ນໍ້າປະປາ ນະຄອນຫຼວງ ຫຼ້ອຍຫຼໍ
2019.10.29

ເມື່ອສັປດາທີ່ຜ່ານມາຣະຫວ່າງ ວັນທີ 20 ຫາ ວັນທີ 26 ຕຸລາ ນັ້ນ, ຫຼາຍບ້ານ ແລະຫຼາຍເມືອງ ໃນຂອບເຂດນະຄອນຫຼວງວຽງຈັນ ແລະ ແຂວງວຽງຈັນ ຂາດນ້ຳປະປາໃຊ້ຢ່າງໜັກ ເນື່ອງຈາກໂຮງງານຜລິຕນ້ຳປະປາ ຫຼາຍແຫ່ງ ທົ່ວນະຄອນຫຼວງວຽງຈັນ ແລະ ແຂວງວຽງຈັນ ຂາດນ້ຳໃນການຜລິຕນ້ຳປະປາ ເຮັດໃຫ້ບໍ່ສາມາດສນອງນ້ຳປະປາ ໃຫ້ປະຊາຊົນໃຊ້ໄດ້ ຢ່າງທົ່ວເຖິງ.
ຕໍ່ບັນຫາດັ່ງກ່າວ ປະຊາຊົນໃນເຂດເມືອງຈັນທະບູຣີ, ເມືອງໄຊເສດຖາ ແລະ ເມືອງໄຊທານີ ໃນນະຄອນຫຼວງວຽງຈັນ ແລະ ເມືອງທຸຣະຄົມ ແຂວງວຽງຈັນ ຂາດນ້ຳໃຊ້ເປັນເວລາຫຼາຍມື້. ດັ່ງຊາວບ້ານໃນເຂດ ເມືອງໄຊທານີ ໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນວັນທີ 23 ຕຸລາ ຜ່ານມາວ່າ:
“ບັນຫາ ເພາະວ່າມັນບໍ່ມາເລີຍ ມັນໃຊ້ບໍ່ໄດ້ເລີຍ. ປະຊາຊົນຫຼາຍບ່ອນ ຫຼາຍເຂດຂະເຈົ້າ ກໍຈົ່ມຢູ່ ນ້ຳບໍ່ພໍໃຊ້. ຫຼາຍພື້ນທີ່ ທີ່ວ່າເຮັດໃຫ້ມີ ບັນຫາ ຢູ່ເຣື້ອງນ້ຳປະປາ, ແຕ່ມາກໍຄືເປັນນ້ຳ ຄືນ້ຳກ໊ອກຫັ້ນແຫຼະ, ມັນບໍ່ແຮງເນາະ."
ຊາວບ້ານໃນເຂດເມືອງທຸຣະຄົມ ແຂວງວຽງຈັນ ທ່ານນຶ່ງກໍໄດ້ກ່າວໃນທຳນອງດຽວກັນ ຕໍ່ຜູ້ສື່ຂ່າວພວກເຮົາໃນວັນທີ 25 ຕຸລາ ວ່າຫຼາຍມື້ ຜ່ານມາ ເຂດບ້ານຂອງທ່ານນ້ຳປະປາໄຫຼຄ່ອຍ ແລະ ຕ້ອງໄດ້ລຸກແຕ່ເດິກ ເພື່ອມາໂຕ່ງນ້ຳປະປາໄວ້ໃຊ້:
“ນ້ຳບໍ່ມານີ້ ກະຫຼາຍມື້ລະເດ. ຕັ້ງແຕ່ວັນທີ 21-22 ມາ ເກືອບບໍ່ມີນ້ຳໃຊ້, ມາກະມາແບບພໍຈ໊ອກໆ. ກາງຄືນກະໄດ້ນອນຖ້າ, 2 ໂມງ 3 ໂມງກາງຄືນລຸກມາໂຕ່ງ ກະໄດ້ສ່ຳຄຸນີ້, ຕອນນີ້. ບໍ່ໄດ້ຍິນຂ່າວແຈ້ງເຕືອນວ່າ ນ້ຳປະປາຊິຂາດໃຊ້ບໍ່, ໂຕ່ງນ້ຳໄວ້ໃຊ້ເດີ້. ມີແຕ່ວ່າ ຮູ້ແຕ່ວ່ານ້ຳບໍ່ມາຊອກຫາມາໂຕ່ງໄວ້ ເທື່ອມັນມາຍາມໃດ ເປີດໄວ້ຕລອດ.”
ຕໍ່ບັນຫາດັ່ງກ່າວ, ເຈົ້າໜ້າທີ່ຣັຖວິສາຫະກິຈ ນ້ຳປະປາ ນະຄອນຫຼວງວຽງຈັນ ທ່ານນຶ່ງ ກໍໄດ້ກ່າວຕໍ່ຜູ້ສື່ຂ່າວພວກເຮົາ ໃນວັນທີ 23 ຕຸລາ ວ່າ ສາເຫຕທີ່ຫຼາຍເຂດ ຂາດນ້ຳປະປາໃຊ້ ກໍຍ້ອນໂຮງງານຜລິຕນ້ຳປະປາ ບໍ່ສາມາດດູດນ້ຳງື່ມຂຶ້ນມາຜລິຕ ນ້ຳປະປາໄດ້ເນື່ອງຈາກເກີດ ສະພາບນ້ຳງື່ມ ບົກແຫ້ງຢ່າງໜັກ ໃນຮອບຫຼາຍ 10 ປີມານີ້.
“ປະຈຸບັນນີ້ນ້ຳມັນແຫ້ງເດເນາະ ນ້ຳຂອງບໍ່ເຄີຍແຫ້ງ ບໍ່ທັນຮອດເດືອນ 5 ແລ້ວກະແຫ້ງຫຼາຍ. ອັນທີ 2 ມາ ລຳນ້ຳສາຂາ, ນ້ຳງື່ມນີ້ກະແຫ້ງ ຫຼາຍ ແຫ້ງຜິດປົກກະຕິ ເພາະວ່າມັນແຫ້ງເກີນໄປ. ບາງບ່ອນກະຈົນຊິຍ່າງຂ້າມໄດ້ລະ.”
ສອດຄ່ອງກັບຄວາມເວົ້າ ຂອງເຈົ້າໜ້າທີ່ຣັຖວິສາຫະກິຈ ນ້ຳປະປາ ນະຄອນຫຼວງວຽງຈັນ ທ່ານນີ້, ໃນນາມຣັຖວິສາຫະກິຈ ນ້ຳປະປາ ນະຄອນຫຼວງວຽງຈັນ, ຍານາງ ເພື່ອນແສງ ໄຊນາຄຳ, ຮອງຜູ້ອຳນວຍການ ຣັຖວິສາຫະກິຈນ້ຳປະປາ ນະຄອນຫຼວງ ວຽງຈັນ ກໍໄດ້ອອກ ແຈ້ງການ ເມື່ອວັນທີ 23 ຕຸລາ 2019 ວ່າ ສາເຫຕທີ່ເຮັດໃຫ້ນ້ຳປະປາ ບໍ່ພໍໃຊ້ໃນຫຼາຍໂຕເມືອງ ໃນຂອບເຂດນະຄອນຫຼວງວຽງຈັນ ນັ້ນ ເປັນຍ້ອນເກີດສະພາບນ້ຳງື່ມ ບົກແຫ້ງຢ່າງໜັກ ຈຶ່ງເຮັດໃຫ້ໂຮງງານຜລິຕ ນ້ຳປະປາດົງໝາກຄາຍ ທີ່ເປັນໂຮງງານໃຫຍ່ທີ່ສຸດ ບໍ່ສາມາດ ຜລິຕນ້ຳປະປາ ເພື່ອສນອງໃຫ້ພໍ່ແມ່ ປະຊາຊົນໄດ້ພຽງພໍ.
ເຖິງຢ່າງໃດກໍຕາມ, ມາຮອດວັນທີ 29 ຕຸລາ ນີ້, ເຈົ້າໜ້າທີ່ຣັຖວິສາຫະກິຈນ້ຳປະປາ ໃນນະຄອນຫຼວງວຽງຈັນ ທ່ານນຶ່ງ ກໍໄດ້ຢືນຢັນຕໍ່ ຜູ້ສື່ຂ່າວ ພວກເຮົາໃນຕອນບ່າຍ ວັນທີ 29 ຕຸລາ ວ່າ ບັນຫາການຂາດນ້ຳປະປາໃຊ້ ໃນນະຄອນຫຼວງວຽງຈັນ ແລະ ແຂວງວຽງຈັນ ໄດ້ຮັບການແກ້ໄຂເປັນ ປົກກະຕິແລ້ວ.
“ປົກກະຕິໝົດແລ້ວ, ແກ້ໄຂແລ້ວ. ພວກນ້ອງໄດ້ແກ້ໄຂ ບໍ່ໄດ້ມີບັນຫາຫຍັງແລ້ວ. ໂຕນີ້ພວກເຮົາໄດ້ແກ້ໄຂ ສາມາດດູດນ້ຳເຂົ້າໂປ້ມ ເຂົ້າອ່າງໄດ້ໝົດແລ້ວໄດ໋.”
ໃນຂນະດຽວກັນ, ຊາວບ້ານ ບ້ານນາສ້ຽວ, ເມືອງໄຊທານີ ນະຄອນຫຼວງວຽງຈັນ ທ່ານນຶ່ງ ກໍໄດ້ຢືນຢັນຕໍ່ຜູ້ສື່ຂ່າວພວກເຮົາໃນວັນທີ 29 ຕຸລາ ວ່າ ນ້ຳປະປາ ໄດ້ກັບມາສູ່ສະພາວະປົກກະຕິແລ້ວ ພາຍຫຼັງທີ່ໄຫຼຄ່ອຍ ແລະ ບໍ່ໄຫຼໃນບາງຍາມ ໄດ້ປະມານ 1 ສັປດາ.
“ໂອ່ ມາຢູ່ເກາະ, ເຫັນເຂົາໃຊ້ປົກກະຕິຢູ່. ເອີ່ມື້ນີ້ ມື້ເຊົ້ານີ້ເຫັນເຂົາປ່ອຍຄືວ່າອອກມາປົກກະຕິຢູ່. ແມ່ນແຫຼະ ກະຍັງແຮງ ເຂົາຍັງຫົດທາງໄດ້ ເຂົາຍັງເອົາໂຕ່ໂຢ່ມາຕໍ່ໃສ່ ເຂົາຍັງສີດຫົດທາງແດ່ ທາງຂີ້ຝຸ່ນເນາະ ເຂົາຍັງຫົດໄດ້. ຖືວ່າຍັງເປັນປົກກະຕິ ຢູ່ແຫຼະ.”
ປະຊາຊົນລາວທີ່ຮັບຮູ້ເຖິງເຫຕການຂາດນ້ຳປະປາໃຊ້ ໃນຂອບເຂດນະຄອນຫຼວງວຽງຈັນ ແລະ ແຂວງວຽງຈັນ ໃນເທື່ອນີ້ ຕ່າງກໍພາກັນຕັ້ງ ຄຳຖາມ ແລະ ຮູ້ສຶກເປັນກັງວົນວ່າ ພຽງແຕ່ເດືອນຕຸລາ, ເຊິ່ງປົກກະຕິຈະຕ້ອງເປັນໄລຍະ ທີ່ນ້ຳນອງ ເຖິງແຄມຕາຝັ່ງ.
ແຕ່ຕົກມາໃນປີນີ້, ນ້ຳງື່ມ ແລະ ນ້ຳຂອງ ພັດບົກແຫ້ງລົງຈົນໜ້າຕົກໃຈ ແບບບໍ່ມີໃຜເຄີຍພົບພໍ້ມາກ່ອນ. ຖ້າຫາກຕົກຮອດຍາມແລ້ງແທ້ໆ ຄືຣະຫວ່າງເດືອນມີນາ ຫາ ເດືອນເມສາ, ສະພາບນ້ຳງື່ມ ແລະ ນ້ຳຂອງຈະເປັນແນວໃດ? ແລະ ໂຮງງານນ້ຳປະປາ ຈະຍັງມີນ້ຳ ເພື່ອຜລິຕນ້ຳປະປາ ໃຫ້ປະຊາຊົນຊົມໃຊ້ພຽງພໍ ຫຼືບໍ່.