະຫວ່າງປະເທດ ອັນປະກອບດ້ວຍ ກຸ່ມບໍຣິສັດພອນສັກ ຖືຫຸ້ນ 60%, ກຸ່ມບໍຣິສັດເອ໊ກໂກ໊ ປະເທດໄທຍ 25% ແລະ ບໍຣິສັດຜລິຕໄຟຟ້າລາວ 15%.

ອີງຕາມສັນຍາ ຊື້-ຂາຍໄຟຟ້າ, ໂຄງການດັ່ງກ່າວ ຈະຂາຍໄຟຟ້າໃຫ້ປະເທດໄທຍ 514 ເມກະວັຕ ແລະ ຣັຖວິສາຫະກິຈ ໄຟຟ້າລາວ 130 ເມກະວັຕ ເປັນໄລຍະເວລາ 27 ປີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.