ຊາວບ້ານຈາກເຂື່ອນນ້ຳເທີນ 1 ລໍາບາກ

ອຸ່ນແກ້ວ ສຸກສະຫວັນ
2020.06.04
F-Namtheun1 ຊາວບ້ານໄດ້ຍົກຍ້າຍ ຈາກ ໂຄງການເຂື່ອນນ້ຳເທີນ 1 ທັງມົດ 7 ບ້ານ, ປະມານ 300 ຄອບຄົວ ໄປຢູ່ເຂດຈັດສັນໃໝ່, ບ້ານຫ້ວຍຫອຍ ເມືອງວຽງທອງ ແຂວງບໍລິຄຳໄຊ
ນັກຂ່າວພົລເມືອງ

ໂຄງການເຂື່ອນນ້ຳເທີນ 1 ໄດ້ຍົກຍ້າຍຊາວບ້ານ ທີ່ໄດ້ຮັບຜົນກະທົບທັງມົດ 7 ບ້ານ, ປະມານ 300 ຄອບຄົວ ໄປຢູ່ເຂດຈັດສັນໃໝ່, ບ້ານ ຫ້ວຍຫອຍ ເມືອງວຽງທອງ ແຂວງບໍລິຄຳໄຊ ຍັງບໍ່ມີທີ່ດິນທຳກິນ. ເຈົ້າໜ້າທີ່ທ້ອງຖິ່ນ ເມືອງວຽງທອງ ແຂວງບໍລິຄຳໄຊ ໄດ້ກ່າວຕໍ່ເອເຊັຽ ເສຣີ ໃນວັນທີ 4 ມິຖຸນາ ວ່າ:

"ຍ້າຍແລ້ວ ຫ້ວຍຫອຍ ເຂົ້າໝົດແລ້ວ ເນື້ອທີ່ທຳການຜລິດ ກະຢາກຍາກ ສ່ວນຫຼາຍມັນແຕ່ພູຫັ້ນ ຊິເອົາມາແຕ່ໃສ, ຈັກຊິເປັນແນວໃດ, ປັນກັນຫັ້ນແລ້ວ ຜູ້ໃດກະມີນາຫຼາຍກະຂາຍ ເນື້ອທີ່ສ່ວນໃຫຍ່ລະ ອູ່ເຂົ້າອູ່ນ້ຳ ຖືກຫຍັງຍ້າຍອອກໝົດ, ຍັງໃດ໋ຍັງໄລຍະສອງເດ້ ຍັງ 40 ເປີເຊັນ."

ທ່ານ ກ່າວອີກວ່າ ໂຄງການມີແຜນຈະບຸກເບີກທີດິນ ແລະ ຈັດສັນໃຫ້ຢູ່ແລ້ວ ແຕ່ຍັງຊອກຫາ ເນື້ອທີ່ບໍ່ທັນໄດ້ເທື່ອ ຍ້ອນວ່າເຂດຈັດສັນໃໝ່ ບ້ານຫ້ວຍຫອຍ ຢູ່ເທິງພູສູງ ບໍ່ທີ່ທົ່ງພຽງ ສ່ວນວ່າທົ່ງພຽງ ແລະ ໄຮ່ນາເກົ່າຂອງຊາວບ້ານ ກໍເຫລືອບໍ່ເທົ່າໃດ ເຮັກຕາ ສ່ວນໃຫຍ່ກະຖືກ ໃນໂຄງການເຂື່ອນຈົນໝົດ ເຮັດໃຫ້ຊາວບ້ານເກືອບທັງໝົດ ຈະຍັງບໍ່ສາມາດເຮັດນາເຮັດສວນ ໄດ້ໃນປີນີ້.

ຊາວບ້ານ ທີ່ບໍ່ໄດ້ເຮັດໄຮ່ ເຮັດນາ ປັດຈຸບັນ ເຂົາເຈົ້າໄດ້ຊື້ເຂົ້າກິນເອງ ແຕ່ບາງຄອບຄົວ ກໍໄປເຮັດໄຮ່ ເຮັດນາ ນຳພີ່ນ້ອງເຂົາເຈົ້າ. ນອກຈາກນີ້ ຊາວບ້ານຍັງບໍ່ໄດ້ຮັບຄ່່າຊົດເຊີຍອີກ 40 ເປີເຊັນ ທີ່ຍັງເຫຼືອ, ຊາວບ້ານທ່ານນຶ່ງ ທີ່ໄດ້ຮັບຜົນກະທົບ ໄດ້ກ່າວຕໍ່ເອເຊັຽເສຣີວ່າ:

"ທາງດ້ານເສຖກິດຫຍັງ ບໍ່ມີການພັທນາໃຫ້ຊິນ່າ ມັນກະຢູ່ບໍ່ໄດ້ ພົບຄວາມຫຍຸ້ງຍາກໝົດ ແຕ່ເງິນຄຳເຂົາ ກະບໍ່ໃຫ້ຊິນ່າ ເງິນມັນຢາກຊ້າ ແລ້ວກະຍັງ 40 ເປີເຊັນ ຈັກປີໃດເຂົາຈັ່ງຊິຈ່າຍ."

ຊາວບ້ານ ທ່ານນີ້ ກ່າວອີກວ່າ ລາວບໍ່ໄດ້ເຮັດໄຮ່ ເຮັດນາ ມາໄດ້ 3 ປີ ແລ້ວ ຕັ້ງແຕ່ສູນເສັຍທີ່ດິນ ໃຫ້ກັບໂຄງການ ແລະ ໄດ້ຫັນປ່ຽນມາ ເປັນອາຊີບມາຄ້າຂາຍ ຈົນກວ່າ ໂຄງການຈະບຸກເບີກ ແລະ ຈັດສັນ ເນື້ອທີ່ດິນໃຫ້.

ວຽກງານຕິດຕັ້ງໄຟຟ້າ ນ້ຳປະປາ, ສ້າງໂຮງງານ, ສຸຂສາລາ, ສະໂມສອນຊາວບ້ານ ແລະ ສະຖານນີຣົດໂດຍສານ ໃກ້ຈະສໍາເຣັດແລ້ວ, ດັ່ງເຈົ້າໜ້າທີ່ຜແນກພະລັງງານ ບໍ່ແຮ່ ແຂວງບໍລິຄຳໄຊ ໄດ້ກ່າວຕໍ່ ເອເຊັຽ ເສຣີ ວ່າ:

"ເອີ! ກຳລັງເຮັດຢູ່ ຍັງບາງວຽກ ກະຍັງບໍ່ທັນໄດ້ເຮັດເທື່ອ ເຂົາກຳລັງຂຸ້ນຂ້ຽວເຮັດຢູ່ ເບິ່ງໂຕຈິງ ບາງໜ້າວຽກກະຍັງຂຸ້ນຂ້ຽວ ສືບຕໍ່ປັບປຸງ ໃຫ້ມັນສຳເຣັດ ບາງໜ້າວຽກກະຖືວ່າ ສຳເຣັດໄປຈຳນວນນຶ່ງແລ້ວ."

ເອເຊັຽເສຣີ ໄດ້ຕິດຕໍ່ໄປຫາ ບໍຣິສັດ ເຂື່ອນໄຟຟ້ານ້ຳເທີນ 1 ເພື່ອຖາມຣາຍລະອຽດຕ່າງໆ ແລະ ການຈ່າຍເງິນຄ່າຊົດເຊີຍ ທີ່ເຫລືອອີກ 40 ເປີເຊັນ ໃຫ້ກັບຊາວບ້ານ, ແຕ່ບໍຣິສັດ ບໍ່ສະດວກໃຫ້ຄວາມເຫັນ ໃນເລື່ອງນີ້.

ແຕ່ເມື່ອບໍ່ດົນມານີ້ ເຈົ້າໜ້າທີ່ ບໍຣິສັດ ນ້ຳເທີນ 1 ໃຫ້ສຳພາດ ເຄີຍໃຫ້ສຳພາດຕໍ່ເອເຊັຽເສຣີ ວ່າ ຈະມອບເງິນຄ່າຊົດເຊີຍ ສ່ວນທີ່ເຫລືອອີກ 40 ເປີເຊັນ ໃຫ້ຊາວບ້ານ ຫຼັງຈາກທີ່ຍົກຍ້າຍຊາວບ້ານ ເຂົ້າມາບ້ານ ຈັດສັນຫ້ວຍຫອຍ. ປັດຈຸບັນຊາວບ້ານໄດ້ຍົກຍ້າຍມາຢູ່ບ້ານຈັດສັນ ໝົດແລ້ວ, ແຕ່ ເຂົາເຈົ້າກໍຍັງບໍ່ທັນ ໄດ້ເງິນສ່ວນທີ່ເຫລືອ.

ໂຄງການເຂື່ອນໄຟຟ້ານ້ຳເທີນ1 ມີຂະໜາດ 650 ເມັກກາວັດ ເລີ່ມກໍ່ສ້າງມາແຕ່ປີ 2014 ແລະ ຄາດວ່າ ຈະສໍາເຣັດການກໍ່ສ້າງໃນປີ 2021 ໂດຍ ບໍຣິສັດ ພອນສັກກຼຸບ ຖືຮຸ້ນ 60 ເປີເຊັນ, ບໍຣິສັດ EGCO ປະເທດໄທ 25 ເປີເຊັນ ແລະ ບໍຣິສັດຜລິດໄຟຟ້າລາວ 15 ເປີເຊັນ.

ໂຄງການເຂື່ອນນ້ຳເທີນ1 ຈະເລີ່ມຜລິດໄຟຟ້າ ໃນປີ 2022 ເພື່ອຂາຍໃຫ້ແກ່ການໄຟຟ້າຝ່າຍຜລິດແຫ່ງປະເທດໄທ ຫລື (EGAT) 80 ເປີເຊັນ ແລະ ຂາຍໃຫ້ຣັຖວິສາຫະກິດໄຟຟ້າລາວ ຫື EDL 20 ເປີເຊັນ ເພື່ອໃຊ້ພາຍໃນປະເທດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.