ເຣື້ອງທີ່ເກັບບັນທຶກໄວ້
2023-07-18
ໃນໄລຍະໜ້າຝົນນີ້ ຊາວບ້ານຫຼາຍບ້ານ ທີ່ອາສັຍຢູ່ໃກ້ຖນົນທ່າເດື່ອ ກັບຖນົນ 450 ປີ ນະຄອນຫຼວງວຽງຈັນ ປະສົບເຖິງບັນຫາ ຣົຖບັນທຸກແກ່ຫິນ ແລະແກ່ຊາຍ ທີ່ມັກແລ່ນຜ່ານເຂດບ້ານທຸກມື້ ທຸກເວລາ ເຮັດໃຫ້ຖນົນເປື້ອນ, ເປ່ເພ ແລະ ການສັນຈອນຫຍຸ້ງຍາກ.
2023-07-18
ຫລາຍເມືອງ ໃນນະຄອນຫລວງວຽງຈັນ ກວດກາ ແລະຮື້ຖອນປ້າຍໂຄສະນາ ຢູ່ຕາມແຄມຖນົນ ແລະປ້າຍຮ້ານຄ້າ ເພື່ອຄວາມເປັນລະບຽບ ແລະເພື່ອໃຫ້ຖືກຕ້ອງ ຕາມກົດໝາຍ ກ່ຽວກັບການເຮັດປ້າຍ ເປັນພາສາຕ່າງປະເທດ ກ່ອນລາວຈະເປັນເຈົ້າພາບ ຈັດກອງປະຊຸມອາຊ້ຽນ ໃນປີໜ້າ.
2023-07-17
ເຂດນິຄົມອຸດສາຫະກັມ ອັດສະຣິຍະ ອາຊີ-ໂປຕາສ ສາກົລ ຂອງບໍຣິສັດ ອາຊີ-ໂປຕາສ ຈໍາກັດ ຈາກປະເທດຈີນ ທີ່ຕັ້ງຢູ່ເຂດເມືອງທ່າແຂກ ແຂວງຄໍາມ່ວນ ກໍາລັງມີການໄກ່ເກັ່ຍ ດ້ານທີ່ດິນ ແລະຄ່າຊົດເຊີຍໃຫ້ແກ່ຊາວບ້ານ ຈໍານວນນຶ່ງ ທີ່ຖືກຜົລກະທົບ ຈາກໂຄງການນີ້.
2023-07-14
ຊາວກະສິກອນລາວ ກຳລັງປະເຊິນກັບການແຜ່ຣະບາດ ຂອງບົ້ງ ມາທໍາລາຍຜົລປູກ ເປັນຕົ້ນ ເຂົ້ານາ, ເຂົ້າໄຮ່, ໝາກສາລີ ແລະ ມັນຕົ້ນ ເຮັດໃຫ້ຜົລປູກເສັຽຫາຍ ເປັນຈຳນວນຫຼາຍ ຂະນະທີ່ພາກສ່ວນທີ່ກ່ຽວຂ້ອງຍັງບໍ່ມີການຊ່ວຍເຫຼືອເທື່ອ.
2023-07-12
ປະຊາຊົນລາວ ໃນຫລາຍພື້ນທີ່ ໄດ້ຮັບຜົລກະທົບ ຈາກການໃຫ້ສັມປະທານທີ່ດິນ ແກ່ນັກລົງທຶນ, ຊຶ່ງເຮັດໃຫ້ເຂົາເຈົ້າ ບໍ່ມີທີ່ດິນປູກຝັງ ແລະ ບ່ອນຫາຢູ່ຫາກິນ ສ້າງຄວາມເດືອດຮ້ອນ ໃຫ້ຊາວບ້ານ ແທນການແກ້ໄຂບັນຫາ ໂດຍສະເພາະ ກະທົບສິ່ງແວດລ້ອມ ແລະ ສັງຄົມນຳດ້ວຍ.
2023-07-12
ເຂື່ອນໄຟຟ້າ ຫລວງພຣະບາງ ໄດ້ຮັບການກໍ່ສ້າງ ຢ່າງເປັນທາງການ ຫລັງຈາກໄທຍເຊັນສັນຍາ ຊື້-ຂາຍໄຟຟ້າ ຂະນະທີ່ ຢູແນັສໂກ ຮັບຜ່ານບົດປະເມີນຜົລ ກະທົບຕໍ່ເມືອງມໍຣະດົກໂລກ ເຖິງຈະຍັງເປັນຫ່ວງນໍາຜົລກະທົບນັ້ນກໍຕາມ.
2023-07-11
ປ່າສງວນແຫ່ງຊາຕ 19 ແຫ່ງ ແລະ ເຂດອຸທິຍານແຫ່ງຊາຕ ອີກ 6 ແຫ່ງ ຊຶ່ງເນື້ອທີ່ທັງໝົດ ປະມານ 4 ລ້ານປາຍເຮັກຕ້າຣ໌ ແລະປັດຈຸປັນນີ້ ກຳລັງປະເຊີນກັບການຖືກບຸກລຸກ ຫຼາຍຂຶ້ນ ທັງຈາກນັກລົງທຶນ, ຣັຖບານເອງ ທີ່ຕັດໄມ້ທໍາລາຍປ່າ ແລະ ຊາວບ້ານຈໍານວນນຶ່ງ ທີ່ບໍ່ມີດິນເພື່ອການກະເສດ ໄດ້ບຸກລຸກປ່າເພື່ອເຮັດໄຮ່.
2023-07-10
ການບໍຣິການຕ່າງໆ ລວມເຖິງການບໍຣິການຂອງພາກຣັຖ ຢູ່ເຂດເທສບານ ເມືອງຕົ້ນເຜິ້ງ ຍັງມີການໃຊ້ເງິຈຕຣາຕ່າງປະເທດ ໂດຍສະເພາະເງິນບາທ ແລະ ເງິນຢວນ ເຊິ່ງສວນທາງກັບນະໂຍບາຍຂອງຣັຖບານ ທີ່ມີມາຕການໃຊ້ເງິນກີບຢ່າງດຽວ ເພື່ອຫຼຸດຜ່ອນຄ່າເງິນເຟີ້.
2023-07-10
ແຂວງຈຳປາສັກ ໃຫ້ ຊາວບ້ານ ບ້ານຄອນໄຫຼ 10 ປາຍຄອບຄົວ ຍ້າຍອອກຈາກທີ່ດິນ ທີ່ຊາວບ້ານໄດ້ບຸກລຸກ ປຸກສ້າງເຮືອນ ພ້ອມຈະຈ່າຍຄ່າຊົດເຊີຍ ໃຫ້ຕາມຄວາມເໝາະສົມ ເພາະພື້ນທີ່ດັ່ງກ່າວ ເປັນດິນຂອງມະຫາວິທຍາໄລ ຈຳປາສັກ ເຊິ່ງຣັຖບານ ຈະສ້າງໂຮງຮຽນການເມືອງ ແລະ ການປົກຄອງ ໃສ່.
2023-07-06
ຣັຖບານ ອອກໃບຕາດິນ ໃຫ້ປະຊາຊົນຫຼ້າຊ້າ ແລະໄດ້ໜ້ອຍກວ່າເປົ້າໝາຍຫຼາຍ ຊຶ່ງມາຮອດເຄິ່ງປີນີ້, ສາມາດອອກໃບຕາດິນ ໄດ້ພຽງ 40,394 ຕອນ ໃນເປົ້າໝາຍ 400,000 ຕອນ ສ່ວນເຫດຜົລຫຼັກແມ່ນງົບປະມານບໍ່ພຽງພໍ, ອຸປະກອນ ທີ່ໃຊ້ເຂົ້າໃນການວັດແທກ ທີ່ດິນ ມີຈຳກັດ ແລະບຸກຄະລາກອນມີໜ້ອຍ.
2023-07-06
ການປົກປ້ອງ ແລະຄຸ້ມຄອງແຫຼ່ງນໍ້າ ບໍ່ໃຫ້ເຊື່ອມໂຊມລົງຫຼາຍ ກວ່າທີ່ເປັນຢູ່ ຍ້ອນການສ້າງເຂື່ອນ, ການຖິ້ມຂີ້ເຫຍື້ອພລາສຕິກ ລົງໃສ່ແຫຼ່ງນ້ຳ ແລະການປ່ຽນແປງ ຂອງດິນຟ້າອາກາດ ເປັນເຣື່ອງທີ່ທ້າທາຍ ສຳລັບຣັຖບານລາວ.
2023-07-05
ການຂຸດຄົ້ນແຮ່ທາດ ຢູ່ປະເທດລາວ ຍັງເປັນບັນຫາ ທີ່ບໍ່ສາມາດຄວບຄຸມໄດ້ ຍ້ອນວ່າ ຣັຖບານ ໄດ້ອະນຸມັດໃຫ້ ບໍຣິສັດ ຕ່າງປະເທດ ເຂົ້າມາຂຸດຄົ້ນຫຼາຍເກີນໄປ.
2023-07-05
ແຂວງຊຽງຂວາງ ໄດ້ເຊັນສັນຍາ ໃຫ້ສັມປະທານ ແກ່ບໍຣິສັດ ລັກກີ້ ສະໂຕນ ຈໍາກັດຜູ້ດຽວ ເພື່ອລົງທຶນສໍາຣວດ ຂຸດຄົ້ນຫິນແກຣນິດ ແລະ ຕັ້ງໂຮງງານ ຢູ່ເຂດບ້ານນາສົມ ແລະ ບ້ານປຽງ ເມືອງຄູນ ໃນເນື້ອທີ່ 4.5 ເຮັກຕ້າຣ໌ ໂດຍໃຊ້ງົປະມານລົງທຶນ 6 ລ້ານໂດລ້າຣ໌ສະຫະຣັຖ.
2023-07-03
ໂຄງການຄຸ້ມຄອງຄວາມສ່ຽງ ພັຍພິບັດນໍ້າຖ້ວມ ໄລຍະສັນຍາທີ 2 ຢູ່ເຂດຂົວນໍ້າມາວ-ຂົວນໍ້າກໍ 2, ເມືອງໄຊ ແຂວງອຸດົມໄຊ ຄວາມຍາວປະມານ 8.5 ກິໂລແມັດ, ມູນຄ່າປະມານ 9 ລ້ານໂດລ້າຣ໌ ສະຫະຣັຖ, ຮັບເໝົາກໍ່ສ້າງໂດຍບໍຣິສັດຈີນ ຂະນະທີ່ຊາວບ້ານ ບໍ່ແນ່ໃຈວ່າ ຈະສາມາດຄຸ້ມຄອງ ນ້ຳຖ້ວມໄດ້ແທ້ ຫຼືບໍ່.
2023-07-03
ການຂຸດຄົ້ນ ແລະສຳຣວດ ແຮ່ທາດ ໄປພ້ອມກັນນັ້ນ, ຫຼາຍບໍຣິສັດ ບໍ່ປະຕິບັດຕາມກົດໝາຍ ວ່າດ້ວຍການຂຸດຄົ້ນແຮ່ທາດ ເປັນຕົ້ນ ບໍ່ມີບົດສຶກສາຄວາມເປັນໄປໄດ້ ໃນທາງເສຖກິຈ, ເທັກນິກ ແລະບົດປະເມີນຜົລກະທົບ ຕໍ່ສິ່ງແວດລ້ອມ-ສັງຄົມ ແລະ ທັມມະຊາຕ.