ເຣື້ອງທີ່ເກັບບັນທຶກໄວ້
2022-07-13
ປະຊາຊົນ ບໍ່ພໍໃຈກັບການ ໃຫ້ບໍຣິການ ຂອງທາງຣົຖໄຟ ລາວ-ຈີນ ຊຶ່ງບໍ່ເປີດອາຄານ ສະຖານີ ໃຫ້ຜູ້ໂດຍສານ ທີ່ມາລໍຖ້າຊື້ປີ້ຣົຖໄຟ ຫຼື ລໍຖ້າ ຂຶ້ນຣົຖໄຟ ຈໍານວນຫຼາຍຮ້ອຍຄົນ ເຂົ້າໄປຫຼົບລົມ-ຝົນ ຢູ່ພາຍໃນສະຖານີໄດ້.
2022-07-12
ຊາວບ້ານທີ່ອາສັຍ ຢູ່ຕາມແລວແມ່ນໍ້າຂອງ ທັງຝັ່ງລາວ ແລະໄທຍກຳລັງ ປະເຊີນກັບດິນ ເຊາະເຈື່ອນຕາຝັ່ງ ສ້າງຄວາມເສັຽຫາຍ ເປັນຈຳນວນຫຼາຍ ຍ້ອນການຂຶ້ນ-ລົງຂອງລະດັບນໍ້າຂອງ ຜິດປົກກະຕິ ລວມເຖິງ ບັນຫາການດູດຊາຍ ຂາຍໃນແມ່ນໍ້າຂອງ.
2022-07-12
ຊາວບ້ານ 60 ປາຍຄອບຄົວ ຢູ່ເມືອງກາສີ ແຂວງວຽງຈັນ ທີ່ເສັຍດິນໃຫ້ໂຄງການ ຂຸດຄົ້ນແຮ່ເຫລັກ ຂອງຈີນ ຢູ່ແຂວງວຽງຈັນ ຮັບເອົາເງິນຊົດເຊີຍ ຍ້ອນອໍານາດ ການປົກຄອງເມືອງ ລະດົມໃຫ້ຍອມຮັບເອົາ ຕາມຈຳນວນ ທີ່ບໍຣິສັດໃຫ້ ແຕ່ຍັງມີ 11 ຄອບຄົວ ບໍ່ຍອມເອົາ ຍ້ອນເຫັນວ່າ ໃຫ້ລາຄາບໍ່ເໝາະສົມ.
2022-07-11
ຊາວບ້ານ 100 ປາຍຄອບຄົວ ຢູ່ແຄມທາງເລກທີ 13 ເໜືອ ໃນເຂດນະຄອນຫລວງວຽງຈັນ ທີ່ໄດ້ຮັບຜົລກະທົບ ຍ້ອນການຊ້ອມແປງ ແລະຂຍາຍທາງ ໄດ້ຮຽກຮ້ອງໃຫ້ທາງການລາວ ຈ່າຍເງິນຊົດເຊີຍ ໃຫ້ຜູ້ໄດ້ຮັບຜົລກະທົບ ທີ່ເສັຍດິນໃຫ້ໂຄງການຊ້ອມແປງ ແລະຂຍາຍທາງນັ້ນ, ພ້ອມຊົດເຊີຍ ຄ່າລາຍໄດ້ ທີ່ເສັຍຈາກການ ບໍ່ໄດ້ຂາຍເຄື່ອງ.
2022-07-10
ລະດັບນ້ຳຂອງ ແຫ້ງຜິດປົກຕິ ແລະ ຂຶ້ນຜິດປົກຕິ ສາເຫດນຶ່ງ ມາຈາກການສ້າງເຂື່ອນ ໃສ່ແມ່ນໍ້າ ເຊິ່ງສົ່ງຜົລກະທົບ ຕໍ່ລະບົບນິເວດວິທະຍາ ແມ່ນ້ຳຂອງ ເຣື່ອງນີ້ ກາຍເປັນບັນຫາ ຂ້າມພົມແດນ ທີ່ຊາຕຕ່າງໆ ຊຶ່ງມີເຂດແດນ ຕິດກັບແມ່ນ້ຳຂອງ ຕ້ອງໄດ້ຮ່ວມມືກັນແກ້ໄຂ.
2022-07-07
ຊາວບ້ານຊຽງດາ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ຮຽກຮ້ອງຄ່າຊົດເຊີຍທີ່ດິນ ຢ່າງເປັນທັມຈາກການຂຍາຍເຂດ ໂຄງການພັທນາ ທ່າບົກ-ທ່ານາແລ້ງ ແລະ ເຂດໂລຈິສຕິກ ພາຣ໌ກ ຊຶ່ງມາເຖິງຕອນນີ້ ທາງຊາວບ້ານ ໄດ້ຮັບຄວາມເດືອດຮ້ອນ.
2022-07-07
ປັດຈຸບັນ ແຂວງບໍຣິຄໍາໄຊ ກໍາລັງຜະເຊີນກັບ ຜົລກະທົບ ດິນແຄມແມ່ນໍ້າຂອງ ຖືກກະແສນ້ຳ ທີ່ຂຶ້ນ-ລົງຜິດປົກຕິ ແລະ ຂາດຝຸ່ນຕົມ ເຊາະເຈື່ອນ ຮ້າຍແຮງ ໂດຍສະເພາະຢູ່ບາງຈຸດ ໃນເມືອງທ່າພຣະບາທ ແລະເມືອງປາກຊັນ ຈະໄດ້ຮັບຜົລກະທົບໜັກ.
2022-07-07
ນັກລົງທຶນຈີນ ຕຣຽມສຶກສາ ການປູກຫຍ້າ ເພື່ອສນອງອຸດສາຫະກັມ ການລ້ຽງງົວພັນ ຫຼັງຈາກທີ່ທາງການລາວ ເຫັນດີໃຫ້ສັມປະທານດິນ ຢູ່ເມືອງພູກູດ ແຂວງຊຽງຂວາງ, ຂະນະທີ່ຊາວບ້ານ ເປັນຫ່ວງເຣື່ອງສານເຄມີ ທີ່ຈະສົ່ງຜົລກະທົບ ຕໍ່ສິ່ງແວດລ້ອມ ແລະ ຊີວິຕຊາວບ້ານ.
2022-07-06
ບໍຣິສັດ ໂກເອກໂກ ຊຶ່ງເປັນບໍຣິສັດ ຂຸດຄົ້ນແຮ່ເຫຼັກ ຂອງນັກລົງທຶນ ວຽດນາ ຖືກທາງການລາວ ສັ່ງໂຈະ ການຂຸດຄົ້ນແຮ່ເຫຼັກ ຢູູ່ແຂວງຄໍາມ່ວນຊ່ົວຄາວ ຍ້ອນປ່ອຍນໍ້າເສັຍ ລົງໃສ່ນໍ້າຫ້ວຍ ເຮັດໃຫ້ເກີດນ້ຳເປັນສີແດງ ສົ່ງຜົລກະທົບຕໍ່ສິ່ງແວດລ້ອມ ແລະ ຊາວບ້ານ ທີ່ອາໄສ ຢູ່ຕາມແຄມຫ້ວຍນ້ຳ.
2022-07-01
ຊາວບ້ານ ຫຼາຍຄອບຄົວ ທີ່ເສັຍທີ່ດິນ ໃຫ້ກັບເຂດໂລຈິສຕິກ (Logistics) ທ່າບົກ-ທ່ານາແລ້ງ ຍັງບໍ່ທັນໄດ້ຮັບ ຄ່າຊົດເຊີຽ ຊຶ່ງຈຳສ່ວນນຶ່ງ ເຫັນວ່າເງິນຄ່າຊົດເຊີຍ ທີ່ທາງໂຄງການ ມອບໃຫ້ນັ້ນບໍ່ເປັນທັມກັບເຂົາເຈົ້າ, ສ່ວນທາງການລາວ ຍັງບໍ່ມີການຊ່ອຍແກ້ໄຂ ບັນຫາຄ່າຊົດເຊີຍ ໃຫ້ຊາວບ້ານ ເຖິງແມ່ນວ່າເວລາ ຈະຜ່ານໄປເກືອບ 3 ປີແລ້ວ.