ບັນຫາ ແມ່ນ້ຳຂອງ ຂຶ້ນລົງ ຜິດປົກຕິ
2022.07.10

ບັນດານັກວິຊາການ ຍັງສະແດງຄວາມກັງວົນ ແລະ ເປັນຫ່ວງ ຕໍ່ບັນຫາແມ່ນ້ຳ ທີ່ຂຶ້ນລົງແບບຜິດປົກຕິ ເຊິ່ງສາເຫດນຶ່ງ ມາຈາກການສ້າງເຂື່ອນໃສ່ແມ່ນ້ຳຂອງ.
ມັນມີຄວາມຈຳເປັນຢ່າງຍິ່ງ ທີ່ຈະຕ້ອງມີລະບົບເຕືອນພັຍ ກ່ອນລ່ວງໜ້າ ຢູ່ໃນເຂດແມ່ນ້ຳຂອງ ຕອນລຸ່ມ ກ່ອນທີ່ເຂື່ອນ ຢູ່ຕອນເທິງປະເທດຈີນ ຈະປ່ອຍນ້ຳ ລົງມາ.
ທ່ານ Brian Eyler ຜູ້ອຳນວຍການ ໂຄງການເອເຊັຽຕາເວັນອອກສ່ຽງໃຕ້ ຈາກ ສະຖາບັນ ວິໄຈຄົ້ນຄວ້າ The Stimson Center ຢູ່ ນະຄອນຫຼວງ ວໍຊິງຕັ໋ນ ດີ.ຊີ. ສະຫະຣັຖອາເມຣິກາ ໄດ້ກ່າວ ຕອນນຶ່ງວ່າ:
“ມີຄວາມຈຳເປັນ ທີ່ຈະຕ້ອງມີລະບົບເຕືອນພັຍ ກ່ອນລ່ວງໜ້າ ໂດຍສະເພາະ ຈາກເຂື່ອນຈີນ ທີ່ສົ່ງຜົລກະທົບຫຼາຍຕໍ່ ເຂດແມ່ນ້ຳຂອງຕອນລຸ່ມ ທີ່ຢູ່ໃກ້ກັບເຂື່ອນ ພວກເຮົາ ໄດ້ຕິດຕາມ 8 ຄັ້ງໃນ ປີນີ້ ຫຼື ຕລອດ 24 ຊົ່ວໂມງ ເພື່ອຕິດຕາມການປ່ຽນແປງນ້ຳຂອງ ຢູ່ເຂດເມືອງຊຽງແສນ ແລະ ລະດັບນ້ຳທີ່ຢູ່ຕອນລຸ່ມເຂດເມືອງຊຽງແສນ.”
ພາບຖ່າຍທາງດາວທຽມ ສະແດງໃຫ້ວ່າ ລະດັບນ້ຳຂອງ ສູງຜິດປົກຕິ ນັບແຕ່ເດືອນພຶສພາ ທີ່ຜ່ານມາ.
ທ່ານ Regan Kwan ຜູ້ຊ່ວຍ ການວິໄຈ ປະຈຳສູນ “The Stimson Center” ຢູ່ ນະຄອນຫຼວງ ວໍຊິງຕັ໋ນ ດີ.ຊີ. ໄດ້ກ່າວວ່າ:
“ດຽວນີ້ ເຮົາມາເບິ່ງ ສິ່ງທີ່ພວກເຮົາເຫັນໃນ 6 ອາທິດທີ່ຜ່ານມາ. ໃນຊ້ວງໄລຍະປີ 2022 ລະດັບນ້ຳຈະສູງກວ່າປົກຕິ ທີ່ເຮົາສັງເກດເຫັນ ຢູ່ໃນຮູບພາບທາງດາວທຽມ. ແຕ່ວ່າຕໍ່ມາ ລະດັບນ້ຳຈະສູງຜິດປົກກະຕິ. ກາງເດືອນພຶສພາ ປີ 2022 ເທິງໜ້ານ້ຳ ຈະສູງຂຶ້ນ ຜິດປົກກະຕິ.”
ສະພາບແມ່ນ້ຳຂອງ ມີການປ່ຽນແປງຫຼາຍ ເກີດຂຶ້ນຢູ່ ປະເທດລາວ, ໄທຍ, ກັມພູຊາ ແລະ ລົງໄປຮອດເຂດສາມລ່ຽມ ແມ່ນ້ຳຂອງ ຫຼື Mekong Delta ຢູ່ປະເທດວຽດນາມ.
ອີງຕາມຂໍ້ມູນ ຈາກນັກວິຊາການ, ໃນປີ 1992 ຫາປີ 2001 ຢູ່ເຂດແມ່ນ້ຳ ເກີດພັຍແຫ້ງແລ້ງຫຼາຍ.
Alan Basist, ປະທານ ອົງການ Eyes on Earth ທີ່ດໍາເນີນເຣື່ອງການສຳຣວດ ພູມສາຕ ຢູ່ສະຫະຣັຖອາເມຣິກາ ໄດ້ກ່າວວ່າ:
“ຕາມແຜນວາດ ໝາຍເຖິງ ຊ້ວງໄລຍະເວລາ ແຕ່ປີ 1992 ຫາປີ 2001 ມີຄວາມແຫ້ງແລ້ງ ຫຼາຍກວ່າ ທີ່ຄາດການໄວ້ ໂດຍເພາະໃນຊ້ວງເວລາດຽວກັນຂອງປີ ສະນັ້ນ ສິ່ງທີ່ພວກເຮົາກຳລັງຈະເຮັດກໍຄື ພວກກຳລັງລັ່ງເຈາະສຸມເຂົ້າໄປ ແລະ ຂ້ອຍຈະເຣີ່ມຢູ່ຈຸດນີ້ສະເພາະ ໃນທ້າຍຂອງຣະດູແລ້ງ ທ່ານຈະສັງເກດເຫັນວ່າ ນ້ຳຈະປົກແຫ້ງຫຼາຍ.”
Alan Basist ຍັງກ່າວວ່າ: “ມັນມີຄວາມປຽກຊຸ່ມ ໃນຕົ້ນເດືອນມີນາ ແລະ ທ່ານ ສາມາດເຫັນວ່າ ຄວາມປຽກຊຸ່ມ ຈະຜ່ານເດືອນມີນາ ແລະ ນັ້ນໝາຍຄວາມວ່າ ລະດັບນ້ຳ ມັນຈະສູງເກີນລະດັບ ປົກຕິ ທ່ານ ສາມາດເຫັນວ່າ ລະດັບນ້ຳຂອງອ່າງໂຕ່ງນ້ຳຂອງ ຕື້ນເຂີນ ແລະ ຝົນຕົກຫຼາຍ ແລະ ນ້ຳຈະມາໂຮມກັນຢູ່ ເມື່ອປຽບທຽບໃສ່ລະດັບປົກຕິ ແລະ ທ່ານ ສາມາດເຫັນວ່າ ຢູ່ໃນຊ້ວງໄລຍະ ເດືອນມີນາ, ເມສາ, ພຶສພາ ແລະ ຈົນຮອດຕົ້ນເດືອນ ມິຖຸນາ.”
ການຂຶ້ນ-ລົງ ທີ່ຜິດປົກຕິ ຂອງນ້ຳ ເຮັດໃຫ້ຫາດຊາຍ ຢູ່ແມ່ນ້ຳຂອງ ສ່ວນຫຼາຍຫົດຫາຍໄປ. ສາສຕຣາຈານ Ian Baird ຈາກມະຫາວິທຍາໄລ Wisconsin-Madison ຢູ່ຣັຖ Wisconsin ສະຫະຣັຖອາເມຣິກາ ໄດ້ກ່າວວ່າ: “ການວິໃຈຂອງພວກເຮົາ ໄດ້ສະແດງໃຫ້ເຫັນວ່າ ປະຊາຊົນທ້ອງຖິ່ນທັງໝົດ ເວົ້າວ່າ ຫາດຊາຍ 30 ແລະ 50 ຈຸດ ຫາຍໄປໝົດ ແລະ ຍັງເຫຼືອແຕ່ຫາດ ຂນາດນ້ອຍ ຫຼາຍກວ່າທີ່ເຄີຍເປັນ ແລະ ນີ້ແມ່ນຜົລກະທົບໃຫຍ່ ຕໍ່ນົກທີ່ເຮັດຮັງຢູ່ຫາດຊາຍກາງນ້ຳ ເຊິ່ງມີການພົບເຫັນຫຼາຍສິ່ງທີ່ສຳຄັນ ໃນເຂດດັ່ງກ່າວ ໃນຊ້ວງຣະດູການນີ້.”
ທ່ານ ຍັງກ່າວຕື່ມວ່າ: “ມັນເປັນນຶ່ງໃນເຫດຜົລຫຼັກ ທີ່ພື້ນທີ່ດັ່ງກ່າວ ຖືກເລືອກສັນ ສະນັ້ນ ມັນເປັນຜົລກະທົບ ທີ່ຈະແກ້ໄຂໄດ້ຍາກ ແລະ ຂ້ອຍຄິດວ່າ ພວກເຮົາໄດ້ເວົ້າວ່າ ມັນເປັນທີ່ຈະແຈ້ງແລ້ວວ່າ ຍ້ອນວ່າ ມີປະຣິມານນ້ຳມະຫາສານ ທີ່ຖືກປ່ອຍ ອອກຈາກເຂື່ອນ ໃນຣະດູແລ້ງ.”
ສະເພາະຢູ່ປະເທດລາວ ການຂຶ້ນລົງຂອງນ້ຳຂອງ ແບບຜິດປົກຕິ ກໍ່ໃຫ້ເກີດດິນເຈື່ອນ ເຊັ່ນຢູ່ແຂວງບໍລິຄຳໄຊ.
ເຈົ້າໜ້າທີ່ ຜແນກໂຍທາທິການ ແລະ ຂົນສົົ່ງ ແຂວງບໍຣິຄໍາໄຊ ທ່່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ:
“ບັນຫາການຂຶ້ນ-ລົງ ຂອງລະດັບນໍ້າຂອງ ທີ່ຜິດປົກກະຕິນີ້ ແມ່ນສົ່ງຜົລກະທົບໂດຍຕຣົງ ຕໍ່ສະພາບດິນແຄມແມ່ນໍ້າຂອງ ເກີດມີຮອຍແຕກ ແລະເຊາະເຈື່ອນ ເຮັດໃຫ້ດິນ ແລະສິ່ງປຸກສ້າງຂອງຊາວບ້ານ ທີ່ອາສັຍຢູ່ຕາມແຄມແມ່ນໍ້າຂອງ ໄດ້ຮັບຜົລກະທົບ ແລະ ມີແນວໂນ້ມ ຈະເພີ່ມຄວາມຮ້າຍແຮງຂຶ້ນເລື້ອຍໆ.”
ປັດຈຸບັນ ຍັງເປັນທີ່ຖົກຖຽງກັນວ່າ ການຂຶ້ນ-ລົງ ຂອງລະດັບນໍ້າຂອງ ທີ່ຜິດປົກກະຕິນັ້ນ ເກີດຈາກໂຄງການສ້າງເຂື່ອນໄຟຟ້າ ໃນແມ່ນໍ້າຂອງ ຫຼື ການປ່ຽນແປງ ຂອງສະພາບດິນຟ້າອາກາດ. ຂະນະທີ່ ເຈົ້າໜ້າທີ່ ຊັບພະຍາກອນທັມມະຊາຕ ແລະ ສິ່ງແວດລ້ອມ ກ່າວວ່າ ການຕິດຕາມກວດກາ ໃນໄລຍະຜ່ານມາ ຈະເຫັນດິນແຫ້ງ ມີຮອຍແຕກ ເປັນຈໍານວນຫຼາຍຈຸດ ແລ້ວຈະເກີດການເຊາະເຈື່ອນຫຼາຍທີ່ສຸດ ໃນຊ່ວງຣະດູຝົນ ເພາະກະແສນໍ້າຂອງ ຈະໄຫຼແຮງ, ບາງຈຸດ ໃນເມືອງທ່າພຣະບາທ ແລະເມືອງປາກຊັນ ຈະໄດ້ຮັບຜົລກະທົບໜັກ ເພາະດິນແຄມຂອງ ເຊາະເຈື່ອນລົງເລື້ອຍໆ.
ເຈົ້າໜ້າທີ່ ຜແນກຊັບພະຍາກອນ ທັມມະຊາຕ ແລະສິ່ງແວດລ້ອມ ແຂວງບໍຣິຄໍາໄຊ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ: “ພວກສິ່ງແວດລ້ອມ ຂະເຈົ້າໄປສໍາຣວດ ມັນມີການຊຸດໂຕລົງ ຄືຮອດຍາມຝົນມາ ກະມີການດິນເຈື່ອນ ຢູ່ຕາມແຄມນໍ້າຫັ້ນນ່າ ແນ່ນອນມັນກະຕ້ອງມີ ຖືກເຮືອນປະຊາຊົນຢູ່ແລ້ວເນາະ.”
ເຖິງຢ່າງໃດກໍຕາມ, ເມື່ອວັນທີ 29 ມິຖຸນາ ທີ່ຜ່ານມານີ້ ຄະນະກັມມາທິການ ແມ່ນໍ້າຂອງສາກົລ ຫຼື MRC ໄດ້ມີການຮ່ວມມືກັບ ອົງການແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ເພື່ອສຶກສາຄົ້ນຄວ້າ ການປ່ຽນແປງ ຂຶ້ນ-ລົງ ແລະການໄຫຼຂອງນໍ້າຂອງ ວ່າເປັນຍ້ອນຫຍັງ ເພື່ອສ້າງຜົລປໂຍດ ແລະຫຼຸດຜ່ອນຜົລກະທົບ ທີ່ຈະເກີດຂຶ້ນ ກັບຊຸມຊົນລຸ່ມແມ່ນໍ້າຂອງ.
ການສຶກສາ ແລະຄົ້ນຄວ້າດັ່ງກ່າວ ຈະແບ່ງອອກເປັນ 2 ຂັ້ນຕອນ ເຊິ່ງຂັ້ນຕອນທໍາອິດ ຈະລົງມື້ໃນປີນີ້ ຄາດວ່າ ຈະໄດ້ຮັບຄໍາແນະນໍາ ຈາກຫຼາຍພາກສ່ວນທີ່ກ່ຽວຂ້ອງ ແລະຂັ້ນຕອນທີ່ 2 ຈະລົງມື ລະຫວ່າງ ປີ 2023–2024 ເຊິ່ງການສຶກສາ ແລະຄົ້ນຄວ້າທັງ 2 ຂັ້ນຕອນນີ້ ແມ່ນປະຕິບັດຕາມກົລໄກ ການພັທນາອ່າງແມ່ນໍ້າຂອງ ຂອງຄະນະກັມມາທິການ ແມ່ນໍ້າຂອງສາກົລ ທີ່ວາງໄວ້ ລະຫວ່າງ ປີ 2021-2025.
ທ່ານ ອານຸລັກ ກິດຕິຄຸນ ຜູ້ບໍຣິຫານຄະນະກັມມາທິການ ແມ່ນໍ້າຂອງສາກົລ ກ່າວໃນກອງປະຊຸມ ຕອນນຶ່ງວ່າຜ:
“ມັນເປັນສິ່ງທ້າທາຍ ຕໍ່ການບໍຣິຫານຈັດການນໍ້າ ໃນອ່າງແມ່ນໍ້າຂອງ ສົມທົບກັບ ສະພາບຝົນຕົກໜັກ ເຊິ່ງໄດ້ສົ່ງຜົລເຮັດໃຫ້ ລະດັບນໍ້າ ໃນແມ່ນໍ້າຂອງ ປ່ຽນແປງຢ່າງໄວວາ.”
ທ່ານ ກ່າວຕື່ມວ່າ ຄະນະກັມມາທິການ ແມ່ນໍ້າຂອງສາກົລ ແລະອົງການ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຮວມເຖິງຈີນ ກໍາລັງດໍາເນີນການສຶກສາຮ່ວມກັນ ກ່ຽວກັບການສຶກສາ ການປ່ຽນແປງ ຂອງລະບົບການໄຫຼ ຂອງແມ່ນໍ້າຂອງ ແລະແມ່ນໍ້າລ້ານຊ້າງ ເຊິ່ງຈະມີສ່ວນສນັບສນູນ ໃນການດໍາເນີນການ ຕາມຍຸທສາຕ ພລັງງານນໍ້າ ແບບຍືນຍົງ.
ຢ່າງໃດກໍຕາມ ປັດຈຸບັນ ສະພາບແມ່ນໍ້າຂອງ ໃນຫຼາຍແຂວງຂອງລາວ ກໍມີການປ່ຽນແປງຢ່າງເຫັນໄດ້ຊັດເຈນ ໂດຍສະເພາະ ການຂຶ້ນ-ລົງ ຂອງນໍ້າຂອງ ທີ່ບໍ່ເປັນໄປຕາມທັມມະຊາຕ ແລະເກີດຂຶ້ນແບບກະທັນຫັນ ເຊິ່ງສະພາບດັ່ງກ່າວນີ້ ເກີດຂຶ້ນນັບແຕ່ ເຂື່ອນໄຊຍະບູຣີ ໄດ້ເຣີ່ມຜລິດໄຟຟ້າເປັນຕົ້ນມາ.
ຊາວບ້ານ ຢູ່ເມືອງຊະນະຄາມ ແຂວງວຽງຈັນ ທ່ານນຶ່ງ ກ່າວວ່າ:
“ນໍ້າຂອງບໍ່ທັນຂຶ້ນຫຼາຍ ປີນີ້ຫັ້ນ ນ້ໍາຂອງກະຂຶ້ນແຕ່ໜ້ອຍດຽວ ລົງໜ້ອຍດຽວ ບຶດນຶ່ງມັນກະຂຶ້ນ ບຶດນຶ່ງມັນກະແຫ້ງ ຖ້າວ່າສົມທຽບໃສ່ແຕ່ກີ້ ລະກະບໍ່ຄືແຕ່ກີ້ ໃນໄລຍະ 2-3 ປີມານີ້ແລ້ວ ມັນກະບໍ່ຄ່ອຍມີຖ້ວມໄຮ່ຖ້ວມນາ ບໍ່ມີເຂົ້າຫ້ວຍເຂົ້າຮ່ອງຫຍັງຂຶ້ນມາ ຂຶ້ນມາແຕ່ເລັກໆໜ້ອຍໆ ແລ້ວມັນກະແຫ້ງໄປ.”
ໃນຂະນະດຽວກັນ ເຈົ້າໜ້າທີ່ທ້ອງຖິ່ນ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ທີ່ຕິດຕາມສະພາບ ແມ່ນໍ້າຂອງຢູ່ເລື້ອຍໆ ກ່າວວ່າ: “ປັດຈຸບັນ ການຂຶ້ນ-ລົງ ຂອງນໍ້າຂອງ ເກີດຂຶ້ນແບບຜິດທັມມະຊາຕແທ້ ເປັນຕົ້ນ ຄັນເວລານໍ້າຂຶ້ນ ກໍຂຶ້ນມາບາດດຽວ ແຕ່ບໍ່ຂຶ້ນຫຼາຍຄືແຕ່ກ່ອນ ແລະເວລານໍ້າຫຼຸດລົງ ກໍຫຼຸດລົງພາຍໃນເວລາບໍ່ດົນ ແຕ່ໃນໄລຍະນີ້ ຊາວບ້ານ ກໍຍັງຫາປາ ໃນແມ່ນໍ້າຂອງ ໄດ້ຕາມປົກກະຕິຢູ່.”
ຊາວປະມົງ ຢູ່ເມືອງຊຽງຄານ ແຂວງເລີຍ ປະເທດໄທຍ ທີ່ຫາປາໃນແມ່ນໍ້າຂອງ ກ່າວວ່າ ການຂຶ້ນ-ລົງ ແບບບໍ່ເປັນປົກກະຕິ ຂອງແມ່ນໍ້າຂອງນີ້ ເຊິ່ງສ່ວນນຶ່ງ ເກີດຍ້ອນການເປີດ-ປິດປະຕູນໍ້າ ຂອງເຂື່ອນນັ້ນ ໄດ້ເຮັດໃຫ້ຊາວປະມົງ ຫາປາໄດ້ໜ້ອຍລົງແທ້ ແຕ່ບໍ່ມີສິທ ແລະສຽງ ທີ່ຈະຮຽກຮ້ອງ ບໍ່ໃຫ້ມີການສ້າງເຂື່ອນໃນແມ່ນໍ້າຂອງຕື່ມໄດ້.
ສ່ວນນັກວິຊາການ ດ້ານແມ່ນໍ້າຂອງ ຢູ່ເມືອງຊຽງຂອງ ແຂວງຊຽງຮາຍ ປະເທດໄທຍ ທ່ານນຶ່ງ ໄດ້ໃຫ້ຄໍາເຫັນວ່າ: “ການທີ່ຄະນະກັມມາທິການ ແມ່ນໍ້າຂອງສາກົລ ເປີດຂໍ້ລິເຣີ່ມ ສຶກສາຄົ້ນຄວ້າ ຮ່ວມກັບອົງການແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ກ່ຽວກັບການປັບໂຕ ຕໍ່ການປ່ຽນແປງຂອງແມ່ນໍ້າຂອງນັ້ນ ກໍເປັນເຣື່ອງທີ່ດີ ແຕ່ຄໍາຖາມຄື ຫຼັງຈາກສໍາເຣັດການສຶກສາ ແລະຄົ້ນຄວ້າດັ່ງກ່າວແລ້ວ ກໍຢາກໃຫ້ຮູ້ວ່າ ມີແຜນຈະເຮັດແນວໃດຕື່ມ ແລະພາກສ່ວນ ທີ່ມີສ່ວນເຮັດໃຫ້ເກີດເຂື່ອນໃນແມ່ນໍ້າຂອງ ຈະຍອມຮັບຜົລກະທົບ ທີ່ເກີດຂຶ້ນໂຕຈິງ ຕໍ່ແມ່ນໍ້າຂອງນັ້ນ ຫຼື ບໍ່.”