ການສ້າງ ດຸນຍະພາບ ແມ່ນໍ້າຂອງ ຍັງທ້າທາຍ: ມາຟັງ ນຳກັນ
2023.04.10

ກອງປະຊຸມສຸດຍອດ ຄະນະກັມມາທິການ ແມ່ນໍ້າຂອງສາກົລ ຄັ້ງທີ 4 ສປປ ລາວ ເປັນເຈົ້າພາບ ສິ່ງທີ່ທ້າທາຍ ໃນຕໍ່ໜ້າ ຄືການສ້າງດຸນຍະພາບ ຂອງແມ່ນໍ້າຂອງ. ຜ່ານມາ ແມ່ນໍ້າຂອງ ໄດ້ຖືກນຳເຂົ້າ ໄປພັທນາ ເສຖກິຈ ມັນສົ່ງຜົລກະທົບ ໃຫ້ມີການປ່ຽນແປງ ທາງດ້ານ ສັງຄົມ ແລະ ສີ່ງແວດລ້ອມ.
ໄມຊູລີ: ສະບາຍດີ ທ່ານຜູ້ຟັງທີ່ເຄົາຣົບ… ຂໍຕ້ອນຮັບ ທ່ານຜູ້ຟັງ ເຂົ້າມາສູ່ ຣາຍການ “ມາຟັງນຳກັນ”. ສັປດານີ້ ພວກເຮົາ ມາເວົ້າເຖິງ ແມ່ນໍ້າຂອງ ທີ່ປັດຈຸບັນ ໄດ້ຖືກພັທນາ ເຂົ້າມາ ໃນການຂຍາຍເສຖກິຈຂອງບັນດາ ປະເທດລຸ່ມແມ່ນໍ້າຂອງ ໃນຫົວຂໍ້ ການສ້າງດຸນຍະພາບ ແມ່ນໍ້າຂອງ ຍັງທ້າທາຍ. ດຳເນີນ ຣາຍການ ໂດຍ ໄມຊູລີ ແລະ ໄຊຍາ.
ໄຊຍາ: ສະບາຍດີ ທ່ານຜູ້ຟັງ… ການສ້າງດຸນຍະພາບ ແມ່ນໍ້າຂອງ ໝາຽເຖິງ ການຈັດການ ແລະ ນໍ້າໃຊ້ຮ່ວມກັນ ເພື່ອບໍ່ໃຫ້ເກີດ ຜົລກະທົບ ຕໍ່ບັນດາ ປະເທດ ທີ່ມີນໍ້າຂອງ ໄຫຼຜ່ານ. ດັ່ງ ລາວ, ໄທຍ, ວຽດນາມ, ກັມພູຊາ, ພະມ້າ ແລະ ຈີນ, ຊຶ່ງເປັນຕົ້ນນໍ້າ. ຜ່ານມາ ການພັທນາ ແມ່ນໍ້າຂອງ ເຂົ້າໃນການຂຍາຍ ເສຖກິຈ ເປັນປະເດັນ ທີ່ການຄັດຄ້ານ ຈາກຫຼາຍ ອົງກອນ ເພາະເຫັນວ່າ ແມ່ນໍ້າຂອງນັ້ນຜະເຊີນກັບ ບັນຫາທ້າທາຍ ນາໆປະການ ທັງທີ່ເກີດຂຶ້ນ ໂດຍທັມຊາຕ ຂອງແມ່ນໍ້າຂອງ ແລະ ລຸ່ມນໍ້າເອງ ແລະ ບັນຫາ ອັນເກີດຈາກ ນໍ້າມືມະນຸດ ຫຼື ໂຄງການກໍ່ສ້າງ ເຂື່ອນຕ່າງໆ ເພື່ອພັທນາ ກໍລ້ວນແລ້ວແຕ່ ສ້າງຜົລກະທົບ ໃຫ້ແກ່ຜູ້ຄົນ ແລະ ສີ່ງແວດລ້ອມ ໃນພູມີພາກ ແລະ ໃນລຸ່ມແມ່ນໍ້າຂອງ. ນອກຈາກນີ້ ໃນດ້ານພູມີສາດ ໃນແຕ່ລະໄລຍະ ຜ່ານມາ ກໍມີການປ່ຽນແປງ ໄປຫຼາຍ ຈົນກາຍ ເປັນບັນຫາທ້າທາຍ ທີ່ສຳຄັນ ອີກຢ່າງນຶ່ງ ຂອງຄະນະ ກັມມາທິການ ແມ່ນໍ້າຂອງ ແລະ ສະມາຊິກ ໄປນໍາ.
ໄມຊູລີ: ທ່ານ ຜູ້ຟັງ ກອງປະຊຸມ ສຸດຍອດ ຄະນະກັມມາທິການ ແມ່ນໍ້າຂອງສາກົລ ຄັ້ງທີ 4 ທີ່ ສປປ ລາວ ເປັນເຈົ້າພາບ, ຊຶ່ງຈັດຂຶ້ນ ໃນລະຫວ່າງ ວັນທີ່ 02-05 ມີນາ 2023 ທີ່ຫໍປະຊຸມແຫ່ງຊາຕ ນະຄອນຫຼວງວຽງຈັນ. ໂດຍກອງປະຊຸມ ດັ່ງກ່າວ ຖແລງການ ວຽງຈັນໄດ້ກຳນົດ ຄວາມຄາດຫວັງ ໃນການສົ່ງເສີມ ແຜນດຳເນີນງານ ຮ່ວມມືກັນ ເພື່ອສ້າງຜົລປໂຍດ ສູງສຸດ ຈາກການໝູນໃຊ້ ນະວັດຕະກັມໃໝ່ ເຂົ້າໃນການພັທນາ ເຄື່ອງມື ແລະ ນະໂຍບາຍ ເພື່ອຮັບມື ກັບສິ່ງທ້າທາຍ ແລະ ຄວາມສ່ຽງຕ່າງໆ ທີ່ອາຈເກີດຂຶ້ນ ໃນອ່າງແມ່ນໍ້າຂອງ.
…
(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງ ທີ່ໄດ້ບັນທຶກໄວ້ ຂ້າງເທິງນັ້ນ)