ຄົນງານ ສວນອ້ອຍຈີນ ລົ້ມປ່ວຍ ຍ້ອນສາເຄມີ
2019.10.24
ການເຂົ້າມາ ສັມປະທານ ປູກອ້ອຍ ຂອງບໍຣິສັດຈີນ ຫຼາຍບໍຣິສັດ ຢູ່ເຂດຊາຍແດນ ລາວ-ຈີນ ແຂວງຜົ້ງສາລີ ໃນໄລຍະ ຫຼາຍປີມານີ້, ສົ່ງຜົລກະທົບ ຕໍ່ສຸຂພາບ ຂອງກັມມະກອນລາວ ທີ່ເຮັດວຽກ ຢູ່ໃນສວນອ້ອຍນັ້ນ, ພາຍຫຼັງ ທີ່ພົບວ່າ ມີການນຳໃຊ້ ສານເຄ ມີຢ່າງແຜ່ຫຼາຍ ເປັນຕົ້ນ ແມ່ນຢາຂ້າຫຍ້າ ທີ່ມີສານພິດ ຮ້າຍແຮງ.
ນຶ່ງໃນນັ້ນ, ເກີດຂຶ້ນ ຢູ່ເຂດຊົນເຜົ່າ ກຸ່ມບ້ານມາລີເທົາ, ເມືອງບຸນເໜືອ ແຂວງຜົ້ງສາລີ, ເຊິ່ງປະຊາຊົນ ໃນເຂດດັ່ງກ່າວ ເວົ້າວ່າ ໃນແຕ່ລະປີ ມັກມີ ປະຊາຊົນລາວ ທີ່ມາຈາກ ແຂວງຕ່າງໆ ເພື່ອເຮັດວຽກ ໃນສວນອ້ອຍຈີນ ຢູ່ເຂດບ້ານເຂົາເຈົ້າ ແລ້ວເກີດລົ້ມປ່ວຍ ເປັນພະຍາດ ຈາກສານເຄມີ ຈົນເຂົ້າໂຮງໝໍ, ຂນະທີ່ ເຈົ້າຂອງສວນອ້ອຍ ກໍບໍ່ຮັບຜິດຊອບ ພໍປານໃດ, ດັ່ງຄນະກັມມະການ ກຸ່ມບ້ານດັ່ງກ່າວ ໄດ້ກ່າວ ຕໍ່ຜູ້ສື່ຂ່າວ ວິທຍຸ ເອເຊັຽ ເສຣີ ໃນວັນທີ 24 ຕຸລາ ນີ້ວ່າ:
“ເປັນພະຍາດ ອັນນັ້ນແທ້ກະ ກະຮອດຢູ່ ຮອດ 10 ຄົນ ພຸ້ນໂອ. ອັນທາງບໍຣິສັດ ສວນອ້ອຍ ຄົນຈີນ ເພິ່ນມານີ້ ເຂົາບໍ່ໄດ້ ຮັບຜິດຊອບ ອີ່ຫຍັງແຫຼະ. ການເຈັບນີ້ ເຂົາວ່າ ເປັນພະຍາດເໝື່ອຍ ອອກເລືອດດັງ, ໄອອອກເລືອດ, ທຳອິດຫັ້ນນ່າ. ບາດນັ້ນ ກະໄປໂຮງໝໍ, ແຂວງກະໄປແລ້ວ ບໍ່ດີ ລະກະກັບມາ. ໄປຢູ່ໂຮງໝໍ ຈັກ 2-3 ມື້ ລະກະກັບ ເຂົາກະໄປ ປິ່ນປົວໂອ.”
ທ່ານກ່າວຕື່ມວ່າ ສວນອ້ອຍຈີນ ຢູ່ເຂດບ້ານມາລີເທົາ, ເຊິ່ງມີ ຊາຍແດນຕິດ ກັບຈີນນັ້ນ, ມີຈຳນວນ ຫຼາຍຮ້ອຍເຮັກຕ້າຣ໌ ແລະ ໃນຈຳນວນນັ້ນ ກໍມີທັງ ສວນອ້ອຍ ສັມປະທານໃໝ່ ແລະ ສວນອ້ອຍ ທີ່ຫັນປ່ຽນ ຈາກການປູກກ້ວຍ ມາກ່ອນໜ້ານີ້ ຍ້ອນທາງການ ບໍ່ໃຫ້ສືບຕໍ່ ປູກກ້ວຍ.
ໃນໄລຍະ ຜ່ານມາ, ຊາວບ້ານມາລີເທົາ ໄດ້ພົບເຫັນ ກັມມະກອນ ທີ່ເຮັດວຽກ ຢູ່ສວນອ້ອຍ ຕ່າງໆນັ້ນ, ລົ້ມປ່ວຍ ເປັນພະຍາດ ຍ້ອນຢາຂ້າຫຍ້າ ຫຼາຍຄົນແລ້ວ. ສະເພາະ 3 ປີມານີ້, ຢູ່ເຂດກຸ່ມ ບ້ານມາລີເທົາ ກໍມີປະມານ 10-20 ຄົນແລ້ວ, ແຕ່ກັມມະກອນ ເຫຼົ່ານີ້ ສ່ວນຫຼາຍ ບໍ່ແມ່ນຄົນລາວ ໃນພື້ນທີ່ ຈະມາຈາກ ເຂດຊົນນະບົດ ແຂວງອຸດົມໄຊ ແລະ ແຂວງຊຽງຊວາງ ເປັນສ່ວນໃຫຍ່.
ທ່ານກ່າວ ເພີ້ມອີກວ່າ ຕາມໄດ້ພົບເຫັນ ກັມມະກອນລາວ ເຫຼົ່ານີ້, ເມື່ອພວກເຂົາ ລົ້ມປ່ວຍລົງ ເຈົ້າຂອງ ສວນອ້ອຍ ກໍຈະພາສົ່ງໂຮງໝໍເມືອງ ຫຼື ແຂວງ ຈາກນັ້ນ ກໍໃຫ້ກັບເມືອບ້ານ ບໍ່ມີການຊົດເຊີຍ ຫຍັງເລີຍ.
ຕໍ່ບັນຫາ ດັ່ງກ່າວນີ້, ເຈົ້າໜ້າທີ່ ສາທາຣະນະສຸຂ ເມືອງບຸນເໜືອ ເວົ້າວ່າ ໃນໄລຍະຫຼາຍປີ ທີ່ຜ່ານມານີ້, ກໍມີ ກັມມະກອນ ສວນອ້ອຍ ເຂົ້າມາ ປິ່ນປົວຫຼາຍຄົນ ແລະ ໃນປີນີ້ ກໍມີແລ້ວ ປະມານ 5 ຄົນ ແລະ ອາການ ກໍໜ້າເປັນຫ່ວງຫຼາຍ, ຂນະທີ່ ບໍຣິສັດຈີນ ທີ່ຜູ້ປ່ວຍເຮັດວຽກໃຫ້ ກໍຈະບໍ່ຄ່ອຍ ຊ່ອຍເຫຼືອຫຍັງເລີຍ.
“ຂອງສວນອ້ອຍນີ້ ເວົ້າຄວາມຈິງເນາະ ມີອາການ ເປັນສ່ວນຫຼາຍ ກະເປັນແບບຜິວໜັງ ທີ່ວ່າ ເຂົາເຈົ້າ ເກີດມີອາການ. ບໍຣິສັດ ຂອງຈີນນີ້ ບໍ່ຮັບຜິດຊອບ ແບບເຫັນແກ່ ຢາກໄດ້, ຫັ້ນນ່າ. ດ້ວຍຄວາມມັກງ່າຍ ຢາກໄດ້ກຳໄລຫຼາຍ ບໍ່ໄດ້ສົນໃຈ. ພວກທີ່ເປັນ ກັມມະກອນ ທີ່ໄປເຮັດຫັ້ນນ່າ ບໍຣິສັດ ບໍ່ເຄີຍ ຮັບຜິດຊອບດອກ, ຫຼັງຈາກ ເຈັບໄຂ້ ໄດ້ປ່ວຍ ລະກະໄລ່ອອກ.”
ກ່ຽວກັບ ສວນອ້ອຍຈີນ ຢູ່ເມືອງບຸນເໜືອນັ້ນ, ໃນປີ 2018 ກໍມີ ແມ່ຍິງ ຈາກເມືອງຮຸນ, ແຂວງອຸດົມໄຊ ນາງນຶ່ງ ທີ່ມາເຮັດວຽກແລ້ວ ກໍລົ້ມປ່ວຍ ຕ້ອງເຂົ້າໂຮງໝໍ ກ່ອນທາງ ເມືອງຈະຊ່ອຍປິ່ນປົວ ແລະ ສົ່ງກັບຄືນບ້ານ. ອີງຕາມ ຄວາມເວົ້າ ຂອງເຈົ້າໜ້າທີ່ ແຂວງຜົ້ງສາລີ, ໃນປີ 2016-2017 ຢູ່ເມືອງບຸນເໜືອ ມີສວນອ້ອຍ ປະມານ 400 ເຮັກຕ້າຣ໌, ແຕ່ມາ ຮອດປະຈຸບັນ ຄາດວ່າ ຈະຫຼາຍກວ່ານີ້ ຍ້ອນວ່າ ໃນໄລຍະ 2 ປີຫຼັງມານີ້, ສວນກ້ວຍຈີນ ຫຼາຍບໍຣິສັດ ໝົດສັນຍາ ປູກກ້ວຍ ແລະ ທາງການ ກໍບໍ່ໃຫ້ສືບຕໍ່ ຫຼາຍບໍຣິສັດ ຈຶ່ງຫັນມາ ປູກອ້ອຍແທນ. ໃນເວລາດຽວກັນ, ການລົງໄປ ກວດກາ ສານເຄມີນັ້ນ, ກໍເປັນໄປໄດ້ຍາກ ຍ້ອນວ່າ ເຈົ້າໜ້າທີ່ ຍັງຂາດເຂີນງົບປະມານ ທີ່ຈະເຂົ້າໄປ ເຂດການປູກອ້ອຍ, ເຊິ່ງມັກ ຢູ່ເຂດຫ່າງໄກ ໂຕເມືອງ ມໍ່ກັບຊາຍແດນ ລາວ-ຈີນພຸ້ນ, ພ້ອມທັງ ຍັງຂາດ ເຄື່ອງວັດແທກ ສານພິດ ທີ່ມີປະສິທທິພາບ.