ຊາວໄທຍ ລຸ່ມນໍ້າຂອງ ຕໍ່ຕ້ານ ເຂື່ອນນໍ້າຂອງ

ໄມຊູລີ
2019.10.29
F-ngo ເຄືອຂ່າຍ ກຸ່ມຮັກແມ່ນໍ້າຂອງ ຂອງໄທ ຮຽກຮ້ອງໃຫ້ ມີການພິຈາຣະນາ ເລີກລົ້ມ ເຣື້ຶອງສ້າງເຂື່ອນ ໃສ່ແມ່ນໍ້າຂອງ
Thai Mekong riparian

ເຄືອຂ່າຍປະຊາຊົນໄທຍ 8 ແຂວງ ລຸ່ມນໍ້າຂອງ ພາກັນຮຽກຮ້ອງໄປຍັງ ຣັຖບານລາວ ວ່າພວກເຂົາເຈົ້າ ບໍ່ຕ້ອງການ ໂຄງການ ເຂື່ອນ ຫລວງພຣະບາງ ແລະ ເຂື່ອນອື່ນໆ ໃນລາວອີກ, ຍ້ອນເຂື່ອນ ໄຊຍະບູຣີ ທີ່ຜລິດໄຟຟ້າແລ້ວນັ້ນ ສົ່ງຜົລກະທົບຕໍ່ ປະເທດໄທຍ ຢ່າງ ຫຼວງຫຼາຍແລ້ວ ຫາກມີເຂື່ອນແມ່ນໍ້າຂອງ ເພີ່ມຕື່ມອີກ ຍິ່ງຈະເຮັດໃຫ້ ພວກເຂົາເຈົ້າ ໄດ້ຮັບຄວາມເດືອດຮ້ອນຫຼາຍຂຶ້ນ, ດັ່ງຜູ້ຕາງໜ້າ ປະຊາຊົນໄທຍ ລຸ່ມນໍ້າຂອງ ເວົ້າໃນກອງປະຊຸມ ຢູ່ແຂວງເລີຍ ປະເທດໄທຍ ເມື່ອວັນທີ່ 28 ຕຸລານີ້ ໃນຕອນນຶ່ງວ່າ:

“ເຈົ້າຢຸດກ່ອນໄດ້ບໍ ທີ່ຈະສ້າງເຂື່ອນຕໍ່ໄປ ເບິ່ງຜົລກະທົບ ທີ່ຈະເກີດຂຶ້ນຈາກເຂື່ອນໄຊຍະບູຣີ ໃນອີກບໍ່ຮອດເດືອນ ເຈົ້າລອງມາເບິ່ງວ່າ ນໍ້າຂອງ ສິເກີດການປ່ຽນແປງ ບໍ່ສຶກສາຜົລກະທົບນີ້ ຟັງເຫດຜົລກ່ອນ ກ່ອນທີ່ຈະລົງມື ສ້າງເຂື່ອນ ຕໍ່ໄປ.”

ທ່ານວ່າ ໃນຂນະດຽວກັນ ກໍຢາກໃຫ້ປະຊາຊົນລາວ ອອກມາສະແດງໃຫ້ເຫັນວ່າ ຄົນລາວແທ້ໆ ກໍບໍ່ຕ້ອງການ ເຂື່ອນໃນແມ່ນໍ້າຂອງ ເພີ່ມຕື່ມເຊັ່ນດຽວກັນ ຍ້ອນປະຊາຊົນລາວເອງ ກໍໄດ້ຮັບຜົລກະທົບ ຈາກໂຄງການເຂື່ອນ ແມ່ນໍ້າຂອງ ຢ່າງຫຼວງຫຼາຍແລ້ວ ເປັນຕົ້ນ: ເຂື່ອນໄຊຍະບູຣີ ແລະ ເຂື່ອນດອນສະໂຮງ ໃນໄລ​ຍະຜ່ານມາ.

ປະຊາຊົນໄທຍ ລຸ່ມນໍ້າຂອງ ອີກທ່ານນຶ່ງເວົ້າວ່າ ຕົນຢາກໃຫ້ທາງການລາວ ທົບທວນຄືນໃໝ່ ກ່ອນທີ່ຈະອະນຸຍາດ ໃຫ້ສ້າງເຂື່ອນໃສ່ ແມ່ນໍ້າຂອງເພີ້ມຕື່ມ ແລະ ຖ້າຍົກເລີກໂຄງການໄດ້ ກໍແຮງດີ ແລ້ວຫັນໄປຫາທາງ ຜລິດພລັງງານໄຟຟ້າ ດ້ານອື່ນແທນ:

“ຖ້າລາວປ່ອຍໃຫ້ມີການສ້າງເຂື່ອນ ແບບບໍ່ຢຸດຢັ້ງ ເພື່ອຫວັງແຕ່ ຈະຂາຍໄຟຟ້າພຽງຢ່າງດຽວ ບັນຫາອື່ນໆກໍຈະຕາມມາ ຢ່າງມະຫາສານ ຍ້ອນມັນເປັນເຣື່ອງປາກທ້ອງ ເຣື່ອງການຢູ່ການກິນ ການດໍາຣົງຊີວິດ ຣະງັບຫຼື ຍົກເລີກໄປເລີຍ ກໍຈະຍິ່ງດີ ຫາແນວທາງໃນຫານ ກໍ່ສ້າງ ຫຼືໃຊ້ກະແສໄຟຟ້າ ພລັງງານຢ່າງອື່ນ ຈະບໍ່ດີກວ່າ.”

ເຖິງຢ່າງໃດກໍຕາມ, ໃນກອງປະຊຸມ ຫົວຂໍ້ ເຂື່ອນໄຊຍະບູຣີ ການປ່ຽນແປງ ຂອງນໍ້າຂອງ ທີ່ບໍ່ຍ້ອນຄືນມາ ເມື່ອວັນທີ 28 ຕຸລາ ຜ່ານມາ ນອກຈາກ ກຸ່ມເຄືອຂ່າຍປະຊາຊົນໄທຍ 8 ແຂວງລຸ່ມນໍ້າຂອງ ເຂົ້າຮ່ວມແລ້ວ ຍັງມີເຈົ້າໜ້າທີ່ຈາກຫຼາຍ ອົງກອນທີ່ບໍ່ຂຶ້ນກັບຣັຖບານໃນໄທ ເຂົ້າຮ່ວມນໍາ ໃນທ້າຍກອງປະຊຸມ ຜູ້ເຂົ້າຮ່ວມປະຊຸມ ຕ່າງກໍອອກສຽງ ພ້ອມກັນ ໄປເຖິງຣັຖບານລາວ ວ່າ ພວກເຮົາບໍ່ຕ້ອງການ ເຂື່ອນ ແມ່ນໍ້າຂອງ ໃນລາວອີກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.