ເຣື້ອງທີ່ເກັບບັນທຶກໄວ້
2019-10-31
ເສືອ ຢູ່ໃນປ່າ ສງວນແຫ່ງຊາດ ນໍ້າແອດ ພູເລີຍ ແຂວງຫົວພັນ ຍັງຖືກລ້າ ສ່ຽງຕໍ່ການສູນພັນ.
2019-10-30
ທະຫານ ຣັດເຊັຽ ແລະ ທະຫານລາວ ຮ່ວມກັນ ເກັບກູ້ລະເບີດ ທີ່ ບໍ່ທັນແຕກ ອອກຈາກ ພື້ນທີ່ ຈະສ້າງສນາມບິນ ທົ່ງໄຫຫິນ ແຂວງຊຽງຂວາງ.
2019-10-30
ເປັນເວລາ 1 ປີ ກັບ 3 ເດືອນ ທີ່ປະຊາຊົນ ເມືອງສນາມໄຊ ແຂວງອັດຕະປື ໄດ້ຮັບຜົນກະທົບ ຈາກ ເຂື່ອນ ເຊປຽນ-ເຊນ້ຳນ້ອຍ ແຕກ, ປັດຈຸບັນ ພວກຂະເຈົ້າ ໃຊ້ຊີວິດ ໃນສູນພັກຊົ່ວຄາວ ຢ່າງລໍາບາກ.
2019-10-29
ປະຊາຊົນໄທຍ ລຸ່ມນໍ້າຂອງ ຮ່ວມພລັງ ຮ້ອງໂຮ ບໍ່ຕ້ອງການ ເຂື່ອນ ຫລວງພຣະບາງ ແລະ ເຂື່ອນນໍ້າຂອງ ອື່ນໆ ໃນລາວອີກ.
2019-10-29
ປະຊາຊົນ ໃນຫຼາຍໂຕເມືອງ ຂອບເຂດ ນະຄອນຫຼວງ ວຽງຈັນ ແລະ ແຂວງວຽງຈັນ ຂາດ ນ້ຳປະປາໃຊ້ ເປັນເວລາ 1 ສັປດາ ຂນະທີ່ ເຈົ້າໜ້າທີ່ ກໍຢືນຢັນວ່າ ບັນຫາດັ່ງກ່າວ ໄດ້ຮັບການ ແກ້ໄຂແລ້ວ.
2019-10-28
ເຂື່ອນໄຟຟ້າ ນໍ້າຫີນບູນ ກຽມຈ່າຍ ຄ່າຊົດເຊີຍ ແລະ ໂຍກຍ້າຍ ປະຊາຊົນ ອອກຈາກ ບ່ອນ ທີ່ມີຄວາມສ່ຽງ.
2019-10-25
ໂຄງການ ເຂື່ອນຫຼວງພຣະບາງ ຈະກະທົບ ຕໍ່ຖານະ ເປັນເມືອງມໍຣະດົກໂລກ ແລະ ການທ່ອງທ່ຽວ ນະຄອນຫຼວງພຣະບາງ ໃນຂະນະທີ່ ຄວາມສວຍງາມ ແລະ ວິຖີຊີວິດ ດັ້ງເດີມ ຈະໄດ້ຮັບຜົລກະທົບ ໄປຕາມໆກັນ.
2019-10-25
ນັກວິຊາການ ອິສຣະ ສະແດງ ຄວາມເປັນຫ່ວງ ເຣື່ອງຜົລກະທົບ ຈາກເຂື່ອນນ້ຳເທີນ 2 ແລະ ເຂື່ອນແມ່ນ້ຳຂອງ, ແລະ ສັງຄົມ ກຳລັງຕັ້ງ ຂໍ້ສົງໄສວ່າ ໂຄງເຂື່ອນຂນາດໃຫຍ່ ແບບນີ້ ແມ່ນໃຜ ໄດ້ຜົລປໂຍດ ແລະ ແມ່ນໃຜ ເສັຽຜົລປໂຍດ.
2019-10-24
ກັມມະກອນລາວ ໄດ້ຮັບຜົລກະທົບ ຈາກການນຳໃຊ້ ສານເຄມີ ໃນເຂດສວນອ້ອຍຈີນ, ເມືອງບຸນເໜືອ ແຂວງຜົ້ງສາລີ ຈົນເຖິງຂັ້ນ ເຂົ້າໂຮງໝໍ ຍ້ອນເລືອດດັງອອກ ແລະ ໄອອອກເລືອດ.
2019-10-23
ປະຊາຊົນ ໃນຫຼາຍໂຕເມືອງ ຂອບເຂດນະຄອນຫຼວງວຽງຈັນ ແລະ ແຂວງວຽງຈັນ ຂາດນ້ຳປະປາໃຊ້ ໃນຂະນະທີ່ ນ້ຳຂອງ ແລະ ນ້ຳງື່ມ ບົກແຫ້ງ ໜັກທີ່ສຸດ ໃນຮອບຫຼາຍປີ ກະທົບ ຕໍ່ການຜລິຕ ນ້ຳປະປາ ໃນເຂດນະຄອນຫຼວງ ວຽງຈັນ.
2019-10-23
ໂຄງການ ເຂື່ອນໄຊຍະບູຣີ ຈະເຣີ່ມຂາຍ ໄຟຟ້າໃຫ້ແກ່ ການໄຟຟ້າ ຝ່າຍຜລິດ ແຫ່ງປະເທດໄທຍ ໃນທ້າຍດືອນນີ້ ທັ້ງໆ ທີ່ຄວາມກັງວົນ ຂອງປະຊາຊົນ ດ້ານຜົລກະທົບ ຂ້າມແດນ, ການຂຶ້ນລົງ ຂອງປາ, ການໄຫລ ຂອງຝຸ່ນຕົມ ຍັງບໍ່ຖືກແກ້ໄຂ.
2019-10-21
ບໍຣິສັດ ປູກກ້ວຍຈີນ ບັງຄັບໃຫ້ ຊາວໄຮ່ຊາວສວນ ທີ່ຍ່າງ ຜ່ານສວນກ້ວຍ ຕ້ອງເອົາຕີນ ຈຸ່ມນໍ້າຢາ ເຄມີກ່ອນ ເພື່ອບໍ່ໃຫ້ ຕົ້ນກ້ວຍ ຕິດພະຍາດ, ຊຶ່ງເຮັດໃຫ້ຊາວບ້ານ ກັງວົນ ກ່ຽວກັບ ອັນຕະຣາຍ ຈາກສານເຄມີ.
2019-10-21
ປະຊາຊົນ ເຂດຊາຍແດນ ລາວ-ກັມພູຊາ ແຂວງຈຳປາສັກ ໄດ້ຮັບຜົລກະທົບ ຈາກການກັກນ້ຳ ເພື່ອທົດລອງ ຜລິຕໄຟຟ້າ ຂອງເຂື່ອນດອນສະໂຮງ, ເຊິ່ງເຮັດໃຫ້ ນ້ຳບົກແຫ້ງ ແລະ ຫາປາຍາກ.
2019-10-16
ປະຊາຊົນ ບ້ານທ່າເຮຶອ ເມືອງບໍຣິຄັນ ແຂວງ ບໍຣິຄັນໄຊ ຈໍານວນ 135 ຄອບຄົວ ກັງວົນນໍາ ສວນກ້ວຍຈີນ ໃຊ້ສານເຄມີ ອັນຕລາຍ ສົ່ງຜົລກະທົບ ຕໍ່ ຄົນ, ສັດລ້ຽງ, ແລະ ສິ່ງແວດລ້ອມ.
2019-10-16
ເຈົ້າໜ້າທີ່ ເວົ້າວ່າ ຜູ້ຮັບຜິດຊອບ ຣະເບີດຜາຫິນ, ເມືອງນ້ຳບາກ ຕ້ອງໄດ້ຈ່າຍ ຄ່າຊົດເຊີຍ ຜົລເສັຽຫາຍ ທັງໝົດ, ຊຶ່ງປັດຈຸບັນ ພວມປະເມີນຜົລເສັຽຫາຍ.