ເຣື້ອງທີ່ເກັບບັນທຶກໄວ້
2023-04-12
ກອງກວດກາປ່າໄມ້ ຜແນກກະສິກັມ ແລະ ປ່າໄມ້ ຢູ່ເມືອງໄຊເສດຖາ ແຂວງ ອັດຕະປື ຈັດພິທີຈູດທໍາລາຍ ຊາກສັດປ່າ ທີ່ຍຶດໄດ້ ລວມ 38.5 ກິໂລກຣາມ ເຊິ່ງຈຳນວນ ຊາກສັດທີ່ຍຶດໄດ້ນັ້ນ ມີສັດປ່າປະເພດຫ່ວງຫ້າມ ຫຼື ຫ້າມລ່າ ລວມຢູ່ນຳ.
2023-04-12
ຣັຖບານລາວ ໃຫ້ບໍຣິສັດເອກກະຊົນ ສໍາຣວດຄວາມເປັນໄປໄດ້ ໃນການພັທນາໂຄງການ ພະລັງານແສງຕາເວັນ ຢູ່ແຂວງເຊກອງ ໃນເນື້ອທີ່ 1,152 ເຮັກຕ້າຣ໌ ຂະນະດຽວກັນ ຍັງບໍ່ມີຂໍ້ມູນ ຈຳນວນປະຊາຊົນ ທີ່ອາດຖືກຜົລກະທົບ.
2023-04-12
ຈົນມາເຖິງປັດຈຸບັນນີ້ ມີເນື້ອທີ່ປ່າໄມ້ ໃນເຂດພູພະນັງ ເສັຽຫາຍຫຼາຍ 100 ເຮັກຕ້າຣ໌ ເຊິ່ງໄຟໄໝ້ປ່າສງວນໃນຄັ້ງນີ້ ມີຄວາມຮຸນແຮງ ຫຼາຍກວ່າປີທີ່ຜ່ານໆມາ ແລະ ຂະນະນີ້ ຍັງບໍ່ສາມາດມອດໝົດ ຈິ່ງເກີດຜົລກະທົບ ກັບສິ່ງແວດລ້ອມທີ່ສຸດ ນອກເໜືອຈາກ ຊາວບ້ານໄດ້ຮັບຜົລກະທົບ ທາງດ້ານສຸຂພາບ.
2023-04-10
ກອງປະຊຸມສຸດຍອດ ຄະນະກັມມາທິການ ແມ່ນໍ້າຂອງສາກົລ ຄັ້ງທີ 4 ສິ່ງທີ່ທ້າທາຍ ໃນຕໍ່ໜ້າ ຄືການສ້າງດຸນຍະພາບ ຂອງແມ່ນໍ້າຂອງ ໃນຂະນະທີ່ ພັທນາ ສົ່ງຜົລກະທົບ ໃຫ້ມີການປ່ຽນແປງ ທາງດ້ານ ສັງຄົມ ແລະ ສີ່ງແວດລ້ອມ.
2023-04-06
ບໍຣິສັດລາວ ແລະ ຈີນ ເຊັນສັນຍາຮ່ວມມືກັນ 4 ໂຄງການ ໃນການຂຸດຄົ້ນ ແຮ່ທອງແດງ ຢູ່ເມືອງໝື່ນ ແຂວງວຽງຈັນ ຂະນະທີ່ຊາວບ້ານ ກັງວົນກ່ຽວກັບ ຜົລກະທົບ ຕໍ່ໄຮ່ນາ ແລະດິນທຳມາຫາກິນຂອງພວກເຂົາເຈົ້າ ແລະອາດໄດ້ຄ່າຊົດເຊີຍ ທີ່ບໍ່ເປັນທັມ.
2023-04-06
ມີຊ້າງປ່າ 10 ໂຕ ເຂົ້າມາບຸກລຸກພື້ນທີ່ຊາວບ້ານ ແລະ ທຳລາຍເຄື່ອງຂອງ ແລະ ພືດຜົລທາງການກະເສດ ຂອງຊາວບ້ານ ຢູ່ບ້ານພູແທ່ນ ເມືອງຫລາ ແຂວງອຸດົມໄຊ ຂະນະທີ່ ທາງການແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ມີມາຕການ ປ້ອງກັນ ຫຼື ຊ່ວຍເຫຼືອ ຊາວບ້ານໄດ້ເທື່ອ.
2023-04-05
ຣັຖບານລາວ ຮຽກຮ້ອງໃຫ້ບັນດາປະເທດ ສະມາຊິກລຸ່ມແມ່ນໍ້າຂອງ ຮ່ວມກັນຄຸ້ມຄອງ ແມ່ນໍ້າຂອງ ເພື່ອຜົນປໂຍດຮ່ວມກັນ ພາຍຫຼັງທີ່ແມ່ນໍ້າຂອງຕອນລຸ່ມ ປະເຊີນກັບສະພາບ ການປ່ຽນແປງ ຂອງດິນຟ້າ ອາກາດ ໃນກອງປະຊຸມ ສຸດຍອດ ຂອງຄະນະກັມມະການ ແມ່ນ້ຳຂອງສາກົລ ທີ່ນະຄອນຫຼວງວຽງຈັນ.
2023-04-03
ຄະນະກັມມາທິການ ແມ່ນໍ້າຂອງສາກົນ ຫຼື MRC ຈັດກອງປະຊຸມປຶກສາເຣື່ອງການປ່ຽນແປງຂອງອາກາດທີ່ສົ່ງຜົລກະທົບ ຕໍ່ນໍ້າຂອງ ແລະການດໍາລົງຊີວິດ ຂອງປະຊາຊົນທ້ອງຖິ່ນ, ຄັ້ງທີ 4 ເພື່ອຫາທາງແກ້ໄຂ ຜົລກະທົບ ດັ່ງກ່າວ ໃຫ້ປະຊາຊົນ ໃນຂົງເຂດນີ້.
2023-04-03
ຊາວບ້ານ ຈໍານວນ 65 ຄົນ ຢູ່ເຂດບ້ານໂພນສົມບູນ ເມືອງໂພນໂຮງ ຖືກເຈົ້າໜ້າ ເມືອງໂພນໂຮງ ນຳໄປສຶກສາອົບຮົມເຣື່ອງກົດໝາຍ ວ່າດ້ວຍປ່າໄມ້ ເພາະຊາວບ້ານໄດ້ບຸກລຸກປ່າໄມ້ ແລະ ສ່ວນໃຫຍ່ ຜູ້ທີ່ບຸກລຸກ ເປັນຄອບຄົວທຸກຍາກ ເຊິ່ງຕ້ອງການນຳໃຊ້ດິນ ເພື່ອປູກຢາງພາຣາ ສ້າງລາຍໄດ້.
2023-04-03
ທາງການນະຄອນຫລວງວຽງຈັນ ຢືນຢັນເຖິງ ຜົລເສັຽຫາຍ ຈາກໄຟໄໝ້ປ່າ ເຂດພູພະນັງ ເບື້ອງຕົ້ນ ປະມານ 120 ເຮັກຕ້າຣ໌, ຊຶ່ງເກີດຈາການຈູດປ່າ ເພື່ອເຮັດໄຮ່ ແລະ ສວນ ຂອງປະຊາຊົນ.