ຊາວລາວ ລ້ານປາຍຄົນ ໄດ້ຮັບຜົລກະທົບ ທາງທັມ​ຊາດ

ສຸ​ພັດ​ຕາ
2021.09.01
ຊາວລາວ ລ້ານປາຍຄົນ ໄດ້ຮັບຜົລກະທົບ ທາງທັມ​ຊາດ ສະພາບນ້ຳຖ້ວມທົ່ງນາ ເຂດເມຶອງດາກຈຶງ ພາຍຫຼັງ ພະຍຸເອຕາວ ພັດເຂົ້າ ທາງ​ພາກ​ໃຕ້ ວຽດນາມ, ວັນທີ 28 ຕຸລາ 2020.
ນັກຂ່າວ ພົລເມືອງ

ໃນຮອບ 5 ປີ ທີ່ຜ່ານມາ ປະເທດລາວ ໄດ້ຮັບ ຜົລກະທົບ ຈາກພັຍພິບັດ ທາງທັມຊາດ ເປັນຕົ້ນແມ່ນ ພັຍນໍ້າຖ້ວມ, ແຜ່ນດິນໄຫວ, ລົມພະຍຸພັດ ແລະ ການຣະບາດ ຂອງພຍາດ ມີຄວາມຮຸນແຮງ ເພີ່ມຂຶ້ນເລື້ອຍໆ ເຮັດໃຫ້ສົ່ງ ຜົລກະທົບ ໂດຍຕົງ ຕໍ່ປະຊາຊົນ 1 ລ້ານປາຍຄົນ ໂດຍສະເພາະ ແຂວງອັດຕະປື, ໄຊຍະບູຣີ, ສວັນນະເຂດ, ຈໍາປາສັກ ແລະແຂວງຄໍາມ່ວນ.

ກ່ຽວກັບ ເຣື່ອງນີ້ ເຈົ້າໜ້າທີ່ ຄະນະ ກັມມະການ ຄຸ້ມຄອງ ພັຍພິບັດ ຂັ້ນແຂວງ ປະຈໍາ ແຂວງໄຊຍະບູຣີ ທ່ານນຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 31 ສິງຫານີ້ວ່າ ໃນໄລຍະ 5 ປີ ທີ່ຜ່ານມາ ແມ່ນພັຍ ນໍ້າຖ້ວມ, ລົມພະຍຸພັດ ຄື ຕົ້ນຕໍ ຂອງພັຍພິບັດ ພາຍໃນແຂວງ ທີ່ເຮັດໃຫ້ ຊາວບ້ານ ໄດ້ຮັບ ຜົລກະທົບ ຈໍານວນຫຼາຍ ເນື່ອງຈາກ ແຂວງໄຊຍະບູຣີ ມີລໍານໍ້າສາຂາ ຂອງແມ່ນໍ້າຂອງ ຫຼາຍສາຍ ເມື່ອເກີດ ຝົນຕົກໜັກ ຕິດຕໍ່ກັນ ຫຼາຍມື້ ຈະເຮັດໃຫ້ ນໍ້າເພີ່ມລະດັບຂຶ້ນ ຢ່າງໄວວາ ແລ້ວໄຫຼ ເຂົ້າຖ້ວມ ບ້ານເຮືອນ, ເນື້ອທີ່ ທໍາການຜລິດ ຂອງຊາວບ້ານ ຢ່າງກະທັນຫັນ.

ເພື່ອແກ້ໄຂ ບັນຫາ ດັ່ງກ່າວ ຫຼ້າສຸດນີ້ ພາກສ່ວນ ທີ່ກ່ຽວຂ້ອງ ກໍມີແຜນການ ສ້າງຄູກັນນໍ້າ ຕາມພື້ນທີ່ ທີ່ປະເມີນ ແລ້ວວ່າ ຈະໄດ້ຮັບ ຜົລະທົບ ຈາກພັຍນໍ້າຖ້ວມແທ້ ພ້ອມທັງ ອາຈມີ ອົງການສາກົລ ເຂົ້າມາ ຊ່ອຍເຫຼືອ ໃນດ້ານການຕິດຕັ້ງ ລະບົບ ແຈ້ງເຕືອນ ພັຍນໍ້າຖ້ວມນໍາອີກ, ດັ່ງເຈົ້າໜ້າທີ່ ທ່ານນີ້ ກ່າວວ່າ:

“ແຜນຂອງແຂວງ ເຂົາເຈົ້າ ກໍມີຢູ່ ເຂົາເຈົ້າ ຊິສ້າງ ແນວຄູກັນນໍ້າ ມີຫຍັງນີ້ແຫຼະ ເຂົາເຈົ້າ ຊິປັບປຸງ ລະບົບ ແຈ້ງເຕືອນ ເຫັນເຂົາເຈົ້າ ກໍາລັງຂໍຢູ່ ທາງຜແນກ ກະຊວງຊັພເນາະ ເຂົາເຈົ້າ ກໍາລັງ ຂໍລະບົບ ແຈ້ງເຕືອນ ກັບ UNDP ປັບປຸງ ລະບົບ ແຈ້ງເຕືອນ ມິຫຍັງຢູ່.”

ທ່ານກ່າວຕື່ມວ່າ ນອກຈາກ ພັຍນໍ້າຖ້ວມແລ້ວ ແຂວງໄຊຍະບູຣີ ຍັງພົບ ບັນຫາດິນເຈື່ອນ, ບັນຫາ ການຣະບາດ ຂອງພຍາດ ຜິວໜັງອັກເສບ ໃນສັດໃຫຍ່ ເຊັ່ນ: ງົວ-ຄວາຍ ແລະ ບັນຫາ ສັດຕຣູພືດ ບຸກທໍາລາຍ ເຂົ້າໄຮ່-ເຂົ້ານາ ຂອງຊາວບ້ານ ເປັນຕົ້ນ ຈໍາພວກບົ້ງ ແລະ ຕັກແຕນ ນໍາອີກ ທັງນີ້ ຄາດຄະເນວ່າ ບັນຫາ ທັງໝົດນີ້ ອາຈຄວບຄຸມ ໄດ້ຍາກ ເນື່ອງຈາກ ດິນຟ້າອາກາດ ບໍ່ເປັນໃຈ.

ຂນະທີ່ ເຈົ້າໜ້າທີ່ ຜແນກແຮງງານ ແລະ ສວັດດີການ ສັງຄົມ ແຂວງຈໍາປາສັກ ທ່ານນຶ່ງ ກ່າວວ່າ ໃນໄລຍະ 5 ປີ ທີ່ຜ່ານມາ ພັຍພິບັດ ທາງທັມຊາດ ທີ່ແຂວງຈໍາປາສັກ ແລະ ແຂວງອັດຕະປື ໄດ້ຮັບ ຜົລກະທົບ ໜັກໜ່ວງທີ່ສຸດ ແມ່ນພັຍນໍ້າຖ້ວມ ໃນປີ 2019 ເຮັດໃຫ້ ທຸກມື້ນີ້ ຕາມແຄມແມ່ນໍ້າຂອງ ແລະ ສາຍນໍ້າເຊໂດນ ທົ່ວນະຄອນປາກເຊ ມີແຜນ ສ້າງກັນເຈື່ອນ ໃຫ້ໄດ້ ມາຕຖານ ສາກົລ ເພື່ອປ້ອງກັນນໍ້າຖ້ວມ ແລະ ມີແຜນ ກ່ຽວກັບ ການໂຍກຍ້າຍ ຊາວບ້ານ, ສັດລ້ຽງ ໄປຢູ່ ບ່ອນທີ່ປອດພັຍ ຫາກເກີດ ເຫດນໍ້າຖ້ວມ ກະທັນຫັນ ຂຶ້ນອີກ, ດັ່ງທ່ານກ່າວວ່າ:

“ສະເພາະ ຢູ່ໃນ ນະຄອນປາກເຊ ເຮົານີ້ ມີແຜນຮັບມື ກໍຄື ໃນປັດຈຸບັນ ເຮັດກັນເຈື່ອນເດ້ ຕາມແຄມຝັ່ງ ແມ່ນໍ້າຂອງ ແລະ ນໍ້າເຊໂດນ ນອກຈາກນັ້ນ ຄະນະ ກັມມະການ ຕອບໂຕ້ ພັຍພິບັດ ທັມຊາດ ທີ່ມັນ ຈະເກີດຂຶ້ນ ເມື່ອເວລາ ມັນເກີດ ອຸບັດຕິເຫດ ເກີດນໍ້າຖ້ວມມາ ເຮົາກໍໄດ້ ໂຍກຍ້າຍ ພໍ່ແມ່ ປະຊາຊົນ ຊັບສົມບັດ ວັດຖຸ ອຸປກອນອື່ນໆ ຫຼືວ່າ ສັດສາວາສິ່ງແຫຼະ ກຽມໄປໃສ່ ບ່ອນທີ່ ມັນປອດພັຍ.”

ທ່ານກ່າວຕື່ມວ່າ ໃນອະນາຄົດ ຈະມີ ເຫດການ ພັຍພິບັດ ທາງທັມຊາດ ຄັ້ງໃຫຍ່ ຕື່ມອີກ ຫຼືບໍ່ນັ້ນ ແມ່ນບໍ່ສາມາດ ຄາດຄະເນໄດ້ ມີແຕ່ ກຽມເຝົ້າລະວັງ ຕາມແຈ້ງເຕືອນ ຂອງກົມອຸຕຸນິຍົມ ເພື່ອຮັບມື ກັບບັນຫາ ນໍ້າຖ້ວມ ເທົ່ານັ້ນ.

ທາງດ້ານ ຊາວບ້ານ ຢູ່ບ້ານກົກເດື່ອ ນະຄອນ ປາກເຊ ແຂວງຈໍາປາສັກ ຜູ້ນຶ່ງ ເວົ້າວ່າ ໃນໄລຍະປີ 2019 ເປັນເຫດການ ນໍ້າຖ້ວມ ທີ່ໜັກທີ່ສຸດ ພາຍໃນ ນະຄອນປາກເຊ ເນື່ອງຈາກ ບໍ່ເຄີຍເກີດຂຶ້ນ ມາກ່ອນ ທັງນີ້ ກໍເນື່ອງມາຈາກ ການພັທນາ ສ້າງເຂື່ອນ ເຮັດໃຫ້ ຊາວບ້ານ ຈໍານວນຫຼາຍ ທັງແຂວງຈໍາປາສັກ ແລະ ແຂວງອັດຕະປື ໄດ້ຮັບ ຜົລກະທົບ.

ປັດຈຸບັນ ພາກສ່ວນ ທີ່ກ່ຽວຂ້ອງ ກໍໄດ້ໃຫ້ ໂຄງການເຂື່ອນນັ້ນ ທະຍອຍ ປ່ອຍນໍ້າລົງ ແມ່ນໍ້າຂອງ ໃນຍາມຣະດູແລ້ງ ເພື່ອປ້ອງກັນ ບໍ່ໃຫ້ເກີດ ການປ່ອຍນໍ້າ ຈໍານວນຫຼາຍ ຄື ທີ່ຜ່ານມາ, ພ້ອມທັງ ຄາດຄະເນ ໃນອະນາຄົດວ່າ ຈະບໍ່ເກີດ ເຫດການ ດັ່ງກ່າວ ຂຶ້ນອີກ ເນື່ອງຈາກ ຂັ້ນເທິງ ມີບົດຮຽນ ຄັ້ງໃຫຍ່ ມາແລ້ວ, ດັ່ງຊາວບ້ານ ຜູ້ນີ້ ກ່າວໃນມື້ດຽວກັນ ນີ້ວ່າ:

“ຄັນວ່າ ເພິ່ນມີ ບົດຮຽນ ຈັ່ງຊີ້ນີ້ ແຕ່ລະເຂື່ອນ ແຕ່ລະບ່ອນນີ້ ກະຊິແມ່ນ ຊິບໍ່ຮຸນແຮງ ເຖິງປີ 2019 ດອກ ເພາະວ່າ ເພິ່ນກະມີ ການລະມັດລະວັງ ແລະ ກໍໃຫ້ແຕ່ເຂື່ອນ ເນັ້ນສະເພາະ ກໍແມ່ນ ກຸ່ມພະລັງງານ ໃຫຍ່ໆ ປ່ອຍ (ນໍ້າ) ອອກມາ ມີບ່ອນຮອງຮັບ ຄື ແມ່ນໍ້າລໍາເຊ ມິຫຍັງຕ່າງໆ.”

ຂນະທີ່ ຊາວບ້ານ ຢູ່ບ້ານຈອມຫາດ ເມືອງອາດສະພອນ ແຂວງສວັນນະເຂດ ຜູ້ນຶ່ງ ເວົ້າວ່າ ທີ່ຜ່ານມາ ພາຍໃນ ບ້ານປະສົບ ບັນຫາ ພັຍແຫ້ງແລ້ງ ປູກເຂົ້າ ໄດ້ຜົລຜລິດ ບໍ່ເຕັມເມັດເຕັມໜ່ວຍ ຄື ປູກເຂົ້າ 1 ເຮັກຕ້າຣ໌ ຈະໄດ້ ຜົລຜລິດ ພຽງແຕ່ 2-3 ຕັ້ນເທົ່ານັ້ນ ຂນະທີ່ ທີ່ຜ່ານມາ ປູກເຂົ້າ 1 ເຮັກຕ້າຣ໌ ໄດ້ຜົລຜລິດເຖິງ 4-5 ຕັ້ນ ແລະ ທີ່ເປັນແບບນັ້ນ ກໍຍ້ອນວ່າ ພາກສ່ວນ ທີ່ກ່ຽວຂ້ອງ ບໍ່ສ້າງ ຊົລປະທານ ໃຫ້ຊາວບ້ານ ອີກທັງ ຝົນກໍບໍ່ຕົກ ຕາມຣະດູການ ນໍາດ້ວຍ ແລະ ຖ້າຫາກ ພາກສ່ວນ ທີ່ກ່ຽວຂ້ອງ ບໍ່ແກ້ໄຂ ບັນຫາ ດັ່ງກ່າວ ກໍຈະເຮັດໃຫ້ ຊາວບ້ານ ປູກເຂົ້າ ໄດ້້ຮັບ ຜົລຜລິດ ບໍ່ເຕັມເມັດເຕັມໜ່ວຍ ຊໍ້າເຮື້ອ ແບບນີ້ຕໍ່ໄປ, ດັ່ງຊາວບ້ານ ຜູ້ນີ້ ເວົ້າວ່າ:

“ແລ້ງ ປີແລ້ວ ແລ້ງໄດ້ 2 ປີແລ້ວ ນໍ້າບໍ່ເຕັມເມັດເຕັມໜ່ວຍ ໄດ້ 2 ປີ ບໍ່ມີເຂື່ອນ ມີແຕ່ ເຊແຫ້ງແລ້ງ ຍາມນີ້ ກໍມີ ນໍ້າໜ້ອຍໆ ປະມານ ພຽງແອວ ນີ່ແຫຼະ (ນໍ້າ) ເຊຈໍາພອນ.”

ໃນໄລຍະ 5 ປີ ທີ່ຜ່ານມາ ປະເທດລາວ ປະສົບ ພັຍພິບັດ ທາງທັມຊາດ ຈໍານວນ ທັງໝົດ 235 ຄັ້ງ ແລະ ມີປະຊາຊົນ ປະມານ 1 ລ້ານປາຍຄົນ ທີ່ໄດ້ຮັບ ຜົລກະທົບ ຈາກພັຍພິບັດ ເຫຼົ່ານັ້ນ, ມີຄົນ ເສັຽຊີວິດ 1 ຮ້ອຍປາຍຄົນ, ຫາຍສາບສູນ 45 ຄົນ ສ້າງຄວາມເສັຽຫາຍ ຕໍ່ຂແນງ ການສັງຄົມ, ການຜລິດ ແລະ ພື້ນຖານໂຄງຮ່າງ ຕີເປັນມູນຄ່າເສັຽຫາຍ ຫຼາຍກວ່າ 5 ພັນປາຍຕື້ກີບ ອີງຕາມ ຄວາມເວົ້າ ຂອງທ່ານ ເພັດພິໄຊ ສູນວິໄລ, ຮອງເຈົ້າແຂວງ ແຂວງໄຊຍະບູຣີ ປະທານ ຄະນະ ກັມມະການ ຄຸ້ມຄອງ ພັຍພິບັດ ຂັ້ນແຂວງ, ທີ່ໄດ້ກ່າວ ຜ່ານກອງປະຊຸມ ເຜີຍແຜ່ ກົດໝາຍ ວ່າດ້ວຍ ການຄຸ້ມຄອງ ພັຍພິບັດ ໃນວັນທີ 24 ສິງຫາ 2021 ທີ່ຜ່ານມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.