ຕາຝັ່ງແຄມຂອງເຈື່ອນ ຖີ່ຂຶ້ນ ເກີດຍ້ອນພາວະ “ນ້ຳຫິວ”, ຊ່ຽວຊານວ່າ

ພູວົງສ໌
2022.07.17
ຕາຝັ່ງແຄມຂອງເຈື່ອນ ຖີ່ຂຶ້ນ ເກີດຍ້ອນພາວະ “ນ້ຳຫິວ”, ຊ່ຽວຊານວ່າ ຖນົນແຕກແຫງ ໃກ້ຕາຝັ່ງແຄມແມ່ນ້ຳຂອງ ທີ່ມີໂຄງການກັນເຈື່ອນແລ້ວ ໃນເຂດເມືອງປາກຊັນ ແຂວງບໍຣິຄຳໄຊ ວັນທີ 16 ກໍຣະກະດາ 2022 (TS)
RFA

ໃນຮອບ 2-3 ປີ ມານີ້, ຊາວບ້ານ ທີ່ອາສັຍຢູ່ຕາມລຳແມ່ນ້ຳຂອງ ທັງໃນລາວ ແລະ ໄທຍ ຕ່າງກໍປະສົບ ກັບ ບັນຫາດິນຕາມແຄມຂອງເຈື່ອນ ແລະ ສະຖານະການດັ່ງກ່າວ ປະກົດວ່າ ເກີດຖີ່ຂຶ້ນ ແລະ ຮຸນແຮງຂຶ້ນເລື້ອຍໆ ທັງກິນພື້ນທີ່ ເປັນບໍຣິເວນກວ້າງ ໃນຫຼາຍແຂວງ ທັງ 2 ຝັ່ງແມ່ນ້ຳຂອງ.

ຫຼ້າສຸດນີ້, ທາງການແຂວງບໍຣິຄໍາໄຊ ໄດ້ຣາຍງານເມື່ອບໍ່ດົນມານີ້ວ່າ ແຂວງບໍຣິຄຳໄຊ ເປັນແຂວງທີ່ມີຊາຍແດນ ຕິດກັບແມ່ນໍ້າຂອງໄຫຼຜ່ານ ປະມານ 180 ກິໂລແມັຕນັ້ນ, ກໍາລັງຜະເຊີນກັບບັນຫາ ດິນແຄມແມ່ນໍ້າຂອງ ເຊາະເຈື່ອນແບບຮ້າຍແຮງ, ເຊິ່ງໃນປັດຈຸບັນ ກວມເອົາ 73 ກິໂລແມັຕປາຍແລ້ວ ຂະນະທີ່ ທາງການລາວ ສາມາດສນອງທຶນ ສ້າງກັນຕາຝັ່ງເຈື່ອນ ໃຫ້ໄດ້ພຽແຕ່ 21.5 ກິໂລແມັຕເທົ່ານັ້ນ. ສ່ວນສາເຫດສໍາຄັນ ທີ່ເຮັດໃຫ້ດິນແຄມຂອງເຊາະເຈື່ອນ ແບບຮ້າຍແຮງນັ້ນ, ສ່ວນນຶ່ງ ແມ່ນໄດ້ຮັບຜົລກະທົບ ຈາກການຂຶ້ນ-ລົງ ຂອງລະດັບນໍ້າຂອງ ທີ່ຜິດປົກກະຕິ.

ດັ່ງເຈົ້າໜ້າທີ່ ຜແນກໂຍທາທິການ ແລະ ຂົນສົົ່ງ ແຂວງບໍຣິຄໍາໄຊ ທ່່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 7 ກໍຣະກະດາ ທີ່ຜ່ານມານັ້ນວ່າ:

ຍອມຮັບວ່າ ນໍ້າຂຶ້ນສູງຫຼາຍ ລະບາດຜົລສຸດທ້າຍ ນໍ້າແຫ້ງຫຼາຍລະເຮັດໃຫ້ ດິນມີຮອຍຍຸບ. ທາງໄທເຮົາ ລະຍັງບໍ່ໄດ້ເຮັດກັນເຈືື່ອນເນາະ ໂຕນັ້ນ ມັນຈັ່ງພາໃຫ້ມີດິນເຈື່ອນ, ເວົ້າແນວມັນງ່າຍ, ຫັ້ນນ່າ. ກັນເຈື່ອນຂອງຣັຖແທ້ ທີ່ຈະເຮັດກັນຕາຝັ່ງເຈື່ອນເລີຍຫັ້ນ ມັນບໍ່ມີ, ຍັງບໍ່ໄດ້ມີແຜນຫຍັງເລີຍ.

ທ່ານກ່າວຕື່ມອີກວ່າ ບັນຫາການຂຶ້ນ-ລົງ ຂອງລະດັບນໍ້າຂອງ ທີ່ຜິດປົກກະຕິນີ້ ແມ່ນສົ່ງຜົລກະທົບໂດຍຕຣົງ ຕໍ່ສະພາບດິນແຄມແມ່ນໍ້າຂອງ ເກີດມີຮອຍແຕກ ແລະ ເຊາະເຈື່ອນ ເຮັດໃຫ້ດິນ ແລະ ສິ່ງປຸກສ້າງ ຂອງຊາວບ້ານ ທີ່ອາສັຍຢູ່ຕາມແຄມແມ່ນໍ້າຂອງ ໄດ້ຮັບຜົລກະທົບ ແລະ ມີທ່າທີວ່າ ຈະເພີ່ມຄວາມຮ້າຍແຮງຂຶ້ນໄປເລື້ອຍໆ.

ປັດຈຸບັນ, ຍັງບໍ່ຮູ້ວ່າ ການຂຶ້ນ-ລົງ ຂອງລະດັບນໍ້າຂອງ ທີ່ຜິດປົກກະຕິນັ້ນ ເກີດຈາກໂຄງການສ້າງເຂື່ອນໄຟຟ້າ ໃນແມ່ນໍ້າຂອງ ຫຼືການປ່ຽນແປງ ຂອງສະພາບດິນຟ້າອາກາດ ເພາະບໍ່ມີການຮິບໂຮມຂໍ້ມູນ ທີ່ລະອຽດເທື່ອ.

ຂະນະທີ່ ເຈົ້າໜ້າທີ່ ຜແນກຊັພຍາກອນທັມມະຊາດ ແລະ ສິ່ງແວດລ້ອມ ກ່າວວ່າ ການຕິດຕາມກວດກາ ໃນໄລຍະຜ່ານມາ ຈະເຫັນດິນແຫ້ງ ມີຮອຍແຕກ ເປັນຈໍານວນຫຼາຍຈຸດ ແລ້ວຈະເກີດການເຊາະເຈື່ອນຫຼາຍທີ່ສຸດ ໃນໄລຍະຣະດູຝົນ ເພາະກະແສນໍ້າຂອງ ຈະໄຫຼແຮງ. ບາງຈຸດ, ໃນເມືອງທ່າພຣະບາທ ແລະ ເມືອງປາກຊັນ ຈະໄດ້ຮັບຜົລກະທົບໜັກ ເພາະດິນແຄມຂອງ ເຊາະເຈື່ອນລົງເລື້ອຍໆ.

ດັ່ງເຈົ້າໜ້າທີ່ ຜແນກຊັພຍາກອນທັມມະຊາດ ແລະ ສິ່ງແວດລ້ອມ ແຂວງບໍຣິຄໍາໄຊ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນ ທີ່ຜ່ານມານັ້ນວ່າ:

ພວກສິ່ງແວດລ້ອມ ຂະເຈົ້າໄປສໍາຣວດຫັ້ນນ່າ ມັນມີການຊຸດໂຕລົງ. ຄືຊິຮອດຍາມຝົນມາ ຍັງບໍ່ມີກັນເຈື່ອນ ກະມີການດິນເຈື່ອນ ຕາມແຄມນໍ້າ, ຫັ້ນນ່າ. ແນ່ນອນວ່າ ມັນກະຕ້ອງມີ ຖືກເຮືອນປະຊາຊົນຢູ່ແລ້ວເນາະ, ຖືກດິນບໍ່.”

ກ່ຽວກັບເຣື່ອງນີ້, ຊາວບ້ານໃນແຂວງບໍຣິຄຳໄຊ ຈຳນວນນຶ່ງ ກໍກ່າວວ່າ ບັນຫາດິນເຈື່ອນ ເຣີ່ມຮຸນແຮງຂຶ້ນນັບມື້ ແລະ ໄດ້ສ້າງບັນຫາ ໃຫ້ຊາວບ້ານ ທັງທາງດ້ານທີ່ຢູ່ອາສັຍ ແລະ ດິນເຮັດການກະເສຕ ຕາມແຄມຂອງ.

ຊາວບ້ານທ່ານນຶ່ງ ໃນເມືອງປາກຊັນ ແຂວງບໍຣິຄໍາໄຊ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນັ້ນວ່າ ບັນຫາດິນແຄມແມ່ນໍ້າຂອງ ເຊາະເຈື່ອນນີ້ ເກີດຂຶ້ນມາຫຼາຍປີແລ້ວ ແລະ ໄດ້ສ້າງຄວາມກັງວົນໃຈ ໃຫ້ຊາວບ້ານ ທີ່ອາສັຍຢູ່ຕາມແຄມແມ່ນໍ້າຂອງ ຢ່າງໜັກໜ່ວງ ເພາະດິນໄດ້ເຊາະເຈື່ອນ ເສັຽຫາຍໄປຈໍານວນຫຼາຍ ໃນແຕ່ລະປີ, ເຊິ່ງຜ່ານມາ ກໍໄດ້ຮຽກຮ້ອງໃຫ້ຫຼາຍພາກສ່ວນທີ່ກ່ຽວຂ້ອງ ມາຊ່ອຍຕິດຕາມກວດກາແລ້ວ ເພື່ອຫາແນວທາງແກ້ໄຂ, ແຕ່ກໍຍັງມິດງຽບຢູ່.

ມັນເຈື່ອນລົງລະ ແລ້ວມັນມີບັນຫາ ເພາະວ່າ ມັນມີຜົລເສັຽຫາຍຫຼາຍເດ້. ຂະເຈົ້າກະບໍ່ໄດ້ວ່າ ໃຫ້ຄວາມສົນໃຈ ບໍ່ໄດ້ໃຫ້ອີ່ຫຍັງເລີຍ, ພວກບ້ານ ພວກອີ່ຫຍັງນີ້ນ່າ. ກະບໍ່ເຂົ້າໃຈວ່າ ມັນເປັນແນວໃດແທ້, ຫັ້ນນ່າ.

6.jpg
RFA (TS): ກໍຣະກະດາ 2022, ສະພາບດິນເຈື່ອນເລັກນ້ອຍ ຕາມແຄມແມ່ນ້ຳຂອງ ໃນເຂດນະຄອນຫຼວງວຽງຈັນ

ນອກຈາກນີ້, ຊາວບ້ານຝັ່ງໄທຍ ຢູ່ບ້ານມ່ວງ, ເມືອງສັງຄົມ ແຂວງໜອງຄາຍ ກ່າວວ່າ ດຽວນີ້ ຕາຝັ່ງແຄມແມ່ນໍ້າຂອງເຈື່ອນລົງ ແລະ ເສັຽຫາຍຢ່າງໜັກ ຈາກລະດັບນໍ້າຂອງ ຂຶ້ນ-ລົງບໍ່ປົກກະຕິິ ແລະ ກັງວົນໃຈວ່າ ຫາກປ່ອຍໃຫ້ບັນຫາ ເກີດຂຶ້ນແບບນີ້ຕໍ່ໄປ ໂດຍບໍ່ຮີບດ່ວນແກ້ໄຂ ຍິ່ງຈະເຮັດໃຫ້ຕາຝັ່ງເຈື່ອນ ເສັຽຫາຍໜັກຂຶ້ນເລື້ອຍໆ.

ດັ່ງທ່ານກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 12 ກໍຣະກະດາ ທີ່ຜ່ານມານັ້ນວ່າ:

(ໄທຍ) “ນີ້ຄືພື້ນທີ່ ທີ່ເກີດຜົລກະທົບ ຈາກແມ່ນໍ້າຂອງ ບໍຣິເວັນດັ່ງກ່າວ ຕາຝັ່ງຖືກກັດເຊາະ ຈາກລະດັບນໍ້າ ທີ່ຂຶ້ນໆ-ລົງໆ. ປັດຈຸບັນນີ້, ເສັຽເນື້ອທີ່ໄປແລ້ວ ໜ້າຈະເກີນ 3-4 ໄຮ່ ຈາກແນວເກົ່າ ທີ່ເປັນຢູ່. ເລິກຫຼາຍ, ຕອນນີ້ໃກ້ຊິຮອດບ້ານເຮືອນ ຂອງປະຊາຊົນແລ້ວ.

ຍາງນາງ ອ້ອມບຸນ ທິບສຸນາ ຕາງໜ້າສມາຄົມ ສະພາອົງກອນຊຸມຊົນ ລຸ່ມແມ່ນໍ້າຂອງ 7 ແຂວງພາກອີສານ ປະເທດໄທຍ ກ່າວວ່າ ບັນຫາຕາຝັ່ງເຈື່ອນ ຕາມແລວແມ່ນໍ້າຂອງ ນັບມື້ຈະທະວີຄວາມຮຸນແຮງຂຶ້ນ ແລະ ຈະຂຍາຍຄວາມເສັຽຫາຍ ໄປໃນຫຼາຍແຂວງ ທັງຝັ່ງລາວ ແລະ ໄທຍ ຫາກໜ່ວຍງານທີ່ກ່ຽວຂ້ອງ ທັງລາວ ແລະໄທຍ ບໍ່ຮ່ວມມືກັນ ແກ້ໄຂບັນຫາຢ່າງຍືນຍົງ.

ສຳລັບຕາຝັ່ງເຈື່ອນ ໃນຝັ່ງໄທຍ ສ່ວນຫຼາຍຈະເກີດຂຶ້ນ ໃນຣະດູຝົນ ເພາະກະແສນໍ້າ ໃນແມ່ນໍ້າຂອງຈະໄຫຼແຮງ ແຕ່ປັດຈຸບັນ ຕາຝັ່ງເຈື່ອນ ສາມາດເກີດຂຶ້ນໄດ້ ຕລອດທັງປີ ເນື່ອງຈາກການຂຶ້ນ-ລົງ ຂອງລະດັບນໍ້າ ໃນແມ່ນໍ້າຂອງ ບໍ່ເປັນໄປຕາມທັມມະຊາດ ແລະ ຖືກກຳນົດ ໂດຍເຂື່ອນໄຟຟ້າ ຂນາດໃຫຍ່ ທີ່ສ້າງຂຶ້ນໃນແມ່ນໍ້າຂອງ.

(ໄທຍ) “ແທ້ໆແລ້ວ ໜ່ວຍງານຕ້ອງມາໂອ້ລົມກັນ ເພາະບັນຫາ ມັນເຫັນຢູ່ແບບນີ້ທຸກມື້ ມັນເປັນບັນຫາຮ່ວມ ຂອງທັງ 2 ຝັ່ງ. ມັນເຊາະເຂົ້າໄປເລື້ອຍໆ, ມັນບໍ່ສະເພາະຣະດູຝົນໄດ໋. ພໍເຖິງໄລຍະ ຮັບຮູ້ຂໍ້ມູນຂ່າວສານ ທີ່ຈະສ້າງ ເຂື່ອນຊະນະຄາມ ທີ່ມັນຈະຕ້ອງຂຶ້ນ-ລົງ ເກືອບ 4 ແມັຕຕໍ່ມື້. ຈຸດນີ້, ທີ່ມັນຈະໜັກໜ່ວງ ໃນອະນາຄົດ.

ກ່ຽວກັບບັນຫາ ຕາຝັ່ງແມ່ນໍ້າຂອງເຈື່ອນ ໃນປັດຈຸບັນນີ້ ເຈົ້າໜ້າທີ່ ກະຊວງຊັພຍາກອນທັມມະຊາດ ແລະສິ່ງແວດລ້ອມ ກ່າວວ່າ ບັນຫາຕາຝັ່ງເຈື່ອນ ໃນແມ່ນໍ້າຂອງ ແລະ ລຳນໍ້າສາຂາ ຖືເປັນບັນຫາສຳຄັນ ທີ່ກະຊວງຊັພຍາກອນທັມມະຊາຕ ແລະ ສິ່ງແວດລ້ອມ ພະຍາຍາມໃຫ້ຣັຖບານລາວ ເຫັນຄວາມສຳຄັນ ແລະ ເລັ່ງດ່ວນແກ້ໄຂບັນຫາ ເນື່ອງຈາກເຮັດໃຫ້ປະເທດລາວ ສູນເສັຽດິນແດນໄປ ແບບບໍ່ຮູ້ໂຕ ແລະ ຍັງເປັນການທຳລາຍ ຊັພຍາກອນທັມມະຊາດ ຂອງປະເທດນຳດ້ວຍ.

ສ່ວນສາເຫດທີ່ເຮັດໃຫ້ ຕາຝັ່ງເຈື່ອນ ກໍມາຈາກການດູດຊາຍ ທັງແບບຖືກກົດໝາຽ ແລະ ຜິດກົດໝາຽ. ສ່ວນສາເຫດ ທີ່ເກີດຈາກການຂຶ້ນ-ລົງ ຜິດປົກກະຕິ ຂອງນ້ຳ ໃນແມ່ນໍ້າຂອງນັ້ນ, ກໍຍັງຕ້ອງສຶກສາເພີ່ມຕື່ມວ່າ ເກີດເຂື່ອນໄຟຟ້າ ຫຼືການປ່ຽນແປງຂອງສະພາບ ດິນຟ້າອາກາດ.

ຢ່າງໃດກໍຕາມ, ເພື່ອຫຼຸດຜ່ອນຜົລກະທົບ ທາງການລາວ ກໍພະຍາຍາມ ຊອກຫາແຫຼ່ງທຶນ ທັງຈາກພາຍໃນ ແລະ ຕ່າງປະເທດ ເພື່ອນຳມາກໍ່ສ້າງກັນເຈື່ອນ, ເຊິ່ງປັດຈຸບັນ ຫຼາຍແຂວງໃນລາວ ກໍກຳລັງດຳເນີນການກໍ່ສ້າງຢູ່.

ດັ່ງເຈົ້າໜ້າທີ່ ກະຊວງຊັພຍາກອນທັມມະຊາຕ ແລະ ສິ່ງແວດລ້ອມ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 12 ກໍຣະກະດາ ທີ່ຜ່ານມານັ້ນວ່າ:

ກາຫຼັກໆນີ້ ມັນເຈື່ອນນີ້, ເຂົາກະທົບຕໍ່ສັງຄົມເບາະ ຕໍ່ທັມຊາຕເບາະ. ອະນາຄົດ ມັນຊິກັດເຊາະຂຶ້ນຫຼາຍ ກະມີງົບປະມານ (ເຮັດກັນເຈື່ອນ) ເຂົ້າພັທນາເຂດນັ້ນ.

ທ່ານ ໄບຣ່ອັ້ນ ໄອ່ເລີ້, ຜູ້ອຳນວຍການ ໂຄງການເອເຊັຽຕາເວັນອອກສຽງໃຕ້ ແລະ ໂຄງການທີ່ລົງເລິກບັນຫາ ນ້ຳ, ພະລັງງານ, ແລະ ຄວາມຍືນຍົງ ປະຈຳສະຖາບັນ ສຕິມຊັ້ນ ທີ່ນະຄອນຫຼວງວໍຊິງຕັ້ນ ດີຊີ, ປະເທດສະຫະຣັຖອາເມຣິກາ ໄດ້ໃຫ້ຄວາມເຫັນ ຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ຜ່ານການຕອບຄຳຖາມ ທາງອີເມລ໌ ເມື່ອວັນທີ 8 ກໍຣະກະດາ ທີ່ຜ່ານມາ ກ່ຽວກັບບັນຫາ ການເຊາະເຈື່ອນ ຕາມແຄມຂອງ ຫຼືຕາຝັ່ງແຄມຂອງເຈື່ອນ ວ່າ ບັນຫາດິນເຈື່ອນ ຕາມແຄມແມ່ນ້ຳຂອງ ໃນລາວ ແລະ ໄທຍ ນີ້, ເກີດມາຈາກປະກົດການ ທາງທັມມະຊາດ ທີ່ເອີ້ນວ່າ (ນ້ຳຫິວ), ເຊິ່ງມັກເກີດຂຶ້ນໃນບ່ອນທີ່ນ້ຳ ໃນສາຍນ້ຳ ຖືກກັກຝຸ່ນຕົມເອົາໄວ້ ຫຼືການຕົກຕະກອນ ແລະ ນ້ຳໃນສາຍນ້ຳດັ່ງກ່າວ ກໍຈະໃສ ແລ້ວມັນກໍຈະພະຍາຍາມຫາຝຸ່ນຕົມ ເພື່ອມາເຕີມເຕັມໂຕມັນເອງ.

ທ່ານວ່າ: “ນ້ຳ ເກີດການສູນເສັຽຝຸ່ນຕົມໃນໂຕມັນເອງ ມີສາເຫດມາຈາກການສ້າງເຂື່ອນ ໃນເຂດເທິງ ແລະ ການດູດຊາຍ ທີ່ເຮັດໃຫ້ເກີດການຕົກຕະກອນ (ຝຸ່ນຕົມ). ສະນັ້ນແລ້ວ, ເມື່ອນ້ຳຫິວ ນ້ຳກໍຈະພະຍາຍາມ ດູດເອົາຝຸ່ນຕົມ ມາໃສ່ໂຕເອງ ຈາກການດູດຝຸ່ນຕົມ ຫຼືດິນແຄມນ້ຳ ຜ່ານຂະບວນການເຈື່ອນ ຂອງດິນແຄມຝັ່ງ. ຈາກການວິຈັຍ ໄດ້ຄົ້ນພົບວ່າ ບັນດາເຂື່ອນ ໃນປະເທດຈີນ ກັກເອົາຝຸ່ນຕົມໄວ້ ຫຼາຍກວ່າເຄິ່ງນຶ່ງ ຂອງປະຣິມານຝຸ່ນຕົມທັງໝົດ ໃນແມ່ນ້ຳຂອງ ແລະ ໃນປັດຈຸບັນ ມີການສ້າງເຂື່ອນໃນປະເທດລາວ ເກືອບຈະ 100 ແຫ່ງແລ້ວ, ເຊິ່ງມັນໄດ້ສ້າງປະກົດການ ຕາຝັ່ງເຈື່ອນ ນັບມື້ນັບຮຸນແຮງຂຶ້ນ. ທາງນຶ່ງ ທີ່ຈະຫຼີກເວັ້ນບັນຫາຕາມຝັ່ງເຈື່ອນ ກໍແມ່ນການຍຸຕິການສ້າງເຂື່ອນ ເພື່ອບໍ່ໃຫ້ບັນຫາ ຮຸນແຮງໄປຫຼາຍກວ່ານີ້ ແລະ ບັນດາເຂື່ອນ ທີ່ຢູ່ໃນໄລຍະທີ່ພວມກໍ່ສ້າງນັ້ນ, ການສ້າງກົລໄກ ທີ່ເອື້ອອຳນວຍ ໃຫ້ຝຸ່ນຕົມສາມາດຜ່ານເຂື່ອນໄດ້ຫຼາຍຂຶ້ນ ກໍຖືເປັນສິ່ງທີ່ຈຳເປັນຕ້ອງສ້າງ. ຖ້າບໍ່ດັ່ງນັ້ນແລ້ວ, ຍິ່ງເວລາຜ່ານໄປ ສະຖານະການດິນເຈື່ອນ ຈະຍິ່ງຮຸນແຮງຂຶ້ນເລື້ອຍໆ ເນື່ອງຈາກສະພາບນ້ຳຫິວ ຈະເກີດຂຶ້ນຫຼາຍກວ່າເກົ່າ.”

ເຊັ່ນດຽວກັນ, ສາສດາຈານ ດຣ. ອ່ຽນ ແບຣ໌, ສາສດາຈານ ປະຈຳມະຫາວິທຍາລັຍ ວິສຄອນຊິ້ນ ເມດິຊັ້ນ, ຣັຖວິສຄອນຊິ້ນ ປະເທດສະຫະຣັຖອາເມຣິກາ ທີ່ຊ່ຽວຊານດ້ານທໍຣະນີວິທຍາ ທັງເປັນຊ່ຽວຊານດ້ານນ້ຳ ແລະ ເຂື່ອນ ໃນແມ່ນ້ຳຂອງ ກໍໄດ້ໃຫ້ຄວາມເຫັນ ຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ຜ່ານການຕອບຄຳຖາມ ທາງອີເມລ໌ ເມື່ອວັນທີ 13 ກໍຣະກະດາ ທີ່ຜ່ານມາ ກ່ຽວກັບບັນຫາ ການເຊາະເຈື່ອນຕາມແຄມຂອງ ຫຼືຕາຝັ່ງແຄມຂອງເຈື່ອນນີ້.

ທ່ານວ່າ: “ມັນອາຈມີຫຼາຍສາເຫດ ທີ່ເຮັດໃຫ້ເກີດດິນເຈື່ອນ ໃນແມ່ນ້ຳຂອງ ເປັນຕົ້ນວ່າ ການດູດຫີນ-ດູດຊາຍ ຕາມແຄມນ້ຳ, ແຕ່ມັນເປັນທີ່ຈະແຈ້ງແລ້ວວ່າ ສາເຫດຫຼັກອັນນຶ່ງ ທີ່ເຮັດໃຫ້ເກີດດິນເຈື່ອນ ແມ່ນປະກົດການ (ນ້ຳຫິວ). ສິ່ງນີ້ເກີດຂຶ້ນ ກໍເນື່ອງຈາກວ່າ ບັນດາເຂື່ອນໄຟຟ້າ ທີ່ຖືກສ້າງໃສ່ແມ່ນ້ຳຂອງ ກັກຝຸ່ນຕົມເອົາໄວ້ ສົ່ງຜົລໃຫ້ນ້ຳທີ່ຖືກປ່ອຍລົງມາຈາກເຂື່ອນ ມີປະຣິມານຝຸ່ນຕົມເຈືອປົນຢູ່ໜ້ອຍ. ເມື່ອນ້ຳຫິວເກີດຂຶ້ນຫຼາຍ ມັນຈຶ່ງເຮັດໃຫ້ມີການເຊາະເຈື່ອນຕາມແຄມຂອງ ເກີດຫຼາຍຂຶ້ນ ຢູ່ທາງເບື້ອງລຸ່ມ ຂອງເຂື່ອນໄຟຟ້າ.”

ທ່ານກ່າວຕື່ມວ່າ: “ຂພຈ ເຄີຍເຫັນປະກົດການດິນເຈື່ອນນີ້ ເກີດຂຶ້ນຢູ່ລຸ່ມເຂື່ອນຫຼາຍແຫ່ງ ເປັນຕົ້ນວ່າ ດິນເຈື່ອນຢູ່ຕາມລຳນ້ຳເຊຊານ ໃນພາກຕາເວັນອອກສຽງເໜືອ ຂອງປະເທດກັມພູຊາ, ດິນເຈື່ອນຢູ່ຕາມລຳນ້ຳ ທີ່ເກີດຢູ່ລຸ່ມເຂື່ອນນ້ຳຕົກ ຢາຫຼີ ໃນເຂດພູພຽງພາກກາງ ຂອງປະເທດວຽດນາມ. ທ່ານເຫັນເຮືອນຫຼາຍຫຼັງ ໃນນຶ່ງບ້ານ ເຈື່ອນລົງນ້ຳຈົນເກືອບໝົດ ຍ້ອນເກີດດິນເຈື່ອນຢ່າງຮຸນແຮງ ອັນເນື່ອງມາຈາກເຂື່ອນໄຟຟ້າ ໄດ້ກັກຝຸ່ນຕົມເອົາໄວ້. ຍິ່ງມີການສ້າງເຂື່ອນໄຟຟ້າຫຼາຍ ຈຶ່ງຈະເພີ່ມບັນຫາການເຊາະເຈື່ອນ ຫຼືຕາຝັ່ງເຈື່ອນໃນເຂດລຸ່ມເຂື່ອນ ຫຼາຍເທົ່ານັ້ນ.”

ກ່ອນໜ້ານີ້, ສາສດາຈານ ດຣ. ອ່ຽນ ແບຣ໌ ກໍເຄີຍໃຫ້ສັມພາດ ທາງໂທຣະສັບ ແກ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນປີ 2019 ກ່ຽວກັບບັນຫາການເຊາະເຈື່ອນ ໃນແມ່ນ້ຳຂອງ ວ່າ ບັນຫາດັ່ງກ່າວ ບໍ່ແມ່ນບັນຫາໃໝ່ ໃນບັນດາປະເທດ ທີ່ສ້າງເຂື່ອນຫຼາຍ ຕ່າງແຕ່ວ່າ ຖ້າບໍ່ມີການຮັບມືທີ່ດີ ມັນກໍຈະສ້າງຜົລກະທົບ ທີ່ຢ່າງຮ້າຍແຮງຕາມມາ ເນື່ອງຈາກມີການສ້າງເຂື່ອນ ກໍ່ໃຫ້ເກີດປະກົດການ ນ້ຳຫິວ ຫຼືນ້ຳຂາດຝຸ່ນຕົມ ແລ້ວເຮັດໃຫ້ເກີດການເຊາະເຈື່ອນ ທີ່ຮຸນແຮງ.

“ຮອດເມືອງລາວ ມັນກະຕ້ອງມີບັນຫາຄືກັນ ເພາະວ່າ ຍົກໂຕຢ່າງ ເຂື່ອນໄຊຍະບູຣີເນາະ ເຂົາເຈົ້າປ່ອຍນ້ຳ ຂອງມາຈາກເຂື່ອນນີ້ເນາະ ນ້ຳມັນຊິໃສ. ບາດເວລານ້ຳມັນໃສນີ້ນ່າ ມັນຊິເຮັດໃຫ້ຕາຝັ່ງມັນເຈື່ອນ ເພາະວ່າມັນຊິເກັບຕະກອນ (ຝຸ່ນຕົມ) ຈາກຕາຝັ່ງ ເພາະວ່າມັນບໍ່ມີຫຍັງຢູ່ໃນນ້ຳນີ້ນ່າ ແລ້ວມັນຊິເຮັດໃຫ້ເຊາະເຈື່ອນນີ້ນ່າ. ຄືດຽວນີ້ ເຫັນຢູ່ວຽງຈັນ ຫຼືວ່າຫຼາຍບ່ອນ ມີບັນຫາເຊາະເຈື່ອນນີ້ນ່າ, ໂຕນີ້ມັນຕ້ອງກ່ຽວຂ້ອງກັບເຂື່ອນຄືກັນ. ລະກະດຽວນີ້ ຣັຖບານລາວ ລົງທຶນບໍ່ແມ່ນໜ້ອຍ ໃນການທີ່ຊິສ້າງກັນເຈື່ອນນີ້ນ່າ. ອັນນີ້, ຖືວ່າມັນເປັນຜົລກະທົບ ທີ່ເກີດມາຈາກເຂື່ອນ, ແຕ່ເຂົາເຈົ້າບໍ່ເວົ້າ ຫຼືບາງທີເຂົາເຈົ້າບໍ່ເຂົ້າໃຈ ກະບໍ່ຮູ້ເນາະ. ແຕ່ວ່າແທ້ຈິງນີ້, ບັນຫາໂຕນີ້ ມັນເປັນບັນຫາ ທີ່ມາຈາກເຂື່ອນຢູ່ແລ້ວ, ອັນນີ້ເຫັນມາ ໃນຫຼາຍໆປະເທດຜ່ານມາ ເຂົາເຈົ້າເຄີຍມີບັນຫາແບບນີ້. ເຂົາເຈົ້າເອີ້ນວ່າ (ນ້ຳມັນຫິວ) ໝາຍຄວາມວ່າ ນ້ຳມັນບໍ່ມີຕະກອນ ມັນບໍ່ມີຫຍັງຢູ່ໃນນ້ຳນີ້ນ່າ ແລ້ວມັນຊິຫາເອົາດິນຊາຍ ຫຼືວ່າດິນນີ້ນ່າ ຢູ່ທາງຂ້າງນີ້ນ່າ ແລ້ວມັນຊິລັກສະນະວ່າ ມັນຊິຢາກກິນເອົານີ້ນ່າ ແລ້ວມັນຊິເຮັດໃຫ້ເຈື່ອນລົງນີ້ນ່າ. ໂຕນີ້ມັນເປັນບັນຫາ ທີ່ມີມາໃນຫຼາຍໆປະເທດຢູ່ແລ້ວ ເປັນທີ່ຮູ້ຈັກກັນຢູ່ແລ້ວ ຂອງພວກຊ່ຽວຊານ. ມັນຕ້ອງເປັນຈັ່ງຊັ້ນແລ້ວ, ອັນນີ້ມັນເປັນບັນຫາພື້ນຖານ ຂອງການສ້າງເຂື່ອນນີ້ນ່າ ບໍ່ວ່າແຕ່ຢູ່ໃສ.”

ຂະນະດຽວກັນ, ການເຊາະເຈື່ອນ ຕາມແຄມແມ່ນ້ຳຂອງ ບໍ່ພຽງແຕ່ສ້າງຄວາມເສັຽຫາຍ ໃນລັກສະນະທາງກາຍພາບ ຫຼືທີ່ຢູ່ອາສັຍເທົ່ານັ້ນ, ມັນຍັງໄດ້ເຮັດໃຫ້ວິຖີຊີວິຕ ຂອງປະຊາຊົນ ເປັນຕົ້ນແມ່ນການອາສັຍທີ່ດິນແຄມນ້ຳ ເພື່ອທຳມາຫາກິນ ກໍພອຍໄດ້ຮັບຜົລກະທົບ ຈົນຕ້ອງປະລະອາຊີບດັ້ງເດີມນຳດ້ວຍ ເພາະຫາກິນຄືເກົ່າບໍ່ໄດ້.

“ໂອ້, ມັນກະມີຫຼາຍອັນນີ້ນ່າ ນັບແຕ່ວ່າ ຄັນວ່າມັນເຊາະເຈື່ອນນີ້ເນາະ ເຮືອນທີ່ຢູ່ໃກ້ໆຕະລິ່ງນີ້ນ່າ ມັນກະອາຈຢູ່ບໍ່ໄດ້ແຫຼະເນາະ ເຂົາເຈົ້າກະຕ້ອງມ້າງເຮືອນ ອອກມາຢູ່ ເຂົ້າໄປໃນນີ້ນ່າ ມັນກະເສັຽດິນດອນນີ້ເນາະ ເສັຽບ່ອນອາສັຍຢູ່ ຂອງເຂົາເຈົ້າ. ບາງທີກະສ້າງຖນົນ ຢູ່ແຄມຂອງນີ້ນ່າເນາະ ມັນກະຄັນວ່າເຈື່ອນລົງນີ້ ຣັຖບານກະຕ້ອງໃຊ້ເງິນຫຼາຍຂຶ້ນ ໃນການສ້ອມແປງທາງເບາະ. ຫຼືວ່າປະຊາຊົນນີ້ ເຄີຍປູກຝັງ ຢູ່ແຄມນ້ຳ ຣະດູແລ້ງເນາະ ເຂົາເຈົ້າປູກໝາກເຂືອ, ໝາກເຜັດ, ອີ່ຫຍັງຕ່າງໆນີ້ນ່າ. ຄັນວ່າເຈົ້າໄປຢູ່ນ້ຳເຊບັ້ງໄຟນີ້ນ່າ ກະເປັນໂຕຢ່າງ ບ່ອນເຂົາເຈົ້າເຄີຍປູກຜັກປູກມີ່ ປູກບໍ່ໄດ້ແລ້ວ. ເຂົາເຈົ້າປູກ ຕ້ອງເຮັດຢູ່ເທິງ ຄັນວ່າເຮັດຢູ່ເທິງ ເຂົາເຈົ້າກະຕ້ອງສູບນ້ຳຂຶ້ນມາ, ສູບນ້ຳ ກະຕ້ອງມີຄ່ານ້ຳ-ຄ່າໄຟ ເດ້, ຄ່ານ້ຳມັນເດ້. ລະກະອີກອັນນຶ່ງ, ຝຸ່ນນີ້ ຝຸ່ນທັມມະດາຢູ່ແລ້ວ ແຕ່ກ່ອນນີ້ ມັນເປັນຝຸ່ນທີ່ເຮັດໃຫ້ດິນມັນງາມ ປູກຜັກກະງາມ. ຖ້າວ່າເຮັດຢູ່ເທິງ ຕ້ອງຊື້ປຸ໋ຍ ຊື້ຫຍັງນີ້ນ່າ ເພາະວ່າມັນບໍ່ໄດ້ຝຸ່ນທັມມະຊາດ ຄືຢູ່ລຸ່ມນັ້ນ. ຈັ່ງຊັ້ນມັນກະມີຫຼາຍອັນນີ້ນ່າ ທີ່ອາຈເກີດຂຶ້ນ ຕໍ່ການດຳຣົງຊີວິຕ ຂອງຄົນຢູ່ແຄມນ້ຳ.”

5.jpg
RFA (TS): ກໍຣະກະດາ 2022, ປ້າຍໂຄງການກັນເຈື່ອນ ຕາມແຄມແມ່ນ້ຳຂອງ ໃນເຂດນະຄອນຫຼວງວຽງຈັນ ທີ່ຣັຖບານປະເທດເກົາຫຼີໃຕ້ ໄດ້ໃຫ້ການຊ່ອຍເຫຼືອ ແກ່ຣັຖບານລາວ

ປັດຈຸບັນ, ເນື່ອງຈາກມີບັນຫາຜົລກະທົບ ຈາກດິນເຈື່ອນ ຕາມແມ່ນ້ຳຂອງນີ້, ຣັຖບານລາວ ກໍພວມຫາວິທີແກ້ໄຂຢູ່ ດ້ວຍການສ້າງກັນຕາຝັ່ງເຈື່ອນ ຫຼືໃນທ້ອງຖິ່ນ ພາກັນຮຽກວ່າ (ກັນເຈື່ອນ), ແຕ່ການແກ້ໄຂບັນຫາດັ່ງກ່າວ ດ້ວຍການສ້າງ ກັນເຈື່ອນ ກໍຈຳເປັນຕ້ອງໃຊ້ປະມານ ຈຳນວນຫຼາຍ, ເຊິ່ງຣັຖບານລາວ ກໍຕ້ອງໄດ້ກູ້ຢືມເງິນ ຈາກຕ່າງປະເທດ ເປັນຈໍານວນເງິນ ຫຼາຍລ້ານໂດລ້າຣ໌ສະຫະຣັຖ ເພື່ອນໍາມາພັທນາ ໂຄງການກໍ່ສ້າງກັນເຈື່ອນ ຕາມລໍາແມ່ນໍ້າຂອງ.

ໃນຫຼາຍແຂວງ ກໍພວມດໍາເນີນການກໍ່ສ້າງຢູ່ ໃນປັດຈຸບັນ ເປັນຕົ້ນ: ນະຄອນຫຼວງວຽງຈັນ, ແຂວງໄຊຍະບູຣີ, ແຂວງສວັນນະເຂດ ແລະ ແຂວງຈໍາປາສັກ. ແຕ່ໃນນະຄອນຫຼວງວຽງຈັນ ກໍສ້າງສຳເຣັດ ເປັນສ່ວນໃຫຍ່ແລ້ວ ເພາະສ່ວນນຶ່ງ ກໍໄດ້ຮັບການຊ່ອຍເຫຼືອ ຈາກຕ່າງປະເທດ ເປັນຕົ້ນວ່າ ການສ້າງກັນເຈື່ອນແຄມຂອງ ໃນເຂດເມືອງຈັນທະບູຣີ, ສີໂຄດຕະບອງ, ແລະ ສີສັຕນາຄ ນະຄອນຫຼວງວຽງຈັນ ທີ່ຣັຖບານເກົາຫຼີໃຕ້ ໄດ້ໃຫ້ການຊ່ອຍເຫຼືອ ຕັ້ງແຕ່ປີ 2008 ຫຼືສມັຍທີ່ ພະນະທ່ານ ບົວສອນ ບຸບຜາວັນ ດຳຣົງຕຳແໜ່ງ ເປັນນາຍົກຣັຖມົນຕຣີລາວ.

ສບາຍດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.