ກອງປະຊຸມຫາລື ຍຸທສາດ ແມ່ນ້ຳຂອງ
2021.09.10

ຄນະກັມມາທິການ ແມ່ນ້ຳຂອງ ສາກົລ ຫຼື MRC ແລະ ປະເທດ ສມາຊິກແມ່ນ້ຳ ໄດ້ປະຊຸມ ຫາລື ກ່ຽວກັບ ຍຸທສາດ ແມ່ນ້ຳຂອງ 10 ປີ ໃນຂນະທີ່ ຫຼາຍພາກສ່ວນ ເຫັນວ່າ ຢາກໃຫ້ ຄຳນຶງເຖິງ ລະບົບ ນິເວດ ແມ່ນ້ຳຂອງ ຫຼາຍຂຶ້ນ.
ຄນະກັມມາທິການ ແມ່ນ້ຳຂອງສາກົລ ແລະ ປະເທດ ສມາຊິກ ແມ່ນ້ຳຂອງ ລວມມີ ລາວ, ວຽດນາມ ກັມພູຊາ ແລະ ໄທຍ ໄດ້ປະຊຸມ ຫາລືກັນ ກ່ຽວກັບ ການດຳເນີນ ຍຸທສາດ ແມ່ນ້ຳຂອງ 10 ປີ ເພື່ອ ສ້າງຄວາມ ສົມດູນ ລະຫວ່າງ ການວາງແຜນ ພັທນາ ກັບຄວາມຕ້ອງການ ໃນການຂຍາຍຕົວ ທາງເສຖກິຈ-ສັງຄົມ ແລະ ການປົກປ້ອງ ສິ່ງແວດລ້ອມ ໃນແມ່ນ້ຳຂອງ.
ທັງຄົນລາວ ແລະ ຄົນໄທຍ ກໍເຫັນວ່າ ຍຸທສາດ ພັທນາ ແມ່ນ້ຳຂອງ ໃນໄລຍະຜ່ານມາ ໂດຍສເພາະ ການສ້າງ ເຂື່ອນໄຟຟ້າ ທີ່ສົ່ງ ຜົລກະທົບ ຕໍ່ລະບົບນິເວດ ແມ່ນ້ຳຂອງ ຈາກການ ຂຶ້ນ-ລົງ ຂອງນ້ຳ ຜິດປົກຕິ, ແມ່ນ້ຳຂອງ ຂາດຝຸ່ນຕົມ (ຕະກອນ) ຈົນເຮັດໃຫ້ ສະພາບແມ່ນ້ຳຂອງ ກາຍເປັນ ສີຟ້າໃສ, ການສ້າງເຂື່ອນ ໄດ້ທຳລາຍ ແຫຼ່ງທີ່ຢູ່ ຂອງສັດນ້ຳ ແລະ ອາຊີບ ຂອງປະຊາຊົນ.
ຊາວລາວ ທີ່ມີ ອາຊີບຫາປາ ຢູ່ນະຄອນຫຼວງ ວຽງຈັນ ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ວ່າ ໃນວັນທີ 9 ກັນຍາ ວ່າ:
“ມັນຢາກມີ ຜົລກະທົບ ທາງເຂື່ອນ ຫັ້ນແຫຼະ ດຽວນີ້ນ່າ ເພາະວ່າ ນ້ຳມັນ ບໍ່ປົກຕິ ລາງເທື່ອກະ ຄື ເວົ້າງ່າຍໆ ນ້ຳມັນ ບໍ່ທັມຊາດ ຫັ້ນນ່າ ປານີ້ ມັນຢາກມີ ຜົລກະທົບ ເກືອບຢາກວ່າ 100% ພຸ້ນແຫຼະ ອ້າຍວ່າ ມັນບໍ່ປົກຕິ ມັນກະເລີຍ ກາຍເປັນວ່າ ມັນປັບ ສະພາບ ບໍ່ທັນເບາະ ລາງເທື່ອ ນ້ຳໃສ ລາງເທື່ອ ນ້ຳຂຸ່ນ.”
ເຂື່ອນຂນາດໃຫຍ່ ຢູ່ແມ່ນ້ຳຂອງ ສົ່ງຜົລກະທົບ ຕໍ່ຊາວບ້ານ ຍ້ອນວ່າ ລະດັບນ້ຳ ຂຶ້ນ-ລົງ ບໍ່ປົກຕິ. ເຈົ້າໜ້າທີ່ ດ້ານສິ່ງແວດລ້ອມ ແຂວງຈຳປາສັກ ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 9 ກັນຍາ ວ່າ:
“ມີຫັ້ນແລ້ວເນາະ ກ່ຽວກັບ ສະພາບສິ່ງແວດລ້ອມບໍ່ ຫັ້ນນ່າ ສ່ວນຫຼາຍ ມັນກະທົບ ກັບພວກຊາວບ້ານ ຫັ້ນນ່າ ສາຍນ້ຳ ບໍ່ປົກຕິ ເຮົາກະຄິດ ເບິ່ງແລ້ວ ມັນບໍ່ແມ່ນ ທັມຊາດ ບັນດາ ເຂື່ອນນີ້ແຫຼະ ມັນຕ້ອງ ກະທົບແນ່ນອນ.”
ທ່ານ ກ່າວຕື່ມອີກວ່າ ຢາກໃຫ້ ບັນດາ ປະເທດແມ່ນ້ຳຂອງ ເອົາໃຈໃສ່ ລະບົບນິເວດ ໃນແມ່ນ້ຳຂອງ ຍ້ອນວ່າ ນັບແຕ່ ມີການສ້າງເຂື່ອນ ຂນາດໃຫຍ່ ໃນແມ່ນ້ຳຂອງ ຕອນເທິງ ຂອງປະເທດຈີນ ແລະ ເຂື່ອນໄຊຍະບູຣີ ລວມທັງ ເຂື່ອນດອນສະໂຮງ ຢູ່ແມ່ນ້ຳຂອງ ຕອນລຸ່ມ ຈະເຫັນແລ້ວວ່າ ການເປີດ-ປ່ອຍ ນ້ຳ ເພື່ອຜລິດໄຟຟ້າ ໃນແຕ່ລະຄັ້ງ ເຮັດໃຫ້ ລະດັບນ້ຳ ຂຶ້ນ-ລົງ ບໍ່ເປັນໄປ ຕາມທັມຊາດ ແລະ ສົ່ງຜົລກະທົບ ຕໍ່ວິຖີຊີວິດ ຂອງຊາວບ້ານ ທີ່ອາໄສ ຢູ່ແຄມແມ່ນ້ຳຂອງ ບໍ່ວ່າ ຈະເປັນ ການປູກພືດ ແລະ ການຫາປາ.
ຊາວບ້ານ ຢູ່ແຄມຂອງຝັ່ງໄທຍ ທີ່ຫາປາ ເປັນອາຊີບ ພົບວ່າ ອາຊີບຫາປາ ຢູ່ແມ່ນ້ຳຂອງ ບໍ່ມີຄວາມແນ່ນອນ ຍ້ອນວ່າ ປາຫຼຸດລົງ ແລະ ຫາຍາກຂຶ້ນ ທຸກມື້ ສນັ້ນ ຊາວບ້ານ ຈຳນວນນຶ່ງ ຈຶ່ງຫັນໄປເຮັດ ອາຊີບອື່ນແທນ.
ຊາວບ້ານແຂວງບຶງການ ປະເທດໄທຍ ໄດ້ກ່າວ ຕໍ່ເອເຊັຽເສຣີ ວ່າ:
“ມັນອຶດ ຈາກເຄີຍໄດ້ 10 ກະໄດ້ແຕ່ 2 ແບບນີ້ ເວລານ້ຳຂຶ້ນ ນ້ຳແຫ້ງ ປາມັນ ກະບໍ່ຢາກຖືກ ແບບມັນມາ ບໍ່ຕາມ ຣະດູການ ບາງທີ ນ້ຳໃສໆ ຢູ່ກະຂຶ້ນ ຄືນດຽວ ແບບເປັນແມັດ ກະບໍ່ຄ່ອຍ ມີປາປານໃດ ຈັກຊິມີປາ ບໍ່ມີດອກ ປີນີ້ ເພາະວ່າ ນ້ຳມັນກະໜ້ອຍ.”
ແຕ່ອົງການ ພາກປະຊາສັງຄົມ ເຫັນວ່າ ການດຳເນີນ ຍຸທສາດ ແມ່ນ້ຳຂອງ 10 ປີ ເພື່ອຄວາມຍືນຍົງ ແລະ ປົກປ້ອງ ລະບົບນິເວດ ໃຫ້ມີປະສິທິພາບ ທີ່ສຸດນັ້ນ ບັນດາ ປະເທດສະມາຊິກ ແມ່ນ້ຳຂອງ ຈຳເປັນຕ້ອງໃຫ້ ພາກປະຊາຊົນສັງຄົມ ຕ່າງໆ ໄດ້ມີສ່ວນ ໃນທຸກຂບວນການ ຂອງໂຄງການ ພັທນາເຂື່ອນ ແລະ ໂຄງການໃດໆ ກໍຕາມ ເພື່ອໃຫ້ຊາວບ້ານ ໄດ້ມາຮ່ວມ ຮັບຟັງ ແລະ ສະແດງ ຄວາມຄິດເຫັນ ໃນດ້ານບັນຫາ ຜົລກະທົບ.
ທ່ານ ສຸວິດ ກຸຫລາບວົງ, ຜູ້ປະສານງານ ເຄືອຂ່າຍ ປະຊາຊົນ ລຸ່ມແມ່ນ້ຳຂອງ ພາກອີ່ສານ ປະເທດໄທຍ ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 9 ກັນຍາ ວ່າ:
“ເຮົາຍັງຢືນຢັນວ່າ ເຂື່ອນ ຄືສາເຫດ ຜົລກະທົບຫຼັກ ຂອງແມ່ນ້ຳຂອງ ມັນກະເຫັນ ຢູ່ແລ້ວ ມື້ນີ້ ແມ່ນ້ຳຂອງ ແບກຮັບພາລະ ເຣື່ອງການພັທນາ ແບບນີ້ ບໍ່ໄຫວແລ້ວ, ຄືເຮັດແນວໃດ ຈະສົ່ງເສີມ ໃຫ້ະພາກປະຊາສັງຄົມ ມີສຽງດັງ ເວົ້າອອກມາ ອັນນີ້ ມັນສຳຄັນ.”
ນອກຈາກນີ້, ໃນວັນທີ 9 ກັນຍາ 2021, ກໍມີກອງປະຊຸມ ແຜນງານ ຄວາມຮ່ວມມື ທາງດ້ານ ເສຖກິຈ ໃນລະດັບ ພາກພື້ນ ແມ່ນ້ຳຂອງ ຕອນລຸ່ມ (GMS) ຄັ້ງທີ 7 ຢູ່ປະເທດກັມພູຊາ ໂດຍ ມີກັມພູຊາ, ລາວ ພະມ້າ, ວຽດນາມ, ໄທຍ ແລະ ຈີນ ເຂົ້າຮ່ວມ.
ກອງປະຊຸມດັ່ງກ່າວ ເວົ້າເຖິງ ການພັທນາ ດ້ານເສຖກິຈ ເປັນຫຼັກ ເປັນຕົ້ນ ການຂົນສົ່ງ ສິນຄ້າ, ພລັງງານ, ການສື່ສານ, ການພັທນາ ຊັພຍາກອນມະນຸດ, ການທ່ອງທ່ຽວ, ການຄ້າ, ການລົງທຶນ ພາກເອກຊົນ, ການກະເສດ ແລະ ສິ່ງແວດລ້ອມ.
ກອງປະຊຸມ ມີການຮັບຮອງ ເອົາຂໍ້ຕົກລົງ 3 ສບັບ ຄື:
- ຮ່າງປະທິນຍາ ຮ່ວມລະດັບ ຜູ້ນຳ 6 ປະເທດ ລຸ່ມແມ່ນ້ຳຂອງ ຄັ້ງທີ 7.
- ຮ່າງຍຸທສາດ ຄວາມຮ່ວມມື ທາງດ້ານເສຖກິຈ ໃນເຂດພາກພື້ນ ແມ່ນ້ຳຂອງປີ 2030.
- ຮ່າງແຜນການຟື້ນຟູ ແລະ ຕອບສນອງ ຕໍ່ຜົລກະທົບ ຈາກການແຜ່ຣະບາດ ຂອງໂຄວິດ-19 ປີ 2021-2023.