ໂຄງການເຂື່ອນແມ່ນໍ້າຂອງ ຫຼວງພຣະບາງ ຈະກະທົບຕໍ່ ຖານະເປັນ ເມືອງມໍຣະດົກໂລກ ແລະ ການ ທ່ອງທ່ຽວ ຢູ່ນະຄອນຫຼວງພຣະບາງ ເນື່ອງຈາກ ຄວາມງົດງາມ ຂອງແມ່ນໍ້າຂອງ ປ່າໄມ້ ແລະ ສິ່ງແວດລ້ອມ ທີ່ເປັນສິ່ງດຶງດູດ ນັກທ່ອງທ່ຽວນັ້ນ ອາຈຫາຍໄປ, ອີງຕາມ ຄໍາເວົ້າ ຂອງເຈົ້າໜ້າທີ່ ວັທນະທັມນະຄອນ ຫຼວງພຣະບາງ ທ່ານນຶ່ງ ຕໍ່ RFA ໃນມື້ວັນທີ 25 ຕຸລານີ້:
“ຄືໂຕຢ່າງ ແບບຄົນຕ່າງປະເທດ ເຂົ້າມາ ເຂົາຢາກຂີ່ເຮືອ ເຂົາຢາກເຫັນ ທັມຊາດ ຢາກເຫັນຕົ້ນໄມ້ ຢາກເຫັນນົກ ເຫັນໜູ ເຫັນງົວ ເຫັນຄວາຍ ຕາມແຄມນໍ້າ ແມ່ນບໍ່ຕາມ ທັມຊາດ ຄືແຕ່ກ່ອນ ແຕ່ຫລັງຫັ້ນນະ ແລ້ວມັນ ມັນມີໂຕ ເຂື່ອນຫຼວງພຣະບາງ ຕາມແຄມຝັ່ງ ມັນກໍເຊາະ ຖືກເຊາະ ມັນກໍເຈື່ອນ ອິຫຍັງຫັ້ນນະ ມັນຍຸບ ເຂົາຢາກເຫັນ ທີ່ມັນງາມ ເຂົາກໍຄິດ ເສັຽໃຈ.”
ທ່ານກ່າວຕື່ມວ່າ ໃນຖານະ ພະນັກງານ ດ້ານວັທນະທັມ ຫຼວງພຣະບາງ ກໍບໍ່ໄດ້ ຂັດຂ້ອງ ໂຄງການພັທນາ ແລະ ຍິ່ງຈະສນັບສນູນ ໃຫ້ມີການສ້າງເຂື່ອນ ຕາມນະໂຍບາຍ ຣັຖບານ. ແຕ່ການສ້າງເຂື່ອນນັ້ນ ຣັຖບານ ຄວນຄໍານຶງເຖິງ ຄວາມເໝາະສົມ ຂອງບ່ອນທີ່ຕັັ້ງວ່າ ຢູ່ໃກ້ເຂດ ທີ່ມີຄວາມສໍາຄັນ ຕໍ່ປວັດສາດຊາດລາວ ຫລາຍເກີນໄປບໍ່. ຖ້າຫາກວ່າ ຣັຖບານ ຈະສ້າງແທ້ ແນ່ນອນວ່າ ວັທນະທັມຫລາຍໆຢ່າງ ໃນນະຄອນຫຼວງພຣະບາງ ທີ່ບໍ່ເໝືອນ ກັບຊາດອື່ນ ໃດໃນໂລກ ແລະ ບໍ່ມີບ່ອນໃດ ສ້າງໃຫ້ເໝືອນໄດ້ນັ້ນ ກໍຈະສູນເສັຽໄປ. ນຶ່ງໃນນັ້ນ ຄືວິຖີຊີວິດ ແຄມນໍ້າຂອງ ທີ່ຈະຖືກເຂື່ອນ ຂນາດໃຫຍ່ ບົດບັງ. ແລະຕໍ່ໄປ ການທ່ອງທ່ຽວເຂດນີ້ ກໍຄົງເວົ້າບໍ່ໄດ້ ຢ່າງເຕັມປາກເຕັມຄໍາ ວ່າ ນະຄອນ ຫຼວງພຣະບາງ ສາມາດ ອະນຸຮັກທັມຊາດ ແລະ ວັທນະທັມ ດັ່ງເດີມ ຂອງລາວໄວ້ໄດ້.
ຍານາງ ອ້ອມບຸນ ທິບສຸນາ, ປະທານສະມາຄົມເຄືອຂ່າຍ ອົງການຊຸມຊົນລຸ່ມນໍ້າຂອງ 7 ແຂວງພາກອິສານ, ກໍໄດ້ໃຫ້ສັມພາດ ອາຣ ແອັຟ ເອ (RFA) ວ່າ ເຂື່ອນຫຼວງພຣະບາງ ຈະກະທົບ ຕໍ່ການທ່ອງທ່ຽວລາວ:
“ການທ່ອງທ່ຽວນີ້ ທຸກຄົນ ຢາກໄປທ່ຽວລາວ ທັງນັ້ນ ຄົນໄທ ຄືກັນ ເຫັນທັມຊາດ ຂອງລາວ ເຫັນພູເຂົາ ເຫັນສາຍນໍ້າ ເຫັນວັທນະທັມ ປະເພນີ ການຢູ່ການກິນ ໃຜກະຢາກໄປທ່ຽວ ເມືອງມໍຣະດົກໂລກ ຊຶ່ງເງິນ ຈາກການທ່ອງທ່ຽວນີ້ ສາມາດ ເປັນເງິນ ທີ່ຫຼວງຫລາຍໄດ້ ຊຶ່ງຂ້ອຍມອງວ່າ ຣັຖບານລາວເອງ ມີສ່ວນ ເຣື່ອງການເຮັດໃຫ້ ເມືອງລາວ ໄປສູ່ຄວາມສຸກສງົບໃນພູມີພາກ ໄດ້ເນາະ ຄັນທົບທວນ ເຣື່ອງການເປັນ battery of Asia [ໝໍ້ໄຟ ແຫ່ງເອຊັຽ] ເນາະ.”
ທ່ານ ບໄຣເອິ໋ນ ອ໋າຍເລີຣ໌ (Brian Eyler), ຜູ້ອໍານວຍການ ໂຄງການເອເຊັຽອາຄະເນ ຈາກສະຖາບັນ ສຕິ໋ມເຊິນ (Stimson) ຢູ່ນະຄອນຫຼວງ ວໍຊິງຕັນ ດີຊີ (Washington DC) ສະຫະຣັຖ ອະເມຣິກາ ກໍໄດ້ກ່າວຕໍ່ ອາຣ ແອັຟ ເອ (RFA) ກ່ອນນີ້ວ່າ ເຂື່ອນຫຼວງພຣະບາງ ຈະສົ່ງ ຜົລກະທົບ ຕໍ່ຖານະ ເມືອງມໍຣະດົກໂລກ ຫຼວງພຣະບາງ. ແລະທ່ານ ນິວັດ ຣ້ອຍແກ້ວ ປະທານ ກຸ່ມຮັກຊຽງ ຂອງ ແຂວງຊຽງຮາຍ ຂອງໄທ ກໍໄດ້ກ່າວຕໍ່ ອາຣ ແອັຟ ເອ (RFA) ວ່າ ຫາກເຂື່ອນຫຼວງພຣະບາງ ຖືກສ້າງຂຶ້ນແທ້ ກໍອາດຈະສົ່ງຜົລໃຫ້ ມີການປະເມີນ ຖານະ ເປັນເມືອງມໍຣະດົກໂລກ ຫຼວງພຣະບາງ ກໍເປັນໄປໄດ້.
ເຂື່ອນແມ່ນໍ້າຂອງ ຫຼວງພຣະບາງ, ອີງຕາມຂໍ້ມູນຈາກເຈົ້າໜ້າທີ່ແຂວງຫຼວງພຣະບາງ, ຈະສົ່ງ ຜົລກະທົບ ຕໍ່ປະຊາຊົນ ເຖິງ 1,077 ຄອບຄົວ ປະມານ 4,600 ຄົນ. ໃນນັ້ນ ເມືອງຈອມເພັດ 465 ຄອບຄົວ, ເມືອງປາກອູ 72 ຄອບຄົວ; ເມືອງງານ ແຂວງອຸດົມໄຊ 520 ຄອບຄົວ ແລະ ເມືອງ ຫົງສາ ແຂວງໄຊຍະບູຣີ 20 ຄອບຄົວ. ເຂື່ອນດັ່ງກ່າວ ມີຂນາດ 1,410 ເມກາວັດ ເປັນການຮ່ວມທຶນ ຣະຫວ່າງ ບໍຣິສັດ ຊ. ການຊ່າງ ຂອງໄທ ແລະ ບໍຣິສັດ ເປເຕຣ-ວຽດນາມ ຄໍຣ໌ປໍ່ເຣເຊິນ (Petro-Vietnam Corporation) ທີ່ເປັນຂອງ ຣັຖບານ ວຽດນາມ.