ພະຍຸໂນຣູ ພັດເຂົ້າພາກໃຕ້ ສ້າງຄວາມເສັຽຫາຍ
2022.10.03

ພະຍຸໂນຣູ ພັດເຂົ້າ ແຂວງອັດຕະປື ແລະ ແຂວງພາກໃຕ້ ເກີດນໍ້າຖ້ວມ ກະທັນຫັນ ສ້າງຄວາມເສັຽຫາຍ ເປັນບໍຣິເວນກ້ວາງ. ສ່ວນແຂວງ ທີ່ມີເຂື່ອນ ທາງການຢັ້ງຢືນວ່າ ສາມາດ ຮັບມືບໍຣິມາຕນໍ້າ ຈຳນວນຫຼາຍໄດ້.
ໄມຊູລີ: ສະບາຍດີ ທ່ານຜູ້ຟັງທີ່ເຄົາຣົບ… ຂໍຕ້ອນຮັບ ທ່ານເຂົ້າມາສູ່ ຣາຍການ “ມາຟັງນໍາກັນ”, ສັປດານີ້ ພະຍຸໂນຣູ ໄດ້ພັດເຂົ້າ 4 ແຂວງພາກໃຕ້ ອັດຕະປື, ຈຳປາສັກ, ເຊກອງ ແລະ ສາຣະວັນ ຊຶ່ງສ້າງຄວາມເສັຽຫາຍ ຕໍ່ຊັພສິນ ຂອງປະຊາຊົນ ຢ່າງຫຼວງຫຼາຍ. ໃນເບື້ອງຕົ້ນ ທາງການ ໄດ້ລະດົມພົລ ທັງໜ່ວຍກູ້ຊີພ ແລະ ກູ້ພັຍ ລົງຊ່ອຍເຫຼືອ ປະຊາຊົນ ເພື່ອໂຍກຍ້າຍ ໄປຢູ່ບ່ອນປອດພັຍ.
ສຳລັບມື້ນີ້ ຫົວຂໍ້ ໃນຣາຍ ພະຍຸໂນຣຸ ພັດເຂົ້າ 4 ແຂວງພາກໃຕ້ ສ້າງຄວາມເສັຽຫາຍ ຢ່າງ ໜັກ ເບື້ອງຕົ້ນ ທາງການ ໂຍກຍ້າຍ ປະຊາຊົນ ຈາກຈຸດສ່ຽງ ໄປຢູ່ບ່ອນປອດພັຍ. ທ່ານຜູ້ຟັງ ທ່ານໃດ ທີ່ຕ້ອງການເຂົ້າຮ່ວມ ໃນຣາຍການຂອງພວກເຮົາ ກະຣຸນາ ສົ່ງເບີໂທຣະສັບ ຂອງທ່ານ ລົງໃສ່ອິນບອກ, ຈາກນັ້ນ ພວກເຮົາ ຈະສັມພາດ ເພື່ອມາອອກຣາຍການ. ດຳເນີນ ຣາຍການໂດຍ ໄມຊູລີ ແລະ ໄຊຍາ.
ໄຊຍາ: ສະບາຍດີ ທ່ານຜູ້ຟັງ ທີ່ເຄົາຣົບ… ສັປດານີ້ ມາຕິດຕາມ ພັຍພິບັດ ທີ່ເກີດຂື້ນ ຈາກ ພະຍຸໃຕ້ຝຸ່ນ ໂນຣູ, ຊຶ່ງພັດເຂົ້າ ທາງແຂວງພາກໃຕ້ ທັງອັດຕະປື, ຈຳປາສັກ, ສາຣະວັນ ແລະ ເຊກອງ. ຊຶ່ງຜົລເສັຽຫາຍ ເກີດຂຶ້ນ ເປັນບໍຣິເວນກ້ວາງ. ເບື້ອງຕົ້ນ ທາງການ ຂອງແຕ່ລະ ແຂວງ ໂດຍສະເພາະ ແມ່ນຄະນະກັມມະການ ຄຸ້ມຄອງພັຍພິບັດ ໄດ້ລະດົມພົລ ທັງກູ້ຊີພ ແລະ ກູ້ພັຍ ຊ່ອຍເຫຼືອໂຍກຍ້າຍ ປະຊາຊົນ ຈຸດສ່ຽງ ອອກໄປ ຢູ່ບ່ອນປອດພັຍກ່ອນ ແລະ ເບື້ອງຕົ້ນ ກໍໄດ້ມີການຊ່ອຍເຫຼືອ ບັນເທົາ ທຸກສະເພາະໜ້າ ອີງໃສ່ເງື່ອນໄຂ ຂອງແຂວງ ທີ່ໄດ້ຮັບ ຜົລກະທົບ.
…
(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງ ທີ່ໄດ້ບັນທຶກໄວ້ ຂ້າງເທິງນັ້ນ)