ຊາວບ້ານບ້ານຫ້ວຍຫົກ ເມືອງກາສີ ແຂວງວຽງຈັນ 60 ປາຍຄອບຄົວ ໄດ້ຮັບເອົາເງິນຊົດເຊີຍດິນ ທີ່ໄດ້ຮັບຜົລກະທົບຈາກໂຄງການ ຂຸດຄົ້ນແຮ່ເຫລັກແບບທົດລອງ ຂອງບໍຣິສັດ ໄທຢຸ້ຍກາສີ ພັທນາ ບໍ່ແຮ່ ຈໍາກັດ ຂອງຈີນ ແລ້ວ ເມື່ອວັນທີ 5 ກໍຣະກະດານີ້. ບໍຣິສັດຄິດໄລ່ ຄ່າຊົດເຊີຍດິນຢູ່ພູດອຍ ທີ່ບໍ່ມີໃບຕາດິນ ເຮັກຕ້າຣ໌ ລະ 23,000,000 ກີບ, ດິນສວນ ທີ່ບໍ່ມີໃບຕາດິນ ເຮັກຕ້າຣ໌ ລະ 20,000,000 ກີບ ແລະດິນປຸກເຮືອນ ທີ່ມີໃບຕາດິນ ຕິດແຄມທາງຣົຖ ເຮັກຕ້າຣ໌ ລະ 45,000,000 ກີບ.
ຄ່າຊົດເຊີຍທີ່ວ່ານີ້ ຊາວບ້ານບໍ່ພໍໃຈປານໃດ ແຕ່ກໍຕ້ອງຍອມຮັບເອົາ ເນື່ອງຈາກຂັ້ນເທິງ ມາລະດົມໃຫ້ຊາວບ້ານ ມອບດິນໃຫ້ໂຄງການດັ່ງກ່າວ ໂດຍໃຫ້ເຫດຜົລວ່າ ດິນທີ່ຊາວບ້ານ ຖືກັມມະສິທນັ້ນ ເປັນດິນທີ່ໃຊ້ທໍາມາຫາກິນ ແລະບໍ່ມີໃບຕາດິນ ທີ່ຢັ້ງຢືນເປັນຊັບສິນຂອງຕົນ.
ອີງຕາມຄໍາເວົ້າ ຂອງຊາວບ້ານ ບ້ານຫ້ວຍຫົກ ຜູ້ນຶ່ງ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 12 ກໍຣະກະດານີ້.
" ກໍບໍ່ພໍໃຈແຫລະ ແຕ່ວ່າກໍຈໍາເປັນ ເພາະວ່າທາງເມືອງ ຊິມາປຸກລະດົມ ສິມາເຜີຍແຜ່ວ່າໃຫ້ເອົາ ບອກໃຫ້ເອົາວ່າ ດິນຖືວ່າ ບໍ່ແມ່ນວ່າດິນບຸກຄົນ ຖືວ່າເປັນດິນທີ່ເຮົານໍາໃຊ້ຊື່ໆ ທາງຂັ້ນເທິງ ກໍແນະນໍາແນວນັ້ນ. "
ບ້ານຫ້ວຍຫົກ ເປັນບ້ານດຽວ ທີ່ບໍຣິສັດ ໄທຢຸ້ຍກາສີ ພັທນາ ບໍ່ແຮ່ ໄດ້ມອບ ເງິນຊົດເຊີຍໃຫ້. ໃນນັ້ນ ບໍຣິສັດ ໄດ້ມອບເງິນຊົດເຊີຍ ໃຫ້ຊາວບ້ານງວດທໍາອິດ 60 ປາຍຄອບຄົວ, ເປັນເງິນທັງໝົດ 1 ຕື້ປາຍກີບ. ສ່ວນທີ່ເຫລືອ ອີກ 3 ຕື້ປາຍກີບ ຈະແບ່ງຈ່າຍ ໃຫ້ເປັນງວດທີ 2 ແລະງວດທີ 3 ຕໍ່ໄປ.
ແຕ່ຍັງມີອີກ 11 ຄອບຄົວ ທີ່ດິນເຮືອນ ແລະດິນນາ ມີໃບຕາດິນ ແລະຢູ່ຕິດແຄມທາງຣົຖ ທັງໝົດ 11 ຕອນ ຫລື 6 ເຮັກຕ້າຣ໌ ບໍ່ຍອມຮັບເອົາຄ່າຊົດເຊີຍຈາກບໍຣິສັດນັ້ນ ຍ້ອນເຫັນວ່າ ເປັນຄ່າຊົດເຊີຍທີ່ບໍ່ເໝາະສົມ ຄືທາງບໍຣິສັດໃຫ້ແຕ່ 90 ລ້ານກີບຕໍ່ເຮັກຕ້າຣ໌ ແຕ່ປະຊາຊົນຢາກໄດ້ 200 ລ້ານກີບຕໍ່ເຮັກຕ້າຣ໌ ຕາມລາຄາທີ່ໄດ້ຊື້ມາ ແລະອີກຢ່າງນຶ່ງ ທາງບໍຣິສັດ ກໍບໍ່ຍອມຫາດິນບ່ອນໃໝ່ ໃຫ້ 11 ຄອບຄົວນີ້ ເພື່ອຈະໄດ້ໂຍກຍ້າຍໄປປຸກເຮືອນຢູ່ ແລະເຮັດສວນ-ເຮັດນາ. ຖ້າຫາກທາງບໍຣິສັດ ຍອມຫາທີ່ດິນໃຫ້ ພວກເຂົາເຈົ້າກໍຈະຍອມຍົກດິນ ແລະຍອມຮັບຄ່າຊົດເຊີຍ ທີ່ບໍຣິສັດສເນີມາ.
ດັ່ງຊາວບ້ານຫ້ວຍຫົກ ອີກຜູ້ນຶ່ງເວົ້າໃນມື້ດຽວກັນນີ້ວ່າ:
" ດິນເຮືອນ ຍັງບໍ່ທັນໄດ້ຊົດເຊີຍເທື່ອ ເພາະວ່າດຽວນີ້ ຈຸ 11 ຕອນຫັ້ນ ເພິ່ນສເນີມາວ່າ ໃຫ້ຊອກດິນບ່ອນທີ່ເຂົາ... ຊິຮູ້ຫັ້ນ ໃຫ້ມາຈັດສັນແບ່ງໃຫ້ລະອຽດ ແລ້ວເຂົາຈັ່ງຊິເຊັນ ແລ້ວເຂົາຈັ່ງຊິມອບ. "
ໃນຂະນະດຽວກັນ ຊາວບ້ານ ບ້ານແດນດິນ ເມືອງກາສີ ຜູ້ນຶ່ງກໍເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວນທີ 12 ກໍຣະກະດານີ້ວ່າ ບ້ານແດນດິນ ກໍເປັນອີກບ້ານນຶ່ງ ທີ່ຊາວບ້ານຕ້ອງໄດ້ເສັຍດິນ ໃຫ້ບໍຣິສັດດັ່ງກ່າວ ຈໍານວນ 89 ຕອນ ຄິດເປັນມູນຄ່າທັງໝົດ 2 ຕື້ປາຍກີບນັ້ນ, ປັດຈຸບັນ ທາງບໍຣິສັດ ຍັງບໍ່ໄດ້ສໍາຣວດ ແລະຂຸດຄົ້ນແຮ່ເຫລັກເທື່ອ ແລະຍັງບໍ່ໄດ້ເວົ້າເຣື່ອງຄ່າຊົດເຊີຍ ຄືບ້ານຫ້ວຍຫົກເທື່ອ.
" ບ້ານແດນດິນ ເພິ່ນກໍຍັງບໍ່ໄດ້ມາລົມອັນໃດນ່າ. ຍັງ ! ເພິ່ນກໍຍັງບໍ່ທັນໄດ້ເຮັດອັນໃດນ່າ , ກໍຊິແມ່ນບ້ານຫ້ວຍຫົກຫັ້ນແຫລະ ເພິ່ນໄດ້ຮັບຄ່າຊົດເຊີຍແລ້ວ ປະຊາຊົນຈັ່ງຊິໃຫ້ເຮັດ. "
ແລະຊາວບ້ານ ບ້ານພູຫິນເຫລັກໄຟ ເມືອງກາສີ ກໍເວົ້າໃນມື້ດຽວກັນນີ້ວ່າ ໃນເຂດບ້ານຂອງຕົນ ຊາວບ້ານກໍຕ້ອງໄດ້ເສັຍດິນ ໃຫ້ບໍຣິສັດນັ້ນ ຈໍານວນ 58 ຕອນ ເປັນມູນຄ່າທັງໝົດ 1 ຕື້ປາຍກີບ ທາງບໍຣິສັດຍັງບໍ່ທັນໄດ້ສໍາຣວດ ຂຸດຄົ້ນພື້ນທີ່ໃນບ້ານພູຫິນເຫລັກໄຟ ເພື່ອຂຸດຄົ້ນແຮ່ເຫລັກເທື່ອ ແລະເຣື່ອງການຈ່າຍຄ່າຊົດເຊີຍ ກໍຍັງບໍ່ທັນໄດ້ເວົ້າເຖິງເທື່ອ.
" ເອີ ! ເຂົາໄປຢາມບ່ອນນີ້ , ບ່ອນນັ້ນ. ເອີ! ເຂົາໄປລະ ແຕ່ບໍ່ທັນເອົາ ໄປຢາມ ໄປຊອກຫັ້ນ. ເຂົາໄປແລ້ວຫັ້ນນະ. "
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງແຂວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 12 ກໍຣະກະດານີ້ວ່າ ສໍາລັບບ້ານຫ້ວຍຫົກນັ້ນ ບໍຣິສັດຈ່າຍຄ່າຊົດເຊີຍ ແຕ່ງວດທໍາອິດກ່ອນ. ສ່ວນງວດທີ 2 ຈະຈ່າຍໃຫ້ໃນເດືອນຕຸລາ 2022 ແລະງວດທີ 3 ຈະຈ່າຍໃຫ້ໃນເດືອນເມສາ 2023. ຫລັງຈາກນັ້ນ ກໍຈະສືບຕໍ່ຈ່າຍຄ່າຊົດເຊີຍ ໃຫ້ຊາວບ້ານ ບ້ານແດນດິນ ແລະບ້ານພູຫິນເຫລັກໄຟ ເປັນລໍາດັບຖັດໄປ ແລະໃນລະຫວ່າງ ທີ່ບໍຣິສັດ ຍັງບໍ່ໄດ້ຂຸດຄົ້ນແຮ່ເຫລັກ ແລະຈ່າຍຄ່າຊົດເຊີຍນີ້, ຊາວບ້ານ ບ້ານແດນດິນ ແລະບ້ານພູຫິນເຫລັກໄຟ ກໍຍັງສາມາດເຮັດສວນຂອງຕົນ ທີ່ຈະຖືກຜົລກະທົບ ຈາກໂຄງການນັ້ນໄດ້ຕາມປົກກະຕິ ໄປຈົນກວ່າວ່າ ທາງບໍຣິສັດ ຈະຈ່າຍຄ່າຊົດເຊີຍ ແລະຂຸດຄົ້ນແຮ່ເຫລັກ.
" ງວດ 2 ລະແມ່ນເດືອນ 10 ຊິຈ່າຍນ່າ. ງວດ 3 ລະແມ່ນເດືອນ 4 ບໍ່ ເພິ່ນຊິຈ່າຍ ຫ້ວຍຫົກໃຫ້ແລ້ວ ກ່ອນບໍ່ ຈັ່ງຊິສືບຕໍ່ບ້ານແດນດິນ, ພູຫີນເຫລັກໄຟຫັ້ນນ່າ ເພາະວ່າ ຊ່ວງນີ້ທາງບໍຣິສັດ ກໍຍັງບໍ່ໄດ້ສືບຄົ້ນເທື່ອ ມີແຕ່ວ່າປະຊາຊົນຫັ້ນນ່າ ຖ້າວ່າເຂົາເຈົ້າຢາກທໍາການຜລິດ ປູກເຂົ້າປູກນໍ້າ. "
ສໍາລັບຊາວບ້ານ ບ້ານຫ້ວຍຫົກ ທັງ 11 ຄອບຄົວ ທີ່ບໍ່ຍອມຮັບຄ່າຊົດເຊີຍ ທາງເຈົ້າໜ້າທີ່ ທີ່ກ່ຽວຂ້ອງເມືອງກາສີ ກໍເວົ້າວ່າ ໃຫ້ບໍຣິສັດຊອກດິນຈັດສັນ ທີ່ເໝາະສົມໃຫ້ທາງເມືອງກ່ອນ ແລ້ວທາງເມືອງຈະໄປຈັດສັນໃຫ້ຄອບຄົວ ທີ່ມີດິນປຸກສ້າງ ຊຶ່ງຖືກຜົລກໍທົບ ແລະຂະນະນີ້ ທາງບໍຣິສັດກໍຍັງຊອກດິນຈັດສັນໃຫ້ຊາວບ້ານ 11 ຄອບຄົວ ບໍ່ທັນໄດ້ເທື່ອ ແຕ່ກໍພະຍາຍາມຊອກດິນຈັດສັນ ທີ່ເໝາະສົມໃຫ້ຢູ່.
" ເຂົາເຈົ້າຍັງບໍ່ຍອມຮັບເອົານ່າ ເພາະວ່າທາງບໍຣິສັດ ກໍຊອກຫາດິນໃຫ້ປະຊາຊົນ ຍັງບໍ່ໄດ້ເທື່ອ ຄືໂຕໃດ ມັນມີສິ່ງປຸກສ້າງຫັ້ນນ່າເນາະ ທາງເມືອງກໍໄດ້ຄົ້ນຄວ້າ ຕົກລົງກັນແລ້ວ, ແລ້ວມອບໃຫ້ທາງບໍຣິສັດ ຊອກດິນໃຫ້ເມືອງກ່ອນ, ແລ້ວເມືອງຊິໄປຈັດສັນ ໃຫ້ຄອບຄົວໃດ ທີ່ຖືກດິນປຸກສ້າງ ທາງບໍຣິສັດ ກໍາລັງຄົ້ນຄວ້າ ຊອກເບິ່ງດິນທີ່ເໝາະສົມ ຫັ້ນແຫລະ. "
ອີງຕາມຂໍ້ມູນ ຈາກຫ້ອງການຊັພຍາກອນທັມມະຊາຕ ແລະສິ່ງແວດລ້ອມ ແຂວງວຽງຈັນ ໃນມື້ວັນທີ 12 ກໍຣະກະດານີ້, ໄລຍະເວລາສັມປະທານດິນ ເພື່ອຂຸດຄົ້ນແຮ່ເຫລັກ ແບບທົດລອງ ແລະປຸງແຕ່ງແຮ່ເຫລັກນີ້ ແມ່ນບໍຣິສັດ ໄທຢຸ້ຍກາສີ ພັທນາບໍ່ແຮ່ ຈໍາກັດ ຂອງຈີນ ແມ່ນຢ່າງໜ້ອຍ 25 ປີ. ປັດຈຸບັນ ຍັງບໍ່ທັນໄດ້ຂຸດຄົ້ນແຮ່ເຫລັກ ຢູ່ບ້ານຫ້ວຍຫົກເທື່ອ ເຖິງແມ່ນວ່າຈະໄດ້ຈ່າຍຄ່າຊົດເຊີຍໄປ ຈໍານວນນຶ່ງແລ້ວກໍຕາມ, ມີພຽງແຕ່ໄດ້ສໍາຣວດເນື້ອທີ່ ແລະຢູ່ໃນຂັ້ນຕອນ ການເຮັດບົດວິພາກ ສິ່ງແວດລ້ອມ ເພື່ອຣາຍງານໃຫ້ຣັຖບານ ອະນຸມັດ ກ່ອນຈະໄດ້ຂຸດຄົ້ນ.
ບໍຣິສັດ ໄທຢຸ້ຍກາສີ ພັທນາບໍ່ແຮ່ ຈໍາກັດ ຂອງຈີນ ໄດ້ສໍາຣວດແຮ່ເຫລັກ ມາຕັ້ງແຕ່ເດືອນ ພຶສຈິກາ 2021 ແລະພາຍຫລັງໝົດອາຍຸ ສັມປະທານແລ້ວ ທາງບໍຣິສັດກໍຈະປັບໜ້າດິນ ໃຫ້ເປັນຄືເກົ່າ ແລ້ວສົ່ງດິນນັ້ນຄືນໃຫ້ປະຊາຊົນ, ອີງຕາມຂໍ້ມູນ ຈາກຫ້ອງການພະລັງງານ ແລະບໍ່ແຮ່ ເມືອງກາສີ ແຂວງວຽງຈັນ ໃນມື້ວັນທີ 26 ພຶສພາ 2022 ນີ້.