MRC ປະຊຸມ ຫາທາງແກ້ໄຂ ຜົລກະທົບ ຕໍ່ແມ່ນ້ຳຂອງ, ຊາວບ້ານ
2023.04.03

ຄະນະກັມມາທິການ ແມ່ນໍ້າຂອງສາກົລ ຫລື MRC ຈັດກອງປະຊຸມສຸດຍອດຄັ້ງທີ 4 ທີ່ນະຄອນຫລວງວຽງຈັນ ແຕ່ມື້ວັນທີ 2 ຫາວັນທີ 5 ເມສານີ້ ພາຍໃຕ້ຫົວຂໍ້ “ນະວັດຕະກັມ ແລະການຮ່ວມມືເພື່ອຄໍ້າປະກັນຄວາມຍືນຍົງ ຂອງແມ່ນໍ້າຂອງ”.
ທ່ານ ອານຸລັກ ກິດຕິຄຸນ ຫົວໜ້າກອງເລຂາ ຄະນະກັມມາທິການແມ່ນໍ້າຂອງສາກົລ ກ່າວວ່າ ທົ່ວຂົງເຂດແມ່ນໍ້າຂອງຕອນລຸ່ມ ສາມາດເຫັນຜົລກະທົບຂອງການປ່ຽນແປງ ຂອງສະພາບດິນຟ້າອາກາດ ໄດ້ຢ່າງຈະແຈ້ງ ເຊັ່ນ ອຸນຫະພູມສູງຂຶ້ນ, ການປ່ຽນແປງຂອງລະດັບນໍ້າ, ອັດຕຣາການໄຫລຂອງນໍ້າ, ພັຍນໍ້າຖ້ວມ ແລະພັຍແຫ້ງແລ້ງ ຊຶ່ງກໍ່ໃຫ້ເກີດຄວາມເສັຍຫາຍ ຕໍ່ພືດພັນຕ່າງໆໃນພື້ນທີ່ ທີ່ມີ ຜົລຜລິດການກະເສດຫລາຍທີ່ສຸດ.
ດັ່ງທີ່ທ່ານກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 2 ເມສານີ້ວ່າ:
“ແມ່ນໍ້າຂອງ ອັນນີ້ມັນກະມີການປ່ຽນແປງນໍ ທີ່ວ່າ 10-20 ປີກ່ອນເຮົາບໍ່ເຄີຍເຫັນ ອັນປ່ຽນແປງຈະແຈ້ງນີ້ ກະແມ່ນການໄຫລຂອງນໍ້າ ກະມີສອງປັດໄຈ ນໍ. ປັດໄຈນຶ່ງກະແມ່ນເຣື່ອງການປ່ຽນແປງ ດິນຟ້າອາກາດ, ປັດໄຈສອງແມ່ນ ເຣື່ອງການສ້າງເຂື່ອນ ນັບແຕ່ຈີນມາ ແລ້ວລົງມາປະເທດ ສະມາຊິກ MRC ນໍ.”
ທ່ານກ່າວຕື່ມວ່າ ຜົລກະທົບທີ່ເກີດຂຶ້ນ ຈາກການປ່ຽນແປງ ຂອງສະພາບແມ່ນໍ້າຂອງ ຈະເຮັດໃຫ້ຊຸມຊົນທີ່ມີຄວາມສ່ຽງ ປະເຊີນກັບການຂາດແຄນອາຫານ ແລະມາຕຖານຊີວິດ ການເປັນຢູ່ຈະຫລຸດລົງ. ນອກຈາກນັ້ນ ລະດັບນໍ້າທະເລ ທີ່ຄາດວ່າຈະເພີ່ມສູງຂຶ້ນນັ້ນ ຈະເພີ່ມຄວາມເຄັມຂຶ້ນ ແລະຈະເກີດພັຍນໍ້າຖ້ວມ ໃນເຂດທົ່ງພຽງ ແຄມແມ່ນໍ້າຂອງ.
ຄະນະກັມມາທິການ ແມ່ນໍ້າຂອງສາກົລ ພະຍາຍາມ ທີ່ຈະຊອກຫາວິທີການ ຊ່ອຍເຫລືອບັນດາປະເທດສະມາຊິກ ລຸ່ມແມ່ນໍ້າຂອງ ໃຫ້ສອດຄ່ອງກັບຍຸທສາດ ແລະແຜນການ ເພື່ອໃຫ້ສາມາດຮັບປະກັນ ການປັບໂຕຕໍ່ກັບການປ່ຽນແປງ ຂອງດິນຟ້າອາກາດໄດ້ ຢ່າງມີປະສິດທິຜົລ ໃນລະດັບຕ່າງໆ ດ້ວຍການພັທນາລະບົບເຕັກໂນໂລຈີ ທັນສໄມ ແລະນະວັດຕະກັມ ເພື່ອສນັບສນູນ ການວາງແຜນ ແລະການຕັດສິນໃຈ ຂອງບັນດາປະເທດ ສະມາຊິກລຸ່ມແມ່ນໍ້າຂອງ.
ຄະນະກັມມາທິການແມ່ນໍ້າຂອງສາກົລ ໄດ້ຄົ້ນຄວ້າ ແລະຄາດຄະເນວ່າ ອີງຕາມການປ່ອຍອາຍແກສເຮືອນແກ້ວ ໃນທົ່ວໂລກ ໃນໄລຍະ 20 ປີຫາ 50 ປີຂ້າງໜ້າ ການປ່ຽນແປງທີ່ອາດເກີດຂຶ້ນ ຄືອຸນຫະພູມຈະເພີ່ມຂຶ້ນ ໃນທົ່ວອ່າງແມ່ນໍ້າຂອງ ແລະຕາມຣະດູການ, ຮອດປີ 2060 ອຸນຫະພູມໃນອ່າງຮັບນໍ້າຈະເພີ່ມສູງຂຶ້ນ ໂດຍສເລັ່ຍຕໍ່ປີ ອາດຢູ່ໃນລະຫວ່າງ 0.4 ຫາ 3.3 ອົງສາແຊລຊຽສ (Celsius).
ການປ່ຽນແປງຂອງດິນຟ້າອາກາດ ເຮັດໃຫ້ພືດພັນ, ສັດນໍ້າ ແລະສັດບົກຫລາຍຊະນິດ ມີຄວາມສ່ຽງສູງ ຊຶ່ງໃນນັ້ນຮວມທັງປາຫລາຍຊະນິດ ທີ່ອາດສູນພັນ ແລະເຖິງປີ 2060 ຄາດວ່າ ການສູນເສັຍຈາກການເຊາະເຈື່ອນ ຂອງດິນ ຈະເພີ່ມຂຶ້ນ 16.9%.
ດຣ. ຊັຍຍຸດ ສຸຂສີ ນັກວິຊາການ ດ້ານວິສວະກັມເຂື່ອນໄຟຟ້າ, ອະດີດເຈົ້າໜ້າທີ່ ສໍານັກງານຊັບພະຍາກອນນໍ້າ ແຫ່ງຊາຕ ຂອງໄທຍ ກ່າວວ່າ ເພື່ອແກ້ໄຂບັນຫາ ສະພາບການປ່ຽນແປງຂອງແມ່ນໍ້າຂອງ ໃນປັດຈຸບັນ, ຣັຖບານ ແລະພາກສ່ວນທີ່ກ່ຽວຂ້ອງ ຂອງບັນດາປະເທດ ສະມາຊິກລຸ່ມແມ່ນໍ້າຂອງ ຄວນຮ່ວມມືກັນ ຢ່າງເອົາຈິງເອົາຈັງ. ການແກ້ໄຂບັນຫາ ໃຫ້ມີປະສິດທິຜົລ ແລະເປັນຮູບປະທັມນັ້ນ ກໍຄື 4 ປະ ເທດ ຕ້ອງມີການໂອ້ລົມ, ເຈຣະຈາ, ຫາລື ແລະແບ່ງປັນຂໍ້ມູນກັນ ເພື່ອຫາສາເຫດອັນແທ້ຈິງ ທີ່ເຮັດໃຫ້ສະພາບແມ່ນໍ້າຂອງ ເກີດການປ່ຽນແປງ ໂດຍແຕ່ລະປະເທດສະ ມາຊິກ ຕ້ອງຖືຜົລປໂຍດຮ່ວມກັນ ບໍ່ແມ່ນຕ່າງຝ່າຍຕ່າງເຮັດ.
ທ່ານກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ການນຳໃຊ້ນະວັດຕະກັມ ໃນການຫລຸດຜ່ອນ ຜົລກະທົບຈາກການປ່ຽນແປງ ທີ່ວ່ານັ້ນ ກໍອາດຊ່ອຍໄດ້ໃນລະດັບໃດ ລະດັບນຶ່ງເທົ່ານັ້ນ ແຕ່ສິ່ງສໍາຄັນແມ່ນການເຜີຍແພ່ຂໍ້ມູນ ແລະການແບ່ງປັນຂໍ້ມູນ ໃຫ້ກັນຮູ້ລະຫວ່າງປະເທດສະມາຊິກ.
ທ່ານກ່າວວ່າ:
“ຖ້າຂໍ້ວິພາກຂ້ອຍຕອນນີ້ ກໍຄືວ່າ ເວລາທີ່ເວົ້າເຖິງນະວັດຕະກັມນີ້ ບາງເທື່ອມັນເວີ້ ມັນເວີ້ເກີນໄປ ເພາະບາງຢ່າງ ເວລາເຂົາເວົ້າເຖິງນະວັດຕະກັມ ມັນຕ້ອງເວົ້າເຖິງການຄົ້ນຄວ້າ ວິໄຈ, ເຣື່ອງຂອງຄວາມພ້ອມຂອງຄົນ. ປັດໄຈທີ່ເປັນເຣື່ອງສໍາຄັນທີ່ສຸດ ແມ່ນຄົນທີ່ມີຂໍ້ມູນ (ແມ່ນໍ້າຂອງ) ບໍ່ໄດ້ເຜີຍແພ່ຂໍ້ມູນໃຫ້ຮັບຮູ້.”
ແລະຍານາງ ອ້ອມບຸນ ທິບສຸນາ ຕາງໜ້າເຄືອຂ່າຍ ສະພາອົງກອນຊຸມຊົນ ລຸ່ມແມ່ ນໍ້າຂອງ 7 ແຂວງພາກອີສານຂອງໄທຍ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 2 ເມ ສານີ້ວ່າ ການປ່ຽນແປງ ຂອງສະພາບດິນຟ້າອາກາດ ອາດສົ່ງຜົລກະທົບຕໍ່ລະບົບນິເວດ ໃນແມ່ນໍ້າຂອງພຽງເລັກນ້ອຍ, ແຕ່ສິ່ງທີ່ເຮັດໃຫ້ລະບົບນິເວດນັ້ນ ເກີດການປ່ຽນແປງທີ່ຮ້າຍແຮງ ໃນປັດຈຸບັນນີ້ນັ້ນ ກໍຍັງມີການຢັ້ງຢືນວ່າ ເກີດຈາກເຂຶ່ອນໄຟ ຟ້າ ໃນແມ່ນໍ້າຂອງ ໂດຍສະເພາະເຣື່ອງການຂຶ້ນ-ລົງຂອງນໍ້າ ທ້າຍເຂື່ອນ, ການໄຫລຂອງນໍ້າ, ພັນປາສ່ຽງສູນພັນ, ການເຮັດການກະເສດ ບໍ່ໄດ້ເຕັມສ່ວນ. ຊາວບ້ານທີ່ອາສັຍຢູ່ລຸ່ມແມ່ນໍ້າຂອງ ຕ້ອງປະເຊີນກັບຄວາມສ່ຽງເຫລົ່ານີ້.
ຍານາງຮຽກຮ້ອງໃຫ້ ຜູ້ມີສ່ວນໄດ້ສ່ວນເສັຍ ກັບໂຄງການສ້າງເຂື່ອນ ທີ່ໄດ້ສ້າງມາແລ້ວນັ້ນ ຢຸດການສ້າງເຂື່ອນໃໝ່ຕື່ມ, ໃຫ້ຊາວບ້ານ ທີ່ໄດ້ຮັບຜົລກະທົບ ມີສ່ວນຮ່ວມໃນການແກ້ໄຂບັນຫາ ເພື່ອບໍ່ໃຫ້ແມ່ນໍ້າຂອງຕອນລຸ່ມ ເກີດການປ່ຽນແປງໜັກໄປຕື່ມອີກ.

ຍານາງກ່າວວ່າ:
“ກະຂໍຮຽກຮ້ອງໃຫ້ (ເຂື່ອນ) ທີ່ສ້າງມານີ້ຕ້ອງຢຸດ, ສຶກສາຮ່ວມກັນກ່ອນ ແລ້ວກະເຂົາຈະຕ້ອງຢັ້ງຢືນຈະແຈ້ງ ແລ້ວກໍຕົກລົງຮ່ວມໄມ້ ຮ່ວມມື ຮ່ວມໃຈກັນກັບອ້າຍນ້ອງ ຊາວບ້ານ ຜູ້ທີ່ໄດ້ຮັບຄວາມເສັຍຫາຍ ແລ້ວໃຜຈະຮັບຜິດຊອບ ມັນບໍ່ແມ່ນແຕ່ເຣື່ອງເງິນ.”
ໃນພິທີເປີດກອງປະຊຸມ ສຸດຍອດຄັ້ງທີ 4 ຂອງຄະນະກັມມາທິການ ແມ່ນໍ້າຂອງສາກົລ ຍານາງ ບຸນຄໍາ ວໍລະຈິດ ຣັຖມົນຕຣີ ກະຊວງຊັບພະຍາກອນທັມມະຊາຕ ແລະສິ່ງແວດລ້ອມ ຂອງລາວ ກ່າວວ່າ ປະເທດລາວມີຄວາມໝັ້ນໝາຍ ຢ່າງເຕັມທີ່ ຕໍ່ການພັທນາ ທີ່ບໍ່ພຽງແຕ່ໃຫ້ຍືນຍົງ ແຕ່ຕ້ອງໄປຄຽງຄູ່ກັບຄວາມຮັບຜິດຊອບ. ຣັຖບານລາວ ໄດ້ໃຫ້ຄວາມສໍາຄັນ ໃນການສນັບສນູນ ການຈັດຕັ້ງປະຕິບັດ ແລະການຮ່ວມມື ກັບບັນດາປະເທດສະມາຊິກ ແມ່ນນໍ້າຂອງ ໂດຍອີງຕາມຂໍ້ຕົກລົງ ແມ່ນໍ້າຂອງ ປີ 1995.
ໃນມື້ທໍາອິດ ຂອງກອງປະຊຸມຄັ້ງນີ້ ມີເຈົ້າໜ້າທີ່ລະດັບສູງ ຂອງຣັຖບານລາວ ແລະຕ່າງປະເທດ, ຜູ້ຕາງໜ້າອົງການຈັດຕັ້ງ ທີ່ບໍ່ຂຶ້ນກັບຣັຖບານ ຫລື NGOs, ອົງການຈັດ ຕັ້ງພາກປະຊາສັງຄົມ ຫລື CSOs, ນັກຊ່ຽວຊານ ຂແນງການຕ່າງໆ ແລະສື່ມວນຊົນທັງພາຍໃນ ແລະຕ່າງປະເທດ ເຂົ້າຮ່ວມປະມານ 600 ຄົນ.